Biblica® Open Lao Contemporary Version
2 ຂ່າວຄາວ 2
ການກະຕຽມສຳລັບສ້າງວິຫານ
(1ກສ 5:1-16)
ໂຊໂລໂມນໄດ້ອອກຄໍາສັ່ງໃຫ້ສ້າງວິຫານສຳລັບນາມຂອງພຣະເຈົ້າຢາເວ ແລະ ລາຊະວັງຂອງເພິ່ນເອງ. ເພິ່ນໄດ້ເກນຄົນແບກຫາມ 70.000 ຄົນ ແລະ ຊ່າງສະກັດຫີນ 80.000 ຄົນໃນເຂດເນີນພູ ແລະ ຜູ້ຄຸມງານ 3.600 ຄົນ.
ໂຊໂລໂມນສົ່ງຂໍ້ຄວາມໄປຫາກະສັດຮີຣາມ1ແຫ່ງຕີເຣວ່າ:
“ຂໍສົ່ງໄມ້ສີດາເປັນທ່ອນມາໃຫ້ຂ້າພະເຈົ້າຕາມທີ່ທ່ານເຄີຍສົ່ງມາໃຫ້ດາວິດພໍ່ຂອງຂ້າພະເຈົ້າ ເມື່ອທ່ານສົ່ງໄມ້ສີດາໃຫ້ເພິ່ນເພື່ອສ້າງວັງຂອງເພິ່ນນັ້ນ. ບັດນີ້ ຂ້າພະເຈົ້າກຳລັງຈະສ້າງວິຫານສຳລັບນາມຂອງພຣະເຈົ້າຢາເວ, ພຣະເຈົ້າຂອງຂ້າພະເຈົ້າ ແລະ ຈະອຸທິດຖວາຍວິຫານນີ້ແກ່ພຣະອົງ ເພື່ອຈະເປັນບ່ອນເຜົາເຄື່ອງຫອມຕໍ່ໜ້າພຣະອົງ, ເພື່ອຈະຖວາຍເຂົ້າຈີ່ສັກສິດເປັນປະຈໍາ, ເພື່ອເຜົາເຄື່ອງເຜົາບູຊາທຸກໆເຊົ້າ ແລະ ທຸກໆແລງ ແລະ ໃນວັນຊະບາໂຕ, ວັນເດືອນຂຶ້ນໃໝ່ ແລະ ຕາມເທດສະການຕ່າງໆທີ່ໄດ້ກຳນົດໄວ້ແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ນີ້ເປັນຂໍ້ປະຕິບັດຕະຫລອດໄປສຳລັບອິດສະຣາເອນ.
“ວິຫານທີ່ຂ້າພະເຈົ້າກໍາລັງສ້າງຈະຍິ່ງໃຫຍ່ຫລາຍ. ເພາະພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ກວ່າພະອື່ນໃດທັງໝົດ. ແຕ່ມີຜູ້ໃດທີ່ຈະສາມາດສ້າງວິຫານສຳລັບພຣະອົງໄດ້, ແມ່ນແຕ່ຟ້າສະຫວັນ ແລະ ຟ້າສະຫວັນທີ່ສູງສຸດກໍບໍ່ສາມາດຮອງຮັບພຣະອົງໄດ້? ແລ້ວຂ້າພະເຈົ້າແມ່ນຜູ້ໃດທີ່ຈະສ້າງວິຫານເພື່ອພຣະອົງ ເວັ້ນແຕ່ສ້າງບ່ອນເຜົາເຄື່ອງບູຊາຕໍ່ໜ້າພຣະອົງ?
“ເຫດສະນັ້ນ ຂໍໃຫ້ທ່ານສົ່ງຊ່າງສີມືມາໃຫ້ຂ້າພະເຈົ້າໃນການເຮັດຄໍາ, ເງິນ, ທອງສຳລິດ, ເຫລັກ ແລະ ຍ້ອມຜ້າສີມ່ວງ ແລະ ຕ່ຳດ້ວຍດ້າຍສີມ່ວງ, ສີແດງເຂັ້ມ ແລະ ສີຟ້າ ແລະ ຊ່າງແກະສະຫລັກທີ່ມີປະສົບການ ເພື່ອເຮັດວຽກຮ່ວມກັນກັບພວກຊ່າງສີມືທີ່ມີຄວາມຊຳນານຂອງຂ້າພະເຈົ້າໃນຢູດາຍ ແລະ ໃນເຢຣູຊາເລັມ, ເຊິ່ງດາວິດພໍ່ຂອງຂ້າພະເຈົ້າໄດ້ຈັດຕຽມໄວ້.
“ຂໍໃຫ້ທ່ານສົ່ງໄມ້ສີດາເປັນທ່ອນ, ໄມ້ແປກ ແລະ ໄມ້ດູ່ຈາກເລບານອນມາດ້ວຍ, ເພາະຂ້າພະເຈົ້າຮູ້ວ່າຄົນຮັບໃຊ້ຂອງທ່ານຊໍານານໃນການຕັດໄມ້ຢູ່ທີ່ນັ້ນ. ຄົນຮັບໃຊ້ຂອງຂ້າພະເຈົ້າຈະເຮັດວຽກຮ່ວມກັນກັບຄົນຮັບໃຊ້ຂອງທ່ານ ເພື່ອຂ້າພະເຈົ້າຈະມີໄມ້ຈຳນວນຫລາຍ, ເພາະວິຫານທີ່ຂ້າພະເຈົ້າຈະສ້າງຂຶ້ນນັ້ນຈະຕ້ອງໃຫຍ່ ແລະ ງາມສະຫງ່າ. ຂ້າພະເຈົ້າຈະໃຫ້ເຂົ້າຫວີດທີ່ຕຳແລ້ວ 20.000 ໂຄຣະ,2 ເຂົ້າບາເລ 20.000 ໂຄຣະ3, ເຫລົ້າອະງຸ່ນ 20.000 ບັດ4 ແລະ ນ້ຳມັນໝາກກອກ 20.000 ບັດ ແກ່ຄົນຮັບໃຊ້ຂອງທ່ານ”.
ກະສັດຮີຣາມແຫ່ງເມືອງຕີເຣໄດ້ສົ່ງຈົດໝາຍຕອບໂຊໂລໂມນວ່າ:
“ເພາະພຣະເຈົ້າຢາເວຮັກປະຊາຊົນຂອງພຣະອົງ, ພຣະອົງຈຶ່ງຕັ້ງທ່ານຂຶ້ນເປັນກະສັດຂອງພວກເຂົາ”.
ແລ້ວກະສັດຮີຣາມກ່າວເພີ່ມເຕີມອີກວ່າ:
“ຂໍຖວາຍສັນລະເສີນແກ່ພຣະເຈົ້າຢາເວ ພຣະເຈົ້າຂອງຄົນອິດສະຣາເອນ ຜູ້ໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ! ພຣະອົງໄດ້ໃຫ້ກະສັດດາວິດມີລູກຊາຍທີ່ມີສະຕິປັນຍາ, ມີພິກໄຫວ ແລະ ມີຄວາມສະຫລາດຫລັກແຫລມ, ເຊິ່ງເປັນຜູ້ທີ່ຈະສ້າງວິຫານສຳລັບພຣະເຈົ້າຢາເວ ແລະ ວັງຂອງເພິ່ນເອງ.
“ຂ້າພະເຈົ້າຈະສົ່ງຮູຣາມອາບີ ຊ່າງສີມືດີທີ່ສຸດໄປໃຫ້ທ່ານ, ແມ່ຂອງລາວມາຈາກເຜົ່າດານ ແລະ ພໍ່ມາຈາກຕີເຣ. ລາວໄດ້ຮັບການຝຶກຝົນໃນດ້ານການເຮັດເຄື່ອງຄຳ, ເງິນ, ທອງສຳລິດ, ເຫລັກ, ຫີນ ແລະ ໄມ້, ແລະ ເຮັດຜ້າສີມ່ວງ, ສີຟ້າ ແລະ ສີແດງເຂັ້ມພ້ອມທັງຜ້າລິນິນເນື້ອລະອຽດດີ. ລາວມີປະສົບການໃນການແກະສະຫລັກທຸກປະເພດ ແລະ ສາມາດເຮັດຕາມແບບທີ່ກຳນົດໄວ້. ລາວຈະເຮັດວຽກຮ່ວມກັນກັບນາຍຊ່າງສີມືດີຂອງທ່ານ ແລະ ບັນດາຄົນທີ່ດາວິດພໍ່ຂອງທ່ານຈັດໄວ້.
“ຂໍໃຫ້ທ່ານສົ່ງເຂົ້າຫວີດ, ເຂົ້າບາເລ, ເຫລົ້າອະງຸ່ນ ແລະ ນ້ຳມັນໝາກກອກມາໃຫ້ພວກຄົນຮັບໃຊ້ຂອງທ່ານຕາມທີ່ໄດ້ສັນຍາໄວ້, ແລະ ພວກຂ້າພະເຈົ້າຈະຕັດໄມ້ເປັນທ່ອນຈາກເລບານອນຕາມທີ່ທ່ານຕ້ອງການ, ແລະ ເຮັດເປັນແພໄຫລນໍ້າທະເລລົງມາທີ່ເມືອງຢົບປາ. ທ່ານກໍສາມາດຂົນໄມ້ຂຶ້ນໄປທີ່ເຢຣູຊາເລັມໄດ້”.
ໂຊໂລໂມນໄດ້ຈົດສຳມະໂນຄົນຕ່າງດ້າວທັງໝົດທີ່ອາໄສຢູ່ໃນອິດສະຣາເອນ ຕາມທີ່ດາວິດພໍ່ຂອງຕົນໄດ້ນັບຈໍານວນປະຊາຊົນ; ພວກເຂົາພົບວ່າມີຄົນຕ່າງດ້າວທັງໝົດມີ 153.600 ຄົນ. ເພິ່ນມອບໝາຍໃຫ້ 70.000 ຄົນເປັນຄົນແບກຫາມ, 80.000 ຄົນ ເຮັດໜ້າທີ່ແກະສະຫລັກຫີນໃນເຂດເນີນພູ, ພ້ອມທັງມີຜູ້ຄວບຄຸມງານ 3.600 ຄົນ.
Source notes (4)
- Footnote ພາສາເຮັບເຣີວ່າ ຮູຣາມ ເປັນອີກຮູບໜຶ່ງຂອງ ຮີຣາມ ເຊັ່ນດຽວກັບຂໍ້ 11
- Footnote ປະມານ 3.600 ໂຕນ
- Footnote ປະມານ 300 ໂຕນ
- Footnote ຄື ປະມານ 440.000 ລິດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.