Biblica® Open Lao Contemporary Version
2 ຂ່າວຄາວ 8
ພາລະກິດອື່ນໆຂອງໂຊໂລໂມນ
(1ກສ 9:10-28)
ໃນໄລຍະສຸດທ້າຍຂອງຊ່ວງເວລາຊາວປີ ເຊິ່ງໂຊໂລໂມນໄດ້ກໍ່ສ້າງອາຄານທັງສອງນີ້ ຄືວິຫານຂອງພຣະເຈົ້າຢາເວ ແລະ ລາຊະວັງ ໂຊໂລໂມນໄດ້ສ້າງໝູ່ບ້ານຕ່າງໆທີ່ກະສັດຮີຣາມ1ໄດ້ມອບໃຫ້ເພິ່ນ ແລະ ໃຫ້ຊາວອິດສະຣາເອນໄປຕັ້ງຖິ່ນຖານຢູ່ທີ່ນັ້ນ. ແລ້ວໂຊໂລໂມນໄດ້ໄປທີ່ເມືອງຮາມັດໂຊບາ ແລະ ໄດ້ຢຶດເມືອງນັ້ນ. ເພິ່ນຍັງໄດ້ສ້າງເມືອງຕາດໂມໃນຖິ່ນແຫ້ງແລ້ງກັນດານ ແລະ ເມືອງຕ່າງໆທີ່ໃຊ້ເພື່ອຄັງສະບຽງອາຫານທັງໝົດທີ່ເພິ່ນເຄີຍໄດ້ສ້າງໃນຮາມັດ. ເພິ່ນໄດ້ສ້າງເມືອງເບັດໂຮໂຣນເບື້ອງເທິງ ແລະ ເບັດໂຮໂຣນເບື້ອງລຸ່ມຂຶ້ນໃໝ່ເປັນເມືອງປ້ອມປ້ອງກັນພ້ອມທັງເຮັດກຳແພງ ແລະ ປະຕູ ແລະ ກອນປະຕູ, ທັງຍັງໄດ້ສ້າງເມືອງຕ່າງໆ ເພື່ອເປັນຄັງສະບຽງອາຫານຂອງເພິ່ນ ແລະ ສ້າງເມືອງສຳລັບລົດມ້າຮົບ ແລະ ມ້າຂອງເພິ່ນ2 ຄືທຸກສິ່ງທີ່ເພິ່ນປາຖະໜາຈະສ້າງໃນເຢຣູຊາເລັມ, ໃນເລບານອນ ແລະ ທົ່ວເຂດແດນທັງໝົດທີ່ເພິ່ນປົກຄອງ.
ສ່ວນປະຊາຊົນທີ່ເຫລືອຢູ່ທີ່ເປັນຊາວຮິດຕີ, ຊາວອາໂມ, ຊາວເປຣີຊີ, ຊາວຮີວີ ແລະ ຊາວເຢບຸດ. (ຄົນເຫລົ່ານີ້ບໍ່ແມ່ນຊາວອິດສະຣາເອນ). ຄືລູກຫລານທີ່ເຫລືອຢູ່ຂອງຄົນເຫລົ່ານີ້ ເຊິ່ງຊົນຊາດອິດສະຣາເອນບໍ່ສາມາດທຳລາຍລ້າງໃຫ້ໝົດໄປໄດ້ ໂຊໂລໂມນໄດ້ເກນເອົາຄົນເຫລົ່ານີ້ມາເປັນແຮງງານຂ້າທາດມາຈົນເຖິງທຸກວັນນີ້. ແຕ່ໂຊໂລໂມນບໍ່ໄດ້ເຮັດຊາວອິດສະຣາເອນຄົນໃດມາເປັນຂ້າທາດເພື່ອເຮັດວຽກໃຫ້ເພິ່ນ; ບໍ່ວ່າພວກເຂົາເປັນທະຫານ, ຜູ້ບັນຊາການກອງທັບ, ຜູ້ບັນຊາການລົດຮົບ ແລະ ຄົນຂັບລົດຮົບຂອງເພິ່ນ. ແລະ ຍັງໃຫ້ພວກເຂົາເປັນຫົວໜ້າຂ້າລາຊະການຂອງກະສັດໂຊໂລໂມນສອງຮ້ອຍຫສິ້ຄົນ ແລະ ເປັນຜູ້ຮັບຜິດຊອບຄວບຄຸມຄົນງານເຫລົ່ານີ້ດ້ວຍ.
ໂຊໂລໂມນໄດ້ນໍາເອົາບັນດາລູກສາວຂອງຟາໂຣຈາກເມືອງຂອງດາວິດໄປທີ່ວັງທີ່ເພິ່ນໄດ້ສ້າງຂຶ້ນສໍາລັບພວກນາງ. ເພິ່ນໄດ້ກ່າວວ່າ, “ເມຍຂອງເຮົາຈະຕ້ອງບໍ່ອາໄສຢູ່ໃນວັງຂອງດາວິດ ກະສັດແຫ່ງອິດສະຣາເອນ, ເພາະບ່ອນຕ່າງໆນັ້ນເປັນບ່ອນທີ່ຫີບຄໍາໝັ້ນສັນຍາຂອງພຣະເຈົ້າຢາເວໄດ້ຜ່ານເຂົ້າໄປເປັນບ່ອນບໍລິສຸດ”.
ຢູ່ເທິງແທ່ນບູຊາທີ່ເພິ່ນໄດ້ສ້າງຂຶ້ນຢູ່ທາງໜ້າຂອງລະບຽງນັ້ນ, ໂຊໂລໂມນໄດ້ຖວາຍເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ, ຕາມລະບຽບທີ່ໄດ້ກຳນົດໄວ້ສຳລັບຖວາຍປະຈຳວັນທີ່ໂມເຊສັ່ງໄວ້ສຳລັບວັນຊະບາໂຕ, ວັນເດືອນອອກໃໝ່ ແລະ ສາມເທດສະການປະຈຳປີຄື: ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ເທດສະການປະຈຳອາທິດ ແລະ ເທດສະການປຸກຕູບຢູ່. ເພື່ອຮັກສາຂໍ້ຄໍາສັ່ງຂອງດາວິດພໍ່ຂອງເພິ່ນ, ເພິ່ນໄດ້ຈັດຕັ້ງປະໂລຫິດອອກເປັນໝວດໃຫ້ເຮັດໜ້າທີ່ຂອງພວກເຂົາ ແລະ ໃຫ້ຊາວເລວີນຳພາໃນການຮ້ອງເພງສັນລະເສີນ ແລະ ຊ່ວຍເຫລືອປະໂລຫິດເຮັດໜ້າທີ່ປະຈຳວັນຕາມທີ່ໄດ້ກໍານົດໄວ້. ເພິ່ນຍັງໄດ້ແຕ່ງຕັ້ງຄົນເຝົ້າຍາມປະຕູເປັນໝວດຕ່າງໆຢູ່ຕາມປະຕູ, ເພາະນີ້ແມ່ນສິ່ງທີ່ດາວິດຄົນຂອງພຣະເຈົ້າໄດ້ສັ່ງໄວ້. ພວກເຂົາບໍ່ໄດ້ລະເລີຍຄຳສັ່ງຂອງກະສັດໄດ້ມອບໃຫ້ແກ່ບັນດາປະໂລຫິດ ແລະ ຊາວເລວີ ບໍ່ວ່າໃນເລື່ອງໃດກໍຕາມລວມທັງເລື່ອງຄັງຕ່າງໆດ້ວຍ.
ວຽກການທັງໝົດຂອງໂຊໂລໂມນກໍສຳເລັດ, ຕັ້ງແຕ່ມື້ທີ່ຮາກຖານຂອງວິຫານຂອງພຣະເຈົ້າຢາເວໄດ້ຖືກວາງລົງຈົນເຖິງວິຫານກໍ່ສ້າງສຳເລັດ. ດັ່ງນັ້ນ ວິຫານຂອງພຣະເຈົ້າຢາເວຈຶ່ງສ້າງສຳເລັດ.
ແລ້ວໂຊໂລໂມນກໍໄດ້ໄປທີ່ເອຊີໂອນເກເບ ແລະ ເອລາດຢູ່ຊາຍຝັ່ງຂອງເອໂດມ. ແລະ ຮີຣາມໄດ້ສົ່ງເຮືອອອກໄປໃຫ້ເພິ່ນໂດຍຢູ່ໃຕ້ຄໍາສັ່ງຂອງທະຫານຂອງເພິ່ນເອງ, ພ້ອມທັງລູກເຮືອທີ່ມີຄວາມຊຳນານທາງທະເລ. ຄົນເຫລົ່ານີ້ກັບພວກທະຫານຂອງໂຊໂລໂມນໄດ້ແລ່ນເຮືອໄປທີ່ໂອຟີ ແລະ ໄດ້ເອົານຳຄຳເປັນຈໍານວນຫ້າສິບຕາລັນຕົນ,3 ເຊິ່ງພວກເຂົາໄດ້ມອບໃຫ້ແກ່ກະສັດໂຊໂລໂມນ.
Source notes (3)
- Footnote ພາສາເຮັບເຣີວ່າ ຮຸຣາມ ເປັນອີກຮູບໜຶ່ງຂອງຮີຣາມເຊັ່ນດຽວກັບຂໍ້ 18
- Footnote ຫລື ພົນລົດຮົບ
- Footnote ພາສາເຮັບເຣີວ່າ 450 ຕາລັນຕົນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.