Skip to content
BibleKenya

Biblica® Open Lao Contemporary Version

2 ຂ່າວຄາວ 11

ເມື່ອ​ກະສັດ​ເຣໂຫໂບອາມ​ໄດ້​ມາ​ຮອດ​ເຢຣູຊາເລັມ, ເພິ່ນຈຶ່ງ​ຮວບຮວມ​ພວກ​ທະຫານ​ຈາກ​ເຜົ່າ​ຢູດາ ແລະ ເຜົ່າ​ເບັນຢາມິນ​ໄດ້​ເປັນ​ຈຳນວນ​ແສນ​ແປດສິບພັນ​ຄົນ​ເພື່ອ​ເຮັດ​ສົງຄາມ​ກັບ​ອິດສະຣາເອນ ແລະ ເພື່ອ​ກອບກູ້​ເອົາ​ອານາຈັກ​ຄືນ​ມາ​ໃຫ້​ເຣໂຫໂບອາມ.

ແຕ່​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ເຊມາອີຢາ​ຄົນ​ຂອງ​ພຣະເຈົ້າ​ວ່າ: “ຈົ່ງ​ໄປ​ບອກ​ເຣໂຫໂບອາມ​ລູກຊາຍ​ກະສັດ​ໂຊໂລໂມນ​ແຫ່ງ​ຢູດາຍ ແລະ ບອກ​ອິດສະຣາເອນ​ທັງໝົດ​ໃນ​ເຜົ່າ​ຢູດາ​ກັບ​ເຜົ່າ​ເບັນຢາມິນ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຢ່າ​ຂຶ້ນ​ໄປ​ຕໍ່ສູ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ. ທຸກຄົນ​ຈົ່ງ​ເມືອ​ເຮືອນ​ສາ, ເພາະ​ນີ້​ແມ່ນ​ເຮົາ​ເປັນ​ຜູ້​ກະທໍາ​ສິ່ງນີ້’ ”. ດັ່ງນັ້ນ ພວກເຂົາ​ກໍ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ແລະ ບໍ່​ໄດ້​ໄປ​ສູ້ຮົບ​ກັບ​ເຢໂຣໂບອາມ.

ເຣໂຫໂບອາມ​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຢູດາຍ

ເຣໂຫໂບອາມ​ໄດ້​ອາໄສ​ຢູ່​ໃນ​ເຢຣູຊາເລັມ ແລະ ໄດ້​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ເພື່ອ​ປ້ອງກັນ​ຢູດາຍ​ມີ​ດັ່ງນີ້: ເບັດເລເຮັມ, ເອຕາມ, ເຕກົວ, ເບັດຊູເຣ, ໂຊໂກ, ອາດຸນລຳ, ກາດ, ມາເຣຊາ, ສີເຟ, ອາໂດຣາອີມ, ລາກິດ, ອາເຊກາ, ໂຊຣາ, ໄອຢາໂລນ ແລະ ເຮັບໂຣນ. ເມືອງ​ເຫລົ່ານີ້​ເປັນ​ເມືອງ​ປ້ອມ​ປ້ອງ​ກັນ​ໃນ​ຢູດາຍ ແລະ ເບັນຢາມິນ. ເພິ່ນ​ໄດ້​ເພິ່ມ​ການ​ປ້ອມ​ປ້ອງກັນ ແລະ ຕັ້ງ​ຜູ້ບັນຊາການ​ໄວ້​ໃນ​ເມືອງ​ເຫລົ່ານີ້, ພ້ອມທັງ​ເກັບ​ສະສົມ​ອາຫານ, ນໍ້າມັນ​ໝາກກອກ ແລະ ເຫລົ້າ​ອະງຸ່ນ​ດ້ວຍ. ເພິ່ນ​ໄດ້​ເກັບ​ໂລ່ ແລະ ຫອກ​ໄວ້​ແຕ່ລະ​ເມືອງ ແລະ ເຮັດ​ໃຫ້​ເມືອງ​ເຫລົ່ານີ້​ເຂັ້ມ​ແຂງຂຶ້ນ. ດັ່ງນັ້ນ ເຜົ່າ​ຢູດາ ແລະ ເຜົ່າ​ເບັນຢາມິນ​ຈຶ່ງ​ເປັນ​ຂອງ​ເພິ່ນ.

ບັນດາ​ປະໂລຫິດ ແລະ ບັນດາ​ຊາວເລວີ​ຈາກ​ທຸກ​ເມືອງ​ຂອງ​ພວກເຂົາ​ທົ່ວ​ອິດສະຣາເອນ​ກໍ​ຢູ່​ຝ່າຍ​ເພິ່ນ. ຊາວເລວີ​ຍອມ​ປະຖິ້ມ​ທົ່ງ​ລ້ຽງສັດ​ຂອງ​ຕົນ ແລະ ຊັບສິນ​ເດີນທາງ​ມາ​ທີ່​ຢູດາຍ ແລະ ເຢຣູຊາເລັມ, ເພາະ​ເຢໂຣໂບອາມ ແລະ ລູກຊາຍ​ໄດ້​ບໍ່​ຍອມຮັບ​ພວກເຂົາ​ໃນ​ຖານະ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າຢາເວ. ເມື່ອ​ເພິ່ນ​ໄດ້​ແຕ່ງຕັ້ງ​ປະໂລຫິດ​ຂອງ​ເພິ່ນ​ເອງ​ສຳລັບ​ສະຖານທີ່​ບູຊາ​ຢູ່​ບ່ອນ​ສູງ ແລະ ບ່ອນ​ກາບໄຫວ້​ຮູບເຄົາລົບ​ທີ່​ເປັນ​ຮູບ​ແບ້ ແລະ ຮູບ​ງົວ​ທີ່​ເພິ່ນ​ໄດ້​ສ້າງ​ຂຶ້ນ​ນັ້ນ. ຄົນ​ທີ່​ມາ​ຈາກ​ທຸກ​ເຜົ່າ​ຂອງ​ອິດສະຣາເອນ​ຜູ້​ທີ່​ຕັ້ງໃຈ​ສະແຫວງ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກໍ​ໄດ້​ຕິດຕາມ​ຊາວເລວີ​ໄປ​ທີ່​ເຢຣູຊາເລັມ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຮັດ​ໃຫ້​ອານາຈັກ​ຂອງ​ຢູດາຍ​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ສະໜັບສະໜູນ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ​ເປັນ​ເວລາ​ສາມ​ປີ​ທີ່​ເຣໂຫໂບອາມ​ດຳເນີນ​ຕາມ​ວິຖີທາງ​ຂອງ​ດາວິດ ແລະ ໂຊໂລໂມນ​ໃນ​ເວລາ​ນັ້ນ.

ຄອບຄົວ​ຂອງ​ເຣໂຫໂບອາມ

ເຣໂຫໂບອາມ​ໄດ້​ແຕ່ງງານ​ກັບ​ນາງ​ມາຮາລັດ, ຜູ້​ທີ່​ເປັນ​ລູກສາວ​ຂອງ​ເຢຣິໂມດ​ທີ່​ເປັນ​ລູກຊາຍ​ຄົນໜຶ່ງ​ຂອງ​ດາວິດ​ກັບ​ນາງ​ອາບີໄຮ, ເຊິ່ງ​ນາງ​ເປັນ​ລູກສາວ​ຂອງ​ເອລີອາບ​ຫລານສາວ​ຂອງ​ເຢຊີ. ນາງ​ມີ​ລູກຊາຍ​ໃຫ້​ເພິ່ນ​ດັ່ງ​ນີ້: ເຢອຸດ, ເຊມາຣີຢາ ແລະ ຊາຮາມ. ຕໍ່ມາ​ເພິ່ນ​ໄດ້​ນາງ​ມາອາກາ ລູກສາວ​ຂອງ​ອັບຊາໂລມ, ນາງ​ມີ​ລູກຊາຍ​ໃຫ້​ເພິ່ນ​ດັ່ງ​ນີ້: ອາບີຢາ, ອັດໄຕ, ຊີຊາ ແລະ ເຊໂລມິດ. ເຣໂຫໂບອາມ​ຮັກ​ມາອາກາ​ລູກສາວ​ຂອງ​ອັບຊາໂລມ​ຫລາຍ​ກວ່າ​ເມຍ​ຄົນ​ອື່ນໆ ແລະ ເມຍນ້ອຍ​ຂອງ​ຕົນ. ເພິ່ນ​ມີ​ເມຍ​ທັງໝົດ​ສິບແປດ​ຄົນ ແລະ ມີ​ເມຍນ້ອຍ​ຫົກ​ສິບ​ຄົນ, ເພິ່ນ​ມີ​ລູກຊາຍ​ຊາວແປດ​ຄົນ ແລະ ລູກສາວ​ຫົກ​ສິບ​ຄົນ.

ເຣໂຫໂບອາມ​ໄດ້​ແຕ່ງຕັ້ງ​ອາບີຢາ ລູກຊາຍ​ຂອງ​ນາງ​ມາອາກາ​ເປັນ​ມຸງກຸດ​ລາຊະ​ກຸມມານ​ໃນ​ທາມ​ກາງ​ບັນດາ​ອ້າຍ​ນ້ອງ​ຂອງ​ລາວ, ເພື່ອ​ລາວ​ຈະ​ໄດ້​ເປັນ​ກະສັດ​ຄົນ​ຕໍ່ໄປ. ເຣໂຫໂບອາມ​ໄດ້​ປະຕິບັດ​ຢ່າງ​ສະຫລຽວ​ສະຫລາດ​ໂດຍ​ການ​ແບ່ງ​ພວກ​ລູກຊາຍ​ຄົນ​ອື່ນໆ​ຂອງ​ຕົນ​ໄປ​ຢູ່​ຕາມ​ເມືອງຕ່າງໆ​ຂອງ​ຢູດາ ແລະ ເບັນຢາມິນ, ແລະ ໄປ​ຢູ່​ຕາມ​ເມືອງ​ປ້ອມ​ປ້ອງກັນ​ທັງໝົດ. ລາວ​ໄດ້​ຈັດຫາ​ສະບຽງ​ອາຫານ​ຕ່າງໆ​ໃຫ້​ພວກເຂົາ​ມີ​ຢ່າງ​ອຸດົມສົມບູນ ແລະ ຫາ​ເມຍ​ໃຫ້​ພວກເຂົາ​ຫລາຍ​ຄົນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.