Biblica® Open Lao Contemporary Version
1 ຊາມູເອນ 10
ຫລັງຈາກນັ້ນ ຊາມູເອນກໍເອົາເຕົ້ານ້ຳມັນໝາກກອກມາ ແລະ ຖອກນ້ຳມັນນັ້ນໃສ່ຫົວຂອງໂຊນ ແລະ ຈູບລາວ, ໂດຍກ່າວວ່າ, “ພຣະເຈົ້າຢາເວໄດ້ແຕ່ງຕັ້ງເຈົ້າໃຫ້ເປັນຜູ້ນຳປະຊາຊົນອິດສະຣາເອນຂອງພຣະອົງບໍ່ແມ່ນບໍ?1 ໃນວັນນີ້ເມື່ອເຈົ້າຈາກຂ້ອຍໄປແລ້ວ, ເຈົ້າຈະພົບຊາຍສອງຄົນຢູ່ໃກ້ຂຸມຝັງສົບຂອງຣາເຊັນ, ທີ່ເຊັນຊາຊາຍແດນຂອງເບັນຢາມິນ. ພວກເຂົາຈະບອກເຈົ້າວ່າ, ‘ຝູງລໍທີ່ມອບໃຫ້ເຈົ້າໄປຊອກນັ້ນເຫັນແລ້ວ ແລະ ບັດນີ້ ພໍ່ຂອງເຈົ້າກໍເຊົາຫ່ວງເລື່ອງຝູງລໍນັ້ນແລ້ວ ແຕ່ກັງວົນກ່ຽວກັບເຈົ້າ. ເພິ່ນຖາມວ່າ, “ເຮົາຈະເຮັດແນວໃດກ່ຽວກັບລູກຊາຍຂອງເຮົາ?” ’
“ແລ້ວເຈົ້າຈະເດີນທາງຕໍ່ຈາກທີ່ນັ້ນໄປຮອດຕົ້ນໄມ້ໃຫຍ່ແຫ່ງຕາໂບ. ຈະພົບຊາຍສາມຄົນທີ່ກຳລັງຈະໄປນະມັດສະການພຣະເຈົ້າຢູ່ທີ່ເບັດເອນ, ຄົນໜຶ່ງອູ້ມແບ້ໜຸ່ມສາມໂຕ, ອີກຄົນໜຶ່ງຖືເຂົ້າຈີ່ສາມກ້ອນ, ຄົນທີສາມຖືຖົງໜັງເຫລົ້າອະງຸ່ນໜຶ່ງຖົງ. ພວກເຂົາຈະທັກທາຍເຈົ້າ ແລະ ຍື່ນເຂົ້າຈີ່ໃຫ້ເຈົ້າສອງກ້ອນ, ເຊິ່ງເຈົ້າກໍຈະຮັບໄວ້.
“ຫລັງຈາກນັ້ນ ເຈົ້າຈະໄປເຖິງເມືອງກີເບອາຂອງພຣະເຈົ້າ, ເຊິ່ງມີກອງທະຫານປ້ອງກັນຂອງພວກຟີລິດສະຕິນ. ເມື່ອເຈົ້າໄປຮອດເມືອງນັ້ນ ເຈົ້າກໍຈະພົບຂະບວນຜູ້ທຳນວາຍລົງມາຈາກສະຖານສູງພ້ອມກັບພິນ, ກອງແຊັກ, ຂຸ່ຍ ແລະ ພິນເຂົາຄູ່ບັນເລງຕໍ່ໜ້າພວກເຂົາ ແລະ ພວກເຂົາຈະກ່າວຄຳທຳນວາຍ. ພຣະວິນຍານຂອງພຣະເຈົ້າຢາເວຈະລົງມາເໜືອເຈົ້າດ້ວຍລິດເດດ ແລະ ເຈົ້າຈະທຳນວາຍຮ່ວມກັບພວກເຂົາ; ແລ້ວເຈົ້າຈະປ່ຽນເປັນຄົນລະຄົນ. ເມື່ອສຳເລັດຕາມໝາຍສຳຄັນຕ່າງໆເຫລົ່ານີ້ແລ້ວ, ຈົ່ງເຮັດທຸກສິ່ງຕາມທີ່ເຈົ້າເຫັນວ່າສົມຄວນເຮັດ, ເພາະພຣະເຈົ້າຢູ່ກັບເຈົ້າ.
“ຈົ່ງລ່ວງໜ້າໄປທີ່ກິນການ. ຂ້ອຍຈະໄປຫາເຈົ້າແນ່ນອນ ເພື່ອຖວາຍເຄື່ອງເຜົາບູຊາ ແລະ ຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທໍາ, ແຕ່ເຈົ້າຕ້ອງລໍຖ້າເຈັດວັນ ຈົນກວ່າຂ້ອຍຈະມາຫາເຈົ້າ ແລະ ຂ້ອຍຈະບອກເຈົ້າວ່າເຈົ້າຄວນເຮັດຫຍັງ”.
ໂຊນຂຶ້ນເປັນກະສັດ
ຂະນະທີ່ໂຊນຫັນຫລັງໄປຈາກຊາມູເອນ, ພຣະເຈົ້າໄດ້ປ່ຽນແປງຈິດໃຈຂອງໂຊນ ແລະ ໝາຍສຳຄັນທັງໝົດກໍເປັນຈິງໃນວັນນັ້ນ. ເມື່ອໂຊນ ແລະ ຄົນຮັບໃຊ້ຂອງລາວມາເຖິງກີເບອາ, ກໍພົບຂະບວນຜູ້ທໍານວາຍ; ພະວິນຍານຂອງພຣະເຈົ້າລົງມາເໜືອໂຊນດ້ວຍລິດເດດ ແລະ ລາວກໍໄດ້ຮ່ວມທຳນວາຍກັບພວກເຂົາ. ເມື່ອຄົນທັງຫລາຍທີ່ເຄີຍຮູ້ຈັກໂຊນມາກ່ອນເຫັນລາວທຳນວາຍຮ່ວມກັບບັນດາຜູ້ທໍານວາຍ. ພວກເຂົາກໍຖາມກັນວ່າ, “ເກີດຫຍັງຂຶ້ນກັບລູກຊາຍຂອງກີເຊ? ໂຊນກໍເປັນຜູ້ທໍານວາຍບໍ?”
ຊາຍຄົນໜຶ່ງທີ່ອາໄສຢູ່ທີ່ນັ້ນຖາມກັບຄືນໄປວ່າ, “ແລ້ວຄົນເຫລົ່ານີ້ເປັນລູກຂອງຜູ້ໃດ?” ດັ່ງນັ້ນ ມັນຈຶ່ງເປັນທີ່ມາຂອງຄໍາກ່າວທີ່ວ່າ: “ໂຊນກໍເປັນຜູ້ທໍານວຍບໍ?” ຫລັງຈາກທີ່ໂຊນຢຸດກ່າວຄຳທຳນວາຍແລ້ວ, ລາວກໍຂຶ້ນໄປທີ່ສະຖານສູງ.
ບັດນີ້ ລຸງຂອງໂຊນໄດ້ຖາມລາວ ແລະ ຄົນຮັບໃຊ້ຂອງລາວວ່າ, “ພວກເຈົ້າໄປໃສມາ?”
ໂຊນໄດ້ຕອບວ່າ, “ໄປຊອກຫາຝູງລໍ, ພວກເຮົາໄປຕາມຫາ ແຕ່ບໍ່ພົບ, ພວກເຮົາຈຶ່ງໄປຫາຊາມູເອນ”.
ລຸງຂອງໂຊນກ່າວວ່າ, “ຈົ່ງເລົ່າໃຫ້ລຸງຟັງວ່າຊາມູເອນເວົ້າຫຍັງກັບພວກເຈົ້າ”.
ໂຊນຕອບວ່າ, “ລາວຢືນຢັນກັບພວກເຮົາວ່າພົບຝູງລໍແລ້ວ”. ແຕ່ໂຊນບໍ່ໄດ້ບອກລຸງວ່າຊາມູເອນໄດ້ແຕ່ງຕັ້ງຕົນເປັນກະສັດ.
ຊາມູເອນໄດ້ເອີ້ນຊຸມນຸມຊາວອິດສະຣາເອນມາພົບພຣະເຈົ້າຢາເວຢູ່ທີ່ມີຊະປາ ແລະ ໄດ້ກ່າວກັບພວກເຂົາວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ເຮົາໄດ້ນຳອິດສະຣາເອນອອກມາຈາກເອຢິບ ແລະ ກອບກູ້ພວກເຈົ້າອອກຈາກອຳນາດຂອງເອຢິບ ແລະ ອານາຈັກທັງໝົດທີ່ກົດຂີ່ຂົ່ມເຫັງພວກເຈົ້າ’. ແຕ່ບັດນີ້ພວກເຈົ້າໄດ້ປະຖິ້ມພຣະເຈົ້າຂອງພວກເຈົ້າ ຜູ້ຊ່ວຍພວກເຈົ້າຈາກໄພພິບັດ ແລະ ຄວາມທຸກຍາກທັງຫລາຍ. ແລ້ວພວກເຈົ້າໄດ້ກ່າວວ່າ, ‘ຂໍໃຫ້ຕັ້ງກະສັດປົກຄອງພວກເຮົາ’. ດັ່ງນັ້ນ ຈົ່ງສະແດງໂຕຕໍ່ໜ້າພຣະເຈົ້າຢາເວເທື່ອລະເຜົ່າເທື່ອລະຕະກຸນ”.
ເມື່ອຊາມູເອນໃຫ້ທຸກເຜົ່າຂອງຊາວອິດສະຣາເອນອອກມາດ້ານໜ້າ, ເຜົ່າທີ່ຈັບສະຫລາກໄດ້ກໍຄືເຜົ່າເບັນຢາມິນ. ຫລັງຈາກນັ້ນ ຊາມູເອນໄດ້ນຳເຜົ່າເບັນຢາມິນໄປຂ້າງໜ້າ, ເທື່ອລະຄອບຄົວ ແລະ ຄອບຄົວມາຕະຣີກໍຖືກເລືອກ. ໃນທີ່ສຸດໂຊນລູກຊາຍຂອງກີເຊກໍຖືກເລືອກ. ແຕ່ເມື່ອພວກເຂົາຊອກຫາໂຊນ, ກໍບໍ່ພົບລາວ. ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະເຈົ້າຢາເວວ່າ, “ລາວມາຮອດບ່ອນນີ້ແລ້ວບໍ?”
ແລະ ພຣະເຈົ້າຢາເວກໍໄດ້ກ່າວວ່າ, “ມາແລ້ວ, ລາວລີ້ຢູ່ໃນກອງສະບຽງ”.
ພວກເຂົາຈຶ່ງແລ່ນໄປແລ້ວນຳເອົາລາວອອກມາ ແລະ ໃນຂະນະທີ່ລາວຢືນຢູ່ໃນທ່າມກາງປະຊາຊົນ ລາວກໍສູງກວ່າຄົນອື່ນທັງໝົດ ໜຶ່ງສ່ວນຫົວ. ຊາມູເອນໄດ້ກ່າວແກ່ປະຊາຊົນທັງໝົດວ່າ, “ພວກເຈົ້າເຫັນຄົນທີ່ພຣະເຈົ້າຢາເວໄດ້ເລືອກບໍ່? ບໍ່ມີຜູ້ໃດເໝືອນລາວອີກແລ້ວໃນທ່າມກາງປະຊາຊົນ”.
ຫລັງຈາກນັ້ນ ປະຊາຊົນທັງໝົດກໍໂຫ່ຮ້ອງວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ!”
ຊາມູເອນໄດ້ອະທິບາຍຕໍ່ປະຊາຊົນເລື່ອງສິດ ແລະ ໜ້າທີ່ຂອງການເປັນກະສັດ. ເພິ່ນບັນທຶກກົດເຫລົ່ານັ້ນລົງໃນໜັງສືມ້ວນ ແລະ ເກັບຮັກສາໄວ້ຕໍ່ໜ້າພຣະເຈົ້າຢາເວ. ຫລັງຈາກນັ້ນ ຊາມູເອນກໍໃຫ້ຄົນທັງຫລາຍກັບເຮືອນ.
ເມື່ອໂຊນກັບໄປທີ່ເຮືອນຂອງຕົນຢູ່ທີ່ກີເບອາ ພ້ອມກັບນັກຮົບແກ່ງກ້າທີ່ພຣະເຈົ້າດົນໃຈໄປກັບລາວດ້ວຍ. ແຕ່ມີນັກເລງບາງຄົນເວົ້າວ່າ, “ຄົນນີ້ຈະຊ່ວຍພວກເຮົາໃຫ້ລອດພົ້ນໄດ້ຢ່າງໃດ?” ພວກເຂົາໄດ້ດູຖູກໂຊນ ແລະ ບໍ່ຍອມນຳເອົາຂອງຂວັນມາໃຫ້ລາວ. ແຕ່ໂຊນກໍມິດງຽບ.
Source notes (1)
- Footnote ສະບັບ ເຊັບຕູອາຈິນ ແລະ ສະບັບວັນເກດ ວ່າ ເຈົ້າຈະຄອບຄອງເໜືອປະຊາຊົນຂອງພຣະເຈົ້າຢາເວ ແລະ ຊ່ວຍພວກເຂົາໃຫ້ພົ້ນຈາກອຳນາດຂອງສັດຕູທີ່ຢູ່ອ້ອມຂ້າງ ແລະ ນີ້ຈະເປັນໝາຍສຳຄັນແກ່ເຈົ້າວ່າພຣະເຈົ້າຢາເວໄດ້ແຕ່ງຕັ້ງເຈົ້າໃຫ້ເປັນຜູ້ນຳເໜືອກຳມະສິດຂອງພຣະອົງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.