Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 25

ພວກ​ນັກດົນຕຼີ

ດາວິດ, ລວມທັງ​ບັນດາ​ຜູ້ບັນຊາການ​ກອງທັບ​ໄດ້​ແຍກ​ລູກຊາຍ​ບາງຄົນ​ຂອງ​ອາສັບ, ເຮມານ ແລະ ເຢດູທູນ ເພື່ອ​ຮັບໃຊ້​ໃນ​ການ​ທໍານວາຍ, ຮ່ວມ​ດີດ​ພິນ​ໃຫຍ່, ດີດ​ພິນ​ນ້ອຍ ແລະ ຕົບ​ແສ່ງ. ລາຍຊື່​ຕໍ່ໄປ​ນີ້​ແມ່ນ​ຜູ້​ທີ່​ເຮັດ​ໜ້າທີ່​ໃນ​ການ​ຮັບໃຊ້​ໃນ​ການ​ນະມັດສະການ​ມີ​ດັ່ງນີ້:

ມາຈາກ​ລູກຊາຍ​ຂອງ​ອາສັບ ມີ​ດັ່ງນີ້:

ຊັກກູເຣ, ໂຢເຊັບ, ເນທານີຢາ ແລະ ອາຊາເຣລາ. ລູກຊາຍ​ຂອງ​ອາສັບ​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ອາສັບ, ທີ່​ເປັນ​ຜູ້ທໍານວາຍ​ພາຍໃຕ້​ການ​ດູແລ​ຂອງ​ກະສັດ.

ມາ​ຈາກ​ລູກຊາຍ​ຂອງ​ເຢດູທູນ ມີ​ດັ່ງນີ້:

ເກດາລິຢາ, ເຊຣີ, ເຢຊາອີຢາ, ຊີເມອີ,1 ຮາຊາບີຢາ ແລະ ມັດຕີທີຢາ, ລວມ​ທັງໝົດ​ມີ​ຫົກ​ຄົນ, ຢູ່​ພາຍໃຕ້​ການ​ດູແລ​ຂອງ​ເຢດູທູນ​ພໍ່​ຂອງ​ພວກເຂົາ, ທີ່​ເປັນ​ຜູ້ທໍານວາຍ, ໂດຍ​ການ​ດີດ​ພິນໃຫຍ່​ເພື່ອ​ໂມທະນາ​ຂອບພຣະຄຸນ ແລະ ຮ້ອງເພງ​ສັນລະເສີນ​ພຣະເຈົ້າຢາເວ.

ມາ​ຈາກ​ລູກຊາຍ​ຂອງ​ເຮມານ ມີ​ດັ່ງນີ້:

ບຸກກີຢາ, ມັດຕານີຢາ, ອຸດຊີເອນ, ເຊບູເອນ, ເຢຣີໂມດ, ຮານານີຢາ, ຮານານີ, ເອລີອາທາ, ກິດດັນຕີ, ໂຣມາມຕີ​ເອເຊ, ໂຢຊະເບກາຊາ, ມັນໂລທີ, ໂຮທີເຣ ແລະ ມາຮາຊີອົດ. (ຄົນ​ເຫລົ່ານີ້​ທັງໝົດ​ແມ່ນ​ພວກ​ລູກຊາຍ​ຂອງ​ເຮມານ​ຜູ້ທຳນວາຍ​ຂອງ​ກະສັດ. ພຣະເຈົ້າ​ໄດ້ໃຫ້​ລາວ​ມີ​ລູກຊາຍ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້. ເພື່ອ​ຍົກຍ້ອງ​ລາວ ພຣະເຈົ້າ​ໄດ້​ໃຫ້​ເຮມານ​ມີ​ລູກຊາຍ​ສິບ​ສີ່​ຄົນ ແລະ ລູກສາວ​ສາມ​ຄົນ.)

ພວກຄົນ​ເຫລົ່ານີ້​ມີ​ໜ້າທີ່​ຕົບ​ແສ່ງ, ດີດ​ພິນ​ໃຫຍ່ ແລະ ດີດ​ພິນ​ນ້ອຍ ເພື່ອ​ເປັນ​ນັກດົນຕີ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ, ເຊິ່ງ​ພວກເຂົາ​ຢູ່​ພາຍໃຕ້​ການ​ດູແລ​ໂດຍ​ພໍ່​ຂອງ​ພວກເຂົາ.

ສ່ວນ​ອາສັບ, ເຢດູທູນ ແລະ ເຮມານ​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ກະສັດ. ພວກເຂົາ​ທັງໝົດ ແລະ ຍາດ​ພີ່ນ້ອງ​ຂອງ​ພວກເຂົາ​ໄດ້​ຮັບ​ການ​ຝຶກຝົນ ແລະ ຊໍານານ​ໃນ​ດ້ານ​ດົນຕີ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ພວກເຂົາ​ມີ​ທັງໝົດ 288 ຄົນ. ພວກເຂົາ​ໄດ້​ຮັບ​ມອບໝາຍ​ໜ້າທີ່​ໂດຍ​ການ​ຈັບ​ສະຫລາກ, ບໍ່​ວ່າ​ຈະ​ເປັນ​ຄົນໜຸ່ມ ຫລື ຜູ້​ໃຫຍ່, ບໍ່​ວ່າ​ຈະ​ເປັນ​ຄູ ຫລື ລູກສິດ.

ສະຫລາກ​ທີ​ໜຶ່ງ​ໄດ້​ຕົກ​ຖືກ​ໂຢເຊັບ, ຄອບຄົວ​ຂອງ​ອາສັບ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສອງ​ໄດ້​ຕົກ​ຖືກ​ເກດາລິຢາ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສາມ​ໄດ້​ຕົກ​ຖືກ​ຊັກກູເຣ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສີ່​ໄດ້​ຕົກ​ຖືກ​ເຊຣີ,2

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ຫ້າ​ໄດ້​ຕົກ​ຖືກ​ເນທານີຢາ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ຫົກ​ໄດ້​ຕົກ​ຖືກ​ບຸກກີຢາ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ເຈັດ​ໄດ້​ຕົກ​ຖືກ​ອາຊາເຣລາ3

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີແປດ​ໄດ້​ຕົກ​ຖືກ​ເຢຊາອີຢາ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ​ຂອງ​ລາວ

ສະຫລາກ​ທີ​ເກົ້າ​ໄດ້​ຕົກ​ຖືກ​ມັດຕານີຢາ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບ​ໄດ້​ຕົກ​ຖືກ​ຊີເມອີ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບ​ເອັດ​ໄດ້​ຕົກ​ຖືກ​ອາຊາເຣນ,4

ກັບ​ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບ​ສອງ​ໄດ້​ຕົກ​ຖືກ​ຮາຊາບີຢາ,

ກັບ​ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບ​ສາມ​ໄດ້​ຕົກ​ຖືກ​ຊູບາເອນ,

ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບສີ່​ໄດ້​ຕົກ​ຖືກ​ມັດຕີທີຢາ,

ກັບ​ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບ​ຫ້າ​ໄດ້​ຕົກ​ຖືກ​ເຢຣີໂມດ,

ກັບ​ພວກ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບຫົກ​ໄດ້​ຕົກ​ຖືກ​ຮານານີຢາ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບ​ເຈັດ​ໄດ້​ຕົກ​ຖືກ​ໂຢຊະເບກາຊາ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບ​ແປດ​ໄດ້​ຕົກ​ຖືກ​ຮານານີ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ສິບ​ເກົ້າ​ໄດ້​ຕົກ​ຖືກ​ມັນໂລທີ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ຊາວ​ໄດ້​ຕົກ​ຖືກ​ເອລີອາທາ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ຊາວ​ເອັດ​ໄດ້​ຕົກ​ຖືກ​ໂຮທີເຣ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ຊາວ​ສອງ​ໄດ້​ຕົກ​ຖືກ​ກິດດັນຕີ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ຊາວ​ສາມ​ໄດ້​ຕົກ​ຖືກ​ມາຮາຊີອົດ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

ສະຫລາກ​ທີ​ຊາວ​ສີ່​ໄດ້​ຕົກ​ຖືກ​ໂຣມາມຕີ​ເອເຊ,

ກັບ​ບັນດາ​ລູກຊາຍ ແລະ ຍາດ​ພີ່ນ້ອງ ລວມ​ມີ 12 ຄົນ.

Source notes (4)
  1. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ບໍ່ມີ​ຄຳ​ວ່າ ຊີເມອີ ເຊັ່ນ​ດຽວ​ກັບ​ຂໍ້ 17
  2. Footnote ເປັນ​ອີກ​ຊື່​ໜຶ່ງ​ຂອງ ເຊລີ
  3. Footnote ເປັນ​ອີກ​ຮູບ​ໜຶ່ງ​ຂອງ ອາຊາເລລາ
  4. Footnote ເປັນ​ອີກ​ຊື່​ໜຶ່ງ​ຂອງ ອຸດຊີເອນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.