Biblica® Open Lao Contemporary Version
1 ຊາມູເອນ 28
ໃນເວລານັ້ນຊາວຟີລິດສະຕິນໄດ້ລະດົມກຳລັງມາສູ້ຮົບກັບອິດສະຣາເອນ. ອາກີເຊໄດ້ເວົ້າກັບດາວິດວ່າ, “ເຈົ້າຈະຕ້ອງຮູ້ເຈົ້າກັບຄົນຂອງເຈົ້າຈະຕ້ອງໄປຮ່ວມສູ້ຮົບກັບເຮົາ”.
ດາວິດໄດ້ຕອບວ່າ, “ແລ້ວທ່ານຈະເຫັນວ່າຜູ້ຮັບໃຊ້ຂອງທ່ານສາມາດເຮັດສິ່ງໃດໄດ້ແດ່”.
ອາກີເຊຕອບວ່າ, “ດີຫລາຍ, ເຮົາຈະໃຫ້ເຈົ້າເປັນຜູ້ປ້ອງກັນຂອງເຮົາຕະຫລອດຊີວິດ”.
ໂຊນ ແລະ ໝໍຜີຢູ່ທີ່ເອນໂດເຣ
ຝ່າຍຊາມູເອນກໍໄດ້ຕາຍໄປ ແລະ ຄົນອິດສະຣາເອນທັງໝົດກໍພາກັນໄວ້ທຸກໃຫ້ເພິ່ນ ແລະ ເພິ່ນຖືກຝັງໄວ້ຢູ່ທີ່ຣາມາ ເຊິ່ງເປັນບ້ານເກີດຂອງເພິ່ນ. ໂຊນໄດ້ກຳຈັດໝໍດູ ແລະ ໝໍຜີທັງໝົດໄປຈາກແຜ່ນດິນ.
ຊາວຟີລິດສະຕິນໄດ້ລວມພົນມາຕັ້ງຄ້າຍພັກຢູ່ທີ່ຊູເນມ, ໃນຂະນະທີ່ໂຊນກໍໄດ້ລວມພົນອິດສະຣາເອນທັງໝົດ ແລະ ຕັ້ງຄ້າຍພັກຢູ່ທີ່ກິນໂບອາ. ເມື່ອໂຊນເຫັນກອງທັບຟີລິດສະຕິນກໍຢ້ານກົວຫລາຍ. ແລະ ໄດ້ຖາມພຣະເຈົ້າຢາເວ, ແຕ່ພຣະເຈົ້າຢາເວບໍ່ຕອບເພິ່ນ ບໍ່ວ່າທາງຄວາມຝັນ ຫລື ທາງອູຮິມ ຫລື ທາງຜູ້ທຳນວາຍ. ໂຊນຈຶ່ງໄດ້ສັ່ງຄົນຂອງເພິ່ນວ່າ, “ຈົ່ງໄປຊອກຫາໝໍດູຜູ້ຍິງເພື່ອເຮົາຈະໄດ້ໄປຖາມນາງ”.
ພວກເຂົາເວົ້າວ່າ, “ມີຄົນໜຶ່ງທີ່ຢູ່ໃນເອນໂດເຣ”.
ໂຊນຈຶ່ງໄດ້ປອມໂຕ, ໂດຍນຸ່ງເຄື່ອງຂອງຜູ້ອື່ນ ແລະ ໄປທີ່ບ້ານຂອງໝໍດູຍິງໃນເວລາກາງຄືນ ມີຜູ້ຕິດຕາມສອງຄົນ. ໂຊນເວົ້າວ່າ, “ເຮົາຢາກຈະເວົ້າກັບວິນຍານຂອງຜູ້ຕາຍຄົນໜຶ່ງ, ຈົ່ງເອີ້ນລາວມາຕາມທີ່ເຮົາບອກຊື່”.
ແຕ່ຍິງນັ້ນເວົ້າວ່າ, “ເຈົ້າກໍຮູ້ດີວ່າໂຊນໄດ້ເຮັດຫຍັງ. ລາວໄດ້ກວາດລ້າງຄົນຫລິ້ນເວດມົນ ແລະ ໝໍດູໃຫ້ໝົດໄປຈາກແຜ່ນດິນ. ເປັນຫຍັງເຈົ້າຈຶ່ງວາງກັບດັກເພື່ອຂ້າຂ້ອຍ”.
ໂຊນໄດ້ສາບານຕໍ່ນາງໂດຍອ້າງນາມພຣະເຈົ້າຢາເວວ່າ, “ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ເຈົ້າຈະບໍ່ຖືກລົງໂທດເພາະເລື່ອງນີ້ສັນນັ້ນ”.
ຍິງນັ້ນຈຶ່ງຖາມວ່າ, “ຈະໃຫ້ຂ້ອຍເອີ້ນຜູ້ໃດຂຶ້ນມາຫາເຈົ້າ?”
ໂຊນໄດ້ເວົ້າວ່າ, “ໃຫ້ເອີ້ນຊາມູເອນຂຶ້ນມາ”.
ເມື່ອຍິງນັ້ນເຫັນຊາມູເອນ, ນາງກໍຮ້ອງຂຶ້ນດ້ວຍສຸດສຽງຂອງນາງ ແລະ ເວົ້າກັບໂຊນວ່າ, “ເປັນຫຍັງທ່ານຈຶ່ງຫລອກລວງຂ້ານ້ອຍ? ທ່ານຄືໂຊນ!”
ກະສັດໄດ້ເວົ້າກັບນາງວ່າ, “ຢ່າຢ້ານເລີຍ. ເຈົ້າເຫັນຫຍັງ?”
ນາງໄດ້ຕອບວ່າ, “ຂ້ານ້ອຍໄດ້ເຫັນວິນຍານດວງໜຶ່ງ1ຂຶ້ນມາຈາກແຜ່ນດິນ”.
ໂຊນຈຶ່ງຖາມວ່າ, “ໜ້າຕາທ່າທາງເປັນແນວໃດ?”
ຍິງນັ້ນໄດ້ຕອບວ່າ, “ເປັນຜູ້ຊາຍຄົນເຖົ້າຜູ້ໜຶ່ງນຸ່ງເສື້ອຄຸມກຳລັງຂຶ້ນມາ”.
ໂຊນຈຶ່ງຮູ້ວ່າແມ່ນຊາມູເອນ ແລະ ເພິ່ນກໍໄດ້ໝອບກາບກົ້ມໜ້າລົງທີ່ພື້ນ.
ຊາມູເອນໄດ້ເວົ້າກັບໂຊນວ່າ, “ເປັນຫຍັງທ່ານຈຶ່ງລົບກວນຂ້ອຍໂດຍເອີ້ນຂ້ອຍຂຶ້ນມາ?”
ໂຊນເວົ້າວ່າ, “ຂ້ອຍກຳລັງເດືອດຮ້ອນຫລາຍ, ຊາວຟີລິດສະຕິນກໍາລັງຕໍ່ສູ້ກັບຂ້ອຍຢູ່ ແລະ ພຣະເຈົ້າໄດ້ໄປຈາກຂ້ອຍແລ້ວ. ພຣະອົງບໍ່ຕອບຂ້ອຍເລີຍ, ບໍ່ວ່າທາງຜູ້ທຳນວາຍ ຫລື ທາງຄວາມຝັນ. ຂ້ອຍຈຶ່ງເອີ້ນເຈົ້າມາເພື່ອຖາມວ່າຄວນເຮັດຢ່າງໃດ”.
ຊາມູເອນໄດ້ເວົ້າວ່າ, “ເປັນຫຍັງຈຶ່ງມາປຶກສາຂ້ອຍ, ໃນເມື່ອພຣະເຈົ້າຢາເວໄດ້ໄປຈາກເຈົ້າ ແລະ ກາຍເປັນສັດຕູກັບເຈົ້າ? ພຣະເຈົ້າຢາເວໄດ້ເຮັດຕາມທີ່ໄດ້ພຣະອົງໄດ້ທຳນວຍໄວ້ຜ່ານທາງຂ້ອຍ. ພຣະເຈົ້າຢາເວໄດ້ຈີກອານາຈັກອອກຈາກມືຂອງເຈົ້າ ແລະ ມອບໃຫ້ດາວິດເພື່ອນບ້ານຂອງເຈົ້າ. ເພາະເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ຫລື ສະໜອງຄວາມໂກດຮ້າຍຢ່າງແຮງຂອງພຣະອົງທີ່ມີຕໍ່ຊາວອາມາເຫລັກ, ວັນນີ້ພຣະເຈົ້າຢາເວຈຶ່ງເຮັດກັບເຈົ້າຢ່າງນີ້. ພຣະເຈົ້າຢາເວຈະມອບທັງເຈົ້າ ແລະ ອິດສະຣາເອນໃຫ້ແກ່ຊາວຟີລິດສະຕິນ, ແລະ ມື້ອື່ນເຈົ້າກັບບັນດາລູກຊາຍຂອງເຈົ້າຈະມາຢູ່ກັບຂ້ອຍ. ພຣະເຈົ້າຢາເວຈະມອບກອງທັບອິດສະຣາເອນໃຫ້ແກ່ຊາວຟີລິດສະຕິນ”.
ໃນທັນໃດນັ້ນໂຊນກໍລົ້ມລົງຢຽດຍາວເທິງພື້ນ, ຮູ້ສຶກຕົກໃຈຢ້ານຫລາຍເພາະຖ້ອຍຄຳຂອງຊາມູເອນ. ທັງໝົດແຮງເພາະຄວາມຫິວ, ເພາະບໍ່ໄດ້ກິນຫຍັງເລີຍຕະຫລອດທັງກາງເວັນ ແລະ ກາງຄືນ.
ເມື່ອຍິງນັ້ນມາພົບໂຊນ ແລະ ເຫັນວ່າໂຊນສັ່ນຢ້ານຫລາຍ, ນາງຈຶ່ງເວົ້າວ່າ, “ເບິ່ງແມ, ຜູ້ຮັບໃຊ້ຂອງທ່ານໄດ້ເຊື່ອຟັງທ່ານ. ຂ້ານ້ອຍຍອມສ່ຽງຊີວິດຂອງຕົນ ແລະ ໄດ້ເຮັດຕາມຄຳສັ່ງຂອງທ່ານ. ບັດນີ້ ໂຜດເຮັດຕາມຄຳຂອງຂ້ານ້ອຍດ້ວຍ ແລະ ອະນຸຍາດໃຫ້ຂ້ານ້ອຍນຳອາຫານມາໃຫ້ທ່ານກິນ ເພື່ອຈະໄດ້ມີກຳລັງຂຶ້ນ ແລ້ວເດີນທາງກັບໄປໄດ້”.
ແຕ່ເພິ່ນປະຕິເສດ ແລະ ເວົ້າວ່າ, “ເຮົາຈະບໍ່ກິນ”.
ຜູ້ຕິດຕາມທັງສອງຄົນຈຶ່ງສະໜັບສະໜູນຄຳຂອງຍິງນັ້ນ ແລະ ອ້ອນວອນຈົນໃນທີ່ສຸດໂຊນກໍຍອມຂຶ້ນນັ່ງເທິງຕັ່ງນວມ.
ຍິງນັ້ນມີລູກງົວໝຸ່ມໂຕໜຶ່ງຢູ່ທີ່ເຮືອນ, ນາງກໍອອກໄປຂ້າເພື່ອນຳມາປຸງອາຫານ ແລະ ນວດແປ້ງອົບເຂົ້າຈີ່ບໍ່ໃສ່ເຊື້ອແປ້ງ. ຫລັງຈາກນັ້ນ ນາງກໍນຳອາຫານມາໃຫ້ໂຊນ ແລະ ຄົນຂອງເພິ່ນກິນ. ໃນຄືນນັ້ນເອງພວກເຂົາກໍເດີນທາງຈາກໄປ.
Source notes (1)
- Footnote ຫລື ເຫັນວິນຍານຫລາຍດວງ ຫລື ເຫັນພະຕ່າງໆ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.