Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 23

ດາວິດ​ຊ່ວຍ​ເມືອງ​ເກອີລາ

ເມື່ອ​ມີ​ຄົນ​ມາ​ບອກ​ດາວິດ​ວ່າ, “ເບິ່ງ​ແມ, ພວກ​ຟີລິດສະຕິນ​ມາ​ຕໍ່ສູ້​ກັບ​ຊາວ​ເກອີລາ ແລະ ກຳລັງ​ປຸ້ນ​ເດີ່ນ​ຟາດ​ເຂົ້າ”, ລາວ​ຈຶ່ງ​ຖາມ​ພຣະເຈົ້າ​ຢາເວ, ໂດຍ​ກ່າວ​ວ່າ, “ຂ້ານ້ອຍ​ຄວນ​ເຂົ້າ​ໄປ​ໂຈມ​ຕີ​ພວກ​ຟີລິດສະຕິນ​ບໍ?”

ພຣະເຈົ້າ​ຢາເວ​ໄດ້​ຕອບ​ລາວ​ວ່າ, “ຈົ່ງ​ໄປ, ໂຈມ​ຕີ​ຊາວ​ຟີລິດສະຕິນ ແລະ ປ້ອງກັນ​ເມືອງ​ເກອີລາ​ໄວ້”.

ແຕ່​ຄົນ​ຂອງ​ດາວິດ​ເວົ້າ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ແມ່ນ​ແຕ່​ໃນ​ຢູດາ​ພວກເຮົາ​ຍັງ​ຢ້ານ. ຖ້າ​ພວກເຮົາ​ໄປ​ເມືອງ​ເກອີລາ​ເພື່ອ​ຕໍ່ສູ້​ກັບ​ກອງ​ກຳລັງ​ຂອງ​ຟີລິດສະຕິນ​ຈະ​ໜ້າ​ຢ້ານ​ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ!”

ດາວິດ​ຈຶ່ງ​ຖາມ​ພຣະເຈົ້າ​ຢາເວ​ອີກ​ຄັ້ງ ແລະ ພຣະເຈົ້າ​ຢາເວ​ໄດ້​ຕອບ​ລາວ​ວ່າ, “ຈົ່ງ​ໄປ​ທີ່​ເມືອງ​ເກອີລາ, ເພາະ​ເຮົາ​ຈະ​ມອບ​ຊາວ​ຟີລິດສະຕິນ​ໄວ້​ໃນ​ມື​ຂອງ​ເຈົ້າ”. ດັ່ງນັ້ນ ດາວິດ ແລະ ພັກພວກ​ຂອງ​ລາວ​ຈຶ່ງ​ໄປ​ທີ່​ເມືອງ​ເກອີລາ ແລະ ໄດ້​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ ແລ້ວ​ຢຶດ​ເອົາ​ຝູງ​ສັດລ້ຽງ​ຂອງ​ພວກເຂົາ​ມາ. ດາວິດ​ໄດ້​ເຮັດ​ໃຫ້​ຊາວ​ຟີລິດສະຕິນ​ເສຍຫາຍ​ໝັກ ແລະ ໄດ້​ຊ່ວຍ​ຊີວິດ​ຊາວ​ເມືອງ​ເກອີລາ​ໄວ້​ໄດ້. (ເມື່ອ​ປະໂລຫິດ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫລັກ​ໜີ​ໄປ​ຫາ​ດາວິດ​ທີ່​ເມືອງ​ເກອີລາ ລາວ​ກໍ​ໄດ້​ເອົາ​ເສື້ອຄຸມ​ເອໂຟດ​ຕິດ​ໂຕ​ໄປ​ນຳ).

ໂຊນ​ໄລ່ຕາມ​ດາວິດ

ເມື່ອ​ໂຊນ​ຮູ້​ຂ່າວ​ວ່າ​ດາວິດ​ຢູ່​ທີ່​ເມືອງ​ເກອີລາ ແລ້ວ​ເພິ່ນ​ກໍ​ເວົ້າ​ວ່າ, “ພຣະເຈົ້າ​ໄດ້​ມອບ​ດາວິດ​ໄວ້​ໃນ​ມື​ຂອງ​ເຮົາ​ແລ້ວ, ເພາະ​ລາວ​ເອງ​ໄດ້​ເຂົ້າ​ມາ​ຕິດ​ກັບດັກ​ຢູ່​ໃນ​ເມືອງ​ທີ່​ມີ​ກຳແພງ ແລະ ປະຕູ​ທີ່​ແໜ້ນໜາ​ຢ່າງ​ນີ້”. ແລ້ວ​ໂຊນ​ກໍ​ໄດ້​ລະດົມ​ພົນ​ຂອງ​ຕົນ​ສຳລັບ​ສູ້ຮົບ, ເພື່ອ​ລົງ​ໄປ​ທີ່​ເມືອງ​ເກອີລາ​ເພື່ອ​ຈັບ​ຕົວ​ດາວິດ​ກັບ​ພັກພວກ​ຂອງ​ລາວ.

ແຕ່​ດາວິດ​ຮູ້​ແຜນການ​ຂອງ​ໂຊນ, ລາວ​ຈຶ່ງ​ເວົ້າ​ກັບ​ປະໂລຫິດ​ອາບີອາທາ​ວ່າ, “ຈົ່ງ​ນຳ​ເສື້ອຄຸມ​ເອໂຟດ​ອອກ​ມາ”. ດາວິດ​ໄດ້​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຍິນ​ມາ​ຢ່າງ​ແນ່ນອນ​ແລ້ວ​ວ່າ​ໂຊນ​ໄດ້​ວາງ​ແຜນການ​ເພື່ອ​ຈະ​ມາ​ທຳລາຍ​ລ້າງ​ເມືອງ​ເກອີລາ​ເພາະ​ຂ້ານ້ອຍ​ຢູ່​ທີ່​ນີ້. ຊາວ​ເມືອງ​ເກອີລາ​ຈະ​ຈັບ​ກຸມ​ຂ້ານ້ອຍ​ໄປ​ມອບ​ໃຫ້​ກະສັດ​ບໍ? ໂຊນ​ຈະ​ລົງ​ມາ​ແທ້ ເໝືອນ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຍິນ​ຂ່າວ​ບໍ? ຂ້າ​ແດ່​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ໂຜດ​ບອກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ”.

ແລະ ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ວ່າ, “ລາວ​ຈະ​ມາ”.

ດາວິດ​ຖາມ​ອີກ​ວ່າ, “ຊາວ​ເກອີລາ​ຈະ​ຍອມ​ມອບ​ຂ້ານ້ອຍ ແລະ ພັກພວກ​ຂອງ​ຂ້ານ້ອຍ​ໃຫ້​ແກ່​ໂຊນ​ບໍ?”

ແລະ ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ວ່າ, “ພວກເຂົາ​ຈະ​ເຮັດ​ຢ່າງ​ນັ້ນ”.

ດັ່ງນັ້ນ ດາວິດ ແລະ ພັກພວກ​ຂອງ​ຕົນ​ປະມານ​ຫົກ​ຮ້ອຍ​ຄົນ, ຈຶ່ງ​ອອກ​ຈາກ​ເມືອງ​ເກອີລາ ແລະ ສືບຕໍ່​ເດີນທາງ​ໄປ​ຕາມ​ບ່ອນ​ຕ່າງໆ. ເມື່ອ​ໂຊນ​ໄດ້​ຍິນ​ຂ່າວ​ວ່າ​ດາວິດ​ໜີ​ໄປ​ຈາກ​ເກອີລາ​ແລ້ວ, ເພິ່ນ​ຈຶ່ງ​ບໍ່​ໄດ້​ມາ​ທີ່​ເມືອງ​ເກອີລາ.

ດາວິດ​ໄດ້​ໄປ​ອາໄສ​ຢູ່​ໃນ​ທີ່ໝັ້ນ​ຕາມ​ຖິ່ນແຫ້ງແລ້ງກັນດານ ແລະ ໃນ​ພູເຂົາ​ຕ່າງໆ​ຂອງ​ຖິ່ນແຫ້ງແລ້ງກັນດານ​ສີເຟ. ໂຊນ​ໄດ້​ໄລ່ຕາມ​ດາວິດ​ທຸກ​ມື້, ແຕ່​ພຣະເຈົ້າ​ບໍ່​ໄດ້​ມອບ​ດາວິດ​ໄວ້​ໃນ​ມື​ຂອງ​ໂຊນ.

ໃນ​ຂະນະ​ຢູ່​ທີ່​ໂຮເຣັດ​ໃນ​ຖິ່ນແຫ້ງແລ້ງກັນດານ​ສີເຟ, ດາວິດ​ຮູ້​ວ່າ1​ໂຊນ​ໄດ້​ອອກ​ໄລ່ຕາມ​ເພື່ອ​ຈະ​ຂ້າ​ລາວ. ແລ້ວ​ໂຢນາທານ​ລູກຊາຍ​ຂອງ​ໂຊນ​ກໍ​ໄດ້​ອອກ​ມາ​ພົບ​ດາວິດ​ຢູ່​ທີ່​ໂຮເຣັດ ແລະ ຊ່ວຍ​ລາວ​ໃຫ້​ເຂັ້ມແຂງ​ຂຶ້ນ​ໃນ​ພຣະເຈົ້າ. ໂຢນາທານ​ໄດ້​ເວົ້າ​ວ່າ, “ຢ່າ​ຢ້ານ​ເລີຍ, ໂຊນ​ພໍ່​ຂອງ​ຂ້ອຍ​ບໍ່​ມີ​ວັນ​ເຮັດ​ອັນຕະລາຍ​ເຈົ້າ​ໄດ້. ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ອິດສະຣາເອນ ແລະ ຂ້ອຍ​ຈະ​ເປັນ​ທີ​ສອງ​ຮອງ​ຈາກ​ເຈົ້າ. ແມ່ນ​ແຕ່​ພໍ່​ຂອງ​ຂ້ອຍ​ກໍ​ຮູ້​ເລື່ອງ​ນີ້”. ທັງ​ສອງ​ກໍ​ໄດ້​ເຮັດ​ຄຳໝັ້ນສັນຍາ​ກັນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ແລ້ວ​ໂຢນາທານ​ກໍ​ກັບ​ຄືນ​ເມືອ, ສ່ວນ​ດາວິດ​ຍັງ​ຄົງ​ຢູ່​ທີ່​ໂຮເຣັດ​ຕໍ່ໄປ.

ແຕ່​ຊາວ​ເມືອງ​ຊິເຟ​ໄດ້​ນຳ​ເລື່ອງ​ນີ້​ໄປ​ບອກ​ໂຊນ​ຢູ່​ທີ່​ເມືອງ​ກີເບອາ​ວ່າ, “ດາວິດ​ກຳລັງ​ລີ້​ຢູ່​ທ່າມກາງ​ພວກເຮົາ​ໃນ​ທີ່ໝັ້ນ​ໂຮເຣັດ, ເທິງ​ໂນນພູ​ຮາກີລາ, ທາງ​ໃຕ້​ຂອງ​ເຢຊິໂມນ​ບໍ່​ແມ່ນ​ບໍ? ບັດນີ້, ຂ້າ​ແດ່​ກະສັດ, ຂໍ​ເຊີນ​ທ່ານ​ໄປ​ເຮັດ​ຕາມ​ທີ່​ທ່ານ​ພໍໃຈ ແລະ ພວກຂ້ານ້ອຍ​ຈະ​ຮັບຜິດຊອບ​ໃນ​ການ​ມອບ​ໂຕ​ລາວ​ໃຫ້​ແກ່​ທ່ານ”.

ໂຊນ​ໄດ້​ຕອບ​ວ່າ, “ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ເຈົ້າ​ທີ່​ເຈົ້າ​ຫ່ວງໃຍ​ເຮົາ. ຈົ່ງ​ໄປ ແລະ ຊອກຫາ​ຂໍ້​ມູນ​ເພີ່ມເຕີມ. ຈົ່ງ​ຊອກ​ເບິ່ງ​ວ່າ​ດາວິດ​ມັກ​ຢູ່​ໃສ ແລະ ມີ​ຜູ້ໃດ​ເຫັນ​ລາວ​ຢູ່​ທີ່​ນັ້ນ​ແດ່. ເຮົາ​ຮູ້​ມາ​ວ່າ​ລາວ​ມີ​ເລ້ຫລ່ຽມ​ຫລາຍ. ຈົ່ງ​ໄປ​ຄົ້ນຫາ​ທຸກ​ບ່ອນ​ທີ່​ລາວ​ລີ້​ຢູ່ ແລ້ວ​ກັບ​ມາ​ລາຍງານ​ໃຫ້​ເຮົາ​ຮູ້​ຢ່າງ​ລະອຽດ. ຫລັງຈາກນັ້ນ​ເຮົາ​ຈະ​ໄປ​ກັບ​ພວກເຈົ້າ; ຖ້າ​ລາວ​ຢູ່​ເຂດ​ນັ້ນ, ເຮົາ​ຈະ​ໄປ​ຊອກ​ເອົາ​ໂຕ​ລາວ​ມາ​ຈາກ​ທຸກ​ຕະກູນ​ຂອງ​ຢູດາ​ໃຫ້​ໄດ້”.

ດັ່ງນັ້ນ ຊາວ​ເມືອງ​ສີເຟ​ຈຶ່ງ​ໄດ້​ເດີນທາງ​ລ່ວງ​ໜ້າ​ໄປ​ກ່ອນ​ໂຊນ. ຝ່າຍ​ດາວິດ​ກັບ​ພັກພວກ​ຂອງ​ຕົນ​ແມ່ນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ມາໂອນ, ໃນ​ອາຣາບາ ທາງ​ໃຕ້​ຂອງ​ເຢຊິໂມນ. ໂຊນ​ກັບ​ພັກພວກ​ຂອງ​ເພິ່ນ​ກໍ​ເລີ່ມ​ຊອກຫາ ແລະ ເມື່ອ​ດາວິດ​ຮູ້​ຂ່າວ, ລາວ​ຈຶ່ງ​ໜີ​ໄປ​ທີ່​ພູເຂົາ ແລະ ພັກ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ມາໂອນ. ເມື່ອ​ໂຊນ​ຮູ້, ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ມາໂອນ​ເພື່ອ​ໄລ່ຕາມ​ດາວິດ.

ໂຊນ ແລະ ດາວິດ​ໄດ້​ມາ​ຮອດ​ຄົນ​ລະ​ຟາກ​ຂອງ​ພູເຂົາ​ໜ່ວຍ​ດຽວ​ກັນ ແລະ ດາວິດ​ກັບ​ພັກພວກ​ກໍ​ຟ້າວ​ໜີ​ໄປ​ຈາກ​ໂຊນ. ຂະນະ​ທີ່​ໂຊນ​ກັບ​ພົນ​ຂອງ​ເພິ່ນ​ເລີ່ມ​ຕີ​ວົງ​ລ້ອມ​ເຂົ້າ​ມາ​ເພື່ອ​ຈັບ​ກຸມ​ດາວິດ​ກັບ​ພັກພວກ​ຂອງ​ລາວ, ມີ​ຜູ້​ສົ່ງຂ່າວ​ຄົນ​ໜຶ່ງ​ໄດ້​ມາ​ບອກ​ໂຊນ​ວ່າ, “ຈົ່ງ​ກັບ​ມາ​ໄວໆ! ພວກ​ຟີລິດສະຕິນ​ມາ​ປຸ້ນ​ດິນແດນ​ແລ້ວ”. ຫລັງຈາກນັ້ນ ໂຊນ​ຈຶ່ງ​ຢຸດ​ຈາກ​ການ​ໄລ່ຕາມ​ດາວິດ ແລະ ກັບ​ໄປ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ. ດ້ວຍ​ເຫດ​ນີ້​ບ່ອນ​ນັ້ນ​ຈຶ່ງ​ໄດ້​ຊື່​ວ່າ​ເສລາ​ຮຳມາເລໂຄດ.2 ແລ້ວ​ດາວິດ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ ແລະ ໄດ້​ໄປ​ອາໄສ​ຢູ່​ໃນ​ທີ່ໝັ້ນ​ແຫ່ງ​ເອນເກດີ.

Source notes (2)
  1. Footnote ຫລື ລາວ​ຢ້ານ​ວ່າ
  2. Footnote ຫລື ສີລາ​ແຫ່ງ​ການ​ແຍກ​ຈາກ​ກັນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.