Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 1

ໂຊໂລໂມນ​ຂໍ​ສະຕິປັນຍາ

(1ກສ 3:4-15; 10:26-29; 2ຂຄ 9:25-28)

ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ໄດ້​ສະຖາປານາ​ຕົນ​ຂຶ້ນ​ປົກຄອງ​ອານາຈັກ​ຂອງ​ເພິ່ນ​ຢ່າງ​ໝັ້ນຄົງ ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ຢູ່​ກັບ​ເພິ່ນ ແລະ ເຮັດ​ໃຫ້​ເພິ່ນ​ຍິ່ງໃຫຍ່​ກວ່າ​ຜູ້ໃດ.

ແລ້ວ​ໂຊໂລໂມນ​ໄດ້​ກ່າວ​ກັບ​ອິດສະຣາເອນ​ທັງໝົດ ບໍ່​ວ່າ​ຈະ​ເປັນ​ຜູ້ບັນຊາການ​ກອງພັນ ແລະ ບັນດາ​ຜູ້ບັນຊາການ​ກອງຮ້ອຍ, ບັນດາ​ຜູ້ພິພາກສາ, ບັນດາ​ຜູ້ນຳທັງໝົດ​ໃນ​ອິດສະຣາເອນ, ຫົວໜ້າ​ຕະກຸນ​ຕ່າງໆ ແລະ ໂຊໂລໂມນ​ກັບ​ປະຊາຊົນ​ທັງໝົດ​ທີ່​ມາ​ຊຸມນຸມ​ທັງໝົດ​ກໍ​ຂຶ້ນ​ໄປ​ທີ່​ສະຖານ​ບູຊາ​ເທິງ​ທີ່​ສູງ​ໃນ​ກີເບໂອນ. ເພາະ​ຫໍເຕັນ​ບ່ອນ​ຊຸມນຸມ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ, ເຊິ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ສ້າງ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ. ບັດນີ້ ດາວິດ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຈາກ​ກີຣີອາດ​ເຢອາຣີມ​ມາ​ໄວ້​ໃນ​ບ່ອນ​ທີ່​ດາວິດ​ໄດ້​ຈັດຕຽມ​ໄວ້ ເພາະ​ເພິ່ນ​ໄດ້​ຕັ້ງ​ຫໍເຕັນ​ສໍາລັບ​ໄວ້​ຫີບ​ພັນທະສັນຍາ​ໃນ​ເຢຣູຊາເລັມ. ສ່ວນ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ທອງສຳລິດ​ທີ່​ເບຊາເລນ​ລູກຊາຍ​ຂອງ​ອູຣິ, ຫລານຊາຍ​ຂອງ​ຮູເຣ​ໄດ້​ສ້າງ​ຂຶ້ນ​ແມ່ນ​ຢູ່​ໃນ​ກີເບໂອນ​ຢູ່​ຕໍ່ໜ້າ​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ; ດັ່ງນັ້ນ ໂຊໂລໂມນ ແລະ ປະຊາຊົນ​ທີ່​ມາ​ຊຸມນຸມ​ຈຶ່ງ​ມາ​ຖາມ​ພຣະອົງ​ຢູ່​ທີ່​ນັ້ນ ໂຊໂລໂມນ​ຂຶ້ນ​ໄປ​ທີ່​ແທ່ນບູຊາ​ທອງສຳລິດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ ໄດ້​ຖວາຍ​ສັດ​ໜຶ່ງ​ພັນ​ໂຕ​ເປັນ​ເຄື່ອງເຜົາ​ຖວາຍບູຊາ​ຢູ່​ເທິງ​ແທ່ນບູຊາ.

ໃນ​ຄືນ​ນັ້ນ ພຣະເຈົ້າ​ກໍ​ໄດ້​ປາກົດ​ແກ່​ໂຊໂລໂມນ ແລະ ກ່າວ​ກັບ​ເພິ່ນ​ວ່າ “ຈົ່ງ​ຂໍ​ສິ່ງ​ທີ່​ເຈົ້າ​ຕ້ອງການ ແລ້ວ​ເຮົາ​ຈະ​ໃຫ້​ເຈົ້າ”.

ໂຊໂລໂມນ​ໄດ້​ຕອບ​ພຣະເຈົ້າ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ແກ່​ດາວິດ ພໍ່​ຂອງ​ຂ້ານ້ອຍ ແລະ ໄດ້​ຕັ້ງ​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ. ບັດນີ້ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຈົ່ງ​ຢືນຢັນ​ຄຳສັນຍາ​ຂອງ​ພຣະອົງ​ທີ່​ໄດ້​ໃຫ້​ໄວ້​ກັບ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຕັ້ງ​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ເໜືອ​ປະຊາຊົນ​ຢ່າງ​ຫລວງຫລາຍ​ເໝືອນດັ່ງ​ຂີ້ຝຸ່ນ​ດິນ​ຢູ່​ໃນ​ແຜ່ນດິນໂລກ. ຂໍ​ໃຫ້​ສະຕິປັນຍາ ແລະ ຄວາມ​ຮອບຮູ້​ແກ່​ຂ້ານ້ອຍ​ດ້ວຍ, ເພື່ອ​ຂ້ານ້ອຍ​ຈະ​ໄດ້​ນຳ​ປະຊາຊົນ​ເຫລົ່ານີ້, ເພາະ​ບໍ່​ມີ​ຜູ້ໃດ​ຈະ​ສາມາດ​ປົກຄອງ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຂອງ​ພຣະອົງ​ນີ້​ໄດ້?”

ພຣະເຈົ້າ​ໄດ້​ກ່າວ​ກັບ​ໂຊໂລໂມນ​ວ່າ, “ເພາະ​ນີ້​ແມ່ນ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ເຈົ້າ ແລະ ເຈົ້າ​ບໍ່​ໄດ້​ຂໍ​ຄວາມ​ຮັ່ງມີ, ຊັບສົມບັດ ຫລື ກຽດຕິຍົດ, ບໍ່​ໄດ້​ຂໍ​ຄວາມຕາຍ​ໃຫ້​ແກ່​ບັນດາ​ສັດຕູ​ຂອງ​ເຈົ້າ ແລະ ເພາະ​ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ມີ​ອາຍຸ​ຍືນຍາວ ແຕ່​ຂໍ​ສະຕິປັນຍາ ແລະ ຄວາມ​ຮອບຮູ້​ເພື່ອ​ທີ່​ຈະ​ປົກຄອງ​ປະຊາຊົນ​ຂອງ​ເຮົາ, ເຊິ່ງ​ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ກະສັດ​ເໜືອ​ພວກເຂົາ, ເຫດສະນັ້ນ ເຮົາ​ຈະ​ໃຫ້​ສະຕິປັນຍາ ແລະ ຄວາມ​ຮອບ​ຮູ້​ແກ່​ເຈົ້າ. ແລ້ວ​ເຮົາ​ຈະ​ໃຫ້​ຄວາມຮັ່ງມີ, ຊັບສົມບັດ ແລະ ກຽດຕິຍົດ​ແກ່​ເຈົ້າ, ເຊິ່ງ​ບໍ່​ມີ​ກະສັດ​ອົງໃດ​ເຄີຍ​ມີ​ມາ​ກ່ອນ ແລະ ຈະ​ບໍ່​ມີ​ກະສັດ​ອົງ​ໃດ​ມີ​ເໝືອນ​ເຈົ້າ”.

ຫລັງ​ຈາກ​ນັ້ນ ໂຊໂລໂມນ​ຈຶ່ງ​ໄດ້​ອອກ​ຈາກ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທີ່​ກີເບໂອນ, ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້​ກັບ​ໄປ​ທີ່​ເຢຣູຊາເລັມ. ແລະ ເພິ່ນ​ໄດ້​ປົກຄອງ​ອິດສະຣາເອນ.

ໂຊໂລໂມນ​ໄດ້​ສະສົມ​ລົດມ້າ ແລະ ມ້າ; ເພິ່ນ​ມີ​ລົດມ້າ​ຈຳນວນ 1.400 ຄັນ ແລະ ມ້າ​ຈຳນວນ 12.000 ໂຕ ເຊິ່ງ​ເພິ່ນ​ໄດ້​ເກັບ​ບາງ​ສ່ວນ​ໄວ້​ທີ່​ຫົວ​ເມືອງ​ຕ່າງໆ​ທີ່​ໃຊ້​ເກັບ​ລົດມ້າ​ໄວ້ ແລະ ບາງ​ສ່ວນ​ກັບ​ໄວ້​ຢູ່​ກັບ​ເພິ່ນ​ທີ່​ເຢຣູຊາເລັມ. ກະສັດ​ເຮັດ​ໃຫ້​ເງິນ ແລະ ຄໍາ​ໃນ​ເຢຣູຊາເລັມ​ໃຫ້​ຖືວ່າ​ເປັນ​ເລື່ອງ​ທໍາມະດາ​ເໝືອນດັ່ງ​ກ້ອນຫີນ ແລະ ມີ​ໄມ້ສີດາ​ກໍ​ມີ​ຢ່າງ​ຫລວງຫລາຍ​ເໝືອນດັ່ງ​ຕົ້ນ​ໝາກເດື່ອ​ຢູ່​ຕາມ​ຕີນ​ພູ. ຝູງມ້າ​ຂອງ​ໂຊໂລໂມນ​ນັ້ນ​ນຳ​ເຂົ້າ​ຈາກ​ເອຢິບ1 ແລະ ຈາກ​ກູເອ,2 ຄື​ພໍ່ຄ້າ​ຫລວງ​ໄດ້​ຊື້​ມາ​ຈາກ​ກູເອ​ໃນ​ລາຄາ​ປັດຈຸບັນ. ພວກເຂົາ​ນຳ​ເຂົ້າ​ລົດມ້າ​ແຕ່ລະ​ຄັນ​ມາ​ຈາກ​ເອຢິບ​ມີ​ລາຄາ 600 ເຊເຂວ3 ແລະ ມ້າ​ລາຄາ​ໂຕ​ລະ 150 ເຊເຂວ. ພວກເຂົາ​ຍັງ​ສົ່ງ​ຝູງມ້າ ແລະ ລົດຮົບ​ອອກ​ໄປ​ຂາຍ​ໃຫ້​ກະສັດ​ທັງຫລາຍ​ຂອງ​ຊາວຮິດຕີ ແລະ ຂອງ​ຊາວອາຣາມ​ດ້ວຍ.

Source notes (3)
  1. Footnote ຫລື ອາດຈະ​ເປັນ ມູຊູ ເຊິ່ງ​ເປັນ​ເຂດ​ໜຶ່ງ​ໃນ​ຊິລິເຊຍ ເຊັ່ນ​ດຽວ​ກັບ​ຂໍ້ 17
  2. Footnote ອາດ​ຈະ​ເປັນ ກີລີເກຍ
  3. Footnote ຫລື 6,9 ກິໂລກຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.