Biblica® Open Lao Contemporary Version
1 ຊາມູເອນ 7
ດັ່ງນັ້ນ ຊາວເມືອງກີຣີອາດເຢອາຣີມຈຶ່ງມາຮັບຫີບພັນທະສັນຍາຂອງພຣະເຈົ້າຢາເວໄປ. ພວກເຂົາໄດ້ນໍາເອົາຫີບນັ້ນໄປໄວ້ຢູ່ເຮືອນຂອງອາບີນາດາບທີ່ຢູ່ເທິງໂນນພູ ແລ້ວຊຳລະ ແລະ ໄດ້ແຕ່ງຕັ້ງເອເລອາຊາລູກຊາຍຂອງລາວໃຫ້ເຝົ້າຮັກສາຫີບພັນທະສັນຍາຂອງພຣະເຈົ້າຢາເວ. ຫີບພັນທະສັນຍານັ້ນຍັງຢູ່ທີ່ກີຣີອາດເຢອາຣີມເປັນເວລາຊາວປີ.
ຊາມູເອນປາບພວກຟີລິດສະຕິນຢູ່ທີ່ມີຊະປາ
ຫລັງຈາກນັ້ນ ປະຊາຊົນອິດສະຣາເອນທັງໝົດກໍພາກັນກັບຄືນມາຫາພຣະເຈົ້າຢາເວ. ດັ່ງນັ້ນ ຊາມູເອນຈຶ່ງເວົ້າກັບຊາວອິດສະຣາເອນວ່າ, “ຖ້າພວກເຈົ້າຫັນກັບມາຫາພຣະເຈົ້າຢາເວດ້ວຍສຸດໃຈຂອງພວກເຈົ້າແລ້ວ ກໍໃຫ້ກຳຈັດບັນດາພະຕ່າງຊາດກັບພະອັດສະຕາກອອກໄປ ແລະ ຖວາຍຊີວິດຂອງພວກເຈົ້າແກ່ພຣະເຈົ້າຢາເວ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ, ແລ້ວພຣະອົງຈະຊ່ວຍກອບກູ້ພວກເຈົ້າໃຫ້ພົ້ນຈາກມືຂອງຊາວຟີລິດສະຕິນ”. ດັ່ງນັ້ນ ຊາວອິດສະຣາເອນຈຶ່ງໄດ້ທຳລາຍຮູບປັ້ນພະບາອານ ແລະ ພະອັດສະຕາກ ແລະ ຮັບໃຊ້ພຣະເຈົ້າຢາເວແຕ່ອົງດຽວ.
ຫລັງຈາກນັ້ນ ຊາມູເອນກໍໄດ້ເວົ້າວ່າ, “ຈົ່ງໃຫ້ຊາວອິດສະຣາເອນທັງໝົດມາຊຸມນຸມກັນຢູ່ທີ່ມີຊະປາ, ແລ້ວຂ້າພະເຈົ້າຈະອະທິຖານອ້ອນວອນຕໍ່ພຣະເຈົ້າຢາເວເພື່ອພວກເຈົ້າ”. ເມື່ອພວກເຂົາມາຊຸມນຸມກັນຢູ່ທີ່ມີຊະປາ, ພວກເຂົາກໍໄດ້ຕັກນ້ຳຂຶ້ນມາເທລົງຕໍ່ໜ້າພຣະເຈົ້າຢາເວ. ໃນວັນນັ້ນພວກເຂົາໄດ້ຖືສິນອົດອາຫານ ແລະ ສາລະພາບວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະເຈົ້າຢາເວ”. ບັດນີ້ ຊາມູເອນຈຶ່ງເປັນຜູ້ນຳ1ຊາວອິດສະຣາເອນຢູ່ທີ່ມີຊະປາ.
ເມື່ອຊາວຟີລິດສະຕິນໄດ້ຍິນວ່າຊາວອິດສະຣາເອນໄດ້ຊຸມນຸມກັນຢູ່ທີ່ມີຊະປາ, ບັນດາຜູ້ມີອຳນາດປົກຄອງຂອງຟີລິດສະຕິນກໍມາໂຈມຕີພວກເຂົາ. ເມື່ອຊາວອິດສະຣາເອນຮູ້ຂ່າວ, ພວກເຂົາກໍຕົກໃຈຢ້ານພວກຟີລິດສະຕິນຫລາຍ. ພວກເຂົາໄດ້ເວົ້າກັບຊາມູເອນວ່າ, “ຢ່າຢຸດອ້ອນວອນຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາເພື່ອພວກເຮົາ, ເພື່ອພຣະອົງຈະຊ່ວຍກອບກູ້ພວກເຮົາອອກຈາກມືຂອງຊາວຟີລິດສະຕິນ”. ຫລັງຈາກນັ້ນ ຊາມູເອນຈຶ່ງເອົາລູກແກະໂຕໜຶ່ງທີ່ຍັງບໍ່ອອກນົມມາຖວາຍແກ່ພຣະເຈົ້າຢາເວ ເພື່ອເປັນເຄື່ອງເຜົາບູຊາ. ເພິ່ນໄດ້ຮ້ອງຂໍຕໍ່ພຣະເຈົ້າຢາເວແທນຊາວອິດສະຣາເອນ, ແລ້ວພຣະເຈົ້າຢາເວກໍຕອບເພິ່ນ.
ໃນຂະນະທີ່ຊາມູເອນກຳລັງຖວາຍເຄື່ອງເຜົາບູຊາຢູ່ນັ້ນ, ຊາວຟີລິດສະຕິນກໍໄດ້ເຂົ້າມາໃກ້ເພື່ອສູ້ຮົບກັບອິດສະຣາເອນ. ແຕ່ໃນວັນນັ້ນພຣະເຈົ້າໄດ້ຕໍ່ສູ້ຊາວຟີລິດສະຕິນໂດຍໃຫ້ຟ້າຜ່າສຽງດັງສະໜັ່ນຫວັ່ນໄຫວ ເຮັດໃຫ້ພວກເຂົາຕື່ນຕົກໃຈ ແລະ ແຕກທັບຖອຍໄປຕໍ່ໜ້າຊາວອິດສະຣາເອນ. ຄົນອິດສະຣາເອນໄດ້ພາກັນຫລັ່ງອອກຈາກເມືອງມີຊະປາ ແລະ ຕາມຂ້າຊາວຟີລິດສະຕິນໄປຕະຫລອດທາງຈົນຮອດເບັດຄາ.
ຫລັງຈາກນັ້ນ ຊາມູເອນຈຶ່ງໄດ້ນຳຫີນມາກ້ອນໜຶ່ງ ແລະ ຕັ້ງໄວ້ຢູ່ລະຫວ່າງເມືອງມີຊະປາ ແລະ ເມືອງເຊນ. ເພິ່ນໄດ້ໃສ່ຊື່ກ້ອນຫີນນັ້ນວ່າເອເບັນເອເຊ,2 ເຊິ່ງມີຄວາມໝາຍວ່າ, “ພຣະເຈົ້າຢາເວຊ່ວຍເຫລືອພວກເຮົາ”. ດັ່ງນັ້ນ ຊາວຟີລິດສະຕິນຈຶ່ງພ່າຍແພ້ ແລະ ບໍ່ໄດ້ມາຮຸກຮານອິດສະຣາເອນອີກເລີຍ.
ຕະຫລອດຊົ່ວອາຍຸຂອງຊາມູເອນ, ມືຂອງພຣະເຈົ້າຢາເວໄດ້ຕໍ່ສູ້ກັບຊາວຟີລິດສະຕິນ. ຫົວເມືອງຕ່າງໆທີ່ຢູ່ລະຫວ່າງເອັກໂຣນ ແລະ ກາດທີ່ຖືກຊາວຟີລິດສະຕິນຢຶດໄປນັ້ນ, ບັດນີ້ ຊາວອິດສະຣາເອນກໍໄດ້ຕີຄືນມາໄດ້ ແລະ ທັງຍັງໄດ້ກອບກູ້ດິນແດນທີ່ຢູ່ໃກ້ຄຽງຈາກອຳນາດຂອງຊາວຟີລິດສະຕິນ. ແລ້ວ ໃນລະຫວ່າງນັ້ນຊາວອິດສະຣາເອນກໍຢູ່ຢ່າງສັນຕິກັບຊາວອາໂມ.
ຊາມູເອນເປັນຜູ້ນຳຂອງຊາວອິດສະຣາເອນສືບຕໍ່ມາຕະຫລອດຊົ່ວອາຍຸຂອງເພິ່ນ. ທຸກປີເພິ່ນຈະເດີນທາງອ້ອມໄປ ຈາກເບັດເອນໄປທີ່ກິນການ, ໄປມີຊະປາ, ເພື່ອພິຈາລະນາຄະດີຄວາມຂອງຊາວອິດສະຣາເອນໃນສະຖານທີ່ຕ່າງໆເຫລົ່ານັ້ນ. ແຕ່ເພິ່ນຈະກັບມາທີ່ຣາມາ, ເຊິ່ງເປັນຖິ່ນຖານຂອງເພິ່ນສະເໝີ ແລະ ພິຈາລະນາຄະດີຄວາມຂອງຊາວອິດສະຣາເອນຢູ່ທີ່ນັ້ນດ້ວຍ ເພິ່ນໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວຢູ່ທີ່ຣາມາ.
Source notes (2)
- Footnote ຫລື ຜູ້ປົກຄອງ ເຊັ່ນດຽວກັບຂໍ້ 15
- Footnote ແປວ່າ ສີລາແຫ່ງຄວາມຊ່ວຍເຫລືອ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.