Skip to content
BibleKenya

Biblica® Open Lao Contemporary Version

ນາງຣຸດ 4

ໂບອາດ​ແຕ່ງງານ​ກັບ​ນາງ​ຣຸດ

ໃນ​ຂະນະ​ນັ້ນ ໂບອາດ​ໄດ້​ໄປ​ທີ່​ປະຕູ​ເມືອງ ແລະ ນັ່ງ​ລົງ​ທີ່​ນັ້ນ ເມື່ອ​ຍາດ​ພີ່ນ້ອງ​ໃກ້ຊິດ​ຄົນ​ທີ່​ມີ​ສິດ​ໄຖ່​ຖອນ ເຊິ່ງ​ໂບອາດ​ໄດ້​ເວົ້າ​ເຖິງ​ນັ້ນ​ໄດ້​ຜ່ານ​ມາ, ໂບອາດ​ກໍ​ໄດ້​ເວົ້າ​ວ່າ, “ສະຫາຍ, ເຊີນ​ມາ​ທີ່​ນີ້ ແລະ ນັ່ງ​ລົງ​ກ່ອນ”. ດັ່ງນັ້ນ ລາວ​ຈຶ່ງ​ມາ ແລະ ນັ່ງ​ລົງ.

ໂບອາດ​ໄດ້​ເຊີນ​ຜູ້ອາວຸໂສ​ຂອງ​ເມືອງ​ນັ້ນ​ມາ​ສິບ​ຄົນ ແລະ ເວົ້າ​ວ່າ, “ຂໍ​ເຊີນ​ນັ່ງ​ຢູ່​ບ່ອນ​ນີ້” ແລ້ວ​ພວກເຂົາ​ກໍ​ນັ່ງ​ລົງ. ດັ່ງນັ້ນ ໂບອາດ​ຈຶ່ງ​ເວົ້າ​ກັບ​ຍາດ​ພີ່ນ້ອງ​ຜູ້​ມີ​ສິດ​ໄຖ່​ຖອນ​ນັ້ນ​ວ່າ, “ນາງ​ນາໂອມີ, ຜູ້​ກັບ​ມາ​ຈາກ​ໂມອາບ ກໍ​ກຳລັງ​ຈະ​ຂາຍ​ທີ່​ດິນ​ຕອນ​ໜຶ່ງ ເຊິ່ງ​ເປັນ​ຂອງ​ເອລີເມເຫລັກ ຍາດ​ພີ່ນ້ອງ​ຂອງ​ພວກເຮົາ. ຂ້ອຍ​ຄິດ​ວ່າ​ຂ້ອຍ​ຄວນ​ຈະ​ເວົ້າ​ເລື່ອງ​ນີ້​ກັບ​ເຈົ້າ ແລະ ແນະນຳ​ໃຫ້​ເຈົ້າ​ຊື້​ທີ່​ດິນ​ຕໍ່ໜ້າ​ບັນດາ​ຄົນ​ທີ່​ນັ່ງ​ຢູ່​ບ່ອນ​ນີ້ ແລະ ຕໍ່ໜ້າ​ບັນດາ​ຜູ້ອາວຸໂສ​ຂອງ​ຂ້ອຍ. ຖ້າ​ເຈົ້າ​ຢາກ​ຈະ​ໄຖ່ ກໍ​ຂໍ​ໃຫ້​ໄຖ່. ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄຖ່ ກໍ​ຂໍ​ໃຫ້​ບອກ​ຂ້ອຍ ເພື່ອ​ຂ້ອຍ​ຈະ​ໄດ້​ຮູ້. ເພາະ​ບໍ່​ມີ​ຜູ້​ໃດ​ມີ​ສິດ​ໄຖ່ ຍົກເວັ້ນ​ເຈົ້າ ແລະ ຮອງ​ລົງ​ມາ​ຈາກ​ເຈົ້າ​ກໍ​ແມ່ນ​ຂ້ອຍ”.

ລາວ​ໄດ້​ຕອບ​ວ່າ, “ຂ້ອຍ​ຈະ​ໄຖ່”.

ຫລັງຈາກນັ້ນ ໂບອາດ​ຈຶ່ງ​ເວົ້າ​ວ່າ, “ໃນ​ວັນ​ທີ່​ເຈົ້າ​ຊື້​ທີ່​ດິນ​ຈາກ​ນາງ​ນາໂອມີ ເຈົ້າ​ຍັງ​ຈະ​ໄດ້​ນາງ​ຣຸດ​ທີ່​ເປັນ​ຊາວ​ໂມອາບ, ເຊິ່ງ​ເປັນ​ເມຍ​ຂອງ​ຜູ້​ຕາຍ​ທີ່​ເປັນ​ຍິງ​ໝ້າຍ​ດ້ວຍ, ເພື່ອ​ສືບ​ນາມ​ຂອງ​ຜູ້​ຕາຍ​ຕໍ່ໄປ​ເທິງ​ທີ່​ດິນ​ອັນ​ເປັນ​ກຳມະສິດ​ຂອງ​ລາວ”.

ຜູ້​ມີ​ສິດ​ໄຖ່​ຖອນ​ນັ້ນ​ໄດ້​ຕອບ​ວ່າ, “ຖ້າ​ເປັນ​ເຊັ່ນ​ນັ້ນ​ຂ້ອຍ​ບໍ່​ສາມາດ​ໄຖ່​ທີ່​ດິນ​ນັ້ນ​ໄດ້ ເພາະ​ຊັບສິນ​ສ່ວນ​ທີ່​ເປັນ​ຂອງ​ຂ້ອຍ​ກໍ​ອາດ​ຈະ​ເສຍ​ໄປ. ຂໍ​ໃຫ້​ເຈົ້າ​ໄຖ່​ທີ່​ດິນ​ນັ້ນ​ເອົາ​ໄວ້​ເອງ​ສາ. ຂ້ອຍ​ບໍ່​ສາມາດ​ເຮັດ​ໄດ້”.

(ໃນ​ສະໄໝ​ນັ້ນ ເປັນ​ທຳນຽມ​ໃນ​ອິດສະຣາເອນ​ສຳລັບ​ການ​ໄຖ່ ແລະ ການ​ຕົກລົງ​ໂອນ​ສິດ​ໃນ​ຊັບສິນ, ໂດຍ​ຝ່າຍ​ໜຶ່ງ​ຖອດ​ເກີບ​ອອກ​ມາ ແລະ ມອບ​ເກີບ​ນັ້ນ​ໃຫ້​ອີກ​ຝ່າຍ​ໜຶ່ງ. ນີ້​ແມ່ນ​ການ​ຢືນຢັນ​ຂໍ້​ຕົກລົງ​ຕາມ​ກົດໝາຍ​ໃນ​ອິດສະຣາເອນ).

ດັ່ງນັ້ນ ຂະນະ​ທີ່​ຜູ້​ມີ​ສິດ​ໄຖ່​ເວົ້າ​ກັບ​ໂບອາດ​ວ່າ, “ໃຫ້​ເຈົ້າ​ຊື້​ເອງ​ສາ”. ແລ້ວ​ລາວ​ກໍ​ໄດ້​ຖອດ​ເກີບ​ອອກ​ມາ.

ຫລັງຈາກນັ້ນ ໂບອາດ​ຈຶ່ງ​ປະກາດ​ກັບ​ບັນດາ​ຜູ້ອາວຸໂສ ແລະ ຄົນ​ທັງໝົດ​ວ່າ, “ພວກທ່ານ​ທັງຫລາຍ​ເປັນ​ພະຍານ​ວ່າ​ໃນ​ມື້​ນີ້​ຂ້າພະເຈົ້າ​ໄດ້​ຊື້​ຊັບສິນ​ທັງໝົດ​ຂອງ​ເອລີເມເຫລັກ, ກີລີໂອນ ແລະ ມາໂລນ ຈາກ​ນາງ​ນາໂອມີ. ພ້ອມ​ກັນ​ນີ້​ຂ້າພະເຈົ້າ​ໄດ້​ຂໍ​ຮັບ​ນາງ​ຣຸດ​ຍິງ​ຊາວ​ໂມອາບ, ເມຍ​ໝ້າຍ​ຂອງ​ມາໂລນ ມາ​ເປັນ​ເມຍ​ຂອງ​ຂ້າພະເຈົ້າ​ດ້ວຍ, ເພື່ອ​ນາງ​ຈະ​ໄດ້​ມີ​ບຸດ​ສືບ​ເຊື້ອສາຍ​ຂອງ​ຜູ້​ຕາຍ​ພ້ອມ​ດ້ວຍ​ກຳມະສິດ​ຂອງ​ລາວ, ເພື່ອ​ເຊື້ອສາຍ​ຂອງ​ລາວ​ຈະ​ບໍ່​ຂາດ​ຫາຍ​ໄປ​ຈາກ​ທ່າມກາງ​ຄອບຄົວ​ຂອງ​ລາວ ຫລື ຫາຍ​ໄປ​ຈາກ​ບ້ານ​ເມືອງ​ຂອງ​ລາວ. ພວກທ່ານ​ທັງຫລາຍ​ໄດ້​ເປັນ​ພະຍານ​ໃນ​ວັນ​ນີ້!”

ບັນດາ​ຜູ້ອາວຸໂສ ແລະ ຄົນ​ທັງໝົດ​ທີ່​ຢືນ​ຢູ່​ທີ່​ປະຕູ​ເມືອງ​ຈຶ່ງ​ໄດ້​ເວົ້າ​ວ່າ, “ພວກເຮົາ​ເປັນ​ພະຍານ. ຂໍ​ພຣະເຈົ້າ​ຢາເວ​ໂຜດ​ເຮັດ​ໃຫ້​ຍິງ​ຄົນ​ນີ້ ເຊິ່ງ​ກ້າວ​ເຂົ້າ​ມາ​ສູ່​ເຮືອນ​ຂອງ​ທ່ານ​ຈົ່ງ​ເປັນ​ເໝືອນ​ນາງ​ຣາເຊັນ ແລະ ນາງ​ເລອາ, ຜູ້​ທີ່​ຮ່ວມ​ກັນ​ສ້າງ​ຄອບຄົວ​ອິດສະຣາເອນ. ຂໍ​ໃຫ້​ທ່ານ​ຍິ່ງໃຫຍ່​ໃນ​ເອຟະລາທາ ແລະ ມີ​ຊື່ສຽງ​ດີ​ໃນ​ເບັດເລເຮັມ. ໂດຍ​ຜ່ານ​ທາງ​ລູກ​ຫລານ​ທີ່​ພຣະເຈົ້າ​ຢາເວ​ຈະ​ມອບ​ໃຫ້​ແກ່​ທ່ານ​ຈາກ​ຍິງ​ສາວ​ຄົນ​ນີ້, ຂໍ​ໃຫ້​ຄອບຄົວ​ຂອງ​ທ່ານ​ເປັນ​ເໝືອນ​ດັ່ງ​ຄອບຄົວ​ຂອງ​ເປເຣັດ, ເຊິ່ງ​ນາງ​ຕາມາ​ໄດ້​ກຳເນີດ​ລູກ​ໃຫ້​ແກ່​ຢູດາ”.

ນາງ​ນາໂອມີ​ໄດ້​ຮັບ​ລູກຊາຍ

(1ຂຄ 2:5-15; ມທ 1:3-6; ລກ 3:31-33)

ດັ່ງນັ້ນ ໂບອາດ​ຈຶ່ງ​ໄດ້​ຮັບ​ເອົາ​ນາງ​ຣຸດ​ມາ ແລະ ນາງ​ຈຶ່ງ​ກາຍ​ເປັນ​ເມຍ​ຂອງ​ເພິ່ນ. ເມື່ອ​ໂບອາດ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ນາງ, ພຣະເຈົ້າ​ຢາເວ​ຈຶ່ງ​ໃຫ້​ນາງ​ຖືພາ ແລະ ເກີດ​ລູກຊາຍ​ຄົນ​ໜຶ່ງ. ພວກ​ແມ່ຍິງ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ: “ສັນລະເສີນ​ພຣະເຈົ້າ​ຢາເວ, ຜູ້​ທີ່​ໃນ​ມື້​ນີ້​ບໍ່​ໄດ້​ປະ​ໃຫ້​ເຈົ້າ​ປາດສະຈາກ​ຍາດ​ພີ່ນ້ອງ​ທີ່​ມີ​ສິດ​ໄຖ່. ຂໍ​ໃຫ້​ລາວ​ມີ​ຊື່ສຽງ​ຊ່າ​ລື​ທົ່ວ​ອິດສະຣາເອນ! ລາວ​ຈະ​ຟື້ນຟູ​ຊີວິດ​ຂອງ​ເຈົ້າ ແລະ ຄ້ຳຊູ​ເຈົ້າ​ໃນ​ຍາມ​ທີ່​ເຈົ້າ​ເຖົ້າແກ່. ເພາະ​ລູກໄພ້​ຂອງ​ເຈົ້າ, ຜູ້​ທີ່​ຮັກ​ເຈົ້າ ແລະ ຜູ້​ທີ່​ດີ​ຕໍ່​ເຈົ້າ​ຫລາຍ​ກວ່າ​ລູກຊາຍ​ເຈັດ​ຄົນ​ທີ່​ໄດ້​ໃຫ້​ກຳເນີດ”.

ນາງ​ນາໂອມີ​ກໍ​ໄດ້​ອູ້ມ​ເດັກນ້ອຍ​ໄວ້​ໃນ​ແຂນ​ຂອງ​ຕົນ ແລະ ລ້ຽງດູ​ລາວ. ຜູ້​ຍິງ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ໄດ້​ເວົ້າ​ວ່າ, “ນາງ​ນາໂອມີ​ມີ​ລູກຊາຍ!” ແລະ ພວກເຂົາ​ໄດ້​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ໂອເບັດ. ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ, ເຊິ່ງ​ເປັນ​ພໍ່​ຂອງ​ດາວິດ.

ເຊື້ອສາຍ​ຂອງ​ດາວິດ

ລຳດັບ​ເຊື້ອສາຍ​ຂອງ​ເປເຣັດ​ມີ​ດັ່ງນີ້:

ເປເຣັດ​ເປັນ​ພໍ່​ຂອງ​ເຮຊະໂຣນ

ເຮຊະໂຣນ​ເປັນ​ພໍ່​ຂອງ​ຣາມ

ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ

ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ

ນາໂຊນ​ເປັນ​ພໍ່​ຂອງ​ຊານໂມນ1

ຊານໂມນ​ເປັນ​ພໍ່​ຂອງ​ໂບອາດ

ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ

ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ

ແລະ ເຢຊີ​ເປັນ​ພໍ່​ຂອງ​ດາວິດ.

Source notes (1)
  1. Footnote ຫລື ສັນມາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.