Biblica® Open Lao Contemporary Version
1 ຂ່າວຄາວ 24
ການແບ່ງໝວດຂອງປະໂລຫິດ
ເຊື້ອສາຍຂອງອາໂຣນໄດ້ແບ່ງເປັນໝວດດັ່ງນີ້:
ລູກຊາຍຂອງອາໂຣນມີດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ. ແຕ່ນາດາບ ແລະ ອາບີຮູຕາຍໄປກ່ອນພໍ່ຂອງພວກເຂົາ, ແລະ ພວກເຂົາບໍ່ມີລູກຊາຍຈັກຄົນເລີຍ; ດັ່ງນັ້ນ ເອເລອາຊາ ແລະ ອີທາມາຈຶ່ງໄດ້ຮັບໃຊ້ເປັນປະໂລຫິດ. ດາວິດໄດ້ແບ່ງເຊື້ອສາຍຂອງອາໂຣນອອກເປັນໝວດຕ່າງໆ ຕາມໜ້າທີ່ຂອງພວກເຂົາທີ່ໄດ້ຮັບການແຕ່ງຕັ້ງໃນການຮັບໃຊ້ໂດຍມີຊາດົກເຊື້ອສາຍຂອງເອເລອາຊາ ແລະ ອາຮີເມເຫລັກເຊື້ອສາຍຈາກອີທາມາ ເປັນຜູ້ຊ່ວຍເພິ່ນ. ເຊື້ອສາຍຂອງເອເລອາຊາມີຈໍານວນພວກຜູ້ນຳຫລາຍກວ່າເຊື້ອສາຍຂອງອີທາມາ, ແລະ ພວກເຂົາຖືກແບ່ງອອກດັ່ງນີ້: ສິບຫົກໝວດຈາກເຊື້ອສາຍຂອງເອເລອາຊາ ແລະ ແປດໝວດຈາກເຊື້ອສາຍຂອງອີທາມາ. ການແບ່ງພວກເຂົາເປັນໝວດນັ້ນໃຊ້ສະຫລາກເພື່ອໃຫ້ເກີດຄວາມຍຸຕິທໍາ, ມີຜູ້ຮັບໃຊ້ໃນສະຖານທີ່ສັກສິດ ແລະ ມີຜູ້ຮັບໃຊ້ຂອງພຣະເຈົ້າທີ່ມາຈາກທັງເຊື້ອສາຍຂອງເອເລອາຊາ ແລະ ອີທາມາ.
ເຊມາອີຢາລູກຊາຍຂອງເນທາເນນ, ຊາວເລວີໄດ້ບັນທຶກລາຍຊື່ຂອງພວກເຂົາຕໍ່ໜ້າກະສັດ ແລະ ບັນດາຂ້າຣາຊການມີດັ່ງນີ້: ປະໂລຫິດຊາດົກ, ອາຮີເມເຫລັກລູກຊາຍຂອງອາບີອາທາ ແລະ ແລະ ບັນດາຫົວໜ້າຄອບຄົວຂອງປະໂລຫິດ ແລະ ຂອງຊາວເລວີ ໂດຍໃຊ້ການຈັບສະຫລາກມອບໝາຍວຽກໃຫ້ກຸ່ມໜຶ່ງຈາກເຊື້ອສາຍເອເລອາຊາ ແລະ ອີກກຸ່ມໜຶ່ງຈາກເຊື້ອສາຍຂອງອີທາມາສະຫລັບກັນໄປ.
ການຈັບສະຫລາກຄັ້ງທໍາອິດໄດ້ຕົກຖືກເຢໂຮຍອາຣິບ,
ຄັ້ງທີສອງເຢດາອີຢາ,
ຄັ້ງທີສາມຮາຣິມ,
ຄັ້ງທີສີ່ເສໂອຣິມ,
ຄັ້ງທີຫ້າມັນກີຢາ,
ຄັ້ງທີຫົກມີຢາມິນ,
ຄັ້ງທີເຈັດຮັກກົດ,
ຄັ້ງທີແປດອາບີຢາ,
ຄັ້ງທີເກົ້າເຢຊູອາ,
ຄັ້ງທີສິບເຊການີຢາ,
ຄັ້ງທີສິບເອັດເອລີອາຊິບ,
ຄັ້ງທີສິບສອງຢາກິມ,
ຄັ້ງທີສິບສາມຮຸບປາ,
ຄັ້ງທີສິບສີ່ເຢເຊເບອັບ,
ຄັ້ງທີສິບຫ້າບີນກາ,
ຄັ້ງທີສິບຫົກອີມເມ,
ຄັ້ງທີສິບເຈັດເຮຊີຣະ,
ຄັ້ງທີສິບແປດຮັບປີເຊດ
ຄັ້ງທີສິບເກົ້າເປທາຮີຢາ
ຄັ້ງທີຊາວເຢເຮຊະເກນ
ຄັ້ງທີຊາວເອັດຢາກິນ
ຄັ້ງທີຊາວສອງກາມູນ
ຄັ້ງທີຊາວສາມເດລາອີຢາ
ແລະ ຄັ້ງທີຊາວສີ່ມາອາຊີຢາ.
ນີ້ຄືລຳດັບຄົນທີ່ໄດ້ຮັບການແຕ່ງຕັ້ງໃຫ້ຮັບໃຊ້ເມື່ອພວກເຂົາເຂົ້າໄປໃນວິຫານຂອງພຣະເຈົ້າຢາເວ, ຕາມກົດລະບຽບທີ່ໄດ້ກໍານົດໃຫ້ພວກເຂົາເຮັດ ເຊິ່ງອາໂຣນບັນພະບຸລຸດຂອງພວກເຂົາ, ໄດ້ວາງໄວ້ຕາມທີ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ສັ່ງເພິ່ນ.
ເຊື້ອສາຍສ່ວນທີ່ເຫລືອຂອງເລວີ
ສຳລັບເຊື້ອສາຍສ່ວນທີ່ເຫລືອຂອງເລວີມີດັ່ງນີ້:
ມາຈາກລູກຊາຍຂອງອຳຣາມ ຄືຊູບາເອນ;
ມາຈາກລູກຊາຍຂອງຊູບາເອນແມ່ນເຢເດອີຢາ.
ສຳລັບເຊື້ອສາຍເຣຮາບີຢາ, ມາຈາກລູກຊາຍຂອງລາວ, ແມ່ນອີຊີຢາຄົນທໍາອິດ.
ມາຈາກເຊື້ອສາຍອີຊະຮາດເຊໂລໂມດ;
ມາຈາກລູກຊາຍຂອງເຊໂລໂມດ: ແມ່ນຢາຮາດ.
ລູກຊາຍຂອງເຮັບໂຣນມີ:
ເຢຣີຢາເປັນຄົນທີໜຶ່ງ,1 ຄົນທີສອງແມ່ນອາມາຣີຢາ, ຄົນທີສາມແມ່ນເຢຮາຊີເອນ ແລະ ຄົນທີສີ່ແມ່ນເຢກາເມອາມ.
ລູກຊາຍຂອງອຸດຊີເອນແມ່ນມີກາ;
ຈາກລູກຊາຍຂອງມີກາຄືຊາເມຍ.
ນ້ອງຊາຍຂອງມີກາແມ່ນອິດຊີຢາ;
ມາຈາກລູກຊາຍຂອງອິດຊີຢາແມ່ນເຊກາຣີຢາ.
ລູກຊາຍຂອງເມຣາຣິແມ່ນມາຮະລີ, ມູຊີ ແລະ ຢາອາຊີຢາ,
ລູກຊາຍຂອງຢາອາຊີຢາແມ່ນເບໂນ.
ລູກຊາຍຂອງເມຣາຣິ ມີດັ່ງນີ້:
ມາຈາກຢາອາຊີຢາແມ່ນ ໂຊຮາມ, ຊັກກູເຣ ແລະ ອິບຣີ.
ມາຈາກມາຮະລີແມ່ນເອເລອາຊາ, ຜູ້ທີ່ບໍ່ມີລູກຊາຍ.
ມາຈາກກີເຊແມ່ນ ເຢຣາເມເອນ
ລູກຊາຍຂອງມູຊີມີ: ມາຮະລີ, ເອເດ ແລະ ເຢຣີໂມດ.
ຄົນເຫລົ່ານີ້ແມ່ນຊາວເລວີຕາມຄອບຄົວຂອງພວກເຂົາ.
ພວກເຂົາໄດ້ຮັບໜ້າທີ່ຕ່າງໆໂດຍການຈັບສະຫລາກ, ຄືກັນກັບເຊື້ອສາຍຂອງອາໂຣນ ທີ່ໄດ້ຮັບສິ່ງນີ້ຢູ່ຕໍ່ໜ້າກະສັດດາວິດ, ຊາດົກ, ອາຮີເມເຫລັກ ແລະ ບັນດາຫົວໜ້າຄອບຄົວຂອງປະໂລຫິດ ແລະ ຂອງຊາວເລວີ. ຄອບຄົວຂອງຜູ້ທີ່ເປັນອ້າຍກໍໄດ້ປະຕິບັດຄືກັນກັບຄອບຄົວຂອງຜູ້ທີ່ເປັນນ້ອງຊາຍ.
Source notes (1)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ລູກທັງຫລາຍຂອງເຍລີຢາ ( ເບິ່ງ 23:19)
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.