Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 10

ອິດສະຣາເອນ​ກະບົດ​ຕໍ່​ເຣໂຫໂບອາມ

(1ກສ 12:1-24)

ເຣໂຫໂບອາມ​ໄດ້​ອອກໄປ​ທີ່​ຊີເຄມ ເພາະ​ຊາວ​ອິດສະຣາເອນ​ທັງໝົດ​ພາ​ກັນ​ໄປ​ທີ່​ນັ້ນ​ເພື່ອ​ຕັ້ງ​ເຣໂຫໂບອາມ​ຂຶ້ນ​ເປັນ​ກະສັດ. ເມື່ອ​ເຢໂຣໂບອາມ ລູກຊາຍ​ຂອງ​ເນບັດ (ເຊິ່ງ​ໜີ​ກະສັດ​ໂຊໂລໂມນ​ໄປ​ຢູ່​ໃນ​ເອຢິບ) ຮູ້​ຂ່າວ, ລາວ​ຈຶ່ງ​ກັບ​ມາ​ຈາກ​ເອຢິບ. ສະນັ້ນ ພວກເຂົາ​ກໍ​ສົ່ງ​ຄົນ​ໄປ​ຫາ​ເຢໂຣໂບອາມ ແລ້ວ​ເພິ່ນ ແລະ ອິດສະຣາເອນ​ທັງໝົດ​ກໍ​ໄປ​ຫາ​ເຣໂຫໂບອາມ ແລະ ເວົ້າ​ກັບ​ເພິ່ນ​ວ່າ “ພໍ່​ຂອງ​ທ່ານ​ໄດ້​ວາງ​ແອກ​ໜັກ​ໃຫ້​ພວກຂ້ານ້ອຍ, ແຕ່​ບັດນີ້ ຂໍ​ໃຫ້​ຜ່ອນ​ພາລະ ແລະ ບັນເທົາ​ແອກ​ທີ່​ເພິ່ນ​ໄດ້​ວາງ​ໄວ້​ເທິງ​ພວກຂ້ານ້ອຍ ແລ້ວ​ພວກຂ້ານ້ອຍ​ຈະ​ຮັບໃຊ້​ທ່ານ”.

ເຣໂຫໂບອາມ​ໄດ້​ຕອບ​ວ່າ “ຈົ່ງ​ກັບ​ມາ​ຫາ​ເຮົາ​ອີກ​ສາມ​ວັນ” ດັ່ງນັ້ນ ປະຊາຊົນ​ຈຶ່ງ​ພາກັນ​ຈາກ​ໄປ.

ກະສັດ​ເຣໂຫໂບອາມ​ໄດ້​ປຶກສາ​ກັບ​ບັນດາ​ຜູ້ອາວຸໂສ​ທີ່​ເຄີຍ​ຮັບໃຊ້​ໂຊໂລໂມນ​ພໍ່​ຂອງ​ເພິ່ນ​ເມື່ອ​ເວລາ​ທີ່​ພໍ່​ຂອງ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່. ເພິ່ນ​ໄດ້​ຖາມ​ວ່າ, “ທ່ານ​ວ່າ​ເຮົາ​ຄວນ​ຈະ​ຕອບ​ປະຊາຊົນ​ເຫລົ່ານີ້​ວ່າ​ຢ່າງໃດ?”

ພວກເຂົາ​ໄດ້​ຕອບ​ວ່າ, “ຖ້າ​ທ່ານ​ຈະ​ໃຫ້​ຄວາມເມດຕາ​ຕໍ່​ປະຊາຊົນ​ເຫລົ່ານີ້ ແລະ ເອົາ​ໃຈ​ພວກເຂົາ ແລະ ໃຫ້​ຄຳຕອບ​ທີ່​ພວກເຂົາ​ພໍໃຈ, ພວກເຂົາ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ຂອງ​ທ່ານ​ຕະຫລອດ​ໄປ”.

ແຕ່​ເຣໂຫໂບອາມ​ໄດ້​ປະຕິເສດ​ຄຳ​ແນະນຳ​ຂອງ​ບັນດາ​ຜູ້ອາວຸໂສ​ທີ່​ໃຫ້​ເພິ່ນ ແລະ ໄດ້​ປຶກສາ​ຄົນ​ໜຸ່ມ​ທີ່​ເຕີບໃຫຍ່​ມາ​ນຳ​ກັນ​ກັບ​ເພິ່ນ ແລະ ກຳລັງ​ຮັບໃຊ້​ເພິ່ນ​ຢູ່. ເພິ່ນ​ໄດ້​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຈະ​ແນະນຳ​ຢ່າງໃດ? ພວກເຮົາ​ຄວນ​ຈະ​ຕອບ​ບັນດາ​ຄົນ​ທີ່​ມາ​ເວົ້າ​ກັບ​ເຮົາ​ວ່າ, ‘ຂໍ​ໃຫ້​ຜ່ອນ​ແອກ​ທີ່​ພໍ່​ຂອງ​ທ່ານ​ວາງ​ໄວ້​ເທິງ​ພວກຂ້ານ້ອຍ’ ບໍ?”

ພວກ​ຄົນ​ໜຸ່ມ​ທີ່​ເຕີບໃຫຍ່​ຂຶ້ນ​ມາ​ກັບ​ເພິ່ນ​ກໍ​ໄດ້​ຕອບ​ວ່າ, “ຂໍ​ໃຫ້​ກ່າວ​ກັບ​ບັນດາ​ຄົນ​ທີ່​ມາ​ເວົ້າ​ກັບ​ທ່ານ​ວ່າ, ‘ພໍ່​ຂອງ​ທ່ານ​ໄດ້​ວາງ​ແອກ​ໜັກ​ໄວ້​ເທິງ​ພວກເຮົາ, ແຕ່​ຂໍ​ເຮັດ​ໃຫ້​ແອກ​ຂອງ​ພວກເຮົາ​ເບົາ​ລົງ’. ບັດນີ້ ໃຫ້​ບອກ​ພວກເຂົາ​ວ່າ, ‘ນິ້ວ​ກ້ອຍ​ຂອງ​ເຮົາ​ກໍ​ໜາ​ກວ່າ​ແອວ​ຂອງ​ພໍ່​ເຮົາ. ພໍ່​ຂອງ​ເຮົາ​ໄດ້​ວາງ​ແອກ​ໜັກ​ໄວ້​ເທິງ​ພວກເຈົ້າ; ເຮົາ​ຈະ​ເຮັດ​ໃຫ້​ແອກ​ນັ້ນ​ໜັກ​ຫລາຍ​ຂຶ້ນ​ໄປ​ອີກ. ພໍ່​ຂອງ​ເຮົາ​ເຄີຍ​ໃຊ້​ໄມ້ແສ້​ຂ້ຽນຕີ​ພວກເຈົ້າ; ເຮົາ​ຈະ​ໃຊ້​ແມງງອດ​ຫລິ້ນ​ງານ​ພວກເຈົ້າ’ ”.

ສາມ​ມື້​ຕໍ່ມາ ເຢໂຣໂບອາມ ແລະ ປະຊາຊົນ​ທັງໝົດ​ໄດ້​ກັບ​ມາ​ພົບ​ກະສັດ​ເຣໂຫໂບອາມ​ຕາມ​ທີ່​ເພິ່ນ​ເວົ້າ​ໄວ້​ວ່າ, “ອີກ​ສາມ​ມື້​ຈຶ່ງ​ກັບ​ມາ​ພົບ​ເຮົາ”. ກະສັດ​ໄດ້​ຕອບ​ພວກເຂົາ​ຢ່າງ​ຫຍາບຄາຍ. ເພິ່ນ​ບໍ່​ຍອມ​ຟັງ​ຄຳ​ແນະນຳ​ຂອງ​ບັນດາ​ຜູ້ອາວຸໂສ, ເພິ່ນ​ໄດ້​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພວກ​ຄົນ​ໜຸ່ມ ແລະ ໄດ້​ເວົ້າ​ວ່າ “ພໍ່​ຂອງ​ເຮົາ​ໄດ້​ວາງ​ແອກ​ໜັກ​ໃຫ້​ພວກເຈົ້າ; ເຮົາ​ຈະ​ເຮັດ​ໃຫ້​ແອກ​ນັ້ນ​ໜັກ​ຫລາຍ​ຂຶ້ນ​ໄປ​ອີກ. ພໍ່​ຂອງ​ເຮົາ​ເຄີຍ​ໃຊ້​ໄມ້ແສ້​ຂ້ຽນຕີ​ພວກເຈົ້າ ສ່ວນ​ເຮົາ​ຈະ​ໃຊ້​ແມງງອດ​ຫລິ້ນ​ງານ​ພວກເຈົ້າ”. ດັ່ງນັ້ນ ກະສັດ​ບໍ່​ຟັງ​ປະຊາຊົນ, ເພາະ​ເຫດການ​ນີ້​ມາ​ຈາກ​ພຣະເຈົ້າ, ເພື່ອ​ໃຫ້​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ໄດ້​ກ່າວ​ແກ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ສໍາເລັດ​ເປັນ​ຈິງ​ຜ່ານ​ທາງ​ອາຮີຢາ​ຊາວ​ຊີໂລ.

ເມື່ອ​ອິດສະຣາເອນ​ທັງໝົດ​ໄດ້​ເຫັນ​ວ່າ​ກະສັດ​ບໍ່​ຍອມ​ຟັງ​ພວກ​ຕົນ, ພວກເຂົາ​ກໍ​ໄດ້​ຕອບ​ກະສັດ​ວ່າ:

“ພວກເຮົາ​ກ່ຽວ​ຂ້ອງ​ອັນໃດ​ກັບ​ດາວິດ,

ມີ​ສ່ວນ​ອັນ​ໃດ​ກັບ​ລູກຊາຍ​ຂອງ​ເຢຊີ?

ອິດສະຣາເອນ, ຈົ່ງ​ກັບ​ໄປ​ທີ່​ເຕັນ​ຂອງ​ພວກເຈົ້າ!

ດາວິດ​ເອີຍ, ຈົ່ງ​ເບິ່ງແຍງ​ເຮືອນ​ຂອງ​ເຈົ້າ​ເອງ​ສາ!”

ດັ່ງນັ້ນ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ພາກັນ​ເມືອ​ເຮືອນ. ແຕ່​ສຳລັບ​ຄົນ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ນັ້ນ ເຣໂຫໂບອາມ​ຍັງ​ຄົງ​ປົກຄອງ​ພວກເຂົາ​ຢູ່.

ກະສັດ​ເຣໂຫໂບອາມ​ໄດ້​ໃຊ້​ອາໂດນີຣາມ​ໄປ,1 ຜູ້​ທີ່​ມີ​ໜ້າທີ່​ເກນ​ເອົາ​ແຮງງານ, ແຕ່​ຊາວ​ອິດສະຣາເອນ​ໄດ​ແກວ່ງ​ກ້ອນຫີນ​ໃສ່​ລາວ​ຈົນ​ຕາຍ. ເຖິງຢ່າງໃດກໍຕາມ, ສ່ວນ​ກະສັດ​ເຣໂຫໂບອາມ​ຈຶ່ງ​ຟ້າວ​ຂຶ້ນ​ລົດມ້າ ແລະ ປົບໜີ​ໄປ​ທີ່​ເຢຣູຊາເລັມ. ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ກະບົດ​ຕໍ່​ຄອບຄົວ​ຂອງ​ດາວິດ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຮາໂດຣາມ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ອາໂດນີຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.