Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 3

ໂຊໂລໂມນ​ສ້າງ​ວິຫານ

(1ກສ 6:1-29)

ແລ້ວ​ໂຊໂລໂມນ​ກໍ​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ໃນ​ເຢຣູຊາເລັມ​ເທິງ​ພູ​ໂມຣິຢາ. ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ດາວິດ​ພໍ່​ຂອງ​ເພິ່ນ. ບ່ອນ​ນັ້ນ​ເປັນ​ລານ​ຟາດ​ເຂົ້າ​ຂອງ​ອາໂຣນາ1 ຊາວ​ເຢບຸດ, ເຊິ່ງ​ເປັນ​ບ່ອນ​ທີ່​ດາວິດ​ຈັດຕຽມ​ໄວ້. ໃນ​ວັນ​ທີ​ສອງ​ເດືອນ​ທີ​ສອງ​ປີ​ທີ​ສີ່​ໃນ​ການ​ປົກຄອງ​ຂອງ​ເພິ່ນ, ເພິ່ນ​ໄດ້​ເລີ່ມ​ການ​ກໍ່​ສ້າງ.

ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ໂຊໂລໂມນ​ໄດ້​ວາງ​ນັ້ນ​ຍາວ 60 ສອກ2 ແລະ ກວ້າງ 20 ສອກ3 (ໂດຍ​ໃຊ້​ໜ່ວຍ​ສອດ​ຕາມ​ມາດຕະຖານ​ເດີມ) ລະບຽງ​ຢູ່​ທາງ​ດ້ານໜ້າ​ຂອງ​ວິຫານ​ຍາວ 20 ສອກ​ຕາມ​ລວງກວ້າງ​ຂອງ​ອາຄານ ແລະ ສູງ 20 ສອກ.4

ເພິ່ນ​ໄດ້​ໂອບ​ພາຍໃນ​ຫ້ອງ​ນີ້​ດ້ວຍ​ຄຳ​ບໍລິສຸດ. ເພິ່ນ​ປູ​ຫ້ອງໂຖງ​ດ້ວຍ​ໄມ້ແປກ ແລະ ໂອບ​ດ້ວຍ​ຄຳ​ບໍລິສຸດ ແລະ ຕົບແຕ່ງ​ດ້ວຍ​ລວດ​ລາຍ​ຕົ້ນປາມ ແລະ ແບບ​ໂສ້. ເພິ່ນ​ໄດ້​ປະດັບປະດາ​ວິຫານ​ດ້ວຍ​ຫີນ​ອັນ​ງົດງາມ ແລະ ຄຳ​ທີ່​ໃຊ້​ນັ້ນ​ມາ​ຈາກ​ເມືອງ​ປາຣະວາອິມ. ເພິ່ນ​ໄດ້​ວາງ​ເພດານ​ທັບ​ຄານ, ວົງ​ກົບ​ປະຕູ ຝາ ແລະ ປະຕູ​ວິຫານ​ເຮັດ​ດ້ວຍ​ຄຳ ແລະ ເພິ່ນ​ແກະ​ສະຫລັກ​ລວດລາຍ​ເຄຣຸບ​ໃສ່​ຝາ​ຂອງ​ວິຫານ.

ເພິ່ນ​ໄດ້​ສ້າງ​ຫ້ອງ​ສັກສິດ​ທີ່ສຸດ, ຫ້ອງ​ມີ​ຄວາມ​ກວ້າງ​ເທົ່າກັນ​ກັບ​ຂະໜາດ​ກັບ​ຄວາມ​ກວ້າງ​ຂອງ​ວິຫານ​ຄື ກວ້າງ​ຊາວ​ສອກ ແລະ ຍາວ​ຊາວ​ສອກ. ເພິ່ນ​ໂອບ​ຫ້ອງ​ພາຍໃນ​ດ້ວຍ​ຄຳ​ສົດ​ປະມານ​ຊາວ​ຫົກ​ຕາລັນຕົນ.5 ເພິ່ນ​ໃຊ້​ຄຳ​ນ້ຳ​ໜັກ​ປະມານ​ຫ້າ​ສິບ​ເຊເຂວ6​ເຮັດ​ຕະປູ​ຄໍາ. ເພິ່ນ​ຍັງ​ໄດ້​ວາງ​ສ່ວນ​ຕ່າງໆ​ຂອງ​ຫ້ອງ​ຊັ້ນ​ເທິງ​ໂອບ​ດ້ວຍ​ຄໍາ​ເຊັ່ນກັນ.

ສໍາລັບ​ຫ້ອງ​ສັກສິດ​ທີ່ສຸດ ເພິ່ນ​ໄດ້​ເຮັດ​ແກະ​ສະຫລັກ​ຮູບເຄຣຸບ​ຄູ່​ໜຶ່ງ ແລະ ໂອບ​ຮູບ​ເຄຣຸບ​ດ້ວຍ​ຄຳ ປີກ​ຂອງ​ເຄຣຸບ​ທັງ​ສອງ​ຕົນ​ຍາວ​ລວມ​ທັງໝົດ 20 ສອກ. ປີກ​ຂ້າງ​ໜຶ່ງ​ຂອງ​ເຄຣຸບ​ໂຕ​ທຳອິດ​ຍາວ 5 ສອກ7 ແລະ ປີກ​ຂ້າງ​ໜຶ່ງ​ຈຸ​ກັບ​ຝາ​ຂອງ​ວິຫານ, ສ່ວນ​ປີກ​ອີກ​ຂ້າງ​ໜຶ່ງ​ຍາວ 5 ສອກ​ເຊັ່ນກັນ ເຊິ່ງ​ປີກ​ຈຸ​ກັບ​ປີກ​ຂອງ​ຮູບ​ເຄຣຸບ​ອີກ​ຕົນ​ໜຶ່ງ. ໃນ​ທຳນອງ​ດຽວ​ກັນ ປີກ​ຂ້າງ​ໜຶ່ງ​ຂອງ​ເຄຣຸບ​ຕົນ​ທີ​ສອງ​ຍາວ 5 ສອກ ແລະ ປີກ​ຈຸ​ກັບ​ຝາ​ອີກ​ດ້ານ​ໜຶ່ງ​ຂອງ​ວິຫານ ແລະ ປີກ​ອີກ​ຂ້າງ​ໜຶ່ງ​ຍາວ 5 ສອກ​ເຊັ່ນກັນ ເຊິ່ງ​ປີກ​ຈຸ​ກັບ​ປີກ​ຂອງ​ເຄຣຸບ​ໂຕ​ທຳອິດ. ປີກ​ຂອງ​ເຄຣຸບ​ເຫລົ່ານີ້​ພື​ປີກ​ອອກ​ກວ້າງ​ຍາວ 20 ສອກ. ພວກມັນ​ທັງ​ສອງ​ຕົນ​ຢືນ​ປິ່ນ​ໜ້າ​ໃສ່​ກັນ​ໃນ​ຫ້ອງໂຖງ.8

ເພິ່ນ​ໄດ້​ເຮັດ​ຜ້າກັ້ງ​ສີຟ້າ, ສີມ່ວງ ແລະ ສີແດງ​ເຂັ້ມ ແລະ ໄດ້​ເຮັດ​ຜ້າລິນິນ​ເນື້ອລະອຽດ​ດີ​ໂດຍ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ນັ້ນ.

ສ່ວນ​ຢູ່​ທາງ​ດ້ານໜ້າ​ຂອງ​ວິຫານ ເພິ່ນ​ໄດ້​ເຮັດ​ເສົາ​ສອງ​ຕົ້ນ, ຕົ້ນ​ເສົາ​ສູງ 35 ສອກ9 ແຕ່ລະ​ຕົ້ນ​ມີ​ຫົວ​ເສົາ​ສູງ 5 ສອກ. ໂຊໂລໂມນ​ໄດ້​ເຮັດ​ໂສ້​ສານ​ກັນ10 ແລະ ໄດ້​ຕັ້ງ​ມັນ​ໄວ້​ເທິງ​ຍອດ​ເສົາ. ເພິ່ນ​ຍັງ​ໄດ້​ຮູບ​ໝາກພິລາ​ໜຶ່ງ​ຮ້ອຍ​ໜ່ວຍ ແລະ ຫ້ອຍ​ໃສ່​ໂສ້​ອີກ​ດ້ວຍ. ເພິ່ນ​ໄດ້​ຕັ້ງ​ເສົາ​ໄວ້​ຢູ່​ທາງ​ດ້ານໜ້າ​ຂອງ​ວິຫານ, ເສົາ​ຕົ້ນ​ທີ​ໜຶ່ງ​ຢູ່​ທາງ​ໃຕ້​ຊື່​ວ່າ​ຢາກິນ11 ແລະ ເສົາ​ອີກ​ຕົ້ນ​ໜຶ່ງ​ຢູ່​ທາງ​ເໜືອ​ຊື່​ວ່າ​ໂບອາດ.12

Source notes (12)
  1. Footnote ພາສາ​ເຮັບເຣີ​ວ່າ ໂອນນານ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ອາໂຣນາ
  2. Footnote ຄື ປະມານ 27 ແມັດ
  3. Footnote ຄື ປະມານ 9 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 4, 8, 11 ແລະ 13
  4. Footnote ພາສາ​ເຮັບເຣີ​ວ່າ ແລະ ສູງ 120
  5. Footnote ພາສາ​ເຮັບເຣີ​ວ່າ 600 ຕາລັນຕົນ
  6. Footnote ພາສາ​ເຮັບເຣີ​ວ່າ 50 ຫລຽນ
  7. Footnote ຄື ປະມານ 2,3 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 12 ແລະ 15
  8. Footnote ຫລື ຫັນ​ໜ້າ​ເຂົ້າ​ດ້ານ​ໃນ
  9. Footnote ຄື ປະມານ 16 ແມັດ
  10. Footnote ຫລື ອາດຈະ​ເປັນ ເຮັດ​ໂສ້ ໃນ​ສະຖານ​ນະມັດສະການ​ຊັ້ນ​ໃນ ; ໃນ​ພາສາ​ເຮັບ​ຣູວະ​ລີ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  11. Footnote ອາດ​ມີ​ໝາຍ​ຄວາມ​ວ່າ ພຣະອົງ​ຕັ້ງ​ໄວ້
  12. Footnote ຄົງ​ຈະ​ມີ​ໝາຍ​ຄວາມ​ວ່າ ໃນ​ພຣະອົງ​ຄື​ກຳລັງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.