Skip to content
BibleKenya

Biblica® Open Lao Contemporary Version

1 ຂ່າວຄາວ 23

ຄົນ​ເລວີ

ເມື່ອ​ດາວິດ​ໄດ້​ແກ່ຊະຣາ​ຫລາຍ​ແລ້ວ, ເພິ່ນ​ແຕ່ງຕັ້ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.

ດາວິດ​ເອີ້ນ​ຜູ້ນຳ​ທັງໝົດ​ຂອງ​ອິດສະຣາເອນ​ໃຫ້​ມາ​ເຕົ້າໂຮມ​ກັນ, ລວມ​ທັງ​ພວກ​ປະໂລຫິດ ແລະ ພວກ​ເລວີ. ມີ​ການ​ນັບ​ຈຳນວນ​ຄົນ​ເລວີ​ທີ່​ມີ​ອາຍຸ​ສາມສິບ​ປີ​ຂຶ້ນ​ໄປ, ລວມ​ທັງໝົດ​ມີ​ສາມສິບແປດພັນ​ຄົນ. ດາວິດ​ເວົ້າ​ວ່າ, “ໃຫ້​ຊາວສີ່​ພັນ​ຄົນ​ຮັບຜິດຊອບ​ໜ້າທີ່​ວຽກງານ​ໃນ​ວິຫານ​ຂອງ​ອົງພຣະເຈົ້າ​ຢາເວ ແລະ ໃຫ້​ຫົກ​ພັນ​ຄົນ​ເປັນ​ຂ້າລາຊະການ ແລະ ເປັນ​ຜູ້​ພິພາກສາ. ໃຫ້​ສີ່​ພັນ​ຄົນ​ເປັນ​ຜູ້​ເຝົ້າ​ຍາມ​ປະຕູ​ວິຫານ ແລະ ໃຫ້​ອີກ​ສີ່​ພັນ​ຄົນ​ສັນລະເສີນ​ພຣະເຈົ້າຢາເວ​ດ້ວຍ​ເຄື່ອງ​ດົນຕີ​ຕ່າງໆ​ທີ່​ເຮົາ​ໄດ້​ຈັດຕຽມ​ໄວ້​ສໍາລັບ​ຈຸດປະສົງ​ນັ້ນ”.

ດາວິດ​ໄດ້​ແບ່ງ​ຄົນ​ເລວີ​ເປັນ​ສາມ​ໝວດ​ຕາມ​ຊື່​ລູກຊາຍ​ຂອງ​ເລວີ​ມີ​ດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣິ.

ຕະກຸນ​ເກໂຊນ

ຈາກ​ຕະກຸນ​ເກໂຊນ​ມີ​ດັ່ງນີ້:

ລາດານ ແລະ ຊີເມອີ.

ລູກຊາຍ​ຂອງ​ລາດານ​ມີ:

ຄົນ​ທີ​ໜຶ່ງ​ແມ່ນ​ເຢຮີເອນ, ເຊທາມ ແລະ ໂຢເອນ, ລວມ​ທັງໝົດ​ມີ​ສາມ​ຄົນ.

ລູກຊາຍ​ຂອງ​ຊີເມອີ​ມີ:

ເຊໂລໂມດ, ຮາຊີເອນ ແລະ ຮາຣານ ລວມ​ທັງໝົດ​ມີ​ສາມ​ຄົນ.

ຄົນ​ເຫລົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ລາດານ.

ແລະ ລູກຊາຍ​ຂອງ​ຊີເມອີ​ມີ:

ຢາຮາດ, ຊີຊາ1 ເຢອຸດ ແລະ ເບຣິຢາ.

ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ຊີເມອີ ລວມ​ທັງໝົດ​ສີ່​ຄົນ.

ຄົນ​ທີ​ໜຶ່ງ​ແມ່ນ​ຢາຮາດ, ຄົນ​ທີ​ສອງ​ແມ່ນ​ຊີຊາ, ແຕ່​ເຢອຸດ ແລະ ເບຣິຢາ​ບໍ່ມີ​ລູກຊາຍ​ຫລາຍ​ຄົນ; ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ນັບ​ເຂົ້າ​ເປັນ​ຄອບຄົວ​ດຽວ​ກັນ ມີ​ໜ້າທີ່​ຮັບຜິດຊອບ​ອັນດຽວ​ກັນ.

ຕະກຸນ​ໂກຮາດ

ລູກຊາຍ​ຂອງ​ໂກຮາດ ມີ​ດັ່ງນີ້:

ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ. ລວມ​ທັງໝົດ​ມີ​ສີ່​ຄົນ

ລູກຊາຍ​ຂອງ​ອຳຣາມ​ມີ:

ອາໂຣນ ແລະ ໂມເຊ.

ອາໂຣນ ແລະ ເຊື້ອ​ສາຍ​ຂອງ​ລາວ​ໄດ້​ຖືກ​ແຍກ​ອອກ​ຢູ່​ຕ່າງຫາກ ເພື່ອ​ເບິ່ງແຍງ​ສິ່ງທີ່​ສັກສິດ​ທີ່ສຸດ, ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ, ເພື່ອ​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະອົງ ແລະ ເພື່ອ​ອວຍພອນ​ປະຊາຊົນ​ໃນ​ນາມ​ຂອງ​ພຣະອົງ​ຕະຫລອດໄປ. ລູກຊາຍ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ​ນັ້ນ ນັບ​ເຂົ້າ​ກັບ​ເຜົ່າ​ເລວີ.

ລູກຊາຍ​ຂອງ​ໂມເຊ​ມີ​ດັ່ງນີ້:

ເກໂຊມ ແລະ ເອລີເອເຊ.

ເຊື້ອສາຍ​ຂອງ​ເກໂຊມ​ມີ:

ຄົນ​ທີ​ໜຶ່ງ​ແມ່ນ​ເຊບູເອນ.

ເຊື້ອສາຍ​ຂອງ​ເອລີເອເຊ​ມີ:

ຄົນ​ທີ​ໜຶ່ງ​ແມ່ນ​ເຣຮາບີຢາ.

ເອລີເອເຊ​ມີ​ລູກຊາຍ​ຄົນ​ດຽວ ແລະ ບໍ່​ມີ​ລູກຊາຍ​ຄົນ​ອື່ນ​ອີກ. ແຕ່​ພວກ​ລູກຊາຍ​ຂອງ​ເຣຮາບີຢາ​ມີ​ລູກ​ຢ່າງ​ຫລວງຫລາຍ.

ລູກຊາຍ​ຂອງ​ອີຊະຮາດ​ມີ:

ຄົນ​ທີ​ໜຶ່ງ​ແມ່ນ​ເຊໂລມິດ.

ລູກຊາຍ​ຂອງ​ເຮັບໂຣນ​ມີ:

ຄົນ​ທີ​ໜຶ່ງ​ແມ່ນ​ເຢຣີຢາ, ຄົນ​ທີ​ສອງ​ແມ່ນ​ອາມາຣີຢາ,

ຄົນ​ທີ​ສາມ​ແມ່ນ​ເຢຮາຊີເອນ ແລະ ຄົນ​ທີ​ສີ່​ແມ່ນ​ເຢກາເມອາມ.

ລູກຊາຍ​ຂອງ​ອຸດຊີເອນ​ມີ:

ຄົນ​ທີ​ໜຶ່ງ​ແມ່ນ​ມີກາ ແລະ ຄົນ​ທີ​ສອງ​ແມ່ນ​ອິດຊີຢາ.

ຕະກຸນ​ເມຣາຣິ

ລູກຊາຍ​ຂອງ​ເມຣາຣິ​ມີ​ດັ່ງນີ້:

ມາຮະລີ ແລະ ມູຊີ.

ລູກຊາຍ​ຂອງ​ມາຮະລີ​ມີ:

ເອເລອາຊາ ແລະ ກີເຊ.

(ເອເລອາຊາ​ໄດ້​ຕາຍ​ໄປ​ໂດຍ​ບໍ່ມີ​ລູກຊາຍ, ລາວ​ມີ​ແຕ່​ບັນດາ​ລູກສາວ. ບັນດາ​ລູກຊາຍ​ຂອງ​ກີເຊ​ກໍ​ໄດ້​ແຕ່ງງານ​ກັບ​ພີ່ນ້ອງ​ຂອງ​ພວກເຂົາ).

ລູກຊາຍ​ຂອງ​ມູຊີ​ມີ:

ມາຮະລີ, ເອເດ ແລະ ເຢເຣໂມດ ລວມ​ທັງໝົດ​ມີ​ສາມ​ຄົນ.

ຄົນ​ເຫລົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ເລວີ​ຕາມ​ຄອບຄົວ​ທີ່​ໄດ້​ນັບ​ຂຶ້ນ​ທະບຽນ​ໄວ້​ຕາມ​ຊື່​ຂອງ​ຫົວໜ້າ​ຄອບຄົວ ຊາຍ​ຊາວ​ເລວີ​ທີ່​ມີ​ອາຍຸ 20 ປີ ຂຶ້ນ​ໄປ​ທີ່​ກ່າວ​ມາ​ນີ້ ທຸກຄົນ​ມີ​ໜ້າທີ່​ປະຕິບັດ​ງານ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ເພາະ​ດາວິດ​ໄດ້​ເວົ້າ​ວ່າ, “ຕັ້ງແຕ່ ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ໃຫ້​ປະຊາຊົນ​ໄດ້​ພັກຜ່ອນ ແລະ ພຣະອົງ​ສະຖິດ​ຢູ່​ໃນ​ເຢຣູຊາເລັມ​ຕະຫລອດ​ໄປ. ຄົນ​ເລວີ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ຫາມ​ຫໍເຕັນ ແລະ ເຄື່ອງໃຊ້​ໃນ​ການ​ຮັບໃຊ້​ອີກ​ຕໍ່ໄປ”. ຕາມ​ຄໍາ​ແນະນໍາ​ສຸດທ້າຍ​ຂອງ​ດາວິດ, ໃຫ້​ນັບ​ຈຳນວນ​ຄົນ​ເລວີ​ທີ່​ອາຍຸ 20 ປີ​ຂຶ້ນ​ໄປ ຫລື ມີ​ອາຍຸ​ຫລາຍກວ່າ​ນັ້ນ​ເຂົ້າ​ໃນ​ການ​ຮັບໃຊ້.

ໜ້າທີ່​ຂອງ​ຄົນ​ເລວີ​ຄື​ຊ່ວຍເຫລືອ​ເຊື້ອສາຍ​ຂອງ​ອາໂຣນ​ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຄື: ເພື່ອ​ເບິ່ງແຍງ​ເດີ່ນ​ວິຫານ, ຫ້ອງ​ຕ່າງໆ​ທີ່​ຢູ່​ດ້ານ​ຂ້າງ, ຊໍາລະ​ສິ່ງ​ສັກສິດ​ທຸກຢ່າງ ແລະ ປະຕິບັດ​ໜ້າທີ່​ອື່ນໆ​ໃນ​ວິຫານ​ຂອງ​ພຣະເຈົ້າ. ພວກເຂົາ​ຮັບຜິດຊອບ​ການ​ຈັດ​ເຂົ້າຈີ່​ຂຶ້ນ​ເທິງ​ໂຕະ, ແປ້ງ​ພິເສດ​ສຳລັບ​ການ​ຖວາຍບູຊາ​ພືດຜົນ​ທີ່​ເປັນ​ເມັດ, ເຂົ້າຈີ່​ບາງ​ທີ່​ບໍ່ມີ​ເຊື້ອແປ້ງ, ເຄື່ອງ​ປີ້ງ​ບູຊາ ແລະ ແປ້ງເຂົ້າ​ປະສົມ​ນໍ້າມັນ, ແລະ ວັດແທກ​ປະລິມານ ແລະ ຂະໜາດ​ຂອງ​ເຄື່ອງ​ຖວາຍ​ທັງໝົດ. ທຸກໆ​ເຊົ້າ ແລະ ທຸກໆ​ແລງ​ພວກເຂົາ​ຈະ​ຢືນ​ຮ້ອງເພງ​ໂມທະນາ​ຂອບຄຸນ ແລະ ສັນລະເສີນ​ພຣະເຈົ້າຢາເວ. ແລະ ເມື່ອໃດ​ທີ່​ມີ​ການ​ເຜົາ​ເຄື່ອງຖວາຍບູຊາ​ແກ່​ພຣະເຈົ້າຢາເວ​ໃນ​ວັນຊະບາໂຕ, ໃນ​ວັນ​ສະຫລອງ​ເດືອນ​ອອກ​ໃໝ່ ແລະ ຕາມ​ເທດສະການ​ທີ່​ໄດ້​ກຳນົດ. ພວກເຂົາ​ຈະ​ຕ້ອງ​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ເປັນ​ປະຈໍາ​ຕາມ​ຈຳນວນ​ຄົນ​ທີ່​ເໝາະສົມ ແລະ ຕາມ​ວິທີ​ທີ່​ໄດ້​ກຳນົດ​ໄວ້​ສໍາລັບ​ພວກເຂົາ.

ດັ່ງນັ້ນ ຄົນ​ເລວີ​ຈຶ່ງ​ປະຕິບັດ​ໜ້າທີ່​ຮັບຜິດຊອບ​ຂອງ​ພວກເຂົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແລະ ສະຖານ​ທີ່​ສັກສິດ, ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພາຍໃຕ້​ການ​ຄຳສັ່ງ​ຂອງ​ພີ່ນ້ອງ​ຂອງ​ພວກເຂົາ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ.

Source notes (1)
  1. Footnote ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ສີນາ ເຊັ່ນ​ດຽວ​ກັບ​ຂໍ້ 11

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.