Biblica® Open Lao Contemporary Version
1 ຊາມູເອນ 27
ດາວິດທ່າມກາງຊາວຟີລິດສະຕິນ
ແຕ່ດາວິດຄິດວ່າ, “ມື້ໜຶ່ງເຮົາຈະຕ້ອງຖືກທໍາລາຍດ້ວຍມືຂອງໂຊນ. ເຮົາໜີໄປທີ່ດິນແດນຟີລິດສະຕິນກໍດີທີ່ສຸດ. ຫລັງຈາກນັ້ນ ໂຊນກໍຈະໄດ້ຢຸດໄລ່ຕາມເຮົາໄປທົ່ວອິດສະຣາເອນ ແລະ ເຮົາກໍຈະຫລຸດພົ້ນຈາກມືຂອງລາວ”.
ດັ່ງນັ້ນ ດາວິດກັບຄົນຂອງຕົນຈຳນວນຫົກຮ້ອຍຄົນຈຶ່ງພາກັນໄປພົວກະສັດອາກີເຊລູກຊາຍຂອງມາອົກແຫ່ງເມືອງກາດ. ດາວິດກັບຄົນຂອງຕົນໄດ້ໄປອາໄສຢູ່ກັບອາກີເຊຢູ່ທີ່ເມືອງກາດ. ແຕ່ລະຄົນຕ່າງກໍພາຄອບຄົວຂອງຕົນໄປນໍາ. ດາວິດມີເມຍສອງຄົນຄື: ອາຮີໂນອາມແຫ່ງຢິດຊະເຣນ ແລະ ອາບີກາຍແຫ່ງກາເມນ, ເມຍໝ້າຍຂອງນາບານ. ເມື່ອໂຊນຮູ້ວ່າດາວິດໜີໄປທີ່ເມືອງກາດແລ້ວ ເພິ່ນກໍຢຸດຊອກຫາດາວິດ.
ແລ້ວດາວິດກໍໄດ້ເວົ້າກັບອາກີເຊວ່າ, “ຖ້າຂ້ານ້ອຍເປັນທີ່ພໍໃຈໃນສາຍຕາຂອງທ່ານ, ຂໍໃຫ້ຂ້ານ້ອຍໄດ້ອາໄສຢູ່ໃນບ່ອນໃດບ່ອນໜຶ່ງໃນເຂດຊົນນະບົດ, ເພື່ອວ່າຂ້ານ້ອຍຈະໄດ້ອາໄສຢູ່ທີ່ນັ້ນ. ຂ້ານ້ອຍຄວນຈະຢູ່ໃນເມືອງຫລວງກັບທ່ານບໍ?”
ໃນມື້ນັ້ນອາກີເຊຈຶ່ງໄດ້ມອບເມືອງຊິກລັກໃຫ້ແກ່ດາວິດ ແລະ ເມືອງນັ້ນຈຶ່ງຂຶ້ນກັບກະສັດແຫ່ງຢູດາຕັ້ງແຕ່ນັ້ນມາ. ດາວິດໄດ້ອາໄສຢູ່ໃນແຜ່ນດິນຟີລິດສະຕິນເປັນເວລາໜຶ່ງປີກັບສີ່ເດືອນ.
ໃນລະຫວ່າງນັ້ນດາວິດກັບຄົນຂອງຕົນໄດ້ອອກປຸ້ນຊາວເກຊູ, ກີຣິຊີ ແລະ ອາມາເຫລັກ. (ເຊິ່ງຊົນຊາດເຫລົ່ານີ້ໄດ້ອາໄສຢູ່ໃນຖິ່ນນັ້ນ ໄກໄປເຖິງເມືອງຊູເຣ ແລະ ເອຢິບຕັ້ງແຕ່ສະໄໝບູຮານ). ເມື່ອດາວິດບຸກໂຈມຕີເມືອງໃດ, ເພິ່ນກໍຈະບໍ່ປ່ອຍໃຫ້ມີແມ່ຍິງ ຫລື ຜູ້ຊາຍລອດຊີວິດໄປໄດ້ແມ່ນແຕ່ຄົນດຽວ, ແຕ່ຈະຢຶດເອົາແກະ, ງົວ, ລໍ, ອູດ ແລະ ເຄື່ອງນຸ່ງ. ຫລັງຈາກນັ້ນ ເພິ່ນກໍກັບມາພົບອາກີເຊ.
ເມື່ອອາກີເຊຖາມວ່າ, “ມື້ນີ້ເຈົ້າໄປປຸ້ນຢູ່ໃສແດ່?” ດາວິດກໍຈະຕອບວ່າ, “ສູ້ກັບເນເກັບໃນຢູດາ” ຫລື “ສູ້ກັບເນເກັບໃນເຢຣາເມເອນ” ຫລື “ສູ້ກັບເນເກັບຂອງຊາວເກນິດ”. ດາວິດບໍ່ປ່ອຍໃຫ້ທັງຍິງ ແລະ ຊາຍເຫລືອລອດກັບມາທີ່ເມືອງກາດເລີຍ, ເພາະເພິ່ນຄິດວ່າ, “ຄົນເຫລົ່ານັ້ນອາດມາຟ້ອງ ແລະ ເວົ້າວ່າ, ‘ນີ້ຄືສິ່ງທີ່ດາວິດໄດ້ເຮັດ’ ”. ເປັນເຊັ່ນນີ້ຫລາຍຄັ້ງ ຕະຫລອດເວລາທີ່ດາວິດອາໄສຢູ່ໃນແຜ່ນດິນຟີລິດສະຕິນ. ອາກີເຊໄດ້ໄວ້ໃຈດາວິດ ແລະ ເວົ້າກັບຕົນເອງວ່າ, “ປະຊາຊົນອິດສະຣາເອນຈະຕ້ອງກຽດຊັງດາວິດຫລາຍທີ່ສຸດ, ບັດນີ້ ລາວຈະຕ້ອງຮັບໃຊ້ເຮົາຕະຫລອດຊີວິດ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.