Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 26

ຄົນ​ເຝົ້າຍາມ​ປະຕູ​ວິຫານ

ການ​ແບ່ງ​ຄົນ​ເຝົ້າຍາມ​ປະຕູ​ວິຫານ​ມີ​ດັ່ງນີ້:

ຈາກ​ຕະກຸນ​ຂອງ​ໂກຣາ​ມີ:

ເມເຊເລມີຢາ ລູກຊາຍ​ຂອງ​ໂກເຣ, ເປັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາສັບ. ລູກຊາຍ​ຂອງ​ເມເຊເລມີຢາ ມີ​ດັ່ງນີ້:

ເຊກາຣີຢາ​ເປັນ​ລູກຊາຍ​ກົກ, ຄົນ​ທີ​ສອງ​ແມ່ນ​ເຢດີອາເອນ,

ຄົນ​ທີ​ສາມ​ແມ່ນ​ເຊບາດີຢາ, ຄົນ​ທີ​ສີ່​ແມ່ນ​ຢາທະນິເອນ,

ຄົນ​ທີ​ຫ້າ​ແມ່ນ​ເອລາມ, ຄົນ​ທີ​ຫົກ​ແມ່ນ​ເຢໂຮຮານານ,

ແລະ ຄົນ​ທີ​ເຈັດ​ແມ່ນ​ເອລີເອໂຮນາຍ.

ໂອເບັດເອໂດມ​ກໍ​ມີ​ລູກຊາຍ​ດັ່ງນີ້:

ເຊມາອີຢາ​ເປັນ​ລູກຊາຍ​ກົກ, ຄົນ​ທີ​ສອງ​ແມ່ນ​ເຢໂຮຊາບັດ,

ຄົນ​ທີ​ສາມ​ແມ່ນ​ໂຢອາ, ຄົນ​ທີ​ສີ່​ແມ່ນ​ສາກາ,

ຄົນ​ທີ​ຫ້າ​ແມ່ນ​ເນທາເນນ, ຄົນ​ທີ​ຫົກ​ແມ່ນ​ອາມມີເອນ,

ຄົນ​ທີ​ເຈັດ​ແມ່ນ​ອິດຊາຄາ, ແລະ ຄົນ​ທີ​ແປດ​ແມ່ນ​ເປອູນເລໄທ.

(ເພາະ​ພຣະເຈົ້າ​ໄດ້​ອວຍພອນ​ໂອເບັດ​ເອໂດມ)

ເຊມາອີຢາ ລູກຊາຍ​ກົກ​ຂອງ​ໂອເບັດເອໂດມ​ກໍ​ມີ​ລູກຊາຍ​ຫລາຍ​ຄົນ ທີ່​ເປັນ​ຜູ້ນຳ​ໃນ​ຄອບຄົວ​ຂອງ​ພໍ່​ຂອງ​ພວກເຂົາ ເພາະ​ພວກເຂົາ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ​ຫລາຍ. ລູກຊາຍ​ຂອງ​ເຊມາອີຢາ​ມີ​ດັ່ງນີ້:

ໂອທະນີ, ເຣຟາເອນ, ໂອເບັດ ແລະ ເອນຊາບັດ;

ເອລີຮູ ແລະ ເສມາກີຢາ​ພ້ອມທັງ​ຍາດພີ່ນ້ອງ​ຂອງ​ລາວ​ກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ​ຫລາຍ.

ຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ໂອເບັດເອໂດມ; ພວກເຂົາ, ລູກຫຼານ ແລະ ຍາດພີ່ນ້ອງ​ຂອງ​ພວກເຂົາ​ເປັນຄົນ​ທີ່​ມີ​ຄວາມ​ສາມາດ​ຫລາຍ ພ້ອມທັງ​ມີ​ກຳລັງ​ໃນ​ການ​ປະຕິບັດ​ວຽກງານ. ເຊື້ອສາຍ​ຂອງ​ໂອເບັດ​ເອໂດມ​ລວມ​ທັງໝົດ​ມີ 62 ຄົນ.

ເມເຊເລມີຢາ​ມີ​ລູກຊາຍ ແລະ ຍາດພີ່ນ້ອງ ທີ່​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ​ລວມທັງ​ໝົດ​ມີ​ສິບແປດ​ຄົນ.

ໂຮສາ​ຈາກ​ຕະກຸນ​ເມຣາຣິ ມີ​ລູກຊາຍ​ດັ່ງນີ້:

ຄົນ​ທີ​ໜຶ່ງ​ແມ່ນ​ຊີມຣີ (ເຖິງແມ່ນວ່າ​ຊິມຣີ​ຈະ​ບໍ່ແມ່ນ​ລູກຊາຍ​ກົກ ແຕ່​ພໍ່​ໄດ້​ຕັ້ງ​ລາວ​ເປັນ​ຄົນ​ທີ​ໜຶ່ງ),

ຄົນ​ທີ​ສອງ​ແມ່ນ​ຮິນກີຢາ, ຄົນ​ທີ​ສາມ​ແມ່ນ​ເຕບາລີຢາ

ຄົນ​ທີສີ່​ແມ່ນ​ເຊກາຣີຢາ.

ລູກຊາຍ ແລະ ຍາດ​ພີ່ນ້ອງ​ຂອງ​ໂຮສາ ລວມ​ທັງໝົດ​ມີ​ສິບ​ສາມ​ຄົນ.

ນີ້​ແມ່ນ​ການ​ແບ່ງ​ພວກ​ຄົນ​ຍາມ​ເຝົ້າ​ປະຕູ​ວິຫານ, ທີ່ໄດ້​ແບ່ງ​ຕາມ​ຜູ້ນໍາ​ຂອງ​ພວກເຂົາ, ມີ​ໜ້າທີ່​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເໝືອນກັນ​ກັບ​ຄົນ​ເລວີ​ອື່ນໆ. ພວກເຂົາ​ໄດ້​ຮັບຜິດຊອບ​ຍາມ​ແຕ່ລະ​ປະຕູ​ໂດຍ​ການ​ຈັບ​ສະຫລາກ​ຕາມ​ຄອບຄົວ​ຂອງ​ພວກເຂົາ, ບໍ່​ວ່າ​ເປັນ​ຜູ້ໃຫຍ່ ແລະ ຄົນໜຸ່ມ​ກໍ​ເໝືອນ​ກັນ.

ສໍາລັບ​ການ​ຈັບ​ສະຫລາກ​ເພື່ອ​ຮັບຜິດຊອບ​ຍາມ​ປະຕູ​ດ້ານ​ຕາເວັນ​ອອກ ໄດ້​ຕົກ​ຖືກ​ເຊເລມີຢາ.1

ແລ້ວ​ສະຫລາກ​ສໍາລັບ​ດ້ານ​ເໜືອ ໄດ້​ຕົກຖືກ​ເຊກາຣີຢາ ລູກຊາຍ​ຂອງ​ລາວ, ທີ່​ເປັນ​ຜູ້​ໃຫ້​ຄໍາປຶກສາ​ທີ່​ສະຫຼຽວ​ສະຫຼາດ.

ສະຫລາກ​ສຳລັບ​ປະຕູ​ດ້ານ​ໃຕ້ ໄດ້​ຕົກ​ຖືກ​ໂອເບັດເອໂດມ ແລະ ສະຫລາກ​ສຳລັບ​ເຝົ້າຍາມ​ຫ້ອງ​ເກັບ​ເຄື່ອງ​ໄດ້​ຕົກ​ຖືກ​ບັນດາ​ລູກຊາຍ​ຂອງ​ລາວ.

ສະຫລາກ​ສຳລັບ​ປະຕູ​ດ້ານ​ຕາເວັນຕົກ ແລະ ປະຕູ​ຊັນເລເກັດ​ທີ່​ຖະໜົນ​ດ້ານ​ເທິງ ໄດ້​ຕົກ​ຖືກ ຊຸບປິມ ແລະ ໂຮສາ.

ໜ້າທີ່​ເຝົ້າຍາມ​ທີ່​ປ່ຽນ​ຜຽນ​ກັນ​ຍາມ​ດັ່ງນີ້:

ປະຕູ​ທາງ​ດ້ານ​ຕາເວັນອອກ ແຕ່​ລະ​ມື້​ຈະ​ມີ​ຍາມ​ຄົນ​ເລວີ​ຫົກ​ຄົນ,

ປະຕູ​ດ້ານ​ເໜືອ​ມີ​ຄົນ​ຍາມ​ສີ່​ຄົນ,

ປະຕູ​ດ້ານ​ໃຕ້​ມີ​ສີ່​ຄົນ

ຫ້ອງ​ເກັບ​ເຄື່ອງ​ຈະ​ມີ​ເວນຍາມ​ສອງ​ຄັ້ງ ຄັ້ງ​ລະ​ສອງ​ຄົນ.

ສຳລັບ​ສາລາ​ທາງ​ດ້ານ​ຕາເວັນຕົກ​ທີ່​ຖະໜົນ​ມີ​ສອງ​ຄົນ ແລະ ໃນ​ສາລາ​ເອງ​ມີ​ສອງ​ຄົນ.

ຄົນ​ເຫລົ່ານີ້​ແມ່ນ​ຄົນ​ເຝົ້າຍາມ​ປະຕູ​ວິຫານ ທີ່​ເປັນ​ເຊື້ອສາຍ​ຂອງ​ໂກຣາ ແລະ ເມຣາຣິ.

ນາຍຄັງ ແລະ ໜ້າທີ່​ອື່ນໆ​ໃນ​ວິຫານ

ພີ່ນ້ອງ​ຊາວ​ເລວີ​ຄົນ​ອື່ນໆ2 ມີ​ໜ້າ​ທີ​ຮັບຜິດຊອບ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ ແລະ ຄັງ​ຂອງ​ຖວາຍ​ຕ່າງໆ.

ເຊື້ອສາຍ​ຂອງ​ລາດານ, ຈາກ​ຕະກຸນ​ເກໂຊນ ແລະ ເປັນ​ຫົວໜ້າ​ຄອບຄົວ​ຕາມ​ເຊື້ອສາຍ​ລາດານ​ຄື, ເຢຮີເອລີ, ລູກຊາຍ​ຂອງ​ລາດານ​ມີ​ດັ່ງນີ້: ເຢຮີເອລີ ເຊທາມ ແລະ ໂຢເອນ​ນ້ອງຊາຍ​ຂອງ​ລາວ. ພວກເຂົາ​ເປັນ​ຜູ້​ຮັບຜິດຊອບ​ຄັງ​ວິຫານ​ຂອງ​ພຣະເຈົ້າຢາເວ.

ຈາກ​ຕະກຸນ​ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ​ມີ​ດັ່ງນີ້:

ເຊບູເອນ ເຊື້ອສາຍ​ຂອງ​ເກໂຊມ​ລູກຊາຍ​ຂອງ​ໂມເຊ, ເປັນ​ເຈົ້າໜ້າທີ່​ຮັບຜິດຊອບ​ຄັງ​ຕ່າງໆ. ຍາດ​ພີ່ນ້ອງ​ຂອງ​ລາວ​ທີ່​ທາງ​ເອລີເອເຊ​ຄື: ເຣຮາບີຢາ​ເປັນ​ພໍ່​ຂອງ​ເຢຊາອີຢາ, ເຢຊາອີຢາ​ເປັນ​ພໍ່​ຂອງ​ໂຢຣາມ, ໂຢຣາມ​ເປັນ​ພໍ່​ຂອງ​ຊີກະຣີ, ຊີກະຣີ​ເປັນ​ພໍ່​ຂອງ​ເຊໂລມິດ.

ເຊໂລມິດ ແລະ ຍາດ​ພີ່ນ້ອງ​ຂອງ​ລາວ​ແມ່ນ​ຮັບຜິດຊອບ​ຄັງ​ທັງໝົດ​ທີ່​ກະສັດ​ດາວິດ, ບັນດາ​ຫົວໜ້າ​ຄອບຄົວ​ຕ່າງໆ ທີ່​ຜູ້ບັນຊາການ​ກອງພັນ ແລະ ບັນດາ​ຜູ້ບັນຊາການ​ກອງຮ້ອຍ ແລະ ບັນດາ​ຜູ້​ບັນຊາ​ການກອງ​ທັບ​ໄດ້​ອຸທິດຖວາຍ​ແກ່​ພຣະເຈົ້າ. ພວກເຂົາ​ໄດ້​ນໍາ​ເອົາ​ເຄື່ອງບາງ​ສ່ວນ​ທີ່​ຢຶດ​ມາ​ໄດ້​ຈາກ​ການ​ສູ້ຮົບ ພວກເຂົາ​ໄດ້​ອຸທິດຖວາຍ​ເພື່ອ​ນໍາໃຊ້​ໃນ​ການ​ບຳລຸງ​ຮັກສາ​ວິຫານ​ຂອງ​ພຣະເຈົ້າຢາເວ. ເຊໂລມິດ ແລະ ຍາດ​ພີ່ນ້ອງ​ຂອງ​ລາວ​ກໍ​ຍັງ​ຮັບຜິດຊອບ​ທຸກສິ່ງ​ທີ່​ຜູ້ທຳນວາຍ​ຊາມູເອນ, ກະສັດ​ໂຊນ​ລູກຊາຍ​ຂອງ​ກີເຊ, ອັບເນ​ລູກຊາຍ​ຂອງ​ເນຣະ ແລະ ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ ຄົນ​ອື່ນໆ​ໄດ້​ຖວາຍ​ແກ່​ພຣະເຈົ້າ.

ຈາກ​ຕະກຸນ​ອິດຊະຮາດ​ມີ​ດັ່ງນີ້:

ເກນານີຢາ​ກັບ​ລູກຊາຍ​ຂອງ​ລາວ ໄດ້​ຮັບ​ໜ້າທີ່​ພາຍນອກ​ວິຫານ, ຄື ເປັນ​ເຈົ້າໜ້າທີ່ ແລະ ຜູ້ປົກຄອງ​ອິດສະຣາເອນ.

ຈາກ​ຕະກຸນ​ເຮັບໂຣນ​ມີ​ດັ່ງນີ້:

ຮາຊາບີຢາ ແລະ ພີ່ນ້ອງ​ຂອງ​ລາວ ມີ​ໜຶ່ງ​ພັນ​ເຈັດຮ້ອຍ​ຄົນ, ພວກເຂົາ​ມີ​ໜ້າທີ່​ຮັບຜິດຊອບ​ອິດສະຣາເອນ​ທາງ​ຕາເວັນ​ຕົກ​ຂອງ​ແມ່ນ້ຳ​ຈໍແດນ​ໃຫ້​ເຮັດວຽກ​ທຸກຢ່າງ​ຂອງ​ພຣະເຈົ້າ​ຢາເວ ແລະ ຮັບໃຊ້​ກະສັດ. ສໍາລັບ​ຕະກຸນ​ເຮັບໂຣນ, ເຢຣິຢາ​ເປັນ​ຫົວໜ້າ​ຕາມ​ການ​ບັນທຶກ​ລຳ​ດັບ​ຄອບຄົວ​ຂອງ​ພວກເຂົາ.

ໃນ​ການ​ປົກຄອງ​ປີ​ທີ​ສີ່ສິບ​ຂອງ​ກະສັດ​ດາວິດ ມີ​ການ​ສຳຫລວດ ແລະ ໄດ້​ບັນທຶກ​ໄວ້, ແລະ ພົບ​ວ່າ​ມີ​ຄົນ​ທີ່​ມີ​ຄວາມ​ສາມາດ​ໃນ​ຕະກຸນ​ຂອງ​ເຮັບໂຣນ​ທີ່​ຢາເຊ​ໃນ​ກີເລອາດ. ເຢຣິຢາ​ມີ​ຍາດພີ່ນ້ອງ​ສອງພັນ​ເຈັດຮ້ອຍ​ຄົນ, ທີ່​ເປັນ​ຄົນ​ມີ​ຄວາມ​ສາມາດ ແລະ ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ, ກະສັດ​ດາວິດ​ຈຶ່ງ​ຕັ້ງ​ພວກເຂົາ​ໃຫ້​ຮັບຜິດຊອບ​ຊາວ​ຣູເບັນ, ຊາວ​ກາດ ແລະ ຊາວ​ມານາເຊ​ເຄິ່ງ​ເຜົ່າ​ໃຫ້​ເຮັດວຽກ​ທຸກ​ຢ່າງ​ທີ່​ກ່ຽວກັບ​ພຣະເຈົ້າ ແລະ ກິດຈະການ​ຂອງ​ກະສັດ.

Source notes (2)
  1. Footnote ເປັນ​ອີກ​ຊື່​ໜຶ່ງ​ຂອງ ເມເຊເລມິຢາ
  2. Footnote ພາສາ​ເຮັບເຣີ​ວ່າ ຈາກ​ຄົນ​ເລວີ ອາ ຮີ ຢາ​ເປັນ​ຜູ້​ເບິ່ງ​ແຍງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.