Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 2

ຄຳ​ອະທິຖານ​ຂອງ​ນາງ​ຮັນນາ

ຫລັງຈາກນັ້ນ ນາງ​ຮັນນາ​ໄດ້​ອະທິຖານ ແລະ ເວົ້າ​ວ່າ:

“ຈິດໃຈ​ຂອງ​ຂ້ານ້ອຍ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າຢາເວ;

ເຂົາ1​ຂອງ​ຂ້ານ້ອຍ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ໃນ​ພຣະເຈົ້າຢາເວ.

ຮີມສົບ​ຂອງ​ຂ້ານ້ອຍ​ເວົ້າ​ຂົ່ມ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ຊື່ນຊົມຍິນດີ​ໃນ​ການ​ຊ່ວຍ​ກອບກູ້​ຂອງ​ພຣະອົງ.

“ບໍ່​ມີ​ຜູ້ໃດ​ບໍລິສຸດ​ເໝືອນ​ພຣະເຈົ້າຢາເວ;

ບໍ່​ມີ​ຜູ້ໃດ​ນອກ​ຈາກ​ພຣະອົງ;

ບໍ່​ມີ​ສີລາ​ໃດ​ເໝືອນ​ພຣະເຈົ້າຢາເວ​ຂອງ​ພວກເຮົາ.

“ຢ່າ​ເວົ້າ​ໂອ້ອວດ​ອີກ​ຕໍ່ໄປ

ຫລື ຢ່າ​ໃຫ້​ປາກ​ຂອງ​ເຈົ້າ​ເວົ້າ​ຈອງຫອງ,

ເພາະ​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ຜູ້​ຮອບ​ຮູ້,

ແລະ ເປັນ​ຜູ້​ຊັ່ງ​ເບິ່ງ​ການ​ກະທຳ​ທັງຫລາຍ.

“ຄັນ​ທະນູ​ຂອງ​ນັກຮົບ​ກໍ​ຖືກ​ຫັກ,

ແຕ່​ຜູ້​ທີ່​ສະດຸດ​ລົ້ມ​ກໍ​ໄດ້​ຮັບ​ການ​ເສີມ​ກຳລັງ.

ບັນດາ​ຜູ້​ທີ່​ອິ່ມໜຳ​ກໍ​ຕ້ອງ​ອອກ​ຮັບ​ຈ້າງ​ເພື່ອ​ລ້ຽງ​ຊີບ,

ແຕ່​ບັນດາ​ຜູ້​ທີ່​ຫິວ​ກໍ​ບໍ່​ຕ້ອງ​ຫິວ​ອີກ​ຕໍ່​ໄປ.

ຍິງ​ທີ່​ເປັນ​ໝັນ​ມີ​ລູກ​ເຈັດ​ຄົນ,

ແຕ່​ຍິງ​ຜູ້​ມີ​ລູກ​ຫລາຍ​ຄົນ​ກໍ​ຊຸດໂຊມ​ໄປ.

“ພຣະເຈົ້າຢາເວ​ນໍາ​ຄວາມ​ຕາຍ​ມາ ແລະ ເຮັດ​ໃຫ້​ມີ​ຊີວິດ;

ພຣະອົງ​ນຳ​ໄປ​ສູ່​ຂຸມ​ຝັງ​ສົບ ແລະ ໃຫ້​ເປັນ​ຂຶ້ນ​ມາ.

ພຣະເຈົ້າຢາເວ​ສົ່ງ​ຄວາມ​ທຸກຍາກ ແລະ ຄວາມ​ຮັ່ງມີ​ມາ;

ພຣະອົງ​ຖ່ອມ​ຕົວ​ລົງ ແລະ ຖືກ​ຍົກ​ຂຶ້ນ.

ພຣະອົງ​ຍົກ​ຄົນ​ທຸກຍາກ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ

ແລະ ຍົກ​ຄົນ​ຂັດສົນ​ຂຶ້ນ​ຈາກ​ກອງ​ຂີ້ເຖົ່າ;

ພຣະອົງ​ໃຫ້​ພວກເຂົາ​ນັ່ງ​ຮ່ວມ​ກັບ​ເຈົ້ານາຍ​ທັງຫລາຍ

ແລະ ໃຫ້​ພວກເຂົາ​ຄອບຄອງ​ບັນລັງ​ອັນ​ມີ​ກຽດ.

“ເພາະ​ຮາກຖານ​ຂອງ​ແຜ່ນດິນ​ໂລກ​ເປັນ​ຂອງ​ພຣະເຈົ້າຢາເວ;

ພຣະອົງ​ໄດ້​ສະຖາປານາ​ໂລກ​ໄວ້​ເທິງ​ນັ້ນ.

ພຣະອົງ​ຈະ​ປົກປ້ອງ​ຕີນ​ຂອງ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ,

ແຕ່​ຄົນ​ຊົ່ວຮ້າຍ​ຈະ​ມິດງຽບ​ຢູ່​ໃນ​ບ່ອນ​ທີ່​ມືດ.

“ຄົນ​ເຮົາ​ຊະນະ​ໄດ້​ບໍ່​ແມ່ນ​ດ້ວຍ​ກໍາລັງ;

ບັນດາ​ຜູ້​ທີ່​ຕໍ່ສູ້​ພຣະເຈົ້າຢາເວ​ຈະ​ຖືກ​ທໍາລາຍ.

ອົງ​ສູງສຸດ​ຈະ​ຟາດ​ພວກເຂົາ​ດ້ວຍ​ຟ້າພ່າ​ຈາກ​ສະຫວັນ;

ພຣະເຈົ້າຢາເວ​ຈະ​ພິພາກສາ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ.

“ພຣະອົງ​ຈະ​ໃຫ້​ກຳລັງ​ແກ່​ກະສັດ​ຂອງ​ພຣະອົງ

ແລະ ຍົກ​ຊູ​ຜູ້​ທີ່​ພຣະອົງ​ເຈີມ​ໄວ້”.

ຫລັງຈາກນັ້ນ ເອນການາ​ກໍ​ກັບ​ໄປ​ເຮືອນ​ຢູ່​ທີ່​ຣາມາ, ສ່ວນ​ເດັກນ້ອຍ​ຊາມູເອນ​ກໍ​ປະຕິບັດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ​ພາຍໃຕ້​ການ​ເບິ່ງແຍງ​ຂອງ​ປະໂລຫິດ​ເອລີ.

ລູກຊາຍ​ຜູ້​ຊົ່ວ​ຮ້າຍ​ຂອງ​ເອລີ

ລູກຊາຍ​ທັງ​ສອງ​ຂອງ​ເອລີ​ເປັນ​ຄົນ​ຊົ່ວຮ້າຍ; ພວກເຂົາ​ບໍ່​ເຄົາລົບ​ຢຳເກງ​ພຣະເຈົ້າຢາເວ. ນີ້​ເປັນ​ຂໍ້​ປະຕິບັດ​ຂອງ​ບັນດາ​ປະໂລຫິດ, ຄື​ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ຜູ້​ຖວາຍ​ເຄື່ອງບູຊາ, ຂະນະ​ທີ່​ກຳລັງ​ຕົ້ມ​ຊີ້ນ​ສັດ​ຖວາຍ​ບູຊາ​ນັ້ນ ຄົນຮັບໃຊ້​ຂອງ​ປະໂລຫິດ​ຈະ​ຖື​ສາມງ່າມ​ມາ ແລະ ແລະ ຈິ້ມ​ລົງ​ໃນ​ກະທະ ຫລື ໃນ​ກາ​ຕົ້ມ ຫລື ໃນ​ໝໍ້​ຕົ້ມ​ໃຫຍ່. ອັນໃດ​ກໍ​ຕາມ​ທີ່​ຕິດ​ຂຶ້ນ​ມາ ປະໂລຫິດ​ກໍ​ຈະ​ເອົາ​ໄປ​ສຳລັບ​ຕົນ​ເອງ. ນີ້​ແມ່ນ​ສິ່ງ​ທີ່​ພວກເຂົາ​ໄດ້​ປະຕິບັດ​ຕໍ່​ຊາວ​ອິດສະຣາເອນ​ທັງໝົດ​ທີ່​ມາ​ທີ່​ຊີໂລ. ແຕ່​ຄົນ​ຮັບໃຊ້​ຂອງ​ປະໂລຫິດ​ໄດ້​ມາ​ກ່ອນ​ການ​ເຜົາ​ໄຂມັນ​ເທິງ​ແທ່ນບູຊາ ແລະ ບອກ​ກັບ​ຜູ້​ທີ່​ມາ​ຖວາຍ​ເຄື່ອງບູຊາ​ວ່າ, “ຈົ່ງ​ແບ່ງ​ຊີ້ນ​ດິບ​ໃຫ້​ປະໂລຫິດ​ເພື່ອ​ປີ້ງ; ເພາະ​ເພິ່ນ​ບໍ່​ຮັບ​ຊີ້ນ​ຕົ້ມ​ຈາກ​ເຈົ້າ, ຮັບ​ແຕ່​ຊີ້ນ​ດິບ​ເທົ່ານັ້ນ”.

ຖ້າ​ຄົນ​ນັ້ນ​ເວົ້າ​ວ່າ, “ຂໍ​ເຜົາ​ໄຂມັນ​ໃຫ້​ສຳເລັດ​ກ່ອນ, ແລ້ວ​ທ່ານ​ຕ້ອງການ​ອັນໃດ​ກໍ​ເອົາ​ໄປ”, ຄົນຮັບໃຊ້​ຜູ້​ນັ້ນ​ກໍ​ຈະ​ຕອບ​ວ່າ, “ບໍ່​ໄດ້, ຕ້ອງ​ເອົາ​ໃຫ້​ດຽວ​ນີ້; ຖ້າ​ເຈົ້າ​ບໍ່​ໃຫ້, ເຮົາ​ຈະ​ໃຊ້​ກຳລັງ”.

ຄວາມ​ບາບ​ຂອງ​ຊາຍ​ທັງ​ສອງ​ແມ່ນ​ໃຫຍ່​ຫລວງ​ຫລາຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ, ພວກເຂົາ2​ປະຕິບັດ​ຕໍ່​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ດູຖູກ.

ແຕ່​ຊາມູເອນ​ກຳລັງ​ຮັບໃຊ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ເປັນ​ເດັກ​ຊາຍ​ຄົນ​ໜຶ່ງ​ທີ່​ນຸ່ງ​ເສື້ອຄຸມ​ເອໂຟດ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍ​ລິນິນ. ແມ່​ຂອງ​ລາວ​ໄດ້​ເຮັດ​ເສື້ອຄຸມ​ນ້ອຍໆ ແລະ ເອົາ​ມາ​ໃຫ້​ລາວ​ທຸກ​ປີ​ເມື່ອ​ນາງ​ມາ​ພ້ອມ​ກັບ​ຜົວ​ຂອງ​ນາງ​ເພື່ອ​ຖວາຍ​ເຄື່ອງບູຊາ​ປະຈຳ​ປີ. ເອລີ​ຈະ​ອວຍພອນ​ເອນການາ ແລະ ເມຍ​ຂອງ​ລາວ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ມອບ​ລູກ​ອີກ​ຫລາຍ​ຄົນ​ຈາກ​ຍິງ​ຄົນ​ນີ້​ແກ່​ທ່ານ​ແທນ​ທີ່​ລູກ​ຄົນ​ໜຶ່ງ​ທີ່​ນາງ​ໄດ້​ອະທິຖານ ແລະ ຖວາຍ​ແດ່3​ພຣະເຈົ້າຢາເວ”. ແລ້ວ​ພວກເຂົາ​ກໍ​ກັບ​ເຮືອນ. ແລະ ພຣະເຈົ້າຢາເວ​ກໍ​ເມດຕາ​ນາງ​ຮັນນາ; ນາງ​ໄດ້​ຖືພາ ແລະ ເກີດ​ລູກຊາຍ​ສາມ​ຄົນ​ກັບ​ລູກສາວ​ສອງ​ຄົນ. ໃນ​ຂະນະ​ດຽວ​ກັນ​ນັ້ນ, ເດັກຊາຍ​ຊາມູເອນ​ກໍ​ເຕີບໃຫຍ່​ຂຶ້ນ​ຕໍ່ໜ້າ​ຂອງ​ພຣະເຈົ້າຢາເວ.

ຝ່າຍ​ເອລີ, ເຊິ່ງ​ເຖົ້າແກ່​ຫລາຍ​ແລ້ວ, ໄດ້​ຍິນ​ກ່ຽວກັບ​ທຸກ​ສິ່ງ​ທີ່​ລູກຊາຍ​ຂອງ​ຕົນ​ເຮັດ​ຕໍ່​ຄົນ​ອິດສະຣາເອນ ແລະ ການ​ທີ່​ພວກເຂົາ​ຫລັບ​ນອນ​ກັບ​ຜູ້​ຍິງ​ທີ່​ມາ​ຮັບໃຊ້​ຢູ່​ທີ່​ທາງ​ເຂົ້າ​ຫໍເຕັນ​ນັດພົບ. ເອລີ​ຈຶ່ງ​ໄດ້​ເວົ້າ​ກັບ​ລູກ​ຂອງ​ຕົນ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພໍ່​ໄດ້​ຍິນ​ຈາກ​ປາກ​ທຸກຄົນ​ວ່າ​ພວກລູກ​ເຮັດ​ຕົນ​ເອງ​ຊົ່ວຊ້າ​ຫລາຍ. ຢ່າ​ເຮັດ​ຢ່າງ​ນັ້ນ​ອີກ​ລູກ​ເອີຍ; ເລື່ອງ​ທີ່​ພໍ່​ໄດ້​ຍິນ​ຄົນ​ຂອງ​ພຣະເຈົ້າຢາເວ​ເວົ້າ​ກັນ​ໄປ​ທົ່ວ​ບໍ່​ມີ​ເລື່ອງ​ດີ​ເລີຍ. ຖ້າ​ເຮັດ​ບາບ​ກັບ​ມະນຸດ​ດ້ວຍ​ກັນ, ພຣະເຈົ້າ4​ອາດ​ຈະ​ໄກ່ເກ່ຍ​ໃຫ້; ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ​ຕໍ່​ພຣະເຈົ້າຢາເວ, ຜູ້ໃດ​ຈະ​ຊ່ວຍ​ຮ້ອງຂໍ​ແທນ​ໄດ້?” ເຖິງ​ຢ່າງ​ໃດ​ກໍ​ຕາມ, ລູກຊາຍ​ຂອງ​ເພິ່ນ​ກໍ​ບໍ່​ຟັງ​ຄຳ​ຕັກເຕືອນ​ຂອງ​ພໍ່, ເພາະ​ແມ່ນ​ຄວາມ​ປະສົງ​ຂອງ​ພຣະເຈົ້າຢາເວ​ທີ່​ຈະ​ຂ້າ​ພວກເຂົາ​ຢູ່​ແລ້ວ.

ແລະ ເດັກ​ຊາຍ​ຊາມູເອນ​ກໍ​ເຕີບໃຫຍ່​ຂຶ້ນ​ທາງ​ດ້ານ​ຮ່າງກາຍ ແລະ ເປັນ​ທີ່​ພໍໃຈ​ຂອງ​ພຣະເຈົ້າຢາເວ ແລະ ຂອງ​ຄົນ​ທັງຫລາຍ.

ຄຳ​ທໍານວາຍ​ຕໍ່​ຄອບຄົວ​ຂອງ​ເອລີ

ບັດນີ້ ຄົນ​ຂອງ​ພຣະເຈົ້າ​ໄດ້​ມາ​ພົບ​ເອລີ ແລະ ເວົ້າ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ບໍ່​ໄດ້​ເປີດເຜີຍ​ຕົນ​ເອງ​ຢ່າງ​ຊັດເຈນ​ແກ່​ຄອບຄົວ​ບັນພະບຸລຸດ​ຂອງ​ເຈົ້າ ເມື່ອ​ພວກເຂົາ​ເປັນ​ຂ້າທາດ​ຂອງ​ກະສັດ​ຟາໂຣ​ຢູ່​ໃນ​ເອຢິບ​ບໍ? ເຮົາ​ໄດ້​ເລືອກ​ບັນພະບຸລຸດ​ຂອງ​ເຈົ້າ​ອອກ​ຈາກ​ເຜົ່າ​ອື່ນໆ​ຂອງ​ອິດສະຣາເອນ​ມາ​ເປັນ​ປະໂລຫິດ​ຂອງ​ເຮົາ, ໃຫ້​ມາ​ທີ່​ແທ່ນບູຊາ​ຂອງ​ເຮົາ, ເຜົາ​ເຄື່ອງ​ຫອມ ແລະ ໃສ່​ເສື້ອຄຸມ​ເອໂຟດ​ຢູ່​ຕໍ່ໜ້າ​ເຮົາ. ເຮົາ​ຍັງ​ໄດ້​ມອບ​ເຄື່ອງບູຊາ​ທັງໝົດ​ທີ່​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ນັ້ນ​ໃຫ້​ແກ່​ຄອບຄົວ​ບັນພະບຸລຸດ​ຂອງ​ເຈົ້າ. ດ້ວຍ​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ດູຖູກ​ເຄື່ອງບູຊາ ແລະ ເຄື່ອງຖວາຍ​ທີ່​ເຮົາ​ກຳນົດ​ໄວ້​ເພື່ອ​ເຮົາ​ຈະ​ຢູ່​ດ້ວຍ’? ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ໃຫ້​ກຽດ​ລູກຊາຍ​ຂອງ​ເຈົ້າ​ຫລາຍ​ກວ່າ​ເຮົາ ໂດຍ​ເຮັດ​ໃຫ້​ຕົນ​ເອງ​ຕຸ້ຍພີ​ຂຶ້ນ​ດ້ວຍ​ສ່ວນ​ທີ່​ດີໆ​ຂອງ​ເຄື່ອງຖວາຍ​ບູຊາ​ທັງໝົດ​ຈາກ​ຊາວ​ອິດສະຣາເອນ​ທີ່​ເປັນ​ປະຊາຊົນ​ຂອງ​ເຮົາ?”

“ເຫດສະນັ້ນ ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ປະກາດ​ວ່າ​ດັ່ງນີ້: ‘ເຮົາ​ສັນຍາ​ໄວ້​ວ່າ​ສະມາຊິກ​ໃນ​ຄອບຄົວ​ຂອງ​ເຈົ້າ ຈະ​ຮັບໃຊ້​ຢູ່​ຕໍ່​ໜ້າ​ເຮົາ​ຕະຫລອດ​ໄປ’. ແຕ່​ບັດນີ້ ພຣະເຈົ້າຢາເວ​ປະກາດ​ດັ່ງນີ້​ວ່າ: ‘ໃຫ້​ການ​ນັ້ນ​ຫ່າງ​ໄກ​ຈາກ​ເຮົາ! ເຮົາ​ຈະ​ໃຫ້​ກຽດ​ບັນດາ​ຜູ້​ທີ່​ໃຫ້​ກຽດ​ເຮົາ, ແຕ່​ເຮົາ​ຈະ​ຢຽດຢາມ​ບັນດາ​ຜູ້​ທີ່​ດູຖູ​ເຮົາ. ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຕັດ​ກໍາລັງ​ຂອງ​ເຈົ້າ ແລະ ກໍາລັງ​ຂອງ​ຕະກູນ​ປະໂລຫິດ​ຂອງ​ເຈົ້າ​ໃຫ້​ສັ້ນ​ລົງ, ເພື່ອ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ຕະກູນ​ຂອງ​ເຈົ້າ​ໄດ້​ຢູ່​ຈົນ​ເຖົ້າແກ່, ແລະ ເຈົ້າ​ຈະ​ອິດສາ​ຄວາມ​ຈະເລີນ​ຮຸ່ງເຮືອງ​ທີ່​ເຮົາ​ຈະ​ໃຫ້​ແກ່​ຊາວ​ອິດສະຣາເອນ ແຕ່​ເຈົ້າ​ກັບ​ຄອບຄົວ​ຂອງ​ເຈົ້າ​ຈະ​ທຸກຍາກ ແລະ ຂັດສົນ, ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ​ທີ່​ຈະ​ໄດ້​ຢູ່​ຈົນ​ເຖົ້າແກ່. ທຸກ​ຄົນ​ໃນ​ພວກເຈົ້າ​ທີ່​ເຮົາ​ບໍ່​ໄດ້​ຕັດ​ອອກ​ຈາກ​ການ​ຮັບໃຊ້​ທີ່​ແທ່ນບູຊາ​ຂອງ​ເຮົາ ເຮົາ​ຈະ​ສະຫງວນ​ໄວ້​ພຽງ​ເພື່ອ​ເຮັດ​ໃຫ້​ສາຍ​ຕາ​ຂອງ​ເຈົ້າ​ເສຍ​ໄປ ແລະ ເພື່ອ​ໃຫ້​ເຈົ້າ​ໝົດ​ກຳລັງ ແລະ ເຊື້ອສາຍ​ທັງໝົດ​ຂອງ​ເຈົ້າ​ຈະ​ຕາຍ​ໄປ​ຕັ້ງແຕ່​ໄວ​ໜຸ່ມ.

“ ‘ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ລູກຊາຍ​ທັງ​ສອງ​ຂອງ​ເຈົ້າ, ໂຮຟະນີ ແລະ ຟີເນຮາ, ຈະ​ເປັນ​ໝາຍສຳຄັນ​ແກ່​ເຈົ້າ ຄື​ພວກເຂົາ​ທັງ​ສອງ​ຈະ​ຕາຍ​ໃນ​ມື້​ດຽວ​ກັນ. ເຮົາ​ຈະ​ແຕ່ງຕັ້ງ​ປະໂລຫິດ​ທີ່​ສັດຊື່​ຂຶ້ນ​ເພື່ອ​ເຮົາ​ເອງ, ຜູ້​ທີ່​ຈະ​ເຮັດ​ຕາມ​ຄວາມ​ຄິດ ແລະ ຈິດໃຈ​ຂອງ​ເຮົາ. ເຮົາ​ຈະ​ສະຖາປານາ​ຕະກູນ​ປະໂລຫິດ​ຂອງ​ລາວ​ໄວ້​ໃຫ້​ໝັ້ນຄົງ ແລະ ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ຢູ່​ຕໍ່ໜ້າ​ຜູ້​ທີ່​ເຮົາ​ເຈີມ​ໄວ້​ນັ້ນ​ຕະຫລອດ​ໄປ. ຫລັງຈາກນັ້ນ ທຸກ​ຄົນ​ທີ່​ເຫລືອ​ຢູ່​ໃນ​ຕະກູນ​ຂອງ​ເຈົ້າ​ຈະ​ມາ ແລະ ກົ້ມ​ຄຳນັບ​ຜູ້​ນັ້ນ​ເພື່ອ​ຮ້ອງຂໍ​ເສດ​ເງິນ ແລະ ເຂົ້າຈີ່​ກ້ອນ​ໜຶ່ງ ແລ້ວ​ຮ້ອງຂໍ​ວ່າ, “ໂຜດ​ມອບ​ໝາຍ​ວຽກງານ​ປະໂລຫິດ​ໃຫ້​ຂ້ານ້ອຍ​ເຮັດ​ຈັກ​ຢ່າງ​ແດ່ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ມີ​ອາຫານ​ກິນ” ’ ”.

Source notes (4)
  1. Footnote ເຂົາ​ຢູ່​ບ່ອນ​ນີ້​ໝາຍ​ເຖິງ​ກຳລັງ ເຊັ່ນ​ດຽວ​ກັນ​ກັບ​ຂໍ້ 10; 1 ຊມອ 2:10
  2. Footnote ສະບັບ DSS. ແລະ ສະບັບ​ເຊັບຕູອາຈິນ; ສະບັບ​ມາໂຊເຣຕິກ ວ່າ ຄົນ​ທັງຫລາຍ
  3. Footnote ສະບັບ DSS. ແລະ ສະບັບ​ເຊັບຕູອາຈິນ; ສະບັບ​ມາໂຊເຣຕິກ ວ່າ ຂໍ​ຈາກ
  4. Footnote ຫລື ຜູ້ພິພາກສາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.