Biblica® Open Lao Contemporary Version
1 ຊາມູເອນ 8
ຊາວອິດສະຣາເອນຂໍກະສັດ
ເມື່ອຊາມູເອນເຖົ້າແກ່ແລ້ວ, ເພິ່ນກໍໄດ້ແຕ່ງຕັ້ງລູກຊາຍຂອງເພິ່ນຂຶ້ນເປັນຜູ້ນຳ1ຂອງອິດສະຣາເອນ. ລູກຊາຍກົກຂອງເພິ່ນມີຊື່ວ່າໂຢເອນ ແລະ ລູກຊາຍຄົນທີສອງຂອງເພິ່ນມີຊື່ວ່າອາບີຢາ ແລະ ທັງສອງຮັບໃຊ້ຢູ່ເບເອນເຊບາ. ແຕ່ລູກຊາຍທັງສອງຂອງເພິ່ນບໍ່ໄດ້ເຮັດຕາມແບບຢ່າງຂອງເພິ່ນ. ພວກເຂົາໄດ້ຫັນໄປເຮັດຕາມຄວາມບໍ່ຊື່ສັດ ແລ້ວຮັບສິນບົນ ແລະ ບິດເບືອນຄວາມຍຸຕິທຳ.
ດັ່ງນັ້ນ ຜູ້ອາວຸໂສທັງໝົດຂອງອິດສະຣາເອນຈຶ່ງຮວມຕົວກັນມາພົບຊາມູເອນຢູ່ທີ່ຣາມາ. ພວກເຂົາໄດ້ເວົ້າວ່າ, “ທ່ານກໍເຖົ້າແກ່ຫລາຍແລ້ວ ແລະ ບັນດາລູກຊາຍຂອງທ່ານກໍບໍ່ໄດ້ເຮັດຕາມແບບຢ່າງຂອງທ່ານ; ບັດນີ້ ຂໍແຕ່ງຕັ້ງກະສັດຂຶ້ນມານຳພາ2ພວກເຮົາ ເໝືອນດັ່ງຊົນຊາດອື່ນໆທັງໝົດທີ່ມີກະສັດ”.
ແຕ່ເມື່ອພວກເຂົາເວົ້າວ່າ, “ຂໍແຕ່ງຕັ້ງກະສັດຂຶ້ນນໍາພາພວກເຮົາ”, ຊາມູເອນກໍຮູ້ສຶກບໍ່ພໍໃຈ; ດັ່ງນັ້ນ ເພິ່ນຈຶ່ງໄດ້ອະທິຖານຕໍ່ພຣະເຈົ້າຢາເວ. ແລະ ພຣະເຈົ້າຢາເວໄດ້ບອກເພິ່ນວ່າ: “ຈົ່ງຟັງທຸກສິ່ງທີ່ພວກເຂົາກໍາລັງບອກເຈົ້າ; ເພາະພວກເຂົາບໍ່ໄດ້ປະຖິ້ມເຈົ້າ, ແຕ່ໄດ້ປະຖິ້ມເຮົາ ແລະ ບໍ່ຕ້ອງການໃຫ້ເຮົາເປັນກະສັດຂອງພວກເຂົາ. ນັບຕັ້ງແຕ່ເຮົາພາພວກເຂົາອອກມາຈາກເອຢິບຈົນເຖິງບັດນີ້, ພວກເຂົາປະຖິ້ມເຮົາຢູ່ສະເໝີ ແລະ ຫັນໄປຮັບໃຊ້ພະອື່ນໆ, ດັ່ງນັ້ນ ພວກເຂົາກໍກຳລັງເຮັດກັບເຈົ້າຢ່າງດຽວກັນ. ບັດນີ້ ຈົ່ງຮັບຟັງພວກເຂົາ; ແຕ່ຈົ່ງຢ້ຳເຕືອນພວກເຂົາໃຫ້ຮູ້ວ່າກະສັດທີ່ຈະມາປົກຄອງພວກເຂົານັ້ນຈະມີສິດທິຫຍັງແດ່”.
ຊາມູເອນຈຶ່ງບອກຄຳສັ່ງທັງໝົດຂອງພຣະເຈົ້າຢາເວແກ່ບັນດາປະຊາຊົນທີ່ຂໍໃຫ້ມີກະສັດ. ເພິ່ນໄດ້ເວົ້າວ່າ, “ກະສັດທີ່ຈະປົກຄອງພວກເຈົ້າຈະມີສິດທິດັ່ງນີ້ຄື: ເພິ່ນຈະເກນບັນດາລູກຊາຍຂອງພວກເຈົ້າໃຫ້ເປັນທະຫານລົດຮົບ, ທະຫານມ້າ ແລະ ພວກເຂົາຈະແລ່ນນຳຂະບວນລົດມ້າຂອງເພິ່ນ. ເພິ່ນຈະໃຫ້ບາງຄົນເປັນຜູ້ບັນຊາການເບິ່ງແຍງກອງພັນ ແລະ ຜູ້ບັນຊາການທະຫານຫ້າສິບຄົນ. ໃຫ້ບາງຄົນໄຖນາ ແລະ ເກັບກ່ຽວຜົນລະປູກຂອງເພິ່ນ ແລະ ໃຫ້ບາງຄົນເຮັດອາວຸດສົງຄາມ ແລະ ອຸປະກອນລົດມ້າຂອງເພິ່ນ. ເພິ່ນຈະເກນບັນດາລູກສາວຂອງພວກເຈົ້າໄປເປັນຜູ້ປຸງນໍ້າຫອມ ແລະ ເປັນແມ່ຄົວ ແລະ ຜູ້ເຮັດຂະໜົມ. ເພິ່ນຈະຢຶດເອົາທົ່ງນາ ແລະ ສວນອະງຸ່ນ ແລະ ສວນໝາກກອກສ່ວນທີ່ດີທີ່ສຸດຂອງພວກເຈົ້າໄປ ແລະ ມອບໃຫ້ບັນດາຄົນຮັບໃຊ້ຂອງເພິ່ນ. ເພິ່ນຈະຢຶດເອົາໜຶ່ງໃນສິບຂອງຜົນລະປູກ ແລະ ເຫລົ້າອະງຸ່ນຂອງພວກເຈົ້າໄປ ແລ້ວແຈກຈ່າຍໃຫ້ບັນດາຄົນຮັບໃຊ້ ແລະ ຂ້າລາຊະການຂອງເພິ່ນ. ເພິ່ນຈະເກນຄົນຮັບໃຊ້ຊາຍກັບຍິງຂອງພວກເຈົ້າ ແລະ ເອົາງົວກັບລໍທີ່ດີທີ່ສຸດຂອງພວກເຈົ້າໄປໃຊ້ງານສຳລັບຕົນເອງ. ເພິ່ນຈະເອົາໜຶ່ງໃນສິບຈາກຝູງສັດຂອງພວກເຈົ້າ ແລະ ພວກເຈົ້າເອງກໍຈະຕົກເປັນທາດຂອງເພິ່ນ. ເມື່ອເຖິງວັນນັ້ນ, ພວກເຈົ້າຈະອ້ອນວອນຂໍການປົດປ່ອຍຈາກກະສັດທີ່ພວກເຈົ້າໄດ້ເລືອກ, ແຕ່ພຣະເຈົ້າຢາເວຈະບໍ່ຕອບພວກເຈົ້າໃນວັນນັ້ນ”.
ແຕ່ປະຊາຊົນບໍ່ຟັງຄຳເຕືອນຂອງຊາມູເອນ. ພວກເຂົາຢືນຍັນວ່າ, “ພວກເຮົາຕ້ອງການກະສັດປົກຄອງພວກເຮົາ. ເພື່ອພວກເຮົາຈະໄດ້ເປັນເໝືອນຊົນຊາດອື່ນໆທັງໝົດ, ທີ່ມີກະສັດນຳພາ ແລະ ຈະນໍາໜ້າພວກເຮົາໄປ ແລະ ສູ້ຮົບຊ່ວຍພວກເຮົາ”.
ເມື່ອຊາມູເອນໄດ້ຍິນປະຊາຊົນທັງໝົດເວົ້າ, ເພິ່ນຈຶ່ງໄດ້ນໍາເອົາຄໍາເວົ້ານັ້ນໄປກ່າວຕໍ່ໜ້າພຣະເຈົ້າຢາເວ. ພຣະເຈົ້າຢາເວໄດ້ກ່າວວ່າ, “ຈົ່ງຟັງພວກເຂົາ ແລະ ແຕ່ງຕັ້ງກະສັດໃຫ້ພວກເຂົາ”.
ຊາມູເອນຈຶ່ງກ່າວແກ່ຊົນຊາດອິດສະຣາເອນວ່າ, “ໃຫ້ທຸກຄົນກັບໄປທີ່ເມືອງຂອງຕົນ”.
Source notes (2)
- Footnote ຫລື ຜູ້ປົກຄອງ
- Footnote ໂດຍປົກກະຕິແປວ່າ ພວກຜູ້ປົກຄອງ ເຊັ່ນດຽວກັບຂໍ້ 6 ແລະ 20
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.