Biblica® Open Lao Contemporary Version
1 ຊາມູເອນ 6
ຫີບພັນທະສັນຍາກັບຄືນສູ່ອິດສະຣາເອນ
ເມື່ອຫີບພັນທະສັນຍາຂອງພຣະເຈົ້າຢາເວຢູ່ໃນດິນແດນຟີລິດສະຕິນເປັນເວລາເຈັດເດືອນ, ຊາວຟີລິດສະຕິນໄດ້ເຊີນບັນດາປະໂລຫິດ ແລະ ໂຫລາຈານຂອງພວກຕົນມາຖາມວ່າ, “ພວກເຮົາຄວນເຮັດແນວໃດກັບຫີບພັນທະສັນຍາຂອງພຣະເຈົ້າຢາເວ? ຈົ່ງບອກພວກເຮົາວ່າພວກເຮົາຈະສົ່ງຫີບກັບຄືນໄປບ່ອນເກົ່າໄດ້ຢ່າງໃດ”.
ຄົນເຫລົ່ານັ້ນໄດ້ຕອບວ່າ, “ຖ້າຈະສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິດສະຣາເອນຄືນ, ຢ່າສົ່ງຫີບນັ້ນຄືນໄປໂດຍບໍ່ມີຂອງຂວັນ; ແຕ່ຕ້ອງສົ່ງຄືນໄປພ້ອມເຄື່ອງບູຊາລຶບລ້າງຄວາມຜິດເພື່ອຖວາຍແກ່ພຣະອົງດ້ວຍ, ແລ້ວພວກເຈົ້າຈະໄດ້ຫາຍດີ ແລະ ພວກເຈົ້າຈະຮູ້ວ່າເປັນຫຍັງພຣະອົງຍັງລົງໂທດພວກເຈົ້າຢູ່”.
ຊາວຟີລິດສະຕິນໄດ້ຖາມວ່າ, “ພວກເຮົາຈະສົ່ງຫຍັງໄປເປັນເຄື່ອງບູຊາລຶບລ້າງຄວາມຜິດ?”
ພວກເຂົາໄດ້ຕອບວ່າ, “ຈົ່ງສົ່ງຝີຄຳຫ້າກ້ອນ ແລະ ໜູຄຳຫ້າໂຕຕາມຈຳນວນຜູ້ມີອຳນາດປົກຄອງ, ເພາະທັງພວກເຈົ້າ ແລະ ຜູ້ມີອຳນາດປົກຄອງລ້ວນແຕ່ຖືກໄພພິບັດຫລິ້ນງານ. ຈົ່ງເຮັດຮູບປັ້ນຝີ ແລະ ໜູທີ່ມາທຳລາຍບ້ານເມືອງ ແລະ ຖວາຍກຽດຕິຍົດແກ່ພຣະເຈົ້າແຫ່ງອິດສະຣາເອນ. ບາງທີພຣະອົງອາດຈະຢັ້ງມືຂອງພຣະອົງຈາກພວກເຈົ້າ ແລະ ພະທັງຫລາຍຂອງພວກເຈົ້າກັບດິນແດນຂອງພວກເຈົ້າ. ເປັນຫຍັງພວກເຮົາຕ້ອງມີໃຈແຂງກະດ້າງເໝືອນດັ່ງຟາໂຣ ແລະ ຊາວເອຢິບ? ເມື່ອພຣະເຈົ້າແຫ່ງອິດສະຣາເອນຈັດການກັບພວກເຂົາຢ່າງໜັກ, ພວກເຂົາກໍຍອມປ່ອຍຊາວອິດສະຣາເອນອອກມາບໍ່ແມ່ນບໍ?
“ບັດນີ້, ຈົ່ງຕໍ່ກວຽນຄັນໃໝ່, ທຽມດ້ວຍງົວແມ່ສອງໂຕທີ່ຫາກໍ່ຈະເກີດລູກ ແລະ ບໍ່ເຄີຍທຽມແອກມາກ່ອນ. ສ່ວນລູກຂອງມັນນັ້ນໃຫ້ແຍກໄປຂັງໄວ້ຢູ່ຄອກ. ຈົ່ງວາງຫີບພັນທະສັນຍາຂອງພຣະເຈົ້າຢາເວໄວ້ເທິງກວຽນ ແລະ ບັນຈຸເຄື່ອງຄຳທີ່ພວກເຈົ້າຖວາຍເປັນເຄື່ອງບູຊາລຶບລ້າງຄວາມຜິດໄວ້ໃນກ່ອງທາງຂ້າງ. ແລ້ວປ່ອຍງົວແມ່ໄປຕາມໃຈຂອງມັນ. ແຕ່ຈົ່ງລໍຖ້າເບິ່ງຢູ່, ຖ້າມັນຂ້າມເຂດແດນ, ມຸ່ງໄປທີ່ເບັດເຊເມດ, ກໍສະແດງວ່າພຣະເຈົ້າຢາເວນີ້ແຫລະທີ່ນຳໄພພິບັດຍິ່ງໃຫຍ່ນີ້ມາສູ່ພວກເຮົາ. ແຕ່ຖ້າບໍ່ເປັນດັ່ງນັ້ນ, ພວກເຮົາກໍຈະໄດ້ຮູ້ວ່າໄພພິບັດນີ້ເປັນພຽງເຫດບັງເອີນ ບໍ່ແມ່ນພຣະອົງທີ່ລົງໂທດພວກເຮົາ”.
ພວກເຂົາຈຶ່ງເຮັດຕາມນັ້ນ. ພວກເຂົາໄດ້ທຽມງົວແມ່ສອງໂຕເຂົ້າກັບກວຽນ ສ່ວນລູກຂອງພວກມັນແມ່ນແຍກໄວ້ຢູ່ຄອກ. ຫລັງຈາກນັ້ນກໍວາງຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະ ກ່ອງບັນຈຸໜູຄຳກັບຮູບປັ້ນຝີໄວ້ເທິງກວຽນ. ແລ້ວງົວແມ່ກໍມຸ່ງໜ້າໄປຕາມຫົນທາງກົງໄປຫາເບັດເຊເມດ, ຮ້ອງຕະຫລອດທາງ; ບໍ່ຫັນຊ້າຍ ຫລື ຫັນຂວາ. ບັນດາຜູ້ມີອຳນາດປົກຄອງຂອງຊາວຟີລິດສະຕິນກໍໄດ້ຕິດຕາມໄປຈົນເຖິງຊາຍແດນເບັດເຊເມດ.
ບັດນີ້ ຊາວເມືອງເບັດເຊເມດກໍກຳລັງກ່ຽວເຂົ້າຫວີດຂອງຕົນຢູ່ໃນຮ່ອມພູ ແລະ ເມື່ອພວກເຂົາໄດ້ຫລຽວໄປແລ້ວເຫັນຫີບພັນທະສັນຍາ, ພວກເຂົາກໍພາກັນດີໃຈຫລາຍ. ກວຽນໄດ້ແລ່ນເຂົ້າມາໃນທົ່ງນາຂອງໂຢຊວຍຊາວເມືອງເບັດເຊເມດ ແລະ ມາຢຸດຢູ່ຂ້າງກ້ອນຫີນໃຫຍ່. ຊາວເມືອງຈຶ່ງໄດ້ຜ່າໄມ້ກວຽນເຮັດຟືນ ແລະ ຂ້າງົວແມ່ນັ້ນຖວາຍເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ. ຄົນເລວີໄດ້ຊ່ວຍກັນຍົກຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະ ກ່ອງບັນຈຸເຄື່ອງຄໍາອອກມາຈາກກວຽນແລ້ວວາງໄວ້ເທິງກ້ອນຫີນໃຫຍ່ນັ້ນ. ໃນວັນນັ້ນຊາວເມືອງເບັດເຊເມດກໍໄດ້ພາກັນນຳເຄື່ອງເຜົາບູຊາ ແລະ ເຄື່ອງບູຊາອື່ນໆມາຖວາຍແກ່ພຣະເຈົ້າຢາເວ. ຜູ້ມີອຳນາດປົກຄອງທັງຫ້າຂອງຟີລິດສະຕິນເບິ່ງເຫັນເຫດການທັງໝົດນີ້ ແລະ ຫລັງຈາກນັ້ນກໍກັບໄປທີ່ເອັກໂຣນໃນວັນດຽວກັນ.
ຝີຄຳທັງຫ້າທີ່ຊາວຟີລິດສະຕິນໄດ້ສົ່ງມາເພື່ອເປັນເຄື່ອງບູຊາລຶບລ້າງຄວາມຜິດຖວາຍແກ່ພຣະເຈົ້າຢາເວນັ້ນ ແຕ່ລະອັນແມ່ນສຳລັບແຕ່ລະເມືອງຄື ອາຊະໂດດ, ກາຊາ, ອາຊະເກໂລນ, ກາດ ແລະ ເອັກໂຣນ. ແລະ ຈຳນວນໜູຄຳຫ້າໂຕແມ່ນເທົ່າກັບຈຳນວນເມືອງຂອງຟີລິດສະຕິນ ເຊິ່ງເປັນຂອງຜູ້ມີອຳນາດປົກຄອງທັງຫ້າ ຄືເມືອງປ້ອມປ້ອງກັນ ແລະ ມີໝູ່ບ້ານໃນຊົນນະບົດ. ກ້ອນຫີນໃຫຍ່ທີ່1ພວກເຂົາວາງຫີບພັນທະສັນຍາຂອງພຣະເຈົ້າຢາເວນັ້ນຍັງຄົງຕັ້ງຢູ່ທີ່ທົ່ງນາຂອງໂຢຊວຍຊາວເມືອງເບັດເຊເມດຈົນເຖິງທຸກວັນນີ້.
ແຕ່ພຣະເຈົ້າໄດ້ປະຫານຊາວເມືອງເບັດເຊເມດ, ຈໍານວນເຈັດສິບຄົນ2 ເຊິ່ງເບິ່ງເຂົ້າໄປທີ່ຫີບພັນທະສັນຍາຂອງພຣະເຈົ້າຢາເວ. ຊາວເມືອງພາກັນໂສກເສົ້າທີ່ພຣະເຈົ້າໄດ້ລົງໂທດພວກເຂົາຢ່າງໜັກ. ແລະ ພວກເຂົາໄດ້ຖາມວ່າ, “ຜູ້ໃດຈະສາມາດຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ, ພຣະເຈົ້າຜູ້ບໍລິສຸດອົງນີ້ໄດ້? ເຮົາຈະສົ່ງຫີບພັນທະສັນຍາໄປຢູ່ໃສໄດ້ແດ່?”
ດັ່ງນັ້ນ ພວກເຂົາຈຶ່ງໄດ້ສົ່ງຜູ້ສື່ສານໄປແຈ້ງຊາວເມືອງກີຣີອາດເຢອາຣີມວ່າ, “ຊາວຟີລິດສະຕິນໄດ້ສົ່ງຫີບພັນທະສັນຍາຂອງພຣະເຈົ້າຢາເວຄືນມາໃຫ້ແລ້ວ. ໃຫ້ມາຮັບໄປໄວ້ໃນເມືອງຂອງພວກເຈົ້າ”.
Source notes (2)
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ໝູ່ບ້ານອ້ອມຮອບ ໄກໄປເຖິງອາເບນໃຫຍ່
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ ແລະ ສະບັບ ເຊັບຕູອາຈິນວ່າ ຫ້າໝື່ນເຈັດສິບຄົນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.