Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 24

ດາວິດ​ໄວ້​ຊີວິດ​ໂຊນ

ຫລັງ​ຈາກ​ທີ່​ໂຊນ​ກັບ​ມາ​ຈາກ​ການ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ, ມີ​ຄົນ​ມາ​ລາຍງານ​ເພິ່ນ​ວ່າ, “ດາວິດ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ເອນເກດີ”. ດັ່ງນັ້ນ ໂຊນ​ຈຶ່ງ​ນຳ​ບັນດາ​ຄົນ​ໜຸ່ມ​ທີ່​ມີ​ຄວາມ​ສາມາດ​ຈາກ​ທົ່ວ​ອິດສະຣາເອນ​ສາມ​ພັນ​ຄົນ​ໄປ​ຄົ້ນ​ຫາ​ດາວິດ ແລະ ພັກພວກ​ຂອງ​ເພິ່ນ​ຢູ່​ໃກ້​ໂງ່ນຫີນ​ແບ້ປ່າ.

ໂຊນ​ໄດ້​ຂຶ້ນ​ມາ​ຮອດ​ຄອກ​ແກະ​ຢູ່​ແຄມ​ທາງ; ຢູ່​ທີ່​ນັ້ນ​ມີ​ຖ້ຳ​ແຫ່ງ​ໜຶ່ງ ແລະ ໂຊນ​ກໍ​ໄດ້​ເຂົ້າ​ໄປ​ໃນ​ຖ້ຳ​ນັ້ນ​ເພື່ອ​ໄປ​ຖ່າຍ. ດາວິດ​ກັບ​ພັກພວກ​ຂອງ​ຕົນ​ກໍ​ຢູ່​ໃນ​ຖ້ຳ​ນັ້ນ​ທີ່​ເລິກ​ເຂົ້າ​ໄປ​ອີກ. ຄົນ​ຂອງ​ດາວິດ​ໄດ້​ເວົ້າ​ວ່າ, “ມື້​ນີ້​ແມ່ນ​ມື້​ທີ່​ພຣະເຈົ້າ​ຢາເວ​ເວົ້າ1​ກັບ​ທ່ານ​ໄວ້​ວ່າ, ‘ເຮົາ​ຈະ​ມອບ​ສັດຕູ​ໄວ້​ໃນ​ມື​ຂອງ​ເຈົ້າ ຈົ່ງ​ເຮັດ​ກັບ​ລາວ​ຕາມ​ໃຈ​ເຈົ້າ’ ”. ແລ້ວ​ດາວິດ​ກໍ​ຄານ​ເຂົ້າ​ໄປ ແລະ ຕັດ​ສົ້ນ​ເສື້ອຄຸມ​ຂອງ​ໂຊນ​ໂດຍ​ທີ່​ໂຊນ​ບໍ່​ຮູ້​ໂຕ.

ຕໍ່​ມາ, ດາວິດ​ຮູ້ສຶກ​ຜິດ​ທີ່​ໄດ້​ຕັດ​ສົ້ນ​ເສື້ອຄຸມ​ຂອງ​ໂຊນ. ດາວິດ​ໄດ້​ເວົ້າ​ກັບ​ພັກພວກ​ຂອງ​ຕົນ​ວ່າ, “ພຣະເຈົ້າ​ຢາເວ​ໄດ້​ຫ້າມ​ຂ້ອຍ​ບໍ່​ໃຫ້​ເຮັດ​ເຊັ່ນ​ນັ້ນ​ຕໍ່​ນາຍ​ຂອງ​ຂ້ອຍ, ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້, ຫລື ບໍ່​ໃຫ້​ລົງ​ມື​ທຳຮ້າຍ​ກະສັດ; ເພາະ​ເພິ່ນ​ເປັນ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້”. ດາວິດ​ເວົ້າ​ດັ່ງນີ້​ກໍ​ເພື່ອ​ຫ້າມ​ຄົນ​ຂອງ​ຕົນ​ບໍ່​ໃຫ້​ທຳຮ້າຍ​ໂຊນ. ແລ້ວ​ໂຊນ​ກໍ​ໄດ້​ອອກ​ໄປ​ຈາກ​ຖ້ຳ ແລະ ໄປ​ຕາມ​ທາງ​ຂອງ​ເພິ່ນ.

ຫລັງຈາກນັ້ນ ດາວິດ​ກໍ​ອອກ​ໄປ​ຈາກ​ຖ້ຳ ແລະ ຮ້ອງ​ບອກ​ໂຊນ​ວ່າ, “ກະສັດ​ຜູ້​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ!” ເມື່ອ​ໂຊນ​ຫັນ​ໜ້າ​ມາ, ດາວິດ​ກໍ​ໝອບ​ລົງ ແລະ ກົ້ມ​ໜ້າ​ລົງ​ພື້ນ. ເພິ່ນ​ໄດ້​ເວົ້າ​ຕໍ່​ໂຊນ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຟັງ​ຄົນ​ທັງຫລາຍ​ທີ່​ເວົ້າ​ວ່າ, ‘ດາວິດ​ມຸ່ງ​ທໍາລາຍ​ທ່ານ’? ມື້​ນີ້​ທ່ານ​ກໍ​ເຫັນ​ກັບ​ຕາ​ແລ້ວ​ວ່າ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ທ່ານ​ໄວ້​ໃນ​ມື​ຂອງ​ຂ້ານ້ອຍ​ໃນ​ຖ້ຳ​ນີ້. ມີ​ຜູ້​ສະໜັບ​ສະໜູນ​ຂ້ານ້ອຍ​ໃຫ້​ຂ້າ​ທ່ານ, ແຕ່​ຂ້ານ້ອຍ​ໄວ້​ຊີວິດ​ທ່ານ; ເພາະ​ຂ້ານ້ອຍ​ໄດ້​ເວົ້າ​ໄວ້​ວ່າ, ‘ຂ້ານ້ອຍ​ຈະ​ບໍ່​ລົງ​ມື​ຂອງ​ຕົນ​ທຳຮ້າຍ​ເຈົ້ານາຍ​ຂອງ​ຂ້ານ້ອຍ, ເພາະ​ວ່າ​ທ່ານ​ເປັນ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້’. ເບິ່ງ​ແມ, ພໍ່​ຂອງ​ຂ້ານ້ອຍ, ຂໍ​ໃຫ້​ເບິ່ງ​ສົ້ນ​ຂອງ​ເສື້ອຄຸມ​ຂອງ​ທ່ານ​ທີ່​ຢູ່​ໃນ​ມື​ຂອງ​ຂ້ານ້ອຍ​ນີ້! ຂ້ານ້ອຍ​ໄດ້​ຕັດ​ສົ້ນ​ເສື້ອຄຸມ​ຂອງ​ທ່ານ​ອອກ​ມາ ແຕ່​ບໍ່​ໄດ້​ຂ້າ​ທ່ານ. ບັດນີ້ ຂໍ​ໃຫ້​ເຂົ້າ​ໃຈ​ວ່າ​ໃນ​ມື​ຂອງ​ຂ້ານ້ອຍ​ບໍ່​ມີ​ສິ່ງ​ໃດ​ບອກ​ວ່າ​ຂ້ານ້ອຍ​ມີ​ຄວາມຜິດ ຫລື ກະບົດ​ຕໍ່​ທ່ານ. ຂ້ານ້ອຍ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ທ່ານ, ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ໄລ່ຕາມ​ເອົາ​ຊີວິດ​ຂ້ານ້ອຍ​ຢູ່. ຂໍ​ໃຫ້​ພຣະເຈົ້າ​ຢາເວ​ຕັດສິນ​ຄວາມ​ລະຫວ່າງ​ທ່ານ​ກັບ​ຂ້ານ້ອຍ ແລະ ຂໍ​ໃຫ້​ພຣະເຈົ້າ​ຢາເວ​ໄດ້​ຕອບແທນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ຜິດ​ຕໍ່​ຂ້ານ້ອຍ, ແຕ່​ມື​ຂອງ​ຂ້ານ້ອຍ​ເອງ​ຈະ​ບໍ່​ແຕະຕ້ອງ​ທ່ານ. ຄຳ​ບູຮານ​ກ່າວ​ໄວ້​ວ່າ, ‘ການ​ກະທຳ​ຊົ່ວ​ມາ​ຈາກ​ຄົນ​ຊົ່ວ,’ ດັ່ງນັ້ນ ຂ້ານ້ອຍ​ຈະ​ບໍ່​ແຕະຕ້ອງທ່ານ​ເລີຍ.

“ຜູ້ໃດ​ທີ່​ກະສັດ​ແຫ່ງ​ອິດສະຣາເອນ​ອອກ​ໄລ່ຕາມ? ທ່ານ​ໄລ່ຕາມ​ຜູ້ໃດ? ໝາ​ຕາຍ​ບໍ? ໝັດ​ໂຕ​ໜຶ່ງ​ບໍ? ຂໍ​ໃຫ້​ພຣະເຈົ້າ​ຢາເວ​ເປັນ​ຜູ້​ພິພາກສາ​ຕັດສິນ​ລະຫວ່າງ​ພວກເຮົາ. ຂໍ​ພຣະອົງ​ພິຈາລະນາ​ຄະດີ​ຂອງ​ຂ້ານ້ອຍ ແລະ ຢືນຢັນ​ວ່າ​ຂ້ານ້ອຍ​ບໍ່​ຜິດ; ຂໍ​ຕັດສິນ​ວ່າ​ຂ້ານ້ອຍ​ບໍ່​ຜິດ​ໂດຍ​ການ​ຊ່ວຍ​ກອບກູ້​ໃຫ້​ພົ້ນ​ຈາກ​ມື​ຂອງ​ທ່ານ”.

ເມື່ອ​ດາວິດ​ເວົ້າ​ຈົບ​ແລ້ວ, ໂຊນ​ກໍ​ຖາມ​ວ່າ, “ນັ້ນ​ສຽງ​ຂອງ​ເຈົ້າ​ບໍ, ດາວິດ​ລູກ​ຂອງ​ພໍ່?” ແລະ ເພິ່ນ​ກໍ​ຮ້ອງໄຫ້​ສຽງ​ດັງ. ເພິ່ນ​ເວົ້າ​ວ່າ, “ເຈົ້າ​ເປັນ​ຄົນ​ຊອບທຳ​ຫລາຍ​ກວ່າ​ເຮົາ, ເຈົ້າ​ດີ​ຕໍ່​ເຮົາ​ມາ​ຕະຫລອດ, ແຕ່​ເຮົາ​ກັບ​ເຮັດ​ຮ້າຍ​ຕໍ່​ເຈົ້າ. ບັດນີ້ ເຈົ້າ​ຫາ​ກໍ​ໄດ້​ບອກ​ເຮົາ​ເຖິງ​ຄວາມ​ດີ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເຮົາ; ພຣະເຈົ້າ​ຢາເວ​ໄດ້​ມອບ​ເຮົາ​ໄວ້​ໃນ​ມື​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ບໍ່​ໄດ້​ຂ້າ​ເຮົາ. ມີ​ຜູ້ໃດ​ບໍ​ທີ່​ພົບ​ສັດຕູ​ແລ້ວ​ປ່ອຍ​ໄປ, ໂດຍ​ບໍ່​ເຮັດ​ອັນຕະລາຍ? ຂໍ​ໃຫ້​ພຣະເຈົ້າ​ຢາເວ​ມອບ​ບຳເໜັດ​ໃຫ້​ແກ່​ເຈົ້າ​ທີ່​ເຈົ້າ​ໄດ້​ເມດຕາ​ເຮົາ​ໃນ​ວັນ​ນີ້. ເຮົາ​ຮູ້​ວ່າ​ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ຢ່າງ​ແນ່ນອນ ແລະ ອານາຈັກ​ອິດສະຣາເອນ​ຈະ​ໝັ້ນຄົງ​ໃນ​ມື​ຂອງ​ເຈົ້າ. ບັດນີ້ ຈົ່ງ​ສາບານ​ໃນ​ນາມ​ພຣະເຈົ້າ​ຢາເວ​ວ່າ ເມື່ອ​ເຖິງ​ເວລາ​ນັ້ນ ເຈົ້າ​ຈະ​ບໍ່​ຂ້າ​ຄົນ​ໃນ​ຄອບຄົວ​ຂອງ​ເຮົາ ຫລື ກວາດ​ລ້າງ​ເຊື້ອສາຍ​ຂອງ​ເຮົາ”.

ດັ່ງນັ້ນ ດາວິດ​ຈຶ່ງ​ໄດ້​ປະຕິຍານ​ຕໍ່​ໂຊນ. ຫລັງຈາກ​ນັ້ນ ໂຊນ​ຈຶ່ງ​ເດີນທາງ​ກັບ​ວັງ, ສ່ວນ​ດາວິດ ແລະ ຄົນ​ຂອງ​ເພິ່ນ​ກໍ​ໄດ້​ກັບ​ໄປ​ທີ່ໝັ້ນ​ຂອງ​ຕົນ.

Source notes (1)
  1. Footnote ຫລື ມື້​ນີ້​ພຣະເຈົ້າ​ຢາເວ​ກຳລັງ​ກ່າວ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.