Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 29

ເຄື່ອງ​ຖວາຍ​ສຳລັບ​ສ້າງ​ວິຫານ

ຈາກນັ້ນ ກະສັດ​ດາວິດ​ກ່າວ​ຕໍ່​ທີ່​ປະຊຸມ​ທັງໝົດ​ວ່າ: “ໂຊໂລໂມນ​ລູກຊາຍ​ຂອງ​ພໍ່, ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ຍັງ​ໜຸ່ມ ແລະ ຂາດ​ປະສົບການ. ວຽກງານ​ກໍ​ໃຫຍ່​ຫລາຍ, ເພາະ​ສິ່ງ​ກໍ່ສ້າງ​ທີ່​ຍິ່ງໃຫຍ່​ນີ້​ບໍ່​ແມ່ນ​ສ້າງ​ຂຶ້ນ​ເພື່ອ​ມະນຸດ ແຕ່​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ. ຂ້າພະເຈົ້າ​ໄດ້​ຈັດຕຽມ​ຊັບພະຍາກອນ​ຕ່າງໆ​ໄວ້​ສຸດ​ຄວາມ​ສາມາດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ​ຄື: ຄຳ, ເງິນ, ທອງສຳລິດ, ເຫລັກ, ໄມ້, ຫີນ​ມີ​ຄ່າ, ພອຍ​ສີຟ້າ1 ສຳລັບ​ປະດັບປະດາ ແລະ ຫີນລາຍ​ສີ​ຕ່າງໆ ແລະ ຫີນອ່ອນ​ເປັນ​ຈຳນວນ​ຫລວງຫລາຍ. ນອກຈາກ​ສິ່ງ​ທັງໝົດ​ນີ້, ໃນ​ການ​ອຸທິດຕົວ​ຂອງ​ຂ້າພະເຈົ້າ​ເພື່ອ​ວິຫານ​ຂອງ​ພຣະເຈົ້າ. ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ຄໍາ ແລະ ເງິນ ທີ່​ເປັນ​ຊັບສົມບັດ​ສ່ວນຕົວ​ຂອງ​ຂ້າພະເຈົ້າ​ເພື່ອ​ການ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ, ນອກຈາກ​ສິ່ງ​ທັງປວງ​ນີ້​ແລ້ວ ຂ້າພະເຈົ້າ​ໄດ້​ຈັດຕຽມ​ສິ່ງ​ນີ້ໄວ້​ສໍາລັບ​ວິຫານ​ອັນ​ສັກສິດ​ນີ້​ຄື: ຄຳ​ສາມພັນ​ຕະລັນຕົນ2 (ຄຳ​ຈາກ​ໂອຟີ) ແລະ ເງິນ​ບໍລິສຸດ​ເຈັດ​ພັນ​ຕະລັນຕົນ3 ສຳລັບ​ໃຊ້​ຕົບແຕ່ງ​ຝາ​ຂອງ​ວິຫານ, ສຳລັບ​ສິ່ງຂອງ​ຕ່າງ​ທີ່​ເຮັດ​ດ້ວຍ​ຄໍາ ແລະ ເງິນ​ແມ່ນ​ພວກ​ຊ່າງສີມື​ຈະ​ລົງ​ມື​ເຮັດ. ບັດນີ້ ມີ​ຜູ້ໃດ​ແດ່​ທີ່​ເຕັມໃຈ​ຈະ​ອຸທິດ​ຕົນເອງ​ແກ່​ພຣະເຈົ້າຢາເວ​ໃນ​ມື້ນີ້?”

ບັນດາ​ຜູ້ນຳ​ຂອງ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຂອງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ, ບັນດາ​ຜູ້ບັນຊາການ​ກອງພັນ ແລະ ບັນດາ​ຜູ້ບັນຊາການ​ກອງຮ້ອຍ, ແລະ ບັນດາ​ຂ້າລາຊະການ​ຮັບຜິດຊອບ​ວຽກງານ​ຂອງ​ກະສັດ​ຈຶ່ງ​ພາ​ກັນ​ໃຫ້​ດ້ວຍ​ຄວາມ​ເຕັມໃຈ. ພວກເຂົາ​ໄດ້​ມອບ​ຄຳ​ໜັກ 5.000 ຕະລັນຕົນ4 ກັບ​ອີກ 10.000 ດາລິກ,5 ເງິນ​ໜັກ 10.000 ຕະລັນຕົນ6 ແລະ ທອງສຳລິດ​ໜັກ 18.000 ຕະລັນຕົນ7 ແລະ ເຫລັກ​ໜັກ 100.000 ຕະລັນຕົນ.8 ຜູ້ໃດ​ທີ່​ມີ​ເພັດນິນຈິນດາ​ກໍ​ນຳ​ມາ​ຖວາຍ​ທີ່​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ຢູ່​ໃນ​ການ​ດູແລ​ເບິ່ງແຍງ​ຂອງ​ເຢຮີເອນ​ຊາວເກໂຊນ. ປະຊາຊົນ​ພາ​ກັນ​ຊື່ນຊົມຍິນດີ​ກັບ​ການ​ຕອບ​ສະໜອງ​ຂອງ​ບັນດາ​ຜູ້ນຳ​ຂອງ​ຕົນ, ພວກເຂົາ​ໄດ້​ຖວາຍ​ດ້ວຍ​ຄວາມ​ເຕັມໃຈ ແລະ ຖວາຍ​ດ້ວຍ​ສຸດໃຈ​ແກ່​ພຣະເຈົ້າຢາເວ. ກະສັດ​ດາວິດ​ກໍ​ມີ​ຄວາມ​ຊື່ນຊົມ​ຍິນດີ​ຫລາຍ​ທີ່ສຸດ.

ຄຳ​ອະທິຖານ​ຂອງ​ດາວິດ

ດາວິດ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ຕໍ່ໜ້າ​ທີ່​ປະຊຸມ​ທັງຫລາຍ​ວ່າ,

“ຂ້າ​ແດ່​ພຣະເຈົ້າ​ຢາເວ, ຂໍ​ໃຫ້​ຄໍາ​ສັນລະເສີນ​ເປັນ​ຂອງ​ພຣະອົງ,

ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ

ຂໍ​ໃຫ້​ຄໍາ​ສັນລະເສີນ​ເປັນ​ຂອງ​ພຣະອົງ​ຕະຫຼອດ​ໄປ.

ຂ້າ​ແດ່​ພຣະເຈົ້າ​ຢາເວ, ຄວາມ​ຍິ່ງໃຫຍ່, ລິດອໍານາດ ແລະ ອໍານາດ

ແລະ ສະຫງ່າລາສີ ບາລະມີ ແລະ ຄວາມ​ງາມສະຫງ່າ ຈົ່ງ​ເປັນ​ຂອງ​ພຣະອົງ,

ທຸກສິ່ງ​ໃນ​ຟ້າ​ສະຫວັນ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ເປັນ​ຂອງ​ພຣະອົງ.

ຂ້າ​ແດ່, ພຣະເຈົ້າ​ຢາເວ, ອານາຈັກ​ເປັນ​ຂອງ​ພຣະອົງ;

ພຣະອົງ​ເປັນ​ທີ່​ຍົກຍ້ອງ​ໃນ​ຖານະ​ກະສັດ​ປົກຄອງ​ເໜືອ​ສັບພະທຸກສິ່ງ.

ຄວາມ​ຮັ່ງມີ ແລະ ກຽດຕິຍົດ​ມາ​ຈາກ​ພຣະອົງ;

ພຣະອົງ​ເປັນ​ຜູ້ປົກຄອງ​ເໜືອ​ສັບພະທຸກສິ່ງ.

ພະລັງ ແລະ ລິດອຳນາດ​ຢູ່​ໃນ​ມື​ຂອງ​ພຣະອົງ

ເພື່ອ​ຍົກຍ້ອງ ແລະ ໃຫ້​ກຳລັງ​ແກ່​ທຸກຄົນ.

ຂ້າແດ່, ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ, ພວກ​ຂ້ານ້ອຍ​ຂອບຄຸນ​ພຣະອົງ,

ແລະ ສັນລະເສີນ​ນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.

“ແຕ່​ຂ້ານ້ອຍ​ແມ່ນ​ຜູ້ໃດ, ແລະ ປະຊາຊົນ​ຂອງ​ຂ້ານ້ອຍ​ແມ່ນ​ຜູ້ໃດ, ທີ່​ຈະ​ສາມາດ​ຖວາຍ​ແກ່​ພຣະອົງ​ຢ່າງ​ເຕັມ​ໃຈ​ເຊັ່ນ​ນີ້? ທຸກສິ່ງ​ມາ​ຈາກ​ພຣະອົງ, ແລະ ພວກ​ຂ້ານ້ອຍ​ພຽງ​ແຕ່​ຖວາຍ​ສິ່ງ​ທີ່​ມາ​ຈາກ​ມື​ຂອງ​ພຣະອົງ. ພວກ​ຂ້ານ້ອຍ​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນແປກໜ້າ​ເໝືອນ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໃນ​ສາຍຕາ​ຂອງ​ພຣະອົງ. ວັນ​ເວລາ​ຂອງ​ພວກ​ຂ້ານ້ອຍ​ໃນ​ໂລກ​ນີ້​ກໍ​ເໝືອນ​ເງົາ ທີ່​ບໍ່ມີ​ຄວາມ​ຫວັງ. ຂ້າ​ແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ, ຊັບສົມບັດ​ທັງໝົດ​ນີ້​ທີ່​ຂ້ານ້ອຍ​ໄດ້​ຈັດຕຽມ​ໄວ້​ນັ້ນ ເພື່ອ​ສ້າງ​ວິຫານ​ສຳລັບ​ນາມ​ອັນ​ບໍລິສຸດ​ຂອງ​ພຣະອົງ​ກໍ​ມາ​ຈາກ​ມື​ຂອງ​ພຣະອົງ, ແລະ ທຸກສິ່ງ​ທຸກ​ຢ່າງ​ກໍ​ເປັນ​ຂອງ​ພຣະອົງ​ທັງ​ສິ້ນ. ຂ້າແດ່​ພຣະເຈົ້າ, ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ ແລະ ພໍໃຈ​ໃນ​ຄວາມ​ສັດຊື່. ຂ້ານ້ອຍ​ຖວາຍ​ສິ່ງ​ທັງໝົດ​ເຫລົ່ານີ້​ດ້ວຍ​ຄວາມ​ເຕັມໃຈ ແລະ ດ້ວຍ​ໃຈ​ທີ່​ບໍລິສຸດ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ຄວາມ​ຊື່ນຊົມຍິນດີ​ທີ່​ປະຊາຊົນ​ຂອງ​ພຣະອົງ​ຢູ່​ທີ່ນີ້​ຖວາຍ​ດ້ວຍ​ຄວາມ​ເຕັມໃຈ. ຂ້າ​ແດ່​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ອິດສະຣາເອນ, ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ, ຂໍ​ໂຜດ​ຮັກສາ​ຄວາມ​ປາຖະໜາ ແລະ ຄວາມຄິດ​ເຫລົ່ານີ້​ໄວ້​ໃນ​ຈິດໃຈ​ຕະຫລອດໄປ, ແລະ ຮັກສາ​ຈິດໃຈ​ທີ່​ຈົ່ງ​ຮັກ​ພັກ​ດີ​ຕໍ່​ພຣະອົງ​ຕະຫລອດໄປ​ເທີນ. ແລະ ຂໍ​ໂຜດ​ໃຫ້​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ອຸທິດ​ຢ່າງ​ໝົດ​ໃຈ​ທີ່​ຈະ​ປະຕິບັດ​ຕາມ​ຂໍ້​ຄໍາ​ສັ່ງ, ກົດໝາຍ ແລະ ຂໍ້​ກໍາ​ນົດ​ຂອງ​ພຣະອົງ​ໃນ​ການ​ເຮັດ​ທຸກສິ່ງ​ສໍາລັບ​ການ​ກໍ່ສ້າງ​ທີ່​ຍິ່ງ​ໃຫຍ່​ນີ້ ທີ່​ຂ້ານ້ອຍ​ໄດ້​ຈັດຕຽມ​ໄວ້​ແລ້ວ”.

ແລ້ວ​ດາວິດ​ກ່າວ​ກັບ​ປະຊາຊົນ​ທີ່​ມາ​ຊຸມນຸມ​ທັງໝົດ​ວ່າ, “ຈົ່ງ​ສັນເສີນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ”. ດັ່ງນັ້ນ ພວກເຂົາ​ທັງໝົດ​ກໍ​ສັນລະເສີນ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຂົາ; ພວກເຂົາ​ໄດ້​ກາບລົງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ກະສັດ​ຂອງ​ພວກຕົນ.

ໂຊໂລໂມນ​ຂຶ້ນ​ເປັນ​ກະສັດ

(1ກສ 1:28-53)

ວັນ​ຕໍ່ມາ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ ແລະ ເຜົາ​ຖວາຍບູຊາ​ແກ່​ພຣະອົງ​ມີ​ດັ່ງນີ້: ງົວເຖິກ​ໜຶ່ງພັນ​ໂຕ, ແກະເຖິກ​ໜຶ່ງພັນ​ໂຕ ແລະ ລູກແກະ​ໜຶ່ງພັນ​ໂຕ, ພ້ອມທັງ​ຖວາຍ​ເຫລົ້າ​ອະງຸ່ນ ແລະ ເຄື່ອງບູຊາ​ອື່ນໆ​ຢ່າງ​ຫລວງຫລາຍ​ແກ່​ພຣະເຈົ້າ​ຢາເວ​ສຳລັບ​ອິດສະຣາເອນ​ທັງໝົດ. ໃນ​ວັນ​ນັ້ນ, ພວກເຂົາ​ໄດ້​ກິນ ແລະ ດື່ມ​ດ້ວຍ​ຄວາມ​ຊື່ນຊົມຍິນດີ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.

ຈາກນັ້ນ ພວກເຂົາ​ໄດ້​ຍອມຮັບ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ຂຶ້ນ​ເປັນ​ກະສັດ​ເປັນ​ຄັ້ງ​ທີ​ສອງ, ພວກເຂົາ​ແຕ່ງຕັ້ງ​ລາວ​ຂຶ້ນ​ເປັນ​ຜູ້​ປົກຄອງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ແຕ່ງຕັ້ງ​ຊາດົກ​ເປັນ​ປະໂລຫິດ. ດັ່ງນັ້ນ ໂຊໂລໂມນ​ຈຶ່ງ​ຂຶ້ນ​ນັ່ງ​ເທິງ​ບັນລັງ​ທີ່​ພຣະເຈົ້າຢາເວ​ຕັ້ງ​ໄວ້​ແທນ​ດາວິດ​ພໍ່​ຂອງ​ເພິ່ນ. ເພິ່ນ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ ແລະ ອິດສະຣາເອນ​ທັງໝົດ​ກໍ​ເຊື່ອຟັງ​ເພິ່ນ. ບັນດາ​ຂ້າ​ລາຊະການ​ທັງໝົດ ແລະ ພວກ​ນັກສູ້ຮົບ, ຕະຫລອດ​ຈົນ​ເຖິງ​ລູກຊາຍ​ທັງໝົດ​ຂອງ​ກະສັດ​ດາວິດ, ຕ່າງ​ກໍ​ໄດ້​ສັນຍາ​ວ່າ​ຈະ​ຍອມ​ເຊື່ອຟັງ​ຕໍ່​ກະສັດ​ໂຊໂລໂມນ.

ພຣະເຈົ້າຢາເວ​ໄດ້​ຍົກ​ຊູ​ໂຊໂລໂມນ​ຂຶ້ນ​ສູງ​ໃນ​ສາຍຕາ​ປະຊາຊົນ​ອິດສະຣາເອນ​ທັງໝົດ ແລະ ໄດ້​ປະທານ​ກຽດ​ອັນສະຫງ່າງາມ​ໃຫ້​ແກ່​ເພິ່ນ ທີ່​ບໍ່​ມີ​ກະສັດ​ອິດສະຣາເອນ​ຄົນ​ໃດ​ເຄີຍ​ມີ​ມາ​ກ່ອນ.

ການຕາຍ​ຂອງ​ດາວິດ

(1ກສ 2:10-12)

ດາວິດ​ລູກຊາຍ​ຂອງ​ເຢຊີ​ໄດ້​ປົກຄອງ​ທົ່ວ​ອິດສະຣາເອນ. ເພິ່ນ​ໄດ້​ປົກຄອງ​ອິດສະຣາເອນ​ເປັນ​ເວລາ 40 ປີ, ເພິ່ນ​ໄດ້​ປົກຄອງ​ໃນ​ເມືອງ​ເຮັບໂຣນ 7 ປີ ແລະ ໃນ​ເຢຣູຊາເລັມ 33 ປີ. ດາວິດ​ໄດ້​ຕາຍ​ໄປ​ເມື່ອ​ເຖົ້າ​ແກ່​ຊະລາ​ຫລາຍ​ແລ້ວ. ມີ​ຄວາມ​ຊື່ນຊົມຍິນດີ​ກັບ​ຊີວິດ​ຍືນ​ຍາວ, ກຽດຕິຍົດ ແລະ ຄວາມ​ຮັ່ງມີ. ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.

ເຫດການ​ຕ່າງໆ​ໃນ​ໄລຍະ​ການ​ປົກຄອງ​ຂອງ​ກະສັດ​ດາວິດ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ, ພວກເຂົາ​ໄດ້​ບັນທຶກ​ໄວ້​ໃນ​ບົດບັນທຶກ​ຂອງ​ຜູ້ທຳນວາຍ​ຊາມູເອນ, ໃນ​ບົດບັນທຶກ​ຂອງ​ຜູ້ທຳນວາຍ​ນາທານ ແລະ ໃນ​ບົດບັນທຶກ​ຂອງ​ຜູ້ທຳນວາຍ​ກາດ, ພ້ອມ​ທັງ​ລາຍລະອຽດ​ກ່ຽວກັບ​ການ​ປົກຄອງ, ອໍານາດ​ຂອງ​ເພິ່ນ ແລະ ເຫດການ​ທັງໝົດ​ທີ່​ເກີດ​ຂຶ້ນ​ກັບ​ເພິ່ນ ແລະ ອິດສະຣາເອນ ກັບ ອານາຈັກ​ອື່ນໆ​ທັງໝົດ.

Source notes (8)
  1. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  2. Footnote ພາສາ​ເຮັບເຣີ​ວ່າ 3.000 ຕະລັນຕົນ
  3. Footnote ພາສາ​ເຮັບເຣີ​ວ່າ 7.000 ຕະລັນຕົນ
  4. Footnote ປະມານ 190 ໂຕນ
  5. Footnote ປະມານ 84 ກິໂລກຣາມ
  6. Footnote ປະມານ 380 ໂຕນ
  7. Footnote ປະມານ 675 ໂຕນ
  8. Footnote ປະມານ 3.800 ໂຕນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.