Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 5

ຫີບ​ພັນທະສັນຍາ​ໃນ​ອາຊະໂດດ ແລະ ເອັກໂຣນ

ຫລັງ​ຈາກ​ຊາວ​ຟີລິດສະຕິນ​ໄດ້​ຢຶດ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແລ້ວ, ພວກເຂົາ​ກໍ​ນຳ​ຫີບ​ນັ້ນ​ຈາກ​ເອເບັນເອເຊ​ໄປ​ທີ່​ເມືອງ​ອາຊະໂດດ. ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ນຳ​ເອົາ​ຫີບ​ນັ້ນ​ໄປ​ໄວ້​ຢູ່​ທີ່​ວິຫານ​ຂອງ​ພະ​ດາໂກນ ແລະ ຕັ້ງ​ໄວ້​ຢູ່​ຂ້າງ​ຮູບ​ພະ​ດາໂກນ. ເຊົ້າ​ມື້​ໃໝ່​ມາ ເມື່ອ​ຊາວ​ເມືອງ​ອາຊະໂດດ​ຕື່ນ​ຂຶ້ນ​ມາ​ກໍ​ພົບ​ວ່າ​ພະ​ດາໂກນ​ລົ້ມ​ໝູບ​ໜ້າ​ລົງ​ທີ່​ພື້ນ​ຕໍ່​ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ! ພວກເຂົາ​ຈຶ່ງ​ຕັ້ງ​ຮູບ​ນັ້ນ​ຂຶ້ນ ແລະ ວາງ​ໄວ້​ບ່ອນ​ເກົ່າ. ແຕ່​ເຊົ້າ​ມື້​ຕໍ່​ມາ ເມືອ​ພວກເຂົາ​ຕື່ນ​ຂຶ້ນ​ມາ​ກໍ​ພົບ​ຮູບ​ພະ​ດາໂກນ​ລົ້ມ​ໝູບ​ໜ້າ​ລົງ​ພື້ນ​ຢູ່​ຕໍ່​ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ! ຫົວ ແລະ ແຂນ​ຫັກ​ຖິ້ມ​ຢູ່​ຕໍ່ໜ້າ​ທໍລະນີ​ປະຕູ; ເຫລືອ​ແຕ່​ລຳ​ໂຕ. ຕັ້ງ​ແຕ່​ນັ້ນ​ມາ​ທັງ​ປະໂລຫິດ​ຂອງ​ພະ​ດາໂກນ ແລະ ຜູ້​ທີ່​ເຂົ້າ​ສູ່​ວິຫານ​ຂອງ​ພະ​ດາໂກນ​ຢູ່​ທີ່​ອາຊະໂດດ​ຈະ​ບໍ່​ກ້າວ​ຢຽບ​ທໍລະນີ​ປະຕູ.

ມື​ຂອງ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ຊາວ​ເມືອງ​ອາຊະໂດດ ແລະ ໝູ່ບ້ານ​ໃກ້​ຄຽງ​ຢ່າງ​ໜັກ; ພຣະອົງ​ໄດ້​ນຳ​ໄພພິບັດ​ມາ​ຍັງ​ພວກເຂົາ ແລະ ລົງໂທດ​ພວກເຂົາ​ດ້ວຍ​ຝີ​ລະບາດ.1 ເມື່ອ​ຊາວ​ອາຊະໂດດ​ໄດ້​ເຫັນ​ເຫດການ​ທີ່​ເກີດ​ຂຶ້ນ, ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບໍ່​ຄວນ​ໄວ້​ບ່ອນນີ້​ກັບ​ພວກເຮົາ​ອີກ​ຕໍ່​ໄປ, ເພາະ​ມື​ຂອງ​ພຣະອົງ​ລົງໂທດ​ພວກເຮົາ ແລະ ພະດາໂກນ​ພະ​ຂອງ​ພວກເຮົາ​ຢ່າງ​ໜັກ”. ສະນັ້ນ​ພວກເຂົາ​ຈຶ່ງ​ເອີ້ນ​ບັນດາ​ຜູ້ປົກຄອງ​ຟີລິດສະຕິນ​ມາ​ປະຊຸມ ແລະ ຖາມວ່າ, “ພວກເຮົາ​ຈະ​ເຮັດ​ຢ່າງໃດ​ກັບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ?”

ພວກເຂົາ​ຕອບ​ວ່າ, “ໃຫ້​ຍ້າຍ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄປ​ຍັງ​ເມືອງ​ກາດ”. ດັ່ງນັ້ນ​ພວກເຂົາ​ຈຶ່ງ​ຍ້າຍ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ອອກໄປ.

ແຕ່​ເມື່ອ​ຫີບ​ພັນທະສັນຍາ​ໄດ້​ຍ້າຍ​ມາ​ແລ້ວ, ມື​ຂອງ​ພຣະເຈົ້າຢາເວ​ກໍ​ໄດ້​ລົງໂທດ​ເມືອງ​ນັ້ນ, ເຮັດ​ໃຫ້​ເມືອງ​ນັ້ນ​ສັບສົນ​ວຸ້ນວາຍ​ໄປ​ທົ່ວ​ທັງ​ເມືອງ. ພຣະເຈົ້າ​ໄດ້​ລົງໂທດ​ຊາວ​ເມືອງ​ນັ້ນ, ທັງ​ເດັກນ້ອຍ ແລະ ຜູ້ໃຫຍ່​ດ້ວຍ​ຝີ​ລະບາດ.2 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ສົ່ງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ໄປ​ທີ່​ເມືອງ​ເອກໂຣນ.

ເມື່ອ​ຫີບ​ພັນທະສັນຍາ​ກຳລັງ​ເຂົ້າ​ສູ່​ເມືອງ​ເອັກໂຣນ, ຊາວ​ເມືອງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ພວກເຂົາ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ມາ​ຂ້າ​ພວກເຮົາ ແລະ ປະຊາຊົນ​ຂອງ​ພວກເຮົາ​ແລ້ວ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຊີນ​ບັນດາ​ຜູ້​ມີ​ອຳນາດ​ປົກຄອງ​ທັງໝົດ​ຂອງ​ຊາວ​ຟີລິດສະຕິນ​ມາ​ປະຊຸມ​ອີກ ແລະ ກ່າວ​ວ່າ, “ຂໍ​ໃຫ້​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກັບ​ໄປ​ໄວ້​ບ່ອນ​ເກົ່າ, ບໍ່​ດັ່ງນັ້ນ​ຫີບ​ນັ້ນ3​ຈະ​ຂ້າ​ພວກເຮົາ ແລະ ປະຊາຊົນ​ຂອງ​ພວກເຮົາ”. ເພາະ​ວ່າ​ມື​ຂອງ​ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ນັ້ນ​ຢ່າງ​ໜັກ, ຄວາມ​ຕາຍ​ໄດ້​ເຮັດ​ໃຫ້​ຄົນ​ທັງ​ເມືອງ​ຫວາດກົວ. ບັນດາ​ຄົນ​ທີ່​ບໍ່​ເສຍ​ຊີວິດ​ກໍ​ເປັນ​ຝີ​ທໍລະມານ​ຫລາຍ ແລະ ສຽງ​ຮ້ອງ​ໄຫ້​ດັງ​ຂຶ້ນ​ໄປ​ເຖິງ​ຟ້າ​ສະຫວັນ.

Source notes (3)
  1. Footnote ສະບັບ ເຊັບຕູອາຈິນ ແລະ ວັນເກດ​ວ່າ ຝີ​ລະບາດ ແລະ ໜູ​ກໍ​ປາກົດ​ໃນ​ດິນແດນ​ຂອງ​ພວກເຂົາ, ຄວາມ​ຕາຍ ແລະ ຄວາມ​ພິນາດ​ໄດ້​ເກີດ​ຂຶ້ນ​ທົ່ວ​ເມືອງ​ນັ້ນ
  2. Footnote ຫລື ດ້ວຍ​ຝີ​ລະບາດ​ທີ່​ແອບ​ຂາ
  3. Footnote ຫລື ພຣະອົງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.