Biblica® Open Lao Contemporary Version
2 ຂ່າວຄາວ 9
ລາຊີນີແຫ່ງເຊບາມາຢ້ຽມເຍືອນໂຊໂລໂມນ
(1ກສ 10:1-13)
ເມື່ອລາຊີນີແຫ່ງເຊບາໄດ້ຍິນຊື່ສຽງໂຊໂລໂມນ, ນາງກໍມາທີ່ເຢຣູຊາເລັມເພື່ອທົດສອບເພິ່ນໂດຍຕັ້ງຄໍາຖາມຍາກໆ. ລາຊີນີມາຮອດເຢຣູຊາເລັມພ້ອມກັບຂະບວນທີ່ໃຫຍ່ຫລວງພ້ອມທັງຝູງອູດບັນທຸກເຄື່ອງເທດ, ຄຳເປັນຈຳນວນຫລາຍ ແລະ ຫີນລ້ຳຄ່າ, ນາງໄດ້ມາພົບໂຊໂລໂມນ ແລະ ສົນທະນາກັບເພິ່ນກ່ຽວກັບທຸກເລື່ອງທີ່ມີຢູ່ໃນຄວາມຄິດຂອງນາງ. ໂຊໂລໂມນໄດ້ຕອບຄຳຖາມທັງໝົດຂອງນາງໄດ້ທຸກຂໍ້; ບໍ່ມີສິ່ງໃດຍາກເກີນກວ່າທີ່ກະສັດໂຊໂລໂມນຈະອະທິບາຍໃຫ້ແກ່ນາງ. ເມື່ອລາຊີນີແຫ່ງເຊບາໄດ້ເຫັນສະຕິປັນຍາຂອງໂຊໂລໂມນ ແລະ ເຫັນວັງທີ່ເພິ່ນໄດ້ສ້າງຂຶ້ນດ້ວຍ, ອາຫານຢູ່ເທິງໂຕະຂອງເພິ່ນ, ບັນດາຂ້າລາຊະການຂອງເພິ່ນທີ່ກຳລັງນັ່ງຢູ່, ບັນດາຜູ້ຮັບໃຊ້ທີ່ຢູ່ໃນເຄື່ອງແບບຂອງຕົນ, ພະນັກງານຍົກຈອກຂອງເພິ່ນ ແລະ ເຄື່ອງເຜົາບູຊາຈຳນວນຫລວງຫລາຍທີ່ເພິ່ນໄດ້ຖວາຍຢູ່ໃນວິຫານຂອງພຣະເຈົ້າຢາເວ ນາງກໍປະຫລາດໃຈຫລາຍ.
ນາງເວົ້າກັບກະສັດໂຊໂລໂມນວ່າ, “ຄຳລາຍງານທີ່ຂ້ານ້ອຍໄດ້ຍິນໄດ້ຟັງມາໃນປະເທດຂອງຂ້ານ້ອຍກ່ຽວກັບຄວາມສຳເລັດຂອງທ່ານ ແລະ ສະຕິປັນຍາຂອງທ່ານນັ້ນລ້ວນແຕ່ເປັນຄວາມຈິງ. ແຕ່ຂ້ານ້ອຍບໍ່ເຊື່ອສິ່ງທີ່ພວກເຂົາໄດ້ເວົ້າເລີຍຈົນກະທັ້ງຂ້ານ້ອຍໄດ້ມາເຫັນກັບຕາຂອງຂ້ານ້ອຍເອງ. ທີ່ຈິງແລ້ວ, ສິ່ງທີ່ຂ້ານ້ອຍໄດ້ຍິນມານັ້ນກໍບໍ່ຮອດເຄິ່ງຂອງຄວາມຍິ່ງໃຫຍ່ແຫ່ງສະຕິປັນຍາຂອງທ່ານ; ທ່ານຍິ່ງໃຫຍ່ເກີນກວ່າທີ່ຂ້ານ້ອຍໄດ້ຍິນມາຢ່າງຫລວງຫລາຍ. ປະຊາຊົນຂອງທ່ານຄົງຈະມີຄວາມສຸກຫລາຍ! ບັນດາຂ້າລາຊະການຂອງທ່ານຄົງມີຈະຄວາມສຸກທີ່ໄດ້ຢືນຢູ່ຕໍ່ໜ້າທ່ານ ແລະ ໄດ້ຟັງສະຕິປັນຍາຂອງທ່ານ! ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ, ຜູ້ທີ່ປິຕິຍິນດີໃນທ່ານ ແລະ ຕັ້ງທ່ານໄວ້ເທິງບັນລັງເປັນກະສັດເພື່ອປົກຄອງແທນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ເພາະຄວາມຮັກຂອງພຣະເຈົ້າຂອງທ່ານທີ່ມີຕໍ່ອິດສະຣາເອນ ແລະ ຄວາມປະສົງຂອງພຣະອົງເພື່ອສະໜັບສະໜູນພວກເຂົາຕະຫລອດໄປ. ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານເປັນກະສັດເໜືອພວກເຂົາເພື່ອຮັກສາຄວາມຍຸຕິທຳ ແລະ ຄວາມຊອບທຳ”.
ແລ້ວນາງໄດ້ມອບຄໍາ 120 ຕາລັນຕົນ,1 ເຄື່ອງເທດເປັນຈຳນວນຫລາຍ ແລະ ຫີນລ້ຳຄ່າໃຫ້ແກ່ກະສັດ. ຍັງບໍ່ເຄີຍມີເຄື່ອງເທດທີ່ດີເໝືອນກັບທີ່ລາຊີນີແຫ່ງເຊບາໄດ້ມອບໃຫ້ແກ່ກະສັດໂຊໂລໂມນມາກ່ອນ.
(ຄົນຮັບໃຊ້ຂອງຮີຣາມ ແລະ ຂອງກະສັດໂຊໂລໂມນຍັງໄດ້ນຳຄຳມາຈາກໂອຟີ; ພວກເຂົາໄດ້ນຳເອົາໄມ້ຈັນ2 ແລະ ຫີນລ້ຳຄ່າມາຈາກທີ່ນັ້ນດ້ວຍ. ກະສັດໄດ້ໃຊ້ໄມ້ຈັນນັ້ນເຮັດຂັ້ນໄດວິຫານຂອງພຣະເຈົ້າຢາເວ ແລະ ຂັ້ນໄດວັງ ແລະ ເຮັດພິນໃຫຍ່ ແລະ ພິນນ້ອຍໃຫ້ບັນດານັກດົນຕີ. ບໍ່ເຄີຍເຫັນເຊັ່ນນີ້ມາກ່ອນໃນຢູດາຍ.)
ກະສັດໂຊໂລໂມນໄດ້ມອບທຸກສິ່ງຕາມທີ່ນາງປາຖະໜາ ແລະ ຂໍ; ເພິ່ນໄດ້ໃຫ້ນາງຫລາຍກວ່າທີ່ນາງນຳມາໃຫ້ເພິ່ນ. ແລ້ວນາງພ້ອມທັງຂະບວນກໍກັບຄືນໄປປະເທດຂອງນາງ.
ສະຫງ່າລາສີຂອງໂຊໂລໂມນ
(1ກສ 10:14-29; 2ຂຄ 1:14-17)
ທຸກປີໂຊໂລໂມນໄດ້ຮັບຄຳໜັກປະມານ 666 ຕາລັນຕົນ3 ຍັງບໍ່ລວມພາສີອາກອນຈາກບັນດາພໍ່ຄ້າ. ບັນດາກະສັດແຫ່ງອາຣະເບຍ ແລະ ຜູ້ປົກຄອງຂອງດິນແດນຕ່າງໆທີ່ໄດ້ນຳຄຳ ແລະ ເງິນມາມອບໃຫ້ໂຊໂລໂມນ.
ກະສັດໂຊໂລໂມນໄດ້ເອົາຄຳຕີເປັນໂລ່ຈໍານວນສອງຮ້ອຍອັນ; ໂລ່ຄໍາແຕ່ລະອັນເຮັດດ້ວຍຄຳຫົກຮ້ອຍເຊເຂວ4 ເພິ່ນຍັງໄດ້ເຮັດໂລ່ນ້ອຍຄໍາຈໍານວນສາມຮ້ອຍອັນ, ແຕ່ລະອັນເຮັດດ້ວຍຄຳໜັກປະມານສາມຮ້ອຍເຊເຂວ.5 ກະສັດໄດ້ເກັບໂລ່ເຫລົ່ານີ້ໄວ້ໃນວັງແຫ່ງດົງເລບານອນ.
ແລ້ວກະສັດໄດ້ເຮັດບັນລັງຂະໜາດໃຫຍ່ຕົບແຕ່ງດ້ວຍງາຊ້າງ ແລະ ໂອບດ້ວຍຄຳບໍລິສຸດ. ບັນລັງນັ້ນມີຂັ້ນໄດຫົກຂັ້ນ ແລະ ມີອັນຮອງຕີນທີ່ເຮັດດ້ວຍຄຳ. ມີບ່ອນວາງແຂນທັງສອງຂ້າງພ້ອມທັງມີໂຕສິງຢືນຢູ່ໂຕລະຂ້າງ. ມີໂຕສິງສິບສອງໂຕຢືນຢູ່ຂັ້ນໄດຫົກຂັ້ນ, ໂດຍມີມີໜຶ່ງໂຕຢືນຢູ່ທີ່ປາຍຂອງຂັ້ນໄດແຕ່ລະຂັ້ນ. ບໍ່ເຄີຍມີຢ່າງນີ້ໃນອານາຈັກອື່ນ. ຈອກທັງໝົດຂອງກະສັດໂຊໂລໂມນແມ່ນເຮັດດ້ວຍຄຳ ແລະ ເຄື່ອງໃຊ້ທັງໝົດໃນເຮືອນຂອງເພິ່ນຢູ່ທີ່ປ່າເລບານອນ ແມ່ນລ້ວນແຕ່ເຮັດດ້ວຍຄຳບໍລິສຸດ, ບໍ່ມີສິ່ງໃດທີ່ເຮັດດ້ວຍເງິນ ເພາະໃນສະໄໝຂອງໂຊໂລໂມນນັ້ນເງິນຖືວ່າບໍ່ມີຄ່າ. ເພິ່ນມີກອງເຮືອໃຫ່ຍຄ້າຂາຍຫລາຍລໍາ6 ມີລູກເຮືອເປັນຄົນຮັບໃຊ້ມາຈາກກະສັດຮີຣາມ.7 ທຸກໆສາມປີເຮືອຈະບັນທຸກຄຳ, ເງິນ, ງາຊ້າງ, ລີງໃຫຍ່ ແລະ ລີງບາບູນມາດ້ວຍ.
ກະສັດໂຊໂລໂມນຮັ່ງມີ ແລະ ມີສະຕິປັນຍາເໜືອກວ່າກະສັດທຸກຄົນທີ່ຢູ່ໃນແຜ່ນດິນໂລກນີ້. ບັນດາກະສັດທັງຫລາຍທົ່ວໂລກມາຫາໂຊໂລໂມນເພື່ອຟັງສະຕິປັນຍາທີ່ພຣະເຈົ້າໄດ້ໃຫ້ແກ່ເພິ່ນ. ທຸກໆປີ ທຸກຄົນທີ່ມາກໍຈະນຳເອົາເຄື່ອງຂອງມາມອບໃຫ້ ຄືເຄື່ອງໃຊ້ທີ່ເຮັດດ້ວຍເງິນ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍຄຳ, ເສື້ອຄຸມ, ອາວຸດ, ເຄື່ອງເທດ ແລະ ມ້າກັບມ້າລໍ.
ໂຊໂລໂມນມີບ່ອນເກັບໂຕມ້າ ແລະ ລົດມ້າສີ່ພັນບ່ອນ ແລະ ມີທະຫານມ້າສິບສອງພັນຄົນ8 ເຊິ່ງເພິ່ນໄດ້ເກັບລົດມ້າບາງສ່ວນໄວ້ທີ່ເມືອງຕ່າງໆ ແລະ ໄດ້ເກັບບາງສ່ວນໄວ້ກັບເພິ່ນທີ່ເຢຣູຊາເລັມ. ເພິ່ນໄດ້ປົກຄອງບັນດາກະສັດທັງໝົດຕັ້ງແຕ່ແມ່ນໍ້າເອີຟຣັດຈົນເຖິງດິນແດນຟີລິດສະຕິນ ແລະ ໄກອອກໄປຈົນເຖິງຊາຍແດນຂອງເອຢິບ. ກະສັດໄດ້ເຮັດໃຫ້ເງິນເປັນເໝືອນດັ່ງກ້ອນຫີນໃນເຢຣູຊາເລັມ ແລະ ມີໄມ້ສີດາຢ່າງຫລວງຫລາຍເໝືອນດັ່ງຕົ້ນໝາກເດື່ອຢູ່ຕາມຕີນພູ. ຝູງມ້າຂອງໂຊໂລໂມນນັ້ນໄດ້ນຳເຂົ້າຈາກເອຢິບ9 ແລະ ປະເທດອື່ນໆ.
ໂຊໂລໂມນຕາຍ
(1ກສ 11:41-43)
ເຫດການອື່ນໆອີກໃນຊ່ວງການປົກຄອງໂຊໂລໂມນຕັ້ງແຕ່ຕົ້ນຈົນຈົບມີບັນທຶກໄວ້ໃນບັນທຶກຂອງຜູ້ທໍານວາຍນາທານ, ໃນຄຳທໍານວາຍຂອງອາຮີຢາແຫ່ງຊີໂລ ແລະ ໃນນິມິດຂອງຜູ້ທຳນວາຍອິດໂດທີ່ກ່ຽວກັບເຢໂຣໂບອາມລູກຊາຍຂອງເນບັດບໍ່ແມ່ນບໍ? ໂຊໂລໂມນໄດ້ປົກຄອງໃນເຢຣູຊາເລັມເໜືອອິດສະຣາເອນເປັນເວລາສີ່ສິບປີ. ແລ້ວເພິ່ນລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ໄດ້ຖືກຝັງໄວ້ໃນເມືອງຂອງດາວິດພໍ່ຂອງເພິ່ນ. ແລ້ວເຣໂຫໂບອາມລູກຊາຍຂອງເພິ່ນກໍຂຶ້ນປົກຄອງແທນເພິ່ນ.
Source notes (9)
- Footnote ພາສາເຮັບເຣີວ່າ 120 ຕາລັນຕົນ
- Footnote ຫລື ໄມ້ຈັນທົນ ເຊັ່ນດຽວຂໍ້ 11
- Footnote ພາສາເຮັບເຣີວ່າ 666 ຕາລັນຕົນ
- Footnote ພາສາເຮັບເຣີວ່າ 600 ເບຄາ
- Footnote ພາສາເຮັບເຣີວ່າ 300 ເບຄາ
- Footnote ພາສາເຮັບເຣີວ່າ ກອງເຮືອທີ່ສາມາດໄປທາຣະຊິດ
- Footnote ພາສາເຮັບເຣີວ່າ ຮຸຣາມ ເປັນອີກຮູບໜຶ່ງຂອງຮີຣາມ
- Footnote ຫລື ພົນລົດຮົບ 12.000 ຄົນ
- Footnote ອາດຈະເປັນ ມູຊູ ເຊິ່ງເປັນເຂດໜຶ່ງໃນກີລີເກຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.