Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 11

ໂຊນ​ຊ່ວຍ​ເມືອງ​ຢາເບັດ

ເວລາ​ນັ້ນ ນາຮາດ1​ຊາວ​ອຳໂມນ​ໄດ້​ຍົກ​ທັບ​ມາ​ອ້ອມ​ເມືອງ​ຢາເບັດ​ກີເລອາດ. ຊາວ​ເມືອງ​ຢາເບັດ​ທັງໝົດ​ຈຶ່ງ​ໄດ້​ເວົ້າ​ກັບ​ນາຮາດ​ວ່າ, “ຈົ່ງ​ເຮັດ​ສັນຍາ​ກັບ​ພວກຂ້ານ້ອຍ ແລະ ພວກ​ຂ້ານ້ອຍ​ຈະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ທ່ານ”.

ແຕ່​ນາຮາດ​ຊາວ​ອຳໂມນ​ໄດ້​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ສັນຍາ​ກັບ​ພວກເຈົ້າ​ໃນ​ເງື່ອນໄຂ​ຂໍ້​ໜຶ່ງ ຄື​ເຮົາ​ຈະ​ຈົກ​ຕາ​ເບື້ອງ​ຂວາ​ຂອງ​ພວກເຈົ້າ​ທຸກຄົນ ແລະ ເປັນ​ການ​ນໍາ​ຄວາມ​ອັບອາຍ​ມາ​ສູ່​ຄົນ​ອິດສະຣາເອນ​ທັງໝົດ”.

ບັນດາ​ຜູ້ອາວຸໂສ​ຂອງ​ຢາເບັດ​ໄດ້​ເວົ້າ​ຕໍ່​ລາວ​ວ່າ, “ຂໍ​ໃຫ້​ເວລາ​ພວກເຮົາ​ເຈັດ​ວັນ ເພື່ອ​ພວກເຮົາ​ຈະ​ສົ່ງ​ຜູ້​ນໍາ​ຂ່າວ​ໄປ​ທົ່ວ​ດິນແດນ​ອິດສະຣາເອນ; ຖ້າ​ບໍ່​ມີ​ຜູ້ໃດ​ມາ​ຊ່ວຍ​ພວກເຮົາ, ພວກເຮົາ​ກໍ​ຍິນ​ຍອມ​ຕາມ​ເງື່ອນໄຂ​ຂອງ​ທ່ານ”.

ເມື່ອ​ຜູ້​ນໍາ​ຂ່າວ​ມາ​ຮອດ​ເມືອງ​ກີເບອາ​ຖິ່ນ​ຂອງ​ໂຊນ ແລະ ແຈ້ງ​ເງື່ອນ​ໄຂ​ນີ້​ແກ່​ປະຊາຊົນ, ທຸກຄົນ​ພາ​ກັນ​ຮ້ອງໄຫ້​ສຽງ​ດັງ. ຂະນະ​ນັ້ນ​ເອງ​ໂຊນ​ກໍ​ກຳລັງ​ຕ້ອນ​ຝູງ​ງົວ​ກັບ​ມາ​ຈາກ​ທົ່ງນາ ແລະ ລາວ​ໄດ້​ຖາມ​ວ່າ, “ມີ​ເລື່ອງ​ຫຍັງ​ບໍ? ດ້ວຍ​ເຫດ​ໃດ​ພວກເຂົາ​ຈຶ່ງ​ຮ້ອງໄຫ້?” ຫລັງຈາກນັ້ນ ພວກເຂົາ​ກໍ​ແຈງ​ໃຫ້​ໂຊນ​ຮູ້​ຂ່າວ​ຈາກ​ຢາເບັດ.

ເມື່ອ​ໂຊນ​ໄດ້​ຍິນ​ເຊັ່ນ​ນັ້ນ, ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ລົງ​ມາ​ເທິງ​ລາວ​ດ້ວຍ​ລິດເດດ ແລະ ລາວ​ກໍ​ໃຈຮ້າຍ​ຫລາຍ. ລາວ​ໄດ້​ຈັບ​ງົວ​ຜູ້​ສອງ​ໂຕ​ມາ​ຟັນ​ເປັນ​ຕ່ອນໆ ແລະ ໃຫ້​ຜູ້​ນໍາ​ຂ່າວ​ແບກ​ໄປ​ທົ່ວ​ອິດສະຣາເອນ, ພ້ອມ​ທັງ​ປະກາດ​ວ່າ, “ຜູ້ໃດ​ບໍ່​ຍອມ​ຕິດຕາມ​ໂຊນ​ກັບ​ຊາມູເອນ ງົວ​ຂອງ​ພວກເຂົາ​ຈະ​ມີ​ສະພາບ​ຢ່າງ​ນີ້”. ຄົນ​ທັງຫລາຍ​ເກີດ​ຄວາມ​ຢ້ານກົວ​ພຣະເຈົ້າ​ຢາເວ ແລະ ພວກເຂົາ​ທັງໝົດ​ຈຶ່ງ​ພ້ອມ​ໃຈ​ກັນ​ມາ. ເມື່ອ​ໂຊນ​ກວດ​ຈໍານວນ​ພົນ​ຢູ່​ທີ່​ເບເຊັກ​ກໍ​ພົບ​ວ່າ​ມີ​ຊາວ​ອິດສະຣາເອນ​ສາມ​ແສນ​ຄົນ ແລະ ມີ​ຄົນ​ຢູດາ​ອີກ​ສາມ​ໝື່ນ​ຄົນ.

ພວກເຂົາ​ໄດ້​ບອກ​ບັນດາ​ຜູ້​ນໍາ​ຂ່າວ​ວ່າ, “ໃຫ້​ກັບ​ໄປ​ບອກ​ຊາວ​ຢາເບັດ​ກີເລອາດ​ວ່າ, ‘ມື້​ອື່ນ​ເຊົ້າ​ກ່ອນ​ທ່ຽງ ພວກເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍເຫລືອ’ ”. ເມື່ອ​ຜູ້​ນໍາ​ຂ່າວ​ອອກ​ໄປ ແລະ ໄດ້​ບອກ​ຊາວ​ເມືອງ​ຢາເບັດ​ໃຫ້​ຮູ້​ຂ່າວ​ແລ້ວ, ຊາວ​ເມືອງ​ກໍ​ພາ​ກັນ​ດີ​ໃຈ​ຫລາຍ. ພວກເຂົາ​ຈຶ່ງ​ບອກ​ຊາວ​ອຳໂມນ​ວ່າ, “ມື້​ອື່ນ​ພວກເຮົາ​ຈະ​ຍອມ​ຈໍານົນ​ຕໍ່​ພວກເຈົ້າ, ພວກເຈົ້າ​ຈະ​ເຮັດຫຍັງ​ກັບ​ພວກເຮົາ​ກໍ​ໄດ້​ຕາມ​ໃຈ​ພວກເຈົ້າ”.

ເຊົ້າ​ມື້​ຕໍ່ມາ​ໂຊນ​ໄດ້​ແບ່ງ​ກອງທັບ​ອອກ​ເປັນ​ສາມ​ກອງ; ບຸກ​ເຂົ້າ​ໂຈມຕີ​ຄ້າຍ​ຊາວ​ອຳໂມນ​ຕັ້ງ​ແຕ່​ເຊົ້າ​ມືດ ແລະ ຂ້າ​ພວກເຂົາ​ຈົນ​ຮອດ​ທ່ຽງ. ຊາວ​ອຳໂມນ​ທີ່​ເຫລືອ​ກໍ​ກະຈັດກະຈາຍ​ໄປ​ຄົນ​ລະ​ທິດ​ຄົນ​ລະ​ທາງ.

ໂຊນ​ໄດ້​ຮັບ​ການ​ຢືນຢັນ​ເປັນ​ກະສັດ

ປະຊາຊົນ​ທັງຫລາຍ​ໄດ້​ກ່າວ​ກັບ​ຊາມູເອນ​ວ່າ, “ຜູ້ໃດ​ທີ່​ເວົ້າ​ວ່າ ‘ໂຊນ​ຈະ​ມາ​ປົກຄອງ​ພວກເຮົາ​ບໍ?’ ຈົ່ງ​ນຳ​ຕົວ​ຄົນ​ເຫລົ່ານັ້ນ​ອອກ​ມາ​ບ່ອນ​ນີ້​ໃຫ້​ພວກເຮົາ​ຂ້າ”.

ແຕ່​ໂຊນ​ໄດ້​ເວົ້າ​ວ່າ, “ຢ່າ​ຂ້າ​ຜູ້ໃດ​ໃນ​ວັນ​ນີ້​ເລີຍ, ເພາະ​ວັນ​ນີ້​ພຣະເຈົ້າ​ຢາເວ​ໄດ້​ຊ່ວຍ​ກອບກູ້​ປະຊາຊົນ​ອິດສະຣາເອນ”.

ຊາມູເອນ​ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ມາ, ໃຫ້​ພວກເຮົາ​ທັງໝົດ​ໄປ​ທີ່​ກິນການ ແລະ ຢືນຢັນ​ເລື່ອງ​ການ​ເປັນ​ກະສັດ​ຂອງ​ໂຊນ”. ດັ່ງນັ້ນ ປະຊາຊົນ​ທັງໝົດ​ຈຶ່ງ​ໄປ​ທີ່​ກິນການ ແລະ ປະກາດ​ຮັບຮອງ​ໂຊນ​ເປັນ​ກະສັດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ພວກເຂົາ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທໍາ​ແກ່​ພຣະເຈົ້າ​ຢາເວ​ຢູ່​ທີ່​ນັ້ນ. ໂຊນ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຈັດ​ການ​ສະເຫລີມ​ສະຫລອງ​ຄັ້ງ​ໃຫຍ່.

Source notes (1)
  1. Footnote ສະບັບ​ມາໂຊເຣຕິກ ໜັງສື​ມ້ວນ​ທະເລຕາຍ​ວ່າ ຂອງ​ຂວັນ​ມາ​ໃຫ້ ເວລາ​ນັ້ນ​ນາຮາດ ກະສັດ​ຂອງ​ຄົນ​ອຳໂມນ​ໄດ້​ກົດຂີ່​ຂົ່ມເຫັງ​ຄົນ​ເຜົ່າ​ກາດ ແລະ ຣູເບັນ​ຢ່າງ​ຮ້າຍແຮງ ລາວ​ໄດ້​ຄວັດ​ຕາ​ເບື້ອງ​ຂວາ​ຂອງ​ຄົນ​ເຫລົ່ານັ້ນ ແລະ ສ້າງ​ຄວາມ​ຢ້ານກົວ​ໃນ​ອິດສະຣາເອນ ບໍ່​ມີ​ຜູ້ຊາຍ​ຊາວ​ອິດສະຣາເອນ​ຈັກ​ຄົນ​ຢູ່​ຝາກ​ນັ້ນ​ຂອງ​ແມ່ນ້ຳ​ຈໍແດນ​ທີ່​ບໍ່​ຖືກ​ນາຮາດ ກະສັດ​ຂອງ​ຄົນ​ອຳໂມນ​ຄວັດ​ຕາ​ເບື້ອງ​ຂວາ​ອອກ ຍົກ​ເວັ້ນ​ຄົນ​ເຈັດ​ພັນ​ຄົນ​ທີ່​ໜີ​ຈາກ​ຄົນ​ອຳໂມນ ແລະ ເຂົາ​ໄປ​ໃນ​ເມືອງ​ຢາເບັດ​ກີເລອາດ ໜຶ່ງ​ເດືອນ​ຕໍ່​ມາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.