Biblica® Open Lao Contemporary Version
1 ຊາມູເອນ 3
ພຣະເຈົ້າຢາເວເອີ້ນຊາມູເອນ
ເດັກນ້ອຍຊາມູເອນໄດ້ບົວລະບັດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວພາຍໃຕ້ການເບິ່ງແຍງຂອງເອລີ. ໃນສະໄໝນັ້ນຖ້ອຍຄໍາຂອງພຣະເຈົ້າຢາເວມີໜ້ອຍຫລາຍ; ບໍ່ມີນິມິດຫລາຍ.
ຄືນໜຶ່ງເອລີ, ຜູ້ທີ່ຕາມົວຫລາຍຈົນເບິ່ງເກືອບບໍ່ເຫັນເພາະເຖົ້າແກ່ຫລາຍ, ກໍາລັງນອນໃນບ່ອນທີ່ເພິ່ນເຄີຍນອນປະຈໍາ. ຕະກຽງຂອງພຣະເຈົ້າຍັງບໍ່ດັບເທື່ອ ແລະ ຊາມູເອນກໍນອນຢູ່ໃນວິຫານຂອງພຣະເຈົ້າຢາເວ, ບ່ອນໄວ້ຫີບພັນທະສັນຍາ. ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ເອີ້ນຊາມູເອນ.
ຊາມູເອນໄດ້ຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”. ແລະ ລາວກໍແລ່ນໄປຫາເອລີ ແລະ ເວົ້າວ່າ, “ຂ້ານ້ອຍຢູ່ທີ່ນີ້; ທ່ານເອີ້ນຂ້ານ້ອຍບໍ”.
ແຕ່ເອລີຕອບວ່າ, “ພໍ່ບໍ່ໄດ້ເອີ້ນ; ຈົ່ງກັບໄປນອນ”. ດັ່ງນັ້ນ ລາວຈຶ່ງກັບໄປ ແລະ ນອນລົງ.
ພຣະເຈົ້າຢາເວໄດ້ເອີ້ນອີກວ່າ, “ຊາມູເອນ!” ແລະ ຊາມູເອນກໍລຸກຂຶ້ນ ແລະ ແລ່ນໄປຫາເອລີ ແລະ ເວົ້າວ່າ, “ຂ້ານ້ອຍຢູ່ທີ່ນີ້; ທ່ານເອີ້ນຂ້ານ້ອຍບໍ”.
ເອລີເວົ້າວ່າ, “ລູກເອີຍ, ພໍ່ບໍ່ໄດ້ເອີ້ນ; ຈົ່ງກັບໄປນອນ”.
ຊາມູເອນຍັງບໍ່ຮູ້ຈັກພຣະເຈົ້າຢາເວຄື: ຖ້ອຍຄໍາຂອງພຣະເຈົ້າຢາເວຍັງບໍ່ເຄີຍຖືກເປີດເຜີຍໃຫ້ແກ່ລາວ.
ພຣະເຈົ້າຢາເວໄດ້ເອີ້ນຊາມູເອນເປັນຄັ້ງທີສາມ, “ຊາມູເອນ!” ແລະ ຊາມູເອນກໍລຸກຂຶ້ນແລ່ນໄປຫາເອລີ ແລະ ເວົ້າວ່າ, “ຂ້ານ້ອຍຢູ່ທີ່ນີ້; ທ່ານເອີ້ນຂ້ານ້ອຍບໍ”.
ຫລັງຈາກນັ້ນ ເອລີຈຶ່ງເຂົ້າໃຈວ່າພຣະເຈົ້າຢາເວກຳລັງເອີ້ນຊາມູເອນ. ດັ່ງນັ້ນ ເອລີຈຶ່ງບອກຊາມູເອນວ່າ, “ຈົ່ງກັບໄປນອນ, ແລະ ຖ້າພຣະອົງເອີ້ນລູກ, ຈົ່ງຕອບວ່າ, ‘ຂ້າແດ່ພຣະເຈົ້າຢາເວ ຂໍໂຜດກ່າວ, ຜູ້ຮັບໃຊ້ຂອງພຣະອົງກໍາລັງຟັງຢູ່’ ”. ດັ່ງນັ້ນ ຊາມູເອນຈຶ່ງກັບໄປນອນຢູ່ບ່ອນຂອງຕົນ.
ພຣະເຈົ້າຢາເວໄດ້ມາ ແລະ ຢືນຢູ່ທີ່ນັ້ນ ແລ້ວເອີ້ນຄືກັນກັບຄັ້ງກ່ອນວ່າ, “ຊາມູເອນ! ຊາມູເອນ!”
ຫລັງຈາກນັ້ນ ຊາມູເອນກໍໄດ້ຕອບວ່າ, “ຂໍໂຜດກ່າວ, ເພາະຜູ້ຮັບໃຊ້ຂອງພຣະອົງກໍາລັງຟັງຢູ່”.
ແລະ ພຣະເຈົ້າຢາເວກ່າວກັບຊາມູເອນວ່າ: “ເບິ່ງແມ, ເຮົາກໍາລັງຈະເຮັດບາງຢ່າງໃນອິດສະຣາເອນເຊິ່ງເຮັດໃຫ້ທຸກຄົນທີ່ໄດ້ຍິນຂົນລຸກ. ໃນເວລານັ້ນ ເຮົາຈະເຮັດທຸກຢ່າງແກ່ເອລີຕາມທີ່ເຮົາໄດ້ເວົ້າໄວ້ກ່ຽວກັບຄອບຄົວຂອງລາວ ຕັ້ງແຕ່ຕົ້ນຈົນຈົບ. ເພາະເຮົາໄດ້ບອກລາວແລ້ວວ່າເຮົາຈະພິພາກສາລົງໂທດຄອບຄົວຂອງລາວຕະຫລອດໄປ ເພາະບາບທີ່ລາວຮູ້ຢູ່ແລ້ວວ່າລູກຊາຍຂອງລາວໝິ່ນປະໝາດເຮົາ ແລະ ລາວກໍບໍ່ສາມາດຫ້າມພວກເຂົາ. ເຫດສະນັ້ນ ເຮົາໄດ້ປະຕິຍານຕໍ່ເຊື້ອສາຍຂອງເອລີວ່າ, ‘ຄວາມຜິດຂອງເຊື້ອສາຍເອລີຈະບໍ່ໄດ້ຮັບການລຶບລ້າງດ້ວຍເຄື່ອງບູຊາ ແລະ ເຄື່ອງຖວາຍເລີຍ’ ”.
ຊາມູເອນນອນຈົນຮອດເຊົ້າ ແລ້ວກໍເປີດປະຕູວິຫານຂອງພຣະເຈົ້າຢາເວ. ລາວຢ້ານທີ່ຈະບອກເອລີກ່ຽວກັບນິມິດນັ້ນ, ແຕ່ເອລີໄດ້ເອີ້ນລາວ ແລະ ກ່າວວ່າ, “ຊາມູເອນ, ລູກຂອງພໍ່”.
ຊາມູເອນໄດ້ຕອບວ່າ, “ຂ້ານ້ອຍຢູ່ທີ່ນີ້”.
ເອລີໄດ້ຖາມວ່າ, “ພຣະເຈົ້າກ່າວຫຍັງກັບເຈົ້າ? ຢ່າປິດບັງສິ່ງໃດຈາກພໍ່. ຂໍພຣະເຈົ້າຈັດການກັບເຈົ້າຢ່າງສາຫັດຖ້າເຈົ້າປິດບັງສິ່ງທີ່ພຣະອົງກ່າວກັບເຈົ້າ”. ດັ່ງນັ້ນ ຊາມູເອນຈຶ່ງໄດ້ເລົ່າທຸກສິ່ງທຸກຢ່າງໃຫ້ຟັງໂດຍບໍ່ປິດບັງສິ່ງໃດ. ແລ້ວເອລີຈຶ່ງເວົ້າວ່າ, “ພຣະອົງຄືພຣະເຈົ້າຢາເວ; ຂໍໃຫ້ພຣະອົງເຮັດຕາມສິ່ງທີ່ເຫັນວ່າດີໃນສາຍຕາຂອງພຣະອົງ”.
ພຣະເຈົ້າຢາເວໄດ້ຢູ່ກັບຊາມູເອນໃນຂະນະທີ່ລາວເຕີບໃຫຍ່ຂຶ້ນ ແລະ ພຣະອົງເຮັດໃຫ້ຖ້ອຍຄຳຂອງລາວເປັນຄວາມຈິງ. ແລະ ຊົນຊາດອິດສະຣາເອນທັງໝົດຕັ້ງແຕ່ດານຮອດເບເອນເຊບາຮູ້ວ່າຊາມູເອນໄດ້ຮັບການແຕ່ງຕັ້ງເປັນຜູ້ທຳນວາຍຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວໄດ້ສືບຕໍ່ປາກົດຢູ່ທີ່ຊີໂລ ແລະ ພຣະອົງໄດ້ເປີດເຜີຍພຣະອົງເອງແກ່ຊາມູເອນຢູ່ທີ່ນັ້ນ ຜ່ານຖ້ອຍຄໍາຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.