Biblica® Open Lao Contemporary Version
1 ຂ່າວຄາວ 28
ແຜນການຂອງດາວິດໃນການສ້າງວິຫານ
ດາວິດເອີ້ນຂ້າລາຊະການທັງໝົດຂອງອິດສະຣາເອນໃຫ້ຊຸມນຸມກັນທີ່ເຢຣູຊາເລັມຄື: ຂ້າລາຊະການທີ່ປົກຄອງເຜົ່າຕ່າງໆ, ບັນດາຜູ້ບັນຊາການໝວດຕ່າງໆໃນການຮັບໃຊ້ກະສັດ, ຜູ້ບັນຊາການກອງພັນ ແລະ ບັນດາຜູ້ບັນຊາການກອງຮ້ອຍ, ຜູ້ດູແລຮັບຜິດຊອບຊັບສົມບັດທັງໝົດ ແລະ ສັດຕ່າງໆທີ່ເປັນຂອງກະສັດ ແລະ ຂອງລູກຊາຍຂອງເພິ່ນ, ພ້ອມທັງຂ້າຣາຊການໃນວັງ, ບັນດານັກສູ້ຮົບ ແລະ ພວກທະຫານທີ່ກ້າຫານ.
ດາວິດໄດ້ລຸກຢືນຂຶ້ນ ແລະ ກ່າວວ່າ: “ພີ່ນ້ອງຊາວອິດສະຣາເອນທັງຫລາຍຂອງຂ້າພະເຈົ້າ, ຈົ່ງຟັງຂ້າພະເຈົ້າ, ປະຊາຊົນຂອງຂ້າພະເຈົ້າ. ຂ້າພະເຈົ້າຕັ້ງໃຈຈະສ້າງວິຫານເພື່ອເປັນບ່ອນໄວ້ຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ ແລະ ເປັນບ່ອນຮອງຕີນພຣະເຈົ້າຂອງພວກເຮົາ, ແລະ ຂ້າພະເຈົ້າໄດ້ຈັດຕຽມການກໍ່ສ້າງໄວ້ແລ້ວ. ແຕ່ພຣະເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ, ‘ເຈົ້າຈະສ້າງວິຫານສຳລັບນາມຊື່ຂອງເຮົາບໍ່ໄດ້, ເພາະເຈົ້າເປັນນັກຮົບ ແລະ ໄດ້ເຮັດໃຫ້ເລືອດຕົກຢ່າງຫລວງຫລາຍ’.
“ແຕ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ເລືອກຂ້າພະເຈົ້າຈາກຄົນທັງໝົດໃນຄອບຄົວຂອງຂ້າພະເຈົ້າໃຫ້ຂຶ້ນມາເປັນກະສັດປົກຄອງອິດສະຣາເອນຕະຫລອດໄປ. ພຣະອົງໄດ້ເລືອກຕະກຸນຢູດາເປັນຜູ້ນຳ ແລະ ຈາກເຜົ່າຢູດາໄດ້ເລືອກຄອບຄົວຂອງຂ້າພະເຈົ້າ, ແລະ ຈາກບັນດາລູກຊາຍຂອງພໍ່ຂອງຂ້າພະເຈົ້າ ພຣະອົງພໍໃຈທີ່ຈະແຕ່ງຕັ້ງຂ້າພະເຈົ້າເປັນກະສັດປົກຄອງເໜືອອິດສະຣາເອນທັງໝົດ. ສ່ວນບັນດາລູກຊາຍຂອງຂ້າພະເຈົ້າ, ພຣະເຈົ້າຢາເວໄດ້ໃຫ້ຂ້າພະເຈົ້າມີລູກຊາຍຫລວງຫລາຍ ພຣະອົງໄດ້ເລືອກເອົາໂຊໂລໂມນໃຫ້ຂຶ້ນນັ່ງເທິງບັນລັງແຫ່ງອານາຈັກຂອງພຣະເຈົ້າຢາເວ ປົກຄອງອິດສະຣາເອນ. ພຣະອົງກ່າວກັບຂ້າພະເຈົ້າວ່າ: ‘ໂຊໂລໂມນລູກຊາຍຂອງເຈົ້າ ເປັນຜູ້ທີ່ຈະສ້າງວິຫານຂອງເຮົາ ແລະ ເດີ່ນວິຫານຂອງເຮົາ, ເພາະເຮົາໄດ້ເລືອກເອົາລາວໃຫ້ເປັນລູກຊາຍຂອງເຮົາ ແລະ ເຮົາຈະເປັນພໍ່ຂອງລາວ. ເຮົາຈະຕັ້ງອານາຈັກຂອງລາວໃຫ້ໝັ້ນຄົງຢູ່ຕະຫລອດໄປ ຖ້າລາວບໍ່ຫັນໜີຈາກການປະຕິບັດຕາມກົດບັນຍັດ ແລະ ຄຳສັ່ງຂອງເຮົາ, ດັ່ງທີ່ລາວປະຕິບັດຢູ່ໃນເວລານີ້’.
“ສະນັ້ນ ບັດນີ້ຂ້າພະເຈົ້າຂໍສັ່ງພວກເຈົ້າຕໍ່ໜ້າປະຊາຊົນອິດສະຣາເອນທັງໝົດ ແລະ ຕໍ່ໜ້າທີ່ປະຊຸມຂອງພຣະເຈົ້າຢາເວ, ແລະ ຕໍ່ໜ້າພຣະເຈົ້າຂອງພວກເຮົາວ່າ: ຈົ່ງເອົາໃຈໃສ່ປະຕິບັດຕາມຂໍ້ຄໍາສັ່ງທຸກປະການຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ເພື່ອພວກເຈົ້າຈະໄດ້ຄອບຄອງດິນແດນອັນອຸດົມສົມບູນນີ້ ແລະ ສືບທອດເປັນມໍລະດົກແກ່ເຊື້ອສາຍຂອງພວກເຈົ້າຕະຫລອດໄປ.
“ແລະ ເຈົ້າ, ໂຊໂລໂມນລູກຂອງພໍ່, ຈົ່ງຍອມຮັບຮູ້ພຣະເຈົ້າຂອງພໍ່ ແລະ ຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍການອຸທິດຕົນຢ່າງສຸດໃຈ ແລະ ດ້ວຍສຸດຄວາມຄິດຢ່າງເຕັມໃຈ, ເພາະພຣະເຈົ້າຢາເວສະແຫວງຫາໝົດທັງຫົວໃຈ ແລະ ເຂົ້າໃຈທຸກຄວາມປາຖະໜາ ແລະ ຄວາມຄິດທຸກຢ່າງ. ຖ້າເຈົ້າສະແຫວງຫາພຣະອົງ, ເຈົ້າກໍຈະພົບພຣະອົງ; ແຕ່ຖ້າເຈົ້າປະຖິ້ມພຣະອົງ ພຣະອົງກໍຈະປະຕິເສດເຈົ້າຕະຫລອດໄປ. ບັດນີ້ ຈົ່ງຕຶກຕອງເບິ່ງ, ເພາະພຣະເຈົ້າຢາເວໄດ້ເລືອກເອົາເຈົ້າໃຫ້ເປັນຜູ້ສ້າງວິຫານເປັນບ່ອນສັກສິດ. ຈົ່ງເຂັ້ມແຂງ ແລະ ເຮັດວຽກນີ້ເທີ້ນ”.
ແລ້ວດາວິດໄດ້ມອບແຜນຜັງການກໍ່ສ້າງວິຫານ ແລະ ແຜນຜັງຕຶກອາຄານສ່ວນຕ່າງໆ, ຫ້ອງເກັບເຄື່ອງຕ່າງໆ, ຫ້ອງຊັ້ນເທິງ, ຫ້ອງຊັ້ນໃນ ແລະ ຫ້ອງສຳລັບທີ່ນັ່ງແຫ່ງພຣະຄຸນສຳລັບໂຊໂລໂມນ. ເພິ່ນໄດ້ມອບແຜນຜັງທັງໝົດທີ່ພຣະວິນຍານໄດ້ໃຫ້ໃນຄວາມຄິດຂອງເພິ່ນສຳລັບລະບຽງທີ່ຢູ່ທາງດ້ານໜ້າຂອງວິຫານຂອງພຣະເຈົ້າຢາເວ ແລະ ຫ້ອງຕ່າງໆທີ່ອ້ອມຮອບ ເພື່ອເກັບຊັບສົມບັດຂອງວິຫານຂອງພຣະເຈົ້າຢາເວໄວ້ ແລະ ສິ່ງຂອງຕ່າງໆທີ່ນຳມາອຸທິດຖວາຍ. ເພິ່ນໄດ້ມອບຄໍາແນະນໍາໃຫ້ໂຊໂລໂມນກ່ຽວກັບການແບ່ງໜ້າທີ່ຂອງບັນດາປະໂລຫິດ ແລະ ຂອງພວກເລວີ ແລະ ວຽກງານທັງໝົດກ່ຽວກັບການຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວ, ຕະຫຼອດຈົນເຖິງເຄື່ອງໃຊ້ທຸກຢ່າງທີ່ໃຊ້ໃນວິຫານ. ເພິ່ນໄດ້ກຳນົດນ້ຳໜັກຄໍາ ແລະ ເງິນເພື່ອເຮັດເຄື່ອງໃຊ້ປະເພດຕ່າງໆຄື ນ້ຳໜັກຄຳສຳລັບເຮັດຕີນຮອງຕະກຽງຄໍາ ແລະ ໜ່ວຍຕະກຽງ ພ້ອມທັງນ້ຳໜັກຂອງຕີນຕະກຽງ ແລະ ໜ່ວຍຕະກຽງ; ນ້ຳໜັກເງິນສຳລັບເຮັດຕີນຕະກຽງເງິນ ແລະ ໜ່ວຍຕະກຽງແຕ່ລະໜ່ວຍຕາມການນໍາໃຊ້ຂອງຕະກຽງແຕ່ລະໜ່ວຍ. ນ້ຳໜັກຄຳສຳລັບເຮັດໂຕະແຕ່ລະໜ່ວຍເພື່ອວາງເຂົ້າຈີ່ສັກສິດ; ນ້ຳໜັກເງິນສຳລັບເຮັດໂຕະເງິນ. ນ້ຳໜັກຄຳສົດສຳລັບເຮັດສ້ອມຖ້ວຍ ແລະ ໂຖນໍ້າ; ນ້ຳໜັກຄຳສໍາລັບເຮັດຈານຄໍາ ແລະ ຈານເງິນແຕ່ລະໃບ; ແລະ ນ້ຳໜັກຄໍາຫລອມບໍລິສຸດສຳລັບເຮັດແທ່ນບູຊາ. ເພື່ອເຜົາເຄື່ອງຫອມ. ເພິ່ນຍັງໄດ້ເອົາແຜນຜັງເຮັດລົດມ້າ ທີ່ເປັນຮູບເຄຣຸບຄຳທີ່ພືປີກຂອງພວກມັນອອກປົກຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວ.
ດາວິດໄດ້ເວົ້າວ່າ, “ທັງໝົດນີ້ເຮົາໄດ້ຂຽນດ້ວຍມືຂອງພຣະເຈົ້າຢາເວຢູ່ເໜືອເຮົາ ແລະ ເຮັດໃຫ້ເຮົາມີຄວາມເຂົ້າໃຈໃນລາຍລະອຽດທັງໝົດຂອງແຜນການ”.
ດາວິດກ່າວກັບໂຊໂລໂມນລູກຊາຍຂອງເພິ່ນອີກວ່າ, “ຈົ່ງເຂັ້ມແຂງ ແລະ ກ້າຫານ, ແລະ ຈົ່ງລົງມືເຮັດວຽກ. ຢ່າຢ້ານ ຫລື ທໍ້ຖອຍໃຈ, ເພາະພຣະເຈົ້າຢາເວ, ພຣະເຈົ້າຂອງເຮົາສະຖິດຢູ່ກັບເຈົ້າ. ພຣະອົງຈະບໍ່ເຮັດໃຫ້ເຈົ້າຜິດຫວັງ ຫລື ປະຖິ້ມເຈົ້າ ຈົນກວ່າວຽກທຸກຢ່າງເພື່ອຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວຈະສຳເລັດ. ການແບ່ງໜ້າທີ່ຂອງບັນດາປະໂລຫິດ ແລະ ຄົນເລວີພ້ອມແລ້ວສຳລັບວຽກງານທັງໝົດກ່ຽວກັບວິຫານຂອງພຣະເຈົ້າ, ແລະ ຊ່າງສີມືທຸກຄົນກໍເຕັມໃຈທີ່ຈະຊ່ວຍເຈົ້າໃນວຽກງານທັງໝົດ. ບັນດາຂ້າລາຊະການ ແລະ ປະຊາຊົນທັງປວງຈະຟັງຄຳສັ່ງຂອງເຈົ້າທຸກປະການ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.