Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 25

ດາວິດ, ນາບານ ແລະ ອາບີກາຍ

ບັດນີ້ ຊາມູເອນ​ກໍ​ໄດ້​ຕາຍ​ໄປ ແລະ ຊາວ​ອິດສະຣາເອນ​ທັງໝົດ​ກໍ​ພາ​ກັນ​ໄວ້ທຸກ​ໃຫ້​ແກ່​ເພິ່ນ; ແລ້ວ​ຝັງ​ສົບ​ເພິ່ນ​ໄວ້​ທີ່​ຣາມາ​ບ້ານເກີດ​ຂອງ​ເພິ່ນ. ສ່ວນ​ດາວິດ​ແມ່ນ​ຍ້າຍ​ລົງ​ໄປ​ທີ່​ຖິ່ນແຫ້ງແລ້ງກັນດານ​ປາຣານ.1

ມີ​ເສດຖີ​ຄົນ​ໜຶ່ງ​ໃນ​ມາໂອນ, ເຊິ່ງ​ມີ​ຊັບສົມບັດ​ຢູ່​ທີ່​ກາເມນ. ລາວ​ມີ​ແບ້​ໜຶ່ງ​ພັນ​ໂຕ ແລະ ແກະ​ສາມ​ພັນ​ໂຕ, ໃນ​ຂະນະ​ລາວ​ໄດ້​ໄປ​ທີ່​ກາກເມນ​ເພື່ອ​ຕັດ​ຂົນແກະ. ເສດຖີ​ຄົນ​ນີ້​ມີ​ຊື່​ວ່າ​ນາບານ ລາວ​ເປັນ​ເຊື້ອສາຍ​ຂອງ​ກາເຫລັບ ແລະ ເມຍ​ຂອງ​ລາວ​ກໍ​ມີ​ຊື່​ວ່າ​ອາບີກາຍ. ນາງ​ເປັນ​ຄົນ​ງາມ ແລະ ສະຫລາດ, ແຕ່​ຜົວ​ຂອງ​ນາງ​ເປັນ​ຄົນ​ໃຈ​ແຄບ ແລະ ຫຍາບຄາຍ.

ຂະນະ​ທີ່​ດາວິດ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ, ເພິ່ນ​ກໍ​ໄດ້​ຍິນ​ວ່າ​ນາບານ​ກຳລັງ​ຕັດ​ຂົນ​ແກະ​ຢູ່. ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ສັ່ງ​ຊາຍ​ໜຸ່ມ​ສິບ​ຄົນ​ວ່າ, “ຈົ່ງ​ໄປ​ຫາ​ນາບານ​ຢູ່​ທີ່​ກາກເມນ ແລະ ທັກທາຍ​ລາວ​ໃນ​ນາມ​ຂອງ​ເຮົາ. ຈົ່ງ​ເວົ້າ​ກັບ​ລາວ​ວ່າ: ‘ຂໍ​ໃຫ້​ທ່ານ​ມີ​ອາຍຸ​ຍືນຍາວ! ຂໍ​ໃຫ້​ທ່ານ ແລະ ຄອບຄົວ​ຂອງ​ທ່ານ​ມີ​ສຸຂະພາບ​ດີ! ແລະ ຂໍ​ໃຫ້​ທຸກ​ສິ່ງ​ທີ່​ເປັນ​ຂອງ​ທ່ານ​ຈະເລີນ​ຂຶ້ນ!

“ ‘ຂ້າພະເຈົ້າ​ຮູ້​ມາ​ວ່າ​ທ່ານ​ກຳລັງ​ຕັດ​ຂົນ​ແກະ. ພວກ​ຂ້າພະເຈົ້າ​ບໍ່​ເຄີຍ​ທຳຮ້າຍ​ຄົນລ້ຽງແກະ​ຂອງ​ທ່ານ​ເລີຍ​ຂະນະ​ທີ່​ພວກເຂົາ​ອາໄສ​ຢູ່​ທ່າມກາງ​ພວກ​ຂ້າພະເຈົ້າ ແລະ ຕະຫລອດ​ເວລາ​ທີ່​ພວກເຂົາ​ຢູ່​ໃນ​ກາກເມນ​ກໍ​ບໍ່​ມີ​ສິ່ງໃດ​ຂາດ​ຫາຍ​ໄປ. ຂໍ​ໃຫ້​ຖາມ​ຄົນ​ຂອງ​ທ່ານ​ເບິ່ງ​ວ່າ​ເປັນ​ເໝືອນ​ທີ່​ກ່າວ​ມາ​ນີ້​ບໍ. ເຫດສະນັ້ນ ຂໍ​ທ່ານ​ໄດ້​ເອຶ້ອເຟຶ້ອ​ແກ່​ຄົນ​ຂອງ​ຂ້າພະເຈົ້າ, ເພາະ​ພວກ​ຂ້າພະເຈົ້າ​ມາ​ໃນ​ງານ​ລ້ຽງ​ສະຫລອງ​ນີ້. ຂໍ​ໃຫ້​ດາວິດ​ລູກຊາຍ​ຂອງ​ທ່ານ ແລະ ຜູ້ຮັບໃຊ້​ຂອງ​ທ່ານ​ແລ້ວ​ແຕ່​ຈະ​ເອື້ອ​ເຟື້ອ​ພວກເຂົາ’ ”.

ເມື່ອ​ບັນດາ​ຄົນ​ຂອງ​ດາວິດ​ມາ​ຮອດ, ພວກເຂົາ​ກໍ​ບອກ​ໃຫ້​ນາບານ​ຮູ້​ຕາມ​ນັ້ນ​ໃນ​ນາມ​ຂອງ​ດາວິດ. ຫລັງຈາກນັ້ນ ພວກເຂົາ​ກໍ​ລໍ​ຟັງ​ຄຳຕອບ.

ນາບານ​ໄດ້​ຕອບ​ບັນດາ​ຄົນ​ຮັບໃຊ້​ຂອງ​ດາວິດ​ວ່າ, “ດາວິດ​ແມ່ນ​ຜູ້ໃດ? ລູກຊາຍ​ຂອງ​ເຢຊີ​ຄົນ​ນີ້​ແມ່ນ​ຜູ້ໃດ? ທຸກ​ມື້​ນີ້​ກໍ​ມີ​ລູກ​ຈ້າງ​ຫລາຍຄົນ​ໄດ້​ໜີ​ຈາກ​ນາຍ​ຂອງ​ຕົນ​ໄປ. ເປັນຫຍັງ​ເຮົາ​ຈຶ່ງ​ຈະ​ເອົາ​ເຂົ້າຈີ່​ກັບ​ນ້ຳ ແລະ ຊີ້ນ​ທີ່​ເຮົາ​ຂ້າ​ສຳລັບ​ຄົນ​ຕັດ​ຂົນ​ແກະ​ຂອງ​ເຮົາ​ໄປ​ໃຫ້​ກຸ່ມ​ຄົນ​ທີ່​ເຮົາ​ບໍ່​ຮູ້​ຈັກ​ເລີຍ?”

ຄົນ​ຂອງ​ດາວິດ​ຈຶ່ງ​ກັບ​ມາ​ລາຍງານ​ທຸກ​ຖ້ອຍຄຳ​ທີ່​ນາບານ​ກ່າວ. ດາວິດ​ໄດ້​ເວົ້າ​ກັບ​ຄົນ​ຂອງ​ຕົນ​ວ່າ, “ໃຫ້​ທຸກຄົນ​ຖື​ດາບ​ຂອງ​ຕົນ!” ດັ່ງນັ້ນ ທຸກຄົນ​ຈຶ່ງ​ຖື​ດາບ ແລະ ດາວິດ​ເອງ​ກໍ​ພາຍ​ດາບ​ອອກ​ເດີນ​ທາງ. ມີ​ພັກພວກ​ປະມານ 400 ຄົນ ຕິດ​ຕາມ​ໄປ, ສ່ວນ​ອີກ​ສອງ​ຮ້ອຍ​ຄົນ​ເຝົ້າ​ເຄື່ອງ​ຢູ່​ທີ່​ເບື້ອງ​ຫລັງ.

ມີ​ຄົນ​ໃຊ້​ຄົນ​ໜຶ່ງ​ຂອງ​ນາບານ​ໄດ້​ໄປ​ບອກ​ອາບີກາຍ, ເມຍ​ຂອງ​ນາບານ​ວ່າ, “ດາວິດ​ໄດ້​ສົ່ງ​ຄົນ​ຈາກ​ຖິ່ນແຫ້ງແລ້ງກັນດານ​ມາ​ທັກທາຍ​ນາຍ​ຂອງ​ພວກເຮົາ, ແຕ່​ນາຍ​ໄດ້​ໝິ່ນປະໝາດ​ຄົນ​ພວກເຂົາ. ແທ້​ຈິງ​ແລ້ວ​ຄົນ​ຂອງ​ດາວິດ​ແມ່ນ​ດີ​ຕໍ່​ພວກເຮົາ​ຫລາຍ. ພວກເຂົາ​ບໍ່​ໄດ້​ເຮັດ​ອັນຕະລາຍ​ແກ່​ພວກເຮົາ​ເລີຍ ແລະ ຕະຫລອດ​ເວລາ​ທີ່​ພວກເຮົາ​ຢູ່​ກາງ​ທົ່ງນາ​ໃກ້ໆ​ພວກເຂົາ​ນັ້ນ ກໍ​ບໍ່​ມີ​ອັນໃດ​ເສຍ​ໄປ​ຈັກ​ຢ່າງ. ພວກເຂົາ​ເປັນ​ເກາະ​ກຳບັງ​ໃຫ້​ພວກເຮົາ​ທັງ​ກາງເວັນ ແລະ ກາງ​ຄືນ​ຕະຫລອດ​ເວລາ​ທີ່​ພວກເຮົາ​ລ້ຽງ​ແກະ​ຢູ່​ໃກ້ໆ​ພວກເຂົາ. ຂໍ​ໃຫ້​ນາຍ​ຄິດ​ທົບທວນ​ເບິ່ງ​ວ່າ​ນາຍ​ຈະ​ເຮັດ​ຫຍັງ​ໄດ້​ແດ່, ເພາະ​ໄພ​ກຳລັງ​ຈະ​ມາ​ເຖິງ​ນາຍ ແລະ ຄອບຄົວ​ຂອງ​ນາຍ​ທັງໝົດ. ນາຍ​ຂອງ​ພວກເຮົາ​ເປັນ​ຄົນ​ຊົ່ວ​ຮ້າຍ​ບໍ່​ຍອມ​ຟັງ​ຄຳ​ຂອງ​ຜູ້ໃດ​ເລີຍ”.

ອາບີກາຍ​ບໍ່​ໄດ້​ຊັກຊ້າ. ນາງ​ຟ້າວ​ຈັດ​ເຂົ້າຈີ່ 200 ກ້ອນ, ເຫລົ້າ​ອະງຸ່ນ 2 ຖົງ​ໜັງ, ຊີ້ນ​ແກະ​ທີ່​ເຮັດ​ສຳເລັດ​ແລ້ວ​ຫ້າ​ໂຕ, ເຂົ້າ​ຂົ້ວ 5 ຊີ,2 ເຂົ້າໜົມ​ໝາກ​ອະງຸ່ນ​ແຫ້ງ 100 ກ້ອນ ແລະ ເຂົ້າໜົມ​ໝາກເດື່ອ 200 ກ້ອນ ແລະ ໃຊ້​ລໍ​ບັນທຸກ​ເຄື່ອງ​ເຫລົ່ານີ້​ໄປ. ນາງ​ໄດ້​ສັ່ງ​ບັນດາ​ຄົນ​ຮັບໃຊ້​ຂອງ​ຕົນ​ວ່າ, “ຈົ່ງ​ຟ້າວ​ລ່ວງ​ໜ້າ​ໄປ​ກ່ອນ; ຂ້ອຍ​ຈະ​ຕາມ​ຫລັງ​ພວກເຈົ້າ​ໄປ”. ແຕ່​ນາງ​ບໍ່​ໄດ້​ບອກ​ນາບານ​ຜົວ​ຂອງ​ຕົນ.

ຂະນະ​ທີ່​ນາງ​ກຳລັງ​ຂີ່​ລໍ​ມາ​ຕາມ​ທາງ​ໄປ​ສູ່​ຮ່ອມພູ​ເລິກ, ນາງ​ກໍ​ໄດ້​ພົບ​ດາວິດ ແລະ ຄົນ​ຂອງ​ເພິ່ນ​ກໍາລັງ​ມຸ່ງໜ້າ​ມາ​ຫາ​ນາງ. ດາວິດ​ຫາ​ກໍ​ເວົ້າ​ວ່າ, “ບໍ່​ມີ​ປະໂຫຍດ​ທີ່​ເຮົາ​ເຝົ້າ​ເບິ່ງແຍງ​ຝູງສັດ​ຂອງ​ຄົນ​ນີ້​ໃນ​ຖິ່ນແຫ້ງແລ້ງກັນດານ ເພື່ອ​ບໍ່​ໃຫ້​ມີ​ອັນໃດ​ເສຍ​ໄປ​ຈັກ​ຢ່າງ. ລາວ​ຕອບ​ແທນ​ການ​ດີ​ຂອງ​ເຮົາ​ດ້ວຍ​ການ​ຊົ່ວ. ຖ້າ​ຮອດ​ມື້​ເຊົ້າ​ມາ, ເຮົາ​ຍັງ​ໄວ້​ຊີວິດ​ຜູ້​ຊາຍ​ທີ່​ເປັນ​ຄົນ​ຂອງ​ນາບານ​ແມ່ນ​ແຕ່​ຄົນ​ດຽວ, ຂໍ​ພຣະເຈົ້າ​ຈັດການ​ກັບ​ເຮົາ3​ຢ່າງ​ໜັກ!”

ເມື່ອ​ອາບີກາຍ​ໄດ້​ເຫັນ​ດາວິດ, ນາງ​ຈຶ່ງ​ຟ້າວ​ລົງ​ຈາກ​ຫລັງ​ລໍ ແລະ ໝອບ​ກາບ​ລົງ​ໝູບ​ໜ້າ​ລົງ​ທີ່​ພື້ນ​ຕໍ່ໜ້າ​ດາວິດ. ນາງ​ໄດ້​ໝອບ​ລົງ​ທີ່​ຕີນ​ດາວິດ ແລະ ເວົ້າ​ວ່າ: “ຂໍ​ກະລຸນາ, ເຈົ້ານາຍ​ຂອງ​ຂ້ານ້ອຍ, ຂໍ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ເວົ້າ​ກັບ​ທ່ານ; ຂໍ​ກະລຸນາ​ຟັງ​ສິ່ງ​ທີ່​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ເວົ້າ. ຂໍ​ໃຫ້​ເຈົ້ານາຍ​ຂອງ​ຂ້ານ້ອຍ​ຢ່າ​ໄດ້​ສົນໃຈ​ນໍາ​ນາບານ​ຄົນ​ຊົ່ວ​ຮ້າຍ​ນັ້ນ​ເລີຍ. ລາວ​ເປັນ​ຄົນ​ໂງ່​ຊື່​ເໝືອນ​ກັບ​ຊື່​ຂອງ​ລາວ, ຄວາມ​ໂງ່​ຂອງ​ລາວ​ຈະ​ຕິດຕາມ​ລາວ​ໄປ. ສ່ວນ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ, ບໍ່​ທັນ​ໄດ້​ພົບ​ຄົນ​ທີ່​ທ່ານ​ສົ່ງ​ໄປ. ບັດນີ້, ເຈົ້ານາຍ​ຂອງ​ຂ້ານ້ອຍ, ເນື່ອງ​ຈາກ​ພຣະເຈົ້າ​ຢາເວ​ໄດ້​ປ້ອງກັນ​ບໍ່​ໃຫ້​ມື​ຂອງ​ທ່ານ​ເປື້ອນ​ເລືອດ​ດ້ວຍ​ການ​ລົງ​ມື​ແກ້ແຄ້ນ​ເອງ, ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ສັນໃດ ແລະ ທ່ານ​ມີ​ຊີວິດ​ຢູ່​ສັນໃດ, ຂໍ​ໃຫ້​ສັດຕູ ແລະ ຄົນ​ທັງປວງ​ທີ່​ມຸ້ງ​ຮ້າຍ​ຕໍ່​ທ່ານ​ຈົ່ງ​ເປັນ​ເໝືອນ​ນາບານ​ສັນນັ້ນ. ແລະ ນີ້​ຄື​ຂອງ​ຂວັນ​ທີ່​ຜູ້ຮັບໃຊ້​ຂອງ​ທ່ານ​ນຳ​ມາ​ມອບ​ໃຫ້​ແກ່​ທ່ານ, ຂໍ​ທ່ານ​ຈົ່ງ​ມອບ​ໃຫ້​ແກ່​ຄົນ​ທີ່​ຕິດ​ຕາມ​ທ່ານ​ດ້ວຍ.

“ຂໍ​ໂຜດ​ຍົກໂທດ​ໃຫ້​ແກ່​ຄວາມ​ຜິດ​ຂອງ​ຜູ້ຮັບໃຊ້​ຂອງ​ທ່ານ​ດ້ວຍ. ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ຈະ​ໃຫ້​ທ່ານ ແລະ ເຊື້ອສາຍ​ຂອງ​ທ່ານ​ເປັນ​ກະສັດ​ຕະຫລອດ​ໄປ​ຢ່າງ​ແນ່ນອນ, ເພາະ​ທ່ານ​ໄດ້​ຕໍ່ສູ້​ໃນ​ສົງຄາມ​ຂອງ​ພຣະເຈົ້າ​ຢາເວ ແລະ ຂໍ​ຢ່າ​ໃຫ້​ພົບ​ການ​ກະທຳ​ຜິດ​ໃນ​ໂຕ​ທ່ານ​ເລີຍ​ຕະຫລອດ​ຊີວິດ​ຂອງ​ທ່ານ. ເຖິງ​ແມ່ນ​ຈະ​ມີ​ຄົນ​ໄລ່ຕາມ​ເອົາ​ຊີວິດ​ຂອງ​ທ່ານ, ທ່ານ​ກໍ​ຍັງ​ຄົງ​ປອດໄພ​ຢູ່​ພາຍໃຕ້​ການ​ປົກປ້ອງ​ຄຸ້ມຄອງ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ, ແຕ່​ຊີວິດ​ສັດຕູ​ຂອງ​ທ່ານ​ຈະ​ຫາຍ​ໄປ​ເໝືອນ​ຖືກ​ແກວ່ງ​ຈາກ​ສະລິງ. ເມື່ອ​ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ສິ່ງ​ດີ​ງາມ​ທັງໝົດ​ແກ່​ທ່ານ​ຕາມ​ຄຳ​ສັນຍາ ແລະ ໄດ້​ຕັ້ງ​ທ່ານ​ໃຫ້​ເປັນ​ຜູ້ນຳ​ເໜືອ​ອິດສະຣາເອນ​ແລ້ວ, ທ່ານ​ຈະ​ບໍ່​ໄດ້​ເສຍໃຈ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ຈຳ​ເປັນ ຫລື ລົງ​ມື​ແກ້ແຄ້ນ​ເອງ ແລະ ເມື່ອ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ໄດ້​ນຳ​ຄວາມ​ສຳເລັດ​ມາ​ໃຫ້​ທ່ານ​ແລ້ວ, ໂຜດ​ລະນຶກ​ເຖິງ​ຜູ້ຮັບໃຊ້​ຂອງ​ທ່ານ​ດ້ວຍ”.

ດາວິດ​ໄດ້​ຕອບ​ອາບີກາຍ​ວ່າ, “ຂໍ​ຖວາຍ​ສັນເສີນ​ແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຜູ້​ໄດ້​ສົ່ງ​ເຈົ້າ​ມາ​ພົບ​ເຮົາ​ໃນ​ວັນ​ນີ້. ຂໍ​ພຣະເຈົ້າ​ອວຍພອນ​ເຈົ້າ​ສຳລັບ​ການ​ຕັດ​ສິນໃຈ​ທີ່​ດີ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໄດ້​ຊ່ວຍ​ປ້ອງກັນ​ເຮົາ​ບໍ່​ໃຫ້​ຂ້າ​ຄົນ​ໃນ​ວັນ​ນີ້ ແລະ ບໍ່​ຕ້ອງ​ແກ້ແຄ້ນ​ໃຫ້​ມື​ເປື້ອນ​ເລືອດ. ບໍ່​ດັ່ງນັ້ນ, ພຣະເຈົ້າ​ຢາວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ຜູ້​ປ້ອງກັນ​ບໍ່​ໃຫ້​ເຮົາ​ເຮັດ​ອັນຕະລາຍ​ໃຫ້​ເຈົ້າ, ຊີວິດ​ຢູ່​ສັນໃດ, ຖ້າ​ເຈົ້າ​ບໍ່​ໄດ້​ມາ​ພົບ​ເຮົາ​ຢ່າງ​ວ່ອງໄວ, ຄົນ​ຂອງ​ນາບານ​ກໍ​ຄົງ​ບໍ່​ມີ​ຊີວິດ​ເຫລືອ​ລອດ​ແມ່ນ​ແຕ່​ຄົນ​ດຽວ​ໃນ​ເຊົ້າ​ມື້​ອື່ນ​ສັນນັ້ນ”.

ແລ້ວ​ດາວິດ​ຈຶ່ງ​ຮັບ​ເອົາ​ຂອງ​ຂວັນ​ຈາກ​ນາງ ແລະ ເວົ້າ​ວ່າ, “ຈົ່ງ​ກັບ​ໄປ​ຢ່າງ​ສັນຕິ. ເຮົາ​ຮັບ​ຟັງ​ຄຳ​ຂອງ​ເຈົ້າ ແລະ ຈະ​ເຮັດ​ຕາມ​ຄຳ​ຮ້ອງຂໍ​ຂອງ​ເຈົ້າ”.

ເມື່ອ​ນາງ​ອາບີກາຍ​ກັບ​ຄືນ​ເມືອ​ຫາ​ນາບານ, ກໍ​ພົບ​ວ່າ​ນາບານ​ກຳລັງ​ຈັດ​ງານລ້ຽງ​ໃຫຍ່​ຢູ່​ໃນ​ເຮືອນ​ປານ​ງານ​ລ້ຽງ​ຂອງ​ກະສັດ. ນາບານ​ກຳລັງ​ມ່ວນຊື່ນ ແລະ ເມົາ​ຢ່າງ​ໜັກ. ດັ່ງນັ້ນ ນາງ​ຈຶ່ງ​ບໍ່​ໄດ້​ເລົ່າ​ສິ່ງໃດ​ໃຫ້​ລາວ​ຟັງ​ຈົນ​ຮອດ​ມື້​ເຊົ້າ. ໃນ​ຕອນ​ເຊົ້າ, ເມື່ອ​ລາວ​ຊ່ວງ​ເມົາ​ແລ້ວ ເມຍ​ຂອງ​ລາວ​ກໍ​ໄດ້​ເລົ່າ​ເຫດການ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ໃຫ້​ລາວ​ຟັງ ແລ້ວ​ລາວ​ກໍ​ຕົກໃຈ​ຫລາຍ ແລະ ບໍ່​ເໜັງຕີງ​ເໝືອນ​ກັບ​ກ້ອນ​ຫີນ. ປະມານ​ສິບ​ວັນ​ຕໍ່ມາ, ພຣະເຈົ້າ​ຢາເວ​ໄດ້​ລົງໂທດ​ນາບານ ແລະ ລາວ​ກໍ​ຕາຍ.

ເມື່ອ​ດາວິດ​ໄດ້​ຍິນ​ວ່າ​ນາບານ​ຕາຍ​ແລ້ວ, ເພິ່ນ​ກໍ​ເວົ້າ​ວ່າ, “ສັນລະເສີນ​ພຣະເຈົ້າ​ຢາເວ, ຜູ້​ໃຫ້​ຄວາມ​ເປັນ​ທຳ​ແກ່​ຂ້ານ້ອຍ​ແລ້ວ​ເພາະ​ລາວ​ໄດ້​ໝິ່ນປະໝາດ​ຂ້ານ້ອຍ ແລະ ໄດ້​ປ້ອງກັນ​ຜູ້ຮັບໃຊ້​ຂອງ​ພຣະອົງ​ບໍ່​ໃຫ້​ເຮັດ​ຜິດ ແລະ ໃຫ້​ນາບານ​ໄດ້​ຮັບ​ໂທດ​ສົມ​ກັບ​ຄວາມ​ຜິດ​ຂອງ​ລາວ”.

ຫລັງ​ຈາກ​ນັ້ນ ດາວິດ​ກໍ​ໄດ້​ສົ່ງ​ຄົນ​ໄປ​ຂໍ​ນາງ​ອາບີກາຍ​ມາ​ເປັນ​ເມຍ, ຄົນ​ຂອງ​ດາວິດ​ໄດ້​ມາ​ທີ່​ກາກເມນ ແລະ ເວົ້າ​ກັບ​ອາບີກາຍ​ວ່າ, “ດາວິດ​ໄດ້​ສົ່ງ​ພວກເຮົາ​ມາ​ຮັບ​ທ່ານ​ໄປ​ເປັນ​ເມຍ​ຂອງ​ເພິ່ນ”.

ນາງ​ໄດ້​ໝອບ​ກາບ​ໝູບໜ້າ​ລົງ​ທີ່​ພື້ນ ແລະ ເວົ້າ​ວ່າ, “ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ທ່ານ ແລ້ວ​ກໍ​ພ້ອມ​ທີ່​ຈະ​ຮັບໃຊ້​ທ່ານ ແລະ ລ້າງ​ຕີນ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ທ່ານ”. ອາບີກາຍ​ຟ້າວ​ຂຶ້ນ​ລໍ​ໄປ​ກັບ​ຜູ້​ນໍາຂ່າວ​ຂອງ​ດາວິດ ໂດຍ​ມີ​ສາວ​ໃຊ້​ຫ້າ​ຄົນ​ຕິດຕາມ​ໄປ​ນໍາ ແລະ ນາງ​ໄດ້​ເປັນ​ເມຍ​ຂອງ​ດາວິດ. ດາວິດ​ຍັງ​ໄດ້​ແຕ່ງງານ​ກັບ​ນາງ​ອາຮີໂນອາມ​ຈາກ​ຢິດຊະເຣນ ແລະ ນາງ​ທັງ​ສອງ​ໄດ້​ເປັນ​ເມຍ​ຂອງ​ດາວິດ. ແຕ່​ໂຊນ​ໄດ້​ຍົກ​ມີການ​ລູກສາວ​ຂອງ​ເພິ່ນ, ເຊິ່ງ​ເປັນ​ເມຍ​ຂອງ​ດາວິດ​ໃຫ້​ແກ່​ປານຕີ4 ລູກຊາຍ​ຂອງ​ລາອິດ​ຜູ້​ມາ​ຈາກ​ການລິມ.

Source notes (4)
  1. Footnote ພາສາ​ເຮັບເຣີ​ວ່າ ປາຣານ
  2. Footnote ປະມານ 27 ກິໂລກຣາມ
  3. Footnote ສຳເນົາ​ຕົ້ນ​ສະບັບ​ເຊັບຕູອາຈິນ ພາສາ​ເຮັບເຣີ​ວ່າ ກັບ​ສັດຕູ​ຂອງ​ດາວິດ
  4. Footnote ພາສາ​ເຮັບເຣີ​ວ່າ ປັນ​ທີ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ປັນທີເອນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.