Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 27

ການ​ແບ່ງ​ໝວດ​ກອງທັບ

ຕໍ່​ໄປ​ນີ້​ແມ່ນ​ລາຍຊື່​ບັນດາ​ຫົວໜ້າ​ຄອບຄົວ, ຜູ້ບັນຊາການ​ກອງພັນ ແລະ ບັນດາ​ຜູ້ບັນຊາການ​ກອງຮ້ອຍ, ແລະ ເຈົ້າໜ້າທີ່​ຕ່າງໆ​ຂອງ​ອິດສະຣາເອນ, ທີ່​ຮັບໃຊ້​ກະສັດ​ໃນ​ທຸກ​ວຽກງານ​ທີ່​ກ່ຽວກັບ​ການ​ແບ່ງ​ໝວດ​ກອງ​ທະຫານ​ປະຕິບັດ​ໜ້າທີ່​ໃນ​ແຕ່ລະ​ເດືອນ​ຕະຫລອດ​ປີ. ແຕ່​ລະ​ໝວດ​ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້ບັນຊາການ​ໝວດ​ທີ​ໜຶ່ງ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ໜຶ່ງ, ແມ່ນ​ຢາໂຊເບອາມ ລູກຊາຍ​ຂອງ​ຊັບດີເອນ. ຮັບຜິດຊອບ​ທະຫານ​ຊາວສີ່​ພັນ​ຄົນ. ລາວ​ເປັນ​ເຊື້ອສາຍ​ຂອງ​ເປເຣັດ ແລະ ເປັນ​ຫົວໜ້າ​ນາຍ​ທະຫານ​ທັງໝົດ​ໃນ​ເດືອນ​ທີ​ໜຶ່ງ.

ຜູ້ບັນຊາການ ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ສອງ​ແມ່ນ​ໂດດາຍ ຊາວ​ອາໂຮ; ມີກໂລດ​ເປັນ​ຜູ້ນໍາ​ຂອງ​ໝວດ​ລາວ ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້ບັນຊາການ​ຄົນ​ທີ​ສາມ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ສາມ, ແມ່ນ​ເບນາອີຢາ​ລູກຊາຍ​ຂອງ​ປະໂລຫິດ​ເຢໂຮຍອາດາ; ລາວ​ເປັນ​ຫົວໜ້າ ແລະ ມີ​ທະຫານ​ຊາວ​ສີ່​ພັນ​ຄົນ. ເບນາອີຢາ​ຄົນ​ນີ້​ແມ່ນ​ຜູ້​ທີ່​ເປັນ​ຫົວ​ໜ້າ​ຂອງ​ຍອດ​ນັກຮົບ​ສາມສິບ​ຄົນ. ລູກຊາຍ​ຂອງ​ລາວ​ແມ່ນ​ອຳມີຊາບັດ​ເປັນ​ຜູ້ບັນຊາການ​ຂອງ​ໝວດ​ນີ້​ແທນ​ພໍ່​ຂອງ​ຕົນ.

ຜູ້ບັນຊາການ​ຄົນ​ທີ​ສີ່, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ສີ່, ແມ່ນ​ອາສາເຮນ​ນ້ອງຊາຍ​ຂອງ​ໂຢອາບ; ເຊບາດີຢາ​ເປັນ​ລູກຊາຍ​ຂອງ​ລາວ​ໄດ້​ຂຶ້ນ​ແທນ​ພໍ່​ຂອງ​ຕົນ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້ບັນຊາການ​ຄົນ​ທີ​ຫ້າ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ຫ້າ, ແມ່ນ​ຊາມຮູດ​ຊາວ​ອີຊະຣາ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້​ບັນຊາການ​ຄົນ​ທີຫົກ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ຫົກ, ແມ່ນ​ອີຣາ​ລູກຊາຍ​ຂອງ​ອິກເກັດ ຊາວ​ເຕກົວ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້​ບັນຊາການ​ຄົນ​ທີ​ເຈັດ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ເຈັດ, ແມ່ນ​ເຮເລັດ​ຊາວ​ເອຟຣາອິມ. ຈາກ​ເມືອງ​ເປໂລນ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້ບັນຊາການ​ຄົນ​ທີ​ແປດ, ທີ່​ຮັບຜິດຊອບ​ໃນ​ເດືອນທີ​ແປດ, ແມ່ນ​ສິບເບກາຍ ຊາວ​ຮູຊາ, ໃນ​ຕະກຸນ​ເຊຣາ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້ບັນຊາການ​ຄົນ​ທີ​ເກົ້າ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ເກົ້າ, ແມ່ນ​ອາບີເອເຊ​ຊາວ​ອານາທົດ, ໃນ​ເຜົ່າ​ເບັນຢາມິນ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້ບັນຊາການ​ຄົນ​ທີ​ສິບ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ສິບ, ແມ່ນ​ມະຫາໄຣ​ຊາວ​ເນໂຕຟາ, ໃນ​ຕະກຸນ​ເຊຣາ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້ບັນຊາການ​ຄົນ​ທີ​ສິບ​ເອັດ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ສິບ​ເອັດ, ແມ່ນ​ເບນາອີຢາ ຊາວ​ປີຣາໂທນ, ໃນ​ເຜົ່າ​ເອຟຣາອິມ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ຜູ້ບັນຊາການ​ຄົນ​ທີ​ສິບ​ສອງ, ທີ່​ຮັບຜິດຊອບ​ໃນ​ເດືອນ​ທີ​ສິບສອງ, ແມ່ນ​ເຮນດາອີ ຊາວ​ເນໂຕຟາ, ຈາກ​ຄອບຄົວ​ຂອງ​ໂອດນີເອນ. ມີ​ທະຫານ​ຊາວສີ່​ພັນ​ຄົນ.

ບັນດາ​ຜູ້ນໍາ​ຂອງ​ເຜົ່າ​ຕ່າງໆ

ບັນດາ​ຜູ້ນໍາ​ຂອງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ມີ​ດັ່ງນີ້:

ເອລີເອເຊ​ລູກຊາຍ​ຂອງ​ຊີກະຣີ​ປົກຄອງ​ເຜົ່າ​ຣູເບັນ:

ເຊຟາຕີຢາ​ລູກຊາຍ​ຂອງ​ມາອາກາ​ປົກຄອງ​ເຜົ່າ​ຊີເມໂອນ;

ຮາຊາບີຢາ​ລູກຊາຍ​ຂອງ​ເກມູເອນ​ປົກຄອງ​ເຜົ່າ​ເລວີ;

ຊາດົກ​ປົກຄອງ​ເຊື້ອ​ສາຍ​ຂອງ​ອາໂຣນ;

ເອລີຮູ​ອ້າຍ​ຂອງ​ດາວິດ​ປົກຄອງ​ເຜົ່າ​ຢູດາ;

ອົມຣິ​ລູກຊາຍ​ຂອງ​ມີກາເອນ​ປົກຄອງ​ເຜົ່າ​ອິດຊາຄາ;

ອີຊະມາອີຢາ​ລູກຊາຍ​ຂອງ​ໂອບາດີຢາ​ປົກຄອງ​ເຜົ່າ​ເຊບູໂລນ;

ເຢຣີໂມດ​ລູກຊາຍ​ຂອງ​ອາຊະຣີເອນ​ປົກຄອງ​ເຜົ່າ​ເນັບທາລີ;

ໂຮເຊອາ​ລູກຊາຍ​ຂອງ​ອາຊາຊີຢາ​ປົກຄອງ​ເຜົ່າ​ເອຟຣາອິມ;

ໂຢເອນ​ລູກຊາຍ​ຂອງ​ເປດາອີຢາ​ປົກຄອງ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ;

ອິດໂດ​ລູກຊາຍ​ຂອງ​ເຊກາຣີຢາ​ປົກຄອງ​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ​ໃນ​ກີເລອາດ;

ຢາອາສີເອນ​ລູກຊາຍ​ຂອງ​ອັບເນ​ປົກຄອງ​ເຜົ່າ​ເບັນຢາມິນ;

ອາຊາເຣນ​ລູກຊາຍ​ຂອງ​ເຢໂຣຮາມ​ປົກຄອງ​ເຜົ່າ​ດານ.

ຄົນ​ເຫລົ່ານີ້​ແມ່ນ​ບັນດາ​ຜູ້ນໍາ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ.

ດາວິດ​ບໍ່​ໄດ້​ນັບ​ຈຳນວນ​ຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ລົງ​ມາ ຫລື ຕໍ່າ​ກວ່າ​ຊາວ​ປີ, ເພາະ​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ​ຈະ​ເຮັດ​ໃຫ້​ອິດສະຣາເອນ​ມີ​ຈໍານວນ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງ​ຟ້າ ໂຢອາບ ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ເລີ່ມ​ນັບ​ຈຳນວນ​ຄົນ ແຕ່​ເຮັດ​ບໍ່​ສຳເລັດ. ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໄດ້​ຕົກ​ໃສ່​ອິດສະຣາເອນ ເພາະ​ການ​ນັບ​ຈຳນວນ​ຄົນ​ຄັ້ງ​ນີ້, ແລະ ຈໍານວນ​ບໍ່ໄດ້​ບັນທຶກ​ໃນ​ໜັງສື​ທາງການ​ຂອງ​ກະສັດ​ດາວິດ.

ບັນດາ​ຜູ້ດູແລ​ຂອງ​ກະສັດ

ອາຊະມາເວດ​ລູກຊາຍ​ຂອງ​ອາດີເອນ​ຮັບຜິດຊອບ​ຫ້ອງເກັບເຄື່ອງ​ຂອງ​ກະສັດ.

ໂຢນາທານ​ລູກຊາຍ​ຂອງ​ອຸດຊີອາ​ຮັບຜິດຊອບ​ຫ້ອງເກັບເຄື່ອງ​ຕ່າງໆ​ຕາມ​ນອກ​ເມືອງ, ໃນເມືອງ, ໝູ່ບ້ານ ແລະ ຫໍ​ຄອຍ​ຕ່າງໆ.

ເອຊະຣີ​ລູກຊາຍ​ຂອງ​ເກລຸບ​ຮັບຜິດຊອບ​ຄົນ​ເຮັດວຽກ​ໃນ​ນາ.

ຊີເມອີ​ຊາວ​ເມືອງ​ຣາມາ​ຮັບຜິດຊອບ​ສວນ​ອະງຸ່ນ

ຊັບດີ​ຊາວ​ເມືອງ​ເຊຟາມ​ຮັບຜິດຊອບ​ຜົນຜະລິດ​ຈາກ​ສວນ​ອະງຸ່ນ​ສຳລັບ​ຫ້ອງ​ເກັບ​ເຫລົ້າ​ອະງຸ່ນ

ບາອານຮານານ​ຊາວ​ເກເດ​ຮັບຜິດຊອບ​ສວນ​ໝາກກອກ​ເທບ ແລະ ໝາກເດື່ອ​ທີ່​ຕີນ​ພູ​ດ້ານ​ທິດ​ຕາເວັນຕົກ.

ໂຢອາດ​ຮັບຜິດຊອບ​ການ​ຈັດ​ຫາ​ນ້ຳ​ມັນ​ໝາກກອກເທດ.

ຊິດໄຣ​ຊາວ​ຊາໂຣນ​ຮັບຜິດຊອບ​ລ້ຽງ​ສັດ​ໃນ​ທົ່ງຫຍ້າ​ຊາໂຣນ.

ຊາຟັດ​ລູກຊາຍ​ຂອງ​ອັດໄລ​ຮັບຜິດຊອບ​ລ້ຽງ​ຝູງສັດ​ໃນ​ຮ່ອມພູ​ຕ່າງໆ.

ໂອບິນ​ຊາວ​ອິດຊະມາເອນ​ຮັບຜິດຊອບ​ຝູງ​ອູດ.

ເຢເດອີຢາ​ຊາວ​ເມໂລໂນດ​ຮັບຜິດຊອບ​ຝູງ​ລໍ.

ຢາຊິດ​ຊາວ​ເມືອງ​ຮັກກິດ​ຮັບຜິດຊອບ​ຝູງ​ແກະ.

ຄົນ​ເຫລົ່ານີ້​ເປັນ​ຜູ້ດູແລ​ຮັບຜິດຊອບ​ຊັບສົມບັດ​ຂອງ​ກະສັດ​ດາວິດ.

ໂຢນາທານ​ລຸງ​ຂອງ​ດາວິດ​ເປັນ​ທີ່ປຶກສາ​ເປັນ​ຜູ້​ມີ​ຄວາມ​ເຂົ້າໃຈ​ເລິກ​ເຊິ່ງ ແລະ ເປັນ​ນັກສືກສາ​ຄົ້ນຄວ້າ. ເຢຮີເອນ​ລູກຊາຍ​ຂອງ​ຮັກໂມນີ

ເບິ່ງແຍງ​ບັນດາ​ລູກຊາຍ​ຂອງ​ກະສັດ.

ອາຮີໂຕເຟນ​ເປັນ​ທີ່​ປຶກສາ​ຂອງ​ດາວິດ

ແລະ ຮູຊາຍ​ຊາວ​ອາກກິດ​ເປັນ​ທີ່​ປຶກສາ​ສ່ວນຕົວ​ຂອງ​ກະສັດ.

ເຢໂຮຍອາດາ​ລູກຊາຍ​ຂອງ​ເບນາອີຢາ ແລະ ອາບີອາທາ​ເປັນ​ຜູ້ສືບທອດ​ແທນ​ອາຮີໂຕເຟນ.

ສ່ວນ​ໂຢອາບ​ເປັນ​ຜູ້ບັນຊາການ​ທະຫານ​ສູງສຸດ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.