Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 4

ແລະ ຖ້ອຍຄຳ​ຂອງ​ຊາມູເອນ​ກໍ​ມາ​ເຖິງ​ປະຊາຊົນ​ອິດສະຣາເອນ​ທັງໝົດ.

ຊາວ​ຟີລິດສະຕິນ​ຢຶດ​ຫີບ​ພັນທະສັນຍາ​ໄປ

ຄັ້ງ​ນັ້ນ​ຊາວ​ອິດສະຣາເອນ​ໄດ້​ອອກ​ໄປ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ. ຊາວ​ອິດສະຣາເອນ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເມືອງ​ເອເບັນເອເຊ, ສ່ວນ​ຊາວ​ຟີລິດສະຕິນ​ກໍ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເມືອງ​ອາເຟັກ. ຊາວ​ຟີລິດສະຕິນ​ໄດ້​ບຸກ​ໜ້າ​ເຂົ້າ​ຕໍ່ສູ້​ກັບ​ຊາວ​ອິດສະຣາເອນ ແລະ ເມື່ອ​ການ​ສູ້ຮົບ​ໄດ້​ຂະຫຍາຍ​ອອກ​ໄປ, ຊາວ​ອິດສະຣາເອນ​ພ່າຍແພ້​ໃຫ້​ຊາວ​ຟີລິດສະຕິນ, ຖືກ​ຂ້າ​ຕາຍ​ໄປ​ປະມານ​ສີ່​ພັນ​ຄົນ​ໃນ​ສະໜາມຮົບ. ເມື່ອ​ພວກ​ທະຫານ​ກັບ​ມາ​ທີ່​ຄ້າຍພັກ, ບັນດາ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ກໍ​ໄດ້​ເວົ້າ​ກັນ​ວ່າ, “ເປັນ​ຫຍັງ​ມື້​ນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກເຮົາ​ພ່າຍແພ້​ພວກ​ຟີລິດສະຕິນ? ໃຫ້​ພວກເຮົາ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຈາກ​ຊີໂລ​ມາ​ບ່ອນ​ນີ້, ເພື່ອ​ພຣະອົງ1​ຈະ​ໄດ້​ຢູ່​ກັບ​ພວກເຮົາ ແລະ ຊ່ວຍເຫລືອ​ພວກເຮົາ​ຈາກ​ມື​ຂອງ​ສັດຕູ​ຂອງ​ພວກເຮົາ”.

ດັ່ງນັ້ນ ປະຊາຊົນ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ທີ່​ຊີໂລ ແລະ ພວກເຂົາ​ໄດ້​ນໍາ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ຜູ້​ມີ​ອຳນາດ​ຍິ່ງໃຫຍ່, ຜູ້​ນັ່ງ​ເທິງ​ບັນລັງ​ລະຫວ່າງ​ເຄຣຸບ ແລະ ລູກຊາຍ​ທັງ​ສອງ​ຂອງ​ເອລີ ຄື​ໂຮຟະນີ ແລະ ຟີເນຮາ​ໄດ້​ມາ​ທີ່​ນັ້ນ​ພ້ອມ​ກັບ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ.

ເມື່ອ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ​ຄ້າຍພັກ, ຊາວ​ອິດສະຣາເອນ​ທັງໝົດ​ກໍ​ພາ​ກັນ​ໂຫ່​ຮ້ອງ​ສຽງ​ດັງ​ປານ​ແຜ່ນດິນ​ຈະ​ທະລາຍ. ເມື່ອ​ຊາວ​ຟີລິດສະຕິນ​ໄດ້​ຍິນ​ສຽງ​ອຶກກະທຶກນຶກນອງ, ພວກເຂົາ​ກໍ​ໄດ້​ຖາມ​ກັນ​ວ່າ, “ເກີດ​ຫຍັງ​ຂຶ້ນ​ຈຶ່ງ​ມີ​ສຽງ​ໂຫ່​ຮ້ອງ​ທົ່ວ​ຄ້າຍພັກ​ຂອງ​ພວກ​ເຮັບເຣີ?”

ເມື່ອ​ພວກເຂົາ​ຮູ້​ວ່າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຄ້າຍພັກ, ຊາວ​ຟີລິດສະຕິນ​ກໍ​ພາ​ກັນ​ຢ້ານ ແລະ ຮ້ອງ​ວ່າ, “ພະ​ໄດ້2​ເຂົ້າ​ມາ​ໃນ​ຄ້າຍພັກ, ໂອ ບໍ່! ບໍ່​ເຄີຍ​ມີ​ເຫດການ​ແບບ​ນີ້​ເກີດ​ຂຶ້ນ​ມາ​ກ່ອນ. ພວກເຮົາ​ຕາຍ​ແທ້! ຜູ້ໃດ​ຈະ​ຊ່ວຍ​ພວກເຮົາ​ຈາກ​ມື​ຂອງ​ພະ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ເຫລົ່ານີ້​ໄດ້? ພະ​ເຫລົ່ານີ້​ແຫລະ ທີ່​ທຳລາຍ​ຊາວ​ເອຢິບ​ດ້ວຍ​ໄພພິບັດ​ທັງໝົດ​ໃນ​ຖິ່ນແຫ້ງແລ້ງກັນດານ. ຊາວ​ຟີລິດສະຕິນ​ທັງຫລາຍ, ຈົ່ງ​ເຂັ້ມແຂງ! ໃຫ້​ສົມ​ກັບ​ເປັນ​ລູກ​ຜູ້​ຊາຍ, ບໍ່​ດັ່ງນັ້ນ​ພວກເຮົາ​ຈະ​ຕ້ອງ​ກົ້ມ​ຫົວ​ໃຫ້​ພວກ​ເຮັບເຣີ​ເໝືອນ​ທີ່​ພວກເຂົາ​ເຄີຍ​ກົ້ມ​ຫົວ​ໃຫ້​ພວກເຮົາ. ຈົ່ງ​ສູ້​ຢ່າງ​ລູກ​ຜູ້​ຊາຍ!”

ດັ່ງນັ້ນ ພວກ​ຟີລິດສະຕິນ​ຈຶ່ງ​ສູ້ຮົບ ແລະ ຄົນ​ອິດສະຣາເອນ​ກໍ​ພ່າຍແພ້ ແລະ ທຸກຄົນ​ກໍ​ໜີ​ໄປ​ທີ່​ເຕັນ​ຂອງ​ຕົນ. ມີ​ການ​ຂ້າ​ກັນ​ຄັ້ງ​ໃຫຍ່; ທະຫານ​ຮາບ​ຂອງ​ອິດສະຣາເອນ​ຕາຍ​ໄປ​ສາມ​ໝື່ນ​ຄົນ. ຫີບ​ພັນສັນຍາ​ຂອງ​ພຣະເຈົ້າ​ຖືກ​ຢຶດ​ໄປ, ໂຮຟະນີ ແລະ ຟີເນຮາ ລູກຊາຍ​ທັງ​ສອງ​ຂອງ​ເອລີ​ກໍ​ຖືກ​ຂ້າ​ຕາຍ.

ການ​ຕາຍ​ຂອງ​ເອລີ

ຊາຍ​ຕະກຸນ​ເບັນຢາມິນ​ຄົນ​ໜຶ່ງ​ໄດ້​ໜີ​ຈາກ​ສະໜາມຮົບ ແລະ ໄດ້​ໄປ​ທີ່​ຊີໂລ​ໃນ​ວັນ​ນັ້ນ​ດ້ວຍ​ເຄື່ອງນຸ່ງ​ທີ່​ຈີກ​ຂາດ ແລະ ມີ​ຂີ້ຝຸ່ນ​ຢູ່​ເທິງ​ຫົວ. ເມື່ອ​ລາວ​ມາ​ຮອດ, ເອລີ​ກໍ​ກຳລັງ​ນັ່ງ​ຕັ່ງ​ຂອງ​ຕົນ​ຢູ່​ແຄມ​ທາງ, ລໍຖ້າ​ຟັງ​ຂ່າວ, ເພາະ​ຈິດໃຈ​ຂອງ​ເພິ່ນ​ຢ້ານກົວ​ເລື່ອງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ. ເມື່ອ​ຊາຍ​ຄົນ​ນັ້ນ​ມາ​ເຖິງ​ເມືອງ ແລະ ເລົ່າ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ, ຄົນ​ທັງ​ເມືອງ​ກໍ​ພາ​ກັນ​ຮ້ອງໄຫ້.

ເອລີ​ໄດ້​ຍິນ​ສຽງ​ຮ້ອງໄຫ້​ກໍ​ໄດ້​ຖາມ​ວ່າ, “ອຶກກະທຶກນຶກນອງ​ຫຍັງ?”

ຊາຍ​ຄົນ​ນັ້ນ​ກໍ​ຟ້າວ​ເຂົ້າ​ມາ​ຫາ​ເອລີ, ເອລີ​ມີ​ອາຍຸ 98 ປີ ແລະ ຕາ​ຟາງ​ເບິ່ງ​ບໍ່​ເຫັນ. ລາວ​ໄດ້​ບອກ​ເອລີ​ວ່າ, “ຂ້ານ້ອຍ​ຫາກໍ​ໜີ​ມາ​ຈາກ​ສະໜາມຮົບ; ຂ້ານ້ອຍ​ໜີ​ມາ​ມື້​ນີ້”.

ເອລີ​ໄດ້​ຖາມ​ວ່າ, “ລູກ​ເອີຍ, ເກີດ​ຫຍັງ​ຂຶ້ນ?”

ຊາຍ​ຄົນ​ທີ່​ນຳ​ຂ່າວ​ມາ​ນັ້ນ​ໄດ້​ຕອບ​ວ່າ, “ຄົນ​ອິດສະຣາເອນ​ໄດ້​ພ່າຍແພ້​ຊາວ​ຟີລິດສະຕິນ ແລະ ກອງທັບ​ຂອງ​ພວກເຮົາ​ກໍ​ເສຍຫາຍ​ຫລາຍ. ໂຮຟະນີ ແລະ ຟີເນຮາ​ລູກຊາຍ​ທັງ​ສອງ​ຂອງ​ທ່ານ​ກໍ​ຕາຍ​ແລ້ວ ແລະ ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ກໍ​ຖືກ​ຢຶດ​ໄປ”.

ເມື່ອ​ລາວ​ເອີ່ຍ​ເຖິງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ, ເອລີ​ກໍ​ຫງາຍ​ຫລັງ​ຕົກ​ຈາກ​ຕັ່ງ​ທີ່​ຢູ່​ແຄມ​ປະຕູ. ຄໍ​ຫັກ ແລະ ລາວ​ກໍ​ຕາຍ, ເພາະ​ລາວ​ເປັນ​ຄົນ​ເຖົ້າແກ່​ຫລາຍ ແລະ ລາວ​ກໍ​ໂຕ​ໜັກ. ລາວ​ໄດ້​ນໍາພາ3​ຊາວ​ອິດສະຣາເອນ​ມາ​ເປັນ​ເວລາ​ສີ່ສິບ​ປີ.

ເມື່ອ​ລູກ​ໃພ້​ຂອງ​ເອລີ, ຄື​ເມຍ​ຂອງ​ຟີເນຮາ, ເຊິ່ງ​ກຳລັງ​ຖືພາ​ໃກ້​ຈະ​ເກີດ​ລູກ. ເມື່ອ​ນາງ​ໄດ້​ຍິນ​ວ່າ​ຫີບ​ພັນທະສັນຍາ​ຖືກ​ຢຶດ​ໄປ ແລະ ໄດ້​ຍິນ​ວ່າ​ພໍ່ປູ່ ແລະ ຜົວ​ຂອງ​ຕົນ​ໄດ້​ຕາຍ​ແລ້ວ, ນາງ​ກໍ​ຮູ້ສຶກ​ເຈັບທ້ອງ​ຫລາຍ ແລະ ໄດ້​ເກີດ​ລູກ. ກ່ອນ​ທີ່​ນາງ​ຈະ​ເສຍ​ຊີວິດ, ແມ່ຍິງ​ທີ່​ເບິ່ງແຍງ​ນາງ​ຢູ່​ກໍ​ເວົ້າ​ກັບ​ນາງ​ວ່າ, “ຢ່າ​ໝົດ​ຫວັງ; ເຈົ້າ​ໄດ້​ລູກຊາຍ”. ແຕ່​ນາງ​ບໍ່​ໄດ້​ສົນໃຈ ຫລື ໂຕ້ຕອບ​ປະການ​ໃດ.

ນາງ​ໄດ້​ຕັ້ງ​ຊື່​ເດັກນ້ອຍ​ນັ້ນ​ວ່າ​ອີຄາບົດ,4 ນາງ​ເວົ້າ​ວ່າ, “ສະຫງ່າລາສີ​ຖືກ​ພາກ​ໄປ​ຈາກ​ອິດສະຣາເອນ​ແລ້ວ” ເພາະ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຖືກ​ຢຶດ​ໄປ​ແລ້ວ ແລະ ຜົວ​ຂອງ​ນາງ ແລະ ພໍ່ປູ່​ຂອງ​ນາງ​ກໍ​ເສຍ​ຊີວິດ​ໄປ​ດ້ວຍ. ນາງ​ເວົ້າ​ວ່າ, “ສະຫງ່າລາສີ​ຖືກ​ພາກ​ໄປ​ຈາກ​ອິດສະຣາເອນ​ແລ້ວ ເພາະ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຖືກ​ຢຶດ​ໄປ”.

Source notes (4)
  1. Footnote ຫລື ຫີບ​ນັ້ນ
  2. Footnote ພະ​ຕ່າງໆ​ໄດ້
  3. Footnote ຫລື ພວກ​ຜູ້ປົກຄອງ
  4. Footnote ແປ​ວ່າ ບໍ່​ມີ​ສະຫງ່າລາສີ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.