Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 1

ການ​ເກີດ​ຂອງ​ຊາມູເອນ

ມີ​ຊາຍ​ຕະກູນ​ສູເຟ​ຄົນ​ໜຶ່ງ​ຈາກ​ຣາມາທາອິມ1, ຈາກ​ເຂດ​ພູດອຍ​ເອຟຣາອິມ, ຜູ້​ທີ່​ມີ​ຊື່​ວ່າ​ເອນການາ​ລູກຊາຍ​ຂອງ​ເຢໂຣຮາມ, ລູກຊາຍ​ຂອງ​ເອລີຮູ, ລູກຊາຍ​ຂອງ​ໂຕຮູ, ລູກຊາຍ​ຂອງ​ສູເຟ, ຊາວ​ເອຟຣາອິມ. ເອນການາ​ມີ​ເມຍ​ສອງ​ຄົນ; ຄົນ​ໜຶ່ງ​ຊື່​ວ່າ​ນາງ​ຮັນນາ ແລະ ອີກ​ຄົນ​ໜຶ່ງ​ຊື່​ວ່າ​ນາງ​ເປນິນນາ. ນາງ​ເປນິນນາ​ມີ​ລູກ​ຫລາຍ​ຄົນ, ສ່ວນ​ນາງ​ຮັນນາ​ແມ່ນ​ບໍ່​ມີ​ລູກ.

ຊາຍ​ຜູ້​ນີ້​ຈະ​ເດີນ​ທາງ​ຂຶ້ນ​ໄປ​ຈາກ​ເມືອງ​ຂອງ​ຕົນ​ເພື່ອ​ໄປ​ນະມັດສະການ ແລະ ຖວາຍ​ເຄື່ອງບູຊາ​ແດ່​ພຣະເຈົ້າຢາເວ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່​ຢູ່​ທີ່​ຊີໂລ​ທຸກ​ປີ, ໂຮຟະນີ ແລະ ຟີເນຮາ, ລູກຊາຍ​ທັງ​ສອງ​ຂອງ​ເອລີ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ. ທຸກ​ຄັ້ງ​ທີ່​ຖວາຍ​ເຄື່ອງບູຊາ, ເອນການາ​ຈະ​ເອົາ​ຊີ້ນ​ຫລາຍ​ສ່ວນ​ໃຫ້​ນາງ​ເປນິນນາ ແລະ ລູກຊາຍ​ກັບ​ລູກສາວ​ທຸກຄົນ​ຂອງ​ນາງ. ແຕ່​ສຳລັບ​ນາງ​ຮັນນາ ລາວ​ຈະ​ເອົາ​ໃຫ້​ເຖິງ​ສອງ​ສ່ວນ​ເພາະ​ລາວ​ຮັກ​ນາງ ແລະ ພຣະເຈົ້າຢາເວ​ໄດ້​ປິດ​ມົດລູກ​ຂອງ​ນາງ​ໄວ້. ເພາະ​ພຣະເຈົ້າຢາເວ​ໄດ້​ປິດ​ມົດລູກ​ຂອງ​ນາງ, ນາງ​ເປນິນນາ​ຈຶ່ງ​ຄອຍ​ຍຸແຍ່​ນາງ​ຮັນນາ​ໃຫ້​ຂຸ່ນ​ເຄືອງ​ໃຈ. ເຫດການ​ເຊັ່ນ​ນີ້​ໄດ້​ເປັນ​ໄປ​ຫລາຍ​ປີ. ເມື່ອ​ໃດ​ກໍ​ຕາມ​ທີ່​ນາງ​ຮັນນາ​ຂຶ້ນ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ, ນາງ​ເປນິນນາ​ຄູ່ແຂ່ງ​ຂອງ​ນາງ​ກໍ​ຈະ​ຍຸແຍ່​ຈົນ​ນາງ​ຮ້ອງໄຫ້​ບໍ່​ຍອມ​ກິນ​ຫຍັງ. ເອນການາ​ຜົວ​ຂອງ​ນາງ​ກໍ​ຈະ​ເວົ້າ​ກັບ​ນາງ​ວ່າ, “ຮັນນາ, ນ້ອງ​ຮ້ອງໄຫ້​ເຮັດ​ຫຍັງ? ເປັນຫຍັງ​ບໍ່​ຍອມ​ກິນ​ອາຫານ? ເປັນຫຍັງ​ຈຶ່ງ​ທຸກໃຈ? ນ້ອງ​ມີ​ອ້າຍ​ບໍ່​ດີ​ກວ່າ​ມີ​ລູກຊາຍ​ສິບ​ຄົນ​ບໍ?”

ຄັ້ງ​ໜຶ່ງ​ຂະນະ​ຢູ່​ທີ່​ຊີໂລ ຫລັງຈາກ​ທີ່​ພວກເຂົາ​ກິນ ແລະ ດື່ມ​ແລ້ວ, ນາງ​ຮັນນາ​ກໍ​ໄດ້​ລຸກ​ຂຶ້ນ. ບັດນີ້ ປະໂລຫິດ​ເອລີ​ກໍ​ກຳລັງ​ນັ່ງ​ຢູ່​ເທິງ​ຕັ່ງ​ຂ້າງ​ເສົາ​ປະຕູ​ເຮືອນ​ຂອງ​ພຣະເຈົ້າຢາເວ. ນາງ​ຮັນນາ​ໄດ້​ອະທິຖານ​ຮ້ອງໄຫ້​ດ້ວຍ​ຄວາມ​ທຸກໃຈ​ຢ່າງ​ຂົມຂື່ນ​ຕໍ່​ພຣະເຈົ້າຢາເວ. ແລະ ນາງ​ໄດ້​ປະຕິຍານ​ວ່າ, “ຂ້າ​ແດ່​ພະຢາເວ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ຖ້າ​ຫາກ​ພຣະອົງ​ພຽງ​ແຕ່​ເບິ່ງ​ເຫັນ​ຄວາມ​ໂສກເສົ້າ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ລະນຶກ​ເຖິງ​ຂ້ານ້ອຍ ແລະ ຖ້າ​ບໍ່​ລືມ​ຜູ້ຮັບໃຊ້​ຂອງ​ພຣະອົງ ແຕ່​ມອບ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ແກ່​ຂ້ານ້ອຍ, ແລ້ວ​ຂ້ານ້ອຍ​ກໍ​ຈະ​ຖວາຍ​ລູກຊາຍ​ແດ່​ພຣະເຈົ້າຢາເວ​ຕະຫລອດ​ຊີວິດ​ຂອງ​ລາວ, ແລະ ມີດແຖ​ຈະ​ບໍ່​ແຕະ​ຖືກ​ຫົວ​ຂອງ​ລາວ​ເລີຍ”.

ຂະນະ​ທີ່​ນາງ​ກຳລັງ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ຢູ່​ນັ້ນ, ເອລີ​ໄດ້​ສັງເກດ​ເຫັນ​ຮີມສົບ​ຂອງ​ນາງ. ນາງ​ຮັນນາ​ອະທິຖານ​ຢູ່​ໃນ​ໃຈ, ແລະ ຮີມສົບ​ຂອງ​ນາງ​ກໍ​ເໜັງ​ແຕ່​ບໍ່​ໄດ້​ຍິນ​ສຽງ​ຂອງ​ນາງ. ເອລີ​ກໍ​ຄິດ​ວ່າ​ນາງ​ເມົາ​ເຫລົ້າ ແລະ ເວົ້າ​ກັບ​ນາງ​ວ່າ, “ເຈົ້າ​ຈະ​ເມົາ​ໄປ​ອີກ​ດົນ​ປານ​ໃດ? ຈົ່ງ​ຢຸດ​ດື່ມ​ເຫລົ້າອະງຸ່ນ”.

ຮັນນາ​ໄດ້​ຕອບ​ວ່າ, “ບໍ່​ແມ່ນ​ເຊັ່ນ​ນັ້ນ, ທ່ານ​ເອີຍ, ຂ້ານ້ອຍ​ຄື​ຍິງ​ຜູ້​ທຸກໃຈ​ໜັກ. ຂ້ານ້ອຍ​ບໍ່​ໄດ້​ດື່ມ​ເຫລົ້າ​ອະງຸ່ນ ຫລື ເບຍ; ແຕ່​ຂ້ານ້ອຍ​ກຳລັງ​ລະບາຍ​ຄວາມ​ໃນ​ໃຈ​ຕໍ່​ພຣະເຈົ້າຢາເວ. ຂໍ​ຢ່າ​ເຂົ້າໃຈ​ຜິດ​ວ່າ​ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ຍິງ​ຊົ່ວ; ຂ້ານ້ອຍ​ກຳລັງ​ອະທິຖານ​ດ້ວຍ​ຄວາມ​ເຈັບປວດ ແລະ ດ້ວຍ​ຄວາມ​ໂສກເສົ້າ​ຫລາຍ”.

ເອລີ​ໄດ້​ຕອບ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ ແລະ ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ມອບ​ໃຫ້​ຕາມ​ທີ່​ເຈົ້າ​ໄດ້​ຂໍ​ຈາກ​ພຣະອົງ”.

ນາງ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ທີ່​ພໍໃຈ​ໃນ​ສາຍ​ຕາ​ຂອງ​ທ່ານ”. ແລ້ວ​ນາງ​ກໍ​ກັບ​ໄປ​ກິນ​ອາຫານ ແລະ ສີ​ໜ້າ​ຂອງ​ນາງ​ກໍ​ບໍ່​ໂສກເສົ້າ​ອີກ.

ເຊົ້າ​ຂອງ​ມື້​ຕໍ່​ມາ​ພວກເຂົາ​ໄດ້​ຕື່ນ​ແຕ່​ເຊົ້າ ແລະ ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ຫລັງຈາກນັ້ນ​ກໍ​ກັບ​ໄປ​ເຮືອນ​ທີ່​ຢູ່​ຣາມາ. ເອນການາ​ຫລັບ​ນອນ​ກັບ​ນາງ​ຮັນນາ​ເມຍ​ຂອງ​ລາວ ແລະ ພຣະເຈົ້າຢາເວ​ກໍ​ລະນຶກ​ເຖິງ​ນາງ. ດັ່ງນັ້ນ ເມື່ອ​ເຖິງ​ເວລາ​ກຳນົດ​ນາງ​ຮັນນາ​ກໍ​ຖືພາ ແລະ ເກີດ​ລູກຊາຍ​ຄົນ​ໜຶ່ງ. ນາງ​ໄດ້​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ຊາມູເອນ,2 ໂດຍ​ເວົ້າ​ວ່າ, “ເພາະ​ຂ້ອຍ​ໄດ້​ຂໍ​ລູກ​ຈາກ​ພຣະເຈົ້າຢາເວ”.

ຮັນນາ​ຖວາຍ​ຊາມູເອນ

ເມື່ອ​ເອນການາ​ຜົວ​ຂອງ​ນາງ ແລະ ຄອບຄົວ​ຂຶ້ນ​ໄປ​ຖວາຍ​ເຄື່ອງບູຊາ​ປະຈຳ​ປີ​ແດ່​ພຣະເຈົ້າຢາເວ ແລະ ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້, ນາງ​ຮັນນາ​ບໍ່​ໄດ້​ໄປ​ນໍາ. ນາງ​ບອກ​ຜົວ​ຂອງ​ຕົນ​ວ່າ, “ຫລັງຈາກ​ທີ່​ລູກຊາຍ​ຄົນ​ນີ້​ອອກ​ນົມ​ແລ້ວ, ນ້ອງ​ຈະ​ພາ​ລູກ​ໄປ ແລະ ຖວາຍ​ລູກ​ຕໍ່​ໜ້າ​ພຣະເຈົ້າຢາເວ ແລະ ລູກ​ຈະ​ໃຊ້​ຊີວິດ​ຢູ່​ທີ່​ນັ້ນ​ຕະຫລອດ​ໄປ”.

ເອນການາ​ຜົວ​ຂອງ​ນາງ​ໄດ້​ບອກ​ນາງ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ນ້ອງ​ເຫັນ​ວ່າ​ດີ​ທີ່ສຸດ. ຈົ່ງ​ຢູ່​ທີ່​ນີ້​ຈົນ​ກວ່າ​ລູກ​ຈະ​ອອກ​ນົມ​ກ່ອນ; ຂໍ​ໃຫ້​ເປັນ​ໄປ​ຕາມ​ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ3”. ດັ່ງນັ້ນ ນາງ​ຈຶ່ງ​ຢູ່​ບ້ານ ແລະ ລ້ຽງດູ​ລູກ​ຂອງ​ນາງ​ຈົນ​ເດັກນ້ອຍ​ນັ້ນ​ອອກ​ນົມ.

ຫລັງ​ຈາກ​ອອກ​ນົມ​ແລ້ວ, ນາງ​ກໍ​ພາ​ເດັກນ້ອຍ​ຄົນ​ນັ້ນ​ມາ​ນໍາ, ໃນ​ຂະນະ​ທີ່​ເດັກນ້ອຍ​ນັ້ນ​ຍັງ​ນ້ອຍ​ຢູ່, ພ້ອມ​ດ້ວຍ​ງົວ​ຜູ້​ອາຍຸ​ສາມ​ປີ​ໜຶ່ງ​ໂຕ,4 ແປ້ງ​ປະມານ 1 ເອຟາ5 ແລະ ເຫລົ້າອະງຸ່ນ​ໜຶ່ງ​ຖົງ​ໜັງ ແລະ ພາ​ເດັກນ້ອຍ​ນັ້ນ​ໄປ​ຍັງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຢູ່​ທີ່​ຊີໂລ. ເມື່ອ​ພວກເຂົາ​ຂ້າ​ງົວ​ຖວາຍ​ສຳເລັດ​ແລ້ວ, ພວກເຂົາ​ກໍ​ພາ​ເດັກນ້ອຍ​ນັ້ນ​ມາ​ພົບ​ເອລີ, ແລະ ນາງ​ຮັນນາ​ກໍ​ໄດ້​ເວົ້າ​ກັບ​ເອລີ​ວ່າ, “ທ່ານ​ເອີຍ, ທ່ານ​ມີ​ຊີວິດ​ຢູ່​ສັນໃດ, ຂ້ອຍ​ຄື​ຍິງ​ທີ່​ເຄີຍ​ມາ​ຢືນ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ຢູ່​ບ່ອນ​ນີ້. ຂ້ອຍ​ອະທິຖານ​ຂໍ​ລູກຊາຍ​ຄົນ​ນີ້ ແລະ ພຣະເຈົ້າຢາເວ​ກໍ​ໄດ້​ມອບ​ໃຫ້​ຕາມ​ຄຳ​ອ້ອນວອນ. ບັດນີ້ ຂ້ອຍ​ໄດ້​ນຳ​ລາວ​ມາ​ຖວາຍ​ແດ່​ພຣະເຈົ້າຢາເວ. ເພື່ອ​ທັງ​ຊີວິດ​ຂອງ​ລາວ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ”. ແລ້ວ​ລາວ​ກໍ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ.

Source notes (5)
  1. Footnote ຫລື ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ຣາມາທາອິມ​ສູເຟ
  2. Footnote ຄຳ​ວ່າ ຊາມູເອນ ມີ​ສຽງ​ຄ້າຍ​ກັບ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມຫມາຍ​ວ່າ ພຣະເຈົ້າ​ຟັງ
  3. Footnote ສະບັບ DSS. ແລະ ເຊັບຕູອາຈິນ ແລະ Syr. ວ່າ ຂໍ​ໃຫ້​ເປັນ​ໄປ​ຕາມ​ຄຳ​ປະຕິຍານ​ຂອງ​ເຈົ້າ
  4. Footnote ສະບັບ MT. ວ່າ ງົວ​ຜູ້​ສາມ​ໂຕ
  5. Footnote ຫລື 16 ກິໂລກຣາມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.