Biblica® Open Lao Contemporary Version
1 ຊາມູເອນ 26
ດາວິດໄວ້ຊີວິດຂອງໂຊນອີກ
ຊາວຊິເຟໄດ້ມາພົບໂຊນຢູ່ທີ່ເມືອງກີເບອາ ແລະ ເວົ້າວ່າ, “ດາວິດກຳລັງລີ້ຢູ່ທີ່ພູເຂົາຮາກີລາ, ກົງກັນຂ້າມກັບເຢຊິໂມນບໍ່ແມ່ນບໍ?”
ດັ່ງນັ້ນ ໂຊນຈຶ່ງລົງໄປທີ່ຖິ່ນແຫ້ງແລ້ງກັນດານສີເຟ, ໂດຍນຳກອງທະຫານທີ່ຄັດເລືອກແລ້ວສາມພັນຄົນໃນອິດສະຣາເອນໄປຄົ້ນຫາດາວິດ. ໂຊນໄດ້ຕັ້ງຄ້າຍພັກຢູ່ທີ່ແຄມທາງເທິງໂນນພູຮາກີລາ ກົງກັນຂ້າມກັບເຢຊິໂມນ, ສ່ວນດາວິດແມ່ນຢູ່ໃນຖິ່ນແຫ້ງແລ້ງກັນດານ. ເມື່ອດາວິດເຫັນວ່າໂຊນມາຕາມຫາຕົນຢູ່ທີ່ນັ້ນ, ເພິ່ນກໍໄດ້ສົ່ງຄົນມາສືບຂ່າວ ແລະ ຮູ້ວ່າໂຊນມາຮອດແນ່ນອນແລ້ວ.
ຫລັງຈາກນັ້ນ ດາວິດກໍອອກໄປ ແລະ ໄປບ່ອນທີ່ໂຊນຕັ້ງຄ້າຍພັກຢູ່. ດາວິດໄດ້ເຫັນສະຖານທີ່ບ່ອນທີ່ໂຊນກັບອັບເນລູກຊາຍຂອງເນຣະ ເຊິ່ງເປັນຜູ້ບັນຊາການທະຫານນອນຢູ່. ໂຊນກຳລັງນອນຢູ່ໃນຄ້າຍພັກ, ໂດຍມີທະຫານຕັ້ງຄ້າຍພັກຢູ່ອ້ອມເພິ່ນ.
ດາວິດຈຶ່ງຖາມອາຮີເມເຫລັກຊາວຮິດຕີ ແລະ ອາບີໄຊນ້ອງຊາຍຂອງໂຢອາບລູກຊາຍຂອງນາງເຊຣູອີຢາວ່າ, “ຜູ້ໃດຈະລົງໄປຫາໂຊນໃນຄ້າຍພັກກັບເຮົາ?”
ອາບີໄຊຕອບວ່າ, “ຂ້າພະເຈົ້າຈະໄປກັບທ່ານ”.
ດັ່ງນັ້ນ ດາວິດ ແລະ ອາບີໄຊຈຶ່ງໄດ້ລົງໄປທີ່ກອງທັບໃນເວລາກາງຄືນ, ໂຊນກຳລັງນອນຫລັບຢູ່ໃນຄ້າຍ ພ້ອມກັບຫອກທີ່ປັກຢູ່ພື້ນຂ້າງຫົວຂອງເພິ່ນ. ສ່ວນອັບເນ ແລະ ທະຫານທັງຫລາຍແມ່ນນອນຢູ່ອ້ອມເພິ່ນ.
ອາບີໄຊໄດ້ເວົ້າກັບດາວິດວ່າ, “ວັນນີ້ພຣະເຈົ້າໄດ້ມອບສັດຕູໄວ້ໃນມືຂອງທ່ານແລ້ວ. ບັດນີ້ ຂໍໃຫ້ຂ້າພະເຈົ້າໃຊ້ຫອກແທງໂຊນຕິດກັບພື້ນຄັ້ງດຽວໂດຍບໍ່ຕ້ອງແທງຄັ້ງທີສອງ”.
ແຕ່ດາວິດເວົ້າກັບອາບີໄຊວ່າ, “ຢ່າທຳລາຍເພິ່ນເລີຍ! ຜູ້ໃດຈະພົ້ນຄວາມຜິດໄປໄດ້ທີ່ກ້າແຕະຕ້ອງຜູ້ທີ່ພຣະເຈົ້າຢາເວໄດ້ເຈີມໄວ້? ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ພຣະເຈົ້າຢາເວຈະລົງມືເອງສັນນັ້ນ, ເມື່ອເຖິງເວລາຂອງເພິ່ນ ແລ້ວເພິ່ນກໍຈະຕາຍເອງ ຫລື ຖ້າເພິ່ນອອກຮົບ ເພິ່ນກໍຈະຈິບຫາຍ. ແຕ່ຂໍພຣະເຈົ້າຢາເວຫ້າມຂ້ອຍໄວ້ບໍ່ໃຫ້ແຕະຕ້ອງຜູ້ທີ່ພຣະເຈົ້າຢາເວເຈີມໄວ້. ໃຫ້ພວກເຮົາເອົາຫອກ ແລະ ໄຫນໍ້າຢູ່ຂ້າງຫົວຂອງເພິ່ນ ແລະ ກໍໄປ”.
ດັ່ງນັ້ນ ດາວິດຈຶ່ງເອົາຫອກ ແລະ ໄຫນ້ຳທີ່ຢູ່ຂ້າງຫົວຂອງໂຊນອອກໄປ. ໂດຍບໍ່ມີຜູ້ໃດຮູ້ເຫັນ ຫລື ຕື່ນຂຶ້ນມາ. ເພາະພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົານອນຫລັບສະໜິດ.
ຫລັງຈາກນັ້ນ ດາວິດກໍໄດ້ຂ້າມໄປອີກຟາກໜຶ່ງ ແລະ ໄປຢືນຢູ່ເທິງຍອດພູທີ່ໄກອອກໄປ; ມີບ່ອນວ່າງກວ້າງໃຫຍ່ລະຫວ່າງທັງສອງຝ່າຍ. ເພິ່ນໄດ້ຮ້ອງໃສ່ອັບເນລູກຊາຍຂອງເນຣະ ແລະ ກອງທະຫານວ່າ, “ອັບເນ ທ່ານຈະບໍ່ຕອບເຮົາບໍ?”
ອັບເນໄດ້ຕອບວ່າ, “ເຈົ້າແມ່ນຜູ້ໃດຈຶ່ງກ້າຮ້ອງຫາກະສັດ?”
ດາວິດເວົ້າວ່າ, “ທ່ານເປັນລູກຜູ້ຊາຍບໍ່ແມ່ນບໍ? ແລະ ທົ່ວອິດສະຣາເອນມີຜູ້ໃດທີ່ເກັ່ງກ້າຄືກັບທ່ານ? ເປັນຫຍັງຈຶ່ງບໍ່ປົກປ້ອງກະສັດຜູ້ເປັນເຈົ້ານາຍຂອງທ່ານ? ປ່ອຍໃຫ້ບາງຄົນມາທຳຮ້າຍກະສັດຜູ້ເປັນເຈົ້ານາຍຂອງທ່ານ. ສິ່ງທີ່ທ່ານໄດ້ເຮັດນັ້ນແມ່ນບໍ່ດີ. ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ທ່ານກັບຄົນຂອງທ່ານກໍສົມຄວນຕາຍສັນນັ້ນ, ເພາະທ່ານບໍ່ໄດ້ປ້ອງກັນເຈົ້ານາຍຂອງທ່ານ, ຜູ້ທີ່ພຣະເຈົ້າຢາເວໄດ້ເຈີມໄວ້. ຈົ່ງເບິ່ງໃຫ້ທົ່ວ. ຫອກ ແລະ ໄຫນ້ຳທີ່ຢູ່ໃກ້ຫົວຂອງກະສັດນັ້ນຢູ່ໃສ?”
ໂຊນຈື່ສຽງດາວິດໄດ້ ແລະ ເວົ້າວ່າ, “ນັ້ນແມ່ນສຽງຂອງເຈົ້າບໍ, ດາວິດລູກຂອງພໍ່?”
ດາວິດໄດ້ຕອບວ່າ, “ແມ່ນແລ້ວທ່ານ, ກະສັດຜູ້ເປັນເຈົ້ານາຍຂອງຂ້ານ້ອຍ”. ແລະ ເພິ່ນກໍໄດ້ຖາມຕື່ມອີກວ່າ, “ເປັນຫຍັງນາຍຂອງຂ້ານ້ອຍຈຶ່ງໄລ່ຕາມຜູ້ຮັບໃຊ້ຂອງທ່ານ? ຂ້ານ້ອຍໄດ້ເຮັດຫຍັງ ແລະ ຂ້ານ້ອຍໄດ້ເຮັດທີ່ເປັນຄວາມຜິດ? ບັດນີ້ ຂໍທ່ານຟັງຂ້ານ້ອຍ. ຖ້າພຣະເຈົ້າຢາເວໄດ້ຍົວະໃຫ້ທ່ານຕໍ່ສູ້ກັບຂ້ານ້ອຍ, ກໍຂໍໃຫ້ທ່ານໄດ້ຮັບເຄື່ອງບູຊາຈາກຂ້ານ້ອຍດ້ວຍ. ເຖິງຢ່າງໃດກໍຕາມ, ຖ້າເປັນແຜນການຂອງມະນຸດ, ກໍຂໍໃຫ້ຄົນນັ້ນຖືກສາບແຊ່ງຕໍ່ໜ້າພຣະເຈົ້າຢາເວ! ພວກເຂົາຂັບໄລ່ຂ້ານ້ອຍບໍ່ໃຫ້ມີສ່ວນຮ່ວມໃນກຳມະສິດຈາກພຣະເຈົ້າຢາເວ ແລະ ເວົ້າວ່າ, ‘ຈົ່ງໄປຮັບໃຊ້ພະອື່ນ’. ບັດນີ້ ຂໍຢ່າໃຫ້ຂ້ານ້ອຍຕ້ອງໄປຕາຍໃນຕ່າງແດນຫ່າງໄກຈາກເບື້ອງພຣະພັກພຣະເຈົ້າຢາເວ. ກະສັດແຫ່ງອິດສະຣາເອນອອກມາໄລ່ຕາມໝັດໂຕໜຶ່ງເໝືອນຄົນທີ່ລ່ານົກກະທາຢູ່ເທິງພູເຂົາ”.
ແລ້ວໂຊນຈຶ່ງເວົ້າວ່າ, “ເຮົາໄດ້ເຮັດບາບແລ້ວ. ຈົ່ງກັບມາ, ດາວິດລູກຂອງພໍ່. ຂ້ອຍຈະບໍ່ພະຍາຍາມຫາຊ່ອງທາງທຳຮ້າຍເຈົ້າອີກ, ເພາະໃນວັນນີ້ເຈົ້າເຫັນຊີວິດຂອງຂ້ອຍມີຄຸນຄ່າ. ຂ້ອຍເຮັດຄືຄົນໂງ່ຈ້າແທ້ໆ ແລະ ໄດ້ເຮັດຜິດຢ່າງໜັກ”.
ດາວິດຕອບວ່າ, “ນີ້ແມ່ນຫອກຂອງທ່ານ, ຂໍໃຊ້ຄົນຜູ້ໜຶ່ງຂ້າມມາ ແລະ ເອົາມັນໄປ. ພຣະເຈົ້າຢາເວໃຫ້ບຳເໜັດແກ່ທຸກຄົນຕາມຄວາມຊອບທຳ ແລະ ຄວາມສັດຊື່ຂອງຜູ້ນັ້ນ. ພຣະເຈົ້າຢາເວໄດ້ມອບທ່ານໄວ້ໃນມືຂອງຂ້ານ້ອຍວັນນີ້, ແຕ່ຂ້ານ້ອຍຈະບໍ່ແຕະຕ້ອງຜູ້ທີ່ພຣະເຈົ້າຢາເວໄດ້ເຈີມໄວ້. ໃນວັນນີ້ຂ້ານ້ອຍໄດ້ເຫັນຄຸນຄ່າຂອງຊີວິດຂອງທ່ານສັນໃດ, ຂໍພຣະເຈົ້າຢາເວເຫັນຄຸນຄ່າຂອງຊີວິດຂອງຂ້ານ້ອຍ ແລະ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄວາມທຸກຍາກທັງໝົດສັນນັ້ນ”.
ຫລັງຈາກນັ້ນ ໂຊນກໍໄດ້ເວົ້າກັບດາວິດວ່າ, “ດາວິດລູກຂອງພໍ່, ຂໍພຣະເຈົ້າອວຍພອນເຈົ້າ, ເຈົ້າຈະເຮັດສິ່ງໃຫຍ່ ແລະ ຊະນະຢ່າງແນ່ນອນ”.
ດ້ວຍເຫດນີ້ ດາວິດຈຶ່ງຈາກໄປ ແລະ ໂຊນກໍກັບໄປທີ່ວັງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.