Biblica® Open Lao Contemporary Version
1 ຊາມູເອນ 9
ຊາມູເອນເຈີມໂຊນ
ມີຊາຍເຜົ່າເບັນຢາມິນຄົນໜຶ່ງ, ເຊິ່ງເປັນຄົນມີຖານະດີ, ຜູ້ທີ່ມີຊື່ວ່າກີເຊ, ເປັນລູກຊາຍຂອງອາບີເອນ, ເປັນຫລານຊາຍຂອງເຊໂຣເຣ, ເຊໂຣເຣເປັນລູກຊາຍຂອງເບໂກຣັດ, ຜູ້ເປັນລູກຊາຍຂອງອາຟີຢາແຫ່ງເບັນຢາມິນ. ກີເຊມີລູກຊາຍຄົນໜຶ່ງຊື່ວ່າໂຊນ, ເປັນຄົນງາມທີ່ສຸດໃນອິດສະຣາເອນ, ລາວເປັນສູງກວ່າຄົນອື່ນໆປະມານໜຶ່ງສ່ວນຫົວ.
ມີມື້ໜຶ່ງຝູງລໍຂອງກີເຊ ພໍ່ຂອງໂຊນເສຍ ແລະ ກີເຊຈຶ່ງໄດ້ເວົ້າກັບໂຊນລູກຊາຍຂອງເພິ່ນວ່າ, “ຈົ່ງອອກໄປຕາມຫາລໍ ແລະ ເອົາຄົນຮັບໃຊ້ຄົນໜຶ່ງໄປນໍາ”. ດັ່ງນັ້ນ ລາວຈຶ່ງເດີນທາງໄປທົ່ວເຂດພູດອຍເອຟຣາອິມ ແລະ ຜ່ານດິນແດນຊາລີຊາ, ແຕ່ພວກເຂົາກໍບໍ່ພົບຝູງລໍ. ພວກເຂົາຈຶ່ງເດີນທາງໄປທີ່ຊາອາລິມ, ແຕ່ຝູງລໍກໍບໍ່ໄດ້ຢູ່ທີ່ນັ້ນ. ຫລັງຈາກນັ້ນ ລາວຈຶ່ງໄປທີ່ອານາເຂດຂອງເບັນຢາມິນ, ແຕ່ພວກເຂົາກໍບໍ່ພົບຝູງລໍ.
ເມື່ອພວກເຂົາມາເຖິງເມືອງສູເຟ, ໂຊນຈຶ່ງເວົ້າກັບຄົນຮັບໃຊ້ທີ່ມານໍາລາວນັ້ນວ່າ, “ໄປ, ໃຫ້ພວກເຮົາກັບຄືນ ບາງທີພໍ່ຂອງເຮົາອາດຈະເຊົາເປັນຫ່ວງລໍແລ້ວ ແລະ ເລີ່ມກັງວົນໃຈເລື່ອງພວກເຮົາແທນ”.
ແຕ່ຄົນຮັບໃຊ້ນັ້ນໄດ້ຕອບວ່າ, “ເບິ່ງແມ, ໃນເມືອງນີ້ມີຄົນຂອງພຣະເຈົ້າຢູ່ຄົນໜຶ່ງ; ຄົນທັງຫລາຍເຄົາລົບນັບຖືເພິ່ນຫລາຍ ແລະ ທຸກສິ່ງທີ່ເພິ່ນເວົ້າກໍເປັນຄວາມຈິງທຸກປະການ. ໃຫ້ພວກເຮົາພາກັນໄປຫາເພິ່ນ. ບາງທີເພິ່ນອາດບອກພວກເຮົາໄດ້ວ່າຄວນໄປທາງໃດ”.
ໂຊນໄດ້ເວົ້າກັບຄົນຮັບໃຊ້ຂອງຕົນວ່າ, “ຖ້າພວກເຮົາໄປ, ພວກເຮົາຈະເອົາຫຍັງໃຫ້ເພິ່ນ? ອາຫານໃນຖົງສະບຽງຂອງພວກເຮົາກໍໝົດແລ້ວ. ພວກເຮົາບໍ່ມີຂອງຂວັນທີ່ຈະມອບໃຫ້ຄົນຂອງພຣະເຈົ້າ. ພວກເຮົາມີຫຍັງແດ່?”
ຄົນຮັບໃຊ້ນັ້ນໄດ້ຕອບວ່າ. “ເບິ່ງແມ, ຂ້ອຍມີເງິນຢູ່ໜຶ່ງສີ່ເຊເຂວ.1 ຂ້ອຍຈະມອບເງິນນີ້ໃຫ້ຄົນຂອງພຣະເຈົ້າ. ເພື່ອເພິ່ນຈະບອກທາງແກ່ພວກເຮົາ”. (ໃນອິດສະຣາເອນສະໄໝນັ້ນ, ຖ້າຜູ້ໃດຈະໄປຖາມພຣະເຈົ້າ, ພວກເຂົາກໍຈະເວົ້າວ່າ, “ໃຫ້ພວກເຮົາພາກັນໄປຫາຜູ້ທຳນວາຍ”, ເພາະຜູ້ທຳນວາຍໃນປັດຈຸບັນເຄີຍຖືກເອີ້ນວ່າໝໍດູ).
ໂຊນໄດ້ເວົ້າກັບຄົນຮັບໃຊ້ຂອງຕົນວ່າ, “ໄປ, ໃຫ້ພວກເຮົາພາກກັນໄປ”. ດັ່ງນັ້ນ ພວກເຂົາຈຶ່ງມຸ່ງໜ້າໄປທີ່ເມືອງທີ່ຄົນຂອງພຣະເຈົ້າຢູ່.
ເມື່ອພວກເຂົາຂຶ້ນໄປທີ່ໂນນພູເພື່ອໄປທີ່ເມືອງນັ້ນ, ພວກເຂົາ, ກໍພົບແມ່ຍິງໝຸ່ມຈຳນວນໜຶ່ງທີ່ອອກມາຕັກນ້ຳ ແລະ ພວກເຂົາໄດ້ຖາມແມ່ຍິງເຫລົ່ານັ້ນວ່າ, “ໝໍດູຢູ່ບ່ອນນີ້ບໍ?”
ແມ່ຍິງເຫລົ່ານັ້ນໄດ້ຕອບວ່າ, “ເພິ່ນຢູ່ທີ່ນີ້, ເພິ່ນຫາກໍລ່ວງໜ້າພວກເຈົ້າໄປ. ຈົ່ງຟ້າວຕາມໄປ; ເພິ່ນຫາກໍມາເຖິງເມືອງຂອງພວກເຮົາມື້ນີ້, ເພາະຄົນທັງຫລາຍຈະຖວາຍເຄື່ອງບູຊາເທິງສະຖານສູງ. ເມື່ອພວກເຈົ້າໄປເຖິງຕົວເມືອງ ພວກເຈົ້າກໍຈະພົບເພິ່ນກ່ອນທີ່ເພິ່ນຈະຂຶ້ນໄປກິນອາຫານຢູ່ເທິງສະຖານສູງ. ຄົນທັງຫລາຍຈະບໍ່ເລີ່ມກິນອາຫານຈົນກວ່າເພິ່ນຈະໄປຮອດ, ເພາະເພິ່ນຕ້ອງອວຍພອນເຄື່ອງບູຊາ; ຫລັງຈາກນັ້ນ, ບັນດາຄົນທີ່ໄດ້ຮັບເຊີນຈຶ່ງຈະກິນອາຫານ. ຈົ່ງຟ້າວໄປຕອນນີ້; ພວກເຈົ້າຈະໄດ້ພົບເພິ່ນແນ່ນອນ”.
ພວກເຂົາຈຶ່ງເຂົ້າໄປໃນເມືອງ ແລະ ໃນຂະນະທີ່ພວກເຂົາກໍາລັງເຂົ້າໄປ, ຊາມູເອນກໍກຳລັງຍ່າງມຸ່ງໜ້າມາທາງພວກເຂົາຕາມທາງຂຶ້ນໄປສະຖານສູງ.
ພຣະເຈົ້າຢາເວໄດ້ເປີດເຜີຍສິ່ງນີ້ແກ່ຊາມູເອນຕັ້ງແຕ່ວັນກ່ອນທີ່ໂຊນຈະມາເຖິງວ່າ: “ມື້ອື່ນເວລາປະມານນີ້ ເຮົາຈະສົ່ງຊາຍຄົນໜຶ່ງຈາກເຂດແດນເບັນຢາມິນມາຫາເຈົ້າ. ຈົ່ງເຈີມລາວໃຫ້ເປັນຜູ້ນຳປະຊາຊົນອິດສະຣາເອນຂອງເຮົາ; ລາວຈະຊ່ວຍປະຊາຊົນໃຫ້ຫລຸດພົ້ນຈາກມືຂອງຊາວຟີລິດສະຕິນ. ເຮົາເມດຕາສົງສານປະຊາຊົນຂອງເຮົາ, ເພາະສຽງຮ້ອງໄຫ້ຂອງພວກເຂົາມາເຖິງເຮົາແລ້ວ”.
ເມື່ອຊາມູເອນເຫັນໂຊນ, ພຣະເຈົ້າຢາເວໄດ້ເວົ້າກັບເພິ່ນວ່າ, “ນີ້ແມ່ນຄົນທີ່ເຮົາບອກເຈົ້າໄວ້; ລາວຈະປົກຄອງປະຊາຊົນຂອງເຮົາ”.
ໂຊນຍ່າງເຂົ້າມາຫາຊາມູເອນຢູ່ທີ່ປະຕູເມືອງ ແລະ ເວົ້າວ່າ, “ຂໍໃຫ້ເຈົ້າຊ່ວຍບອກທາງໄປເຮືອນຂອງໝໍດູດ້ວຍ?”
ຊາມູເອນໄດ້ຕອບວ່າ, “ເຮົານີ້ແຫລະ ແມ່ນຜູ້ທຳນວາຍ. ຈົ່ງນຳໜ້າເຮົາຂຶ້ນໄປຍັງສະຖານສູງ, ເພາະມື້ນີ້ເຈົ້າຈະກິນອາຫານກັບເຮົາ ແລະ ມື້ອື່ນເຊົ້າເຮົາຈະສົ່ງເຈົ້າໄປຕາມທາງຂອງເຈົ້າ ແລະ ຈະບອກທຸກຢ່າງທີ່ຢູ່ໃນໃຈຂອງເຈົ້າ. ສ່ວນຝູງລໍທີ່ເສຍໄປເມື່ອສາມວັນກ່ອນນັ້ນ, ບໍ່ຕ້ອງຫ່ວງພວກມັນ; ພວກເຂົາໄດ້ພົບພວກມັນແລ້ວ. ແລ້ວຄວາມປາຖະໜາຂອງຊາວອິດສະຣາເອນທັງໝົດຫັນໄປຫາຜູ້ໃດ, ຖ້າບໍ່ແມ່ນເຈົ້າ ແລະ ຄອບຄົວຂອງເຈົ້າ?”
ໂຊນໄດ້ຕອບວ່າ, “ແຕ່ວ່າຂ້ານ້ອຍເປັນຄົນເບັນຢາມິນ, ເຊິ່ງເປັນເຜົ່ານ້ອຍທີ່ສຸດຂອງອິດສະຣາເອນບໍ່ແມ່ນບໍ? ແລະ ຕະກຸນຂອງຂ້ານ້ອຍກໍນ້ອຍທີ່ສຸດໃນບັນດາຕະກຸນໃນເຜົ່າເບັນຢາມິນບໍ່ແມ່ນບໍ? ດ້ວຍເຫດໃດທ່ານຈຶ່ງກ່າວກັບຂ້ານ້ອຍເຊັ່ນນັ້ນ?”
ຊາມູເອນຈຶ່ງນຳໂຊນກັບຄົນຮັບໃຊ້ຂອງລາວເຂົ້າໄປໃນຫ້ອງໃຫຍ່ ແລະ ໃຫ້ທັງສອງນັ່ງຢູ່ສົ້ນໂຕະທ່າມກາງແຂກຮັບເຊີນ ເຊິ່ງມີຈຳນວນປະມານສາມສິບຄົນ. ຊາມູເອນໄດ້ບອກພໍ່ຄົວວ່າ, “ຈົ່ງນຳຕ່ອນຊີ້ນທີ່ເຮົາມອບໃຫ້ເຈົ້າ, ຊີ້ນທີ່ເຮົາບອກເຈົ້າໃຫ້ເກັບໄວ້ຕ່າງຫາກນັ້ນອອກມາ”.
ດັ່ງນັ້ນ ພໍ່ຄົວຈຶ່ງໄດ້ນຳຊີ້ນສ່ວນຂາມາວາງຕໍ່ໜ້າໂຊນ. ຊາມູເອນກ່າວວ່າ, “ນີ້ຄືສິ່ງທີ່ເກັບໄວ້ສຳລັບເຈົ້າ. ເຊີນກິນ, ເພາະຊີ້ນນີ້ໄດ້ແຍກໄວ້ສຳລັບເຈົ້າໃນໂອກາດນີ້ ຕັ້ງແຕ່ເວລາທີ່ຂ້ອຍກ່າວວ່າ, ‘ຂ້ອຍໄດ້ເຊີນແຂກມາແລ້ວ’ ”. ໂຊນກໍກິນອາຫານຮ່ວມກັບຊາມູເອນໃນວັນນັ້ນ.
ຫລັງຈາກພວກເຂົາກັບຈາກສະຖານສູງເຂົ້າມາໃນເມືອງແລ້ວ, ຊາມູເອນໄກ້ສົນທະນາກັນກັບໂຊນເທິງດາດຟ້າຢູ່ເຮືອນຂອງລາວ. ເຊົ້າຕໍ່ມາເມື່ອຟ້າເລີ່ມແຈ້ງ, ຊາມູເອນກໍໄດ້ເອີ້ນໂຊນ ເຊິ່ງຢູ່ເທິງດາດຟ້າວ່າ, “ຈົ່ງຕຽມໂຕ, ຂ້ອຍຈະໄປສົ່ງ”. ເມື່ອໂຊນພ້ອມແລ້ວ, ທັງສອງກໍຍ່າງອອກໄປດ້ວຍກັນ. ຂະນະທີ່ມາເຖິງສຸດເຂດເມືອງ, ຊາມູເອນກໍບອກໂຊນວ່າ, “ຈົ່ງໃຫ້ຄົນຮັບໃຊ້ລ່ວງໜ້າໄປກ່ອນພວກເຮົາ” ແລະ ຄົນຮັບໃຊ້ກໍໄປ ຊາມູເອນບອກໂຊນວ່າ, “ສ່ວນເຈົ້າແມ່ນໃຫ້ລໍຖ້າບຶດໜຶ່ງ, ເພື່ອວ່າຂ້ອຍຈະແຈ້ງຄຳສັ່ງຂອງພຣະເຈົ້າແກ່ເຈົ້າ”.
Source notes (1)
- Footnote ປະມານ 3 ກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.