Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 22

ດາວິດ​ທີ່​ອາດຸນລຳ ແລະ ມີຊະປາ

ດາວິດ​ຈຶ່ງ​ໄດ້​ອອກ​ຈາກ​ເມືອງ​ກາດ ແລະ ໜີ​ໄປ​ທີ່​ຖ້ຳ​ອາດຸນລຳ. ເມື່ອ​ບັນດາ​ອ້າຍ ແລະ ຄົນ​ໃນ​ຄົວ​ເຮືອນ​ຂອງ​ພໍ່​ຂອງ​ລາວ​ໄດ້​ຍິນ​ຂ່າວ, ພວກເຂົາ​ກໍ​ມາ​ພົບ​ລາວ​ຢູ່​ທີ່​ນັ້ນ. ບັນດາ​ທຸກຄົນ​ທີ່​ມີ​ບັນຫາ​ຫຍຸ້ງຍາກ ຫລື ມີ​ໜີ້​ສິນ ຫລື ມີ​ເລື່ອງ​ບໍ່​ພໍໃຈ ກໍ​ເຂົ້າ​ມາ​ເປັນ​ພັກພວກ​ກັບ​ດາວິດ ແລະ ດາວິດ​ກໍ​ກາຍເປັນ​ຫົວໜ້າ​ຂອງ​ຄົນ​ເຫລົ່ານີ້. ມີ​ຄົນ​ມາ​ຢູ່​ກັບ​ດາວິດ​ປະມານ​ສີ່​ຮ້ອຍ​ຄົນ.

ດາວິດ​ໄດ້​ອອກ​ຈາກ​ທີ່​ນັ້ນ​ໄປ​ທີ່​ມີຊະປາ​ໃນ​ໂມອາບ ແລະ ໄດ້​ເວົ້າ​ກັບ​ກະສັດ​ແຫ່ງ​ໂມອາບ​ວ່າ, “ຂໍ​ໃຫ້​ພໍ່ແມ່​ຂອງ​ຂ້ານ້ອຍ​ມາ​ອາໄສ​ຢູ່​ກັບ​ທ່ານ​ຈົນ​ກວ່າ​ຂ້ານ້ອຍ​ຈະ​ຮູ້​ວ່າ​ພຣະເຈົ້າ​ຈະ​ເຮັດ​ຫຍັງ​ເພື່ອ​ຂ້ານ້ອຍ​ຕໍ່ໄປ?” ດັ່ງນັ້ນ ດາວິດ​ຈຶ່ງ​ໃຫ້​ພໍ່​ແມ່​ຂອງ​ຕົນ​ມາ​ອາໄສ​ຢູ່​ກັບ​ກະສັດ​ໂມອາບ​ຕະຫລອດ​ເວລາ​ທີ່​ເພິ່ນ​ຢູ່​ໃນ​ທີ່​ນັ້ນ.

ແຕ່​ຜູ້ທຳນວາຍ​ເມືອງ​ກາດ​ໄດ້​ເວົ້າ​ກັບ​ດາວິດ​ວ່າ, “ຢ່າ​ພັກ​ອາໄສ​ໃນ​ທີ່ໝັ້ນ​ນີ້. ຈົ່ງ​ກັບ​ໄປ​ທີ່​ດິນແດນ​ຢູດາ”. ດາວິດ​ຈຶ່ງ​ໄດ້​ໄປ​ທີ່​ປ່າ​ເຮເຣັດ.

ໂຊນ​ຂ້າ​ບັນດາ​ປະໂລຫິດ​ຂອງ​ເມືອງ​ໂນບ

ເມື່ອ​ໂຊນ​ໄດ້​ຍິນ​ຂ່າວ​ວ່າ​ມີ​ຄົນ​ພົບ​ດາວິດ​ກັບ​ພັກພວກ​ຂອງ​ລາວ ແລະ ໂຊນ​ນັ່ງ​ຢູ່​ກ້ອງ​ຕົ້ນແປກ​ຕາມາຣິກ​ເທິງ​ໂນນພູ​ກີເບອາ, ມື​ຖື​ຫອກ​ຢູ່, ພ້ອມ​ກັບ​ມີ​ພວກ​ທະຫານ​ຢືນ​ອ້ອມ​ເພິ່ນ. ໂຊນ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ຟັງ, ຄົນ​ເບັນຢາມິນ​ທັງຫລາຍ! ລູກຊາຍ​ຂອງ​ເຢຊີ​ຈະ​ໃຫ້​ທີ່​ດິນ ແລະ ສວນ​ອະງຸ່ນ​ແກ່​ພວກເຈົ້າ​ບໍ? ລາວ​ຈະ​ໃຫ້​ພວກເຈົ້າ​ເປັນ​ນາຍພັນ ແລະ ນາຍຮ້ອຍ​ບໍ? ນີ້​ເປັນ​ເຫດຜົນ​ທີ່​ເຮັດ​ໃຫ້​ພວກເຈົ້າ​ສົມທົບ​ກັນ​ເປັນ​ສັດຕູ​ກັບ​ເຮົາ​ບໍ? ບໍ່​ມີ​ຜູ້ໃດ​ມາ​ບອກ​ເຮົາ​ເມື່ອ​ລູກຊາຍ​ຂອງ​ເຮົາ​ໄປ​ເຮັດ​ຄຳໝັ້ນສັນຍາ​ກັບ​ລູກຊາຍ​ຂອງ​ເຢຊີ. ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ທີ່​ຫ່ວງໃຍ​ເຮົາ ແລະ ບອກ​ເຮົາ​ວ່າ​ລູກຊາຍ​ຂອງ​ເຮົາ​ເອງ​ທີ່​ຍຸຍົງ​ຄົນ​ຮັບໃຊ້​ຂອງ​ເຮົາ​ໃຫ້​ມາ​ດັກ​ທຳຮ້າຍ​ເຮົາ ເໝືອນ​ຢ່າງ​ທີ່​ລາວ​ເຮັດ​ທຸກ​ວັນ​ນີ້”.

ແຕ່​ໂດເອກ​ຊາວ​ເອໂດມ, ເຊິ່ງ​ຢືນ​ຢູ່​ກັບ​ຜູ້ຮັບໃຊ້​ຂອງ​ໂຊນ, ເວົ້າ​ວ່າ, “ຂ້ານ້ອຍ​ເຫັນ​ລູກຊາຍ​ຂອງ​ເຢຊີ​ມາ​ພົບ​ອາຮີເມເຫລັກ​ລູກຊາຍ​ຂອງ​ອາຮີຕຸບ​ຢູ່​ທີ່​ເມືອງ​ໂນບ. ອາຮີເມເຫລັກ​ໄດ້​ຖາມ​ພຣະເຈົ້າ​ຢາເວ​ໃຫ້​ລາວ; ພ້ອມ​ທັງ​ໄດ້​ມອບ​ສະບຽງ​ອາຫານ ແລະ ດາບ​ຂອງ​ໂກລີອາດ​ຊາວ​ຟີລິດສະຕິນ​ໃຫ້​ແກ່​ລາວ​ດ້ວຍ”.

ຫລັງຈາກນັ້ນ ໂຊນ​ກໍ​ໄດ້​ສັ່ງ​ໃຫ້​ນໍາ​ເອົາ​ປະໂລຫິດ​ອາຮີເມເຫລັກ​ລູກຊາຍ​ອາຮີຕຸບ ແລະ ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂອງ​ລາວ, ທີ່​ເປັນ​ປະໂລຫິດ​ຢູ່​ທີ່​ເມືອງ​ໂນບ​ມາ​ພົບ ແລະ ພວກເຂົາ​ທັງໝົດ​ກໍ​ໄດ້​ເຂົ້າ​ພົບ​ກະສັດ. ໂຊນ​ໄດ້​ເວົ້າ​ວ່າ, “ລູກຊາຍ​ຂອງ​ອາຮີຕຸບ, ຈົ່ງ​ຟັງ”.

ອາຮີເມເຫລັກ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ຟັງ​ຢູ່, ເຈົ້ານາຍ​ຂອງ​ຂ້ານ້ອຍ”.

ໂຊນ​ເວົ້າ​ກັບ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ລູກຊາຍ​ເຢຊີ​ຈຶ່ງ​ສົມທົບ​ກັນ​ຕໍ່​ຕ້ານ​ເຮົາ, ໃຫ້​ອາຫານ​ແກ່​ລາວ ແລະ ມອບ​ດາບ​ໃຫ້​ລາວ ແລ້ວ​ຖາມ​ພຣະເຈົ້າ​ໃຫ້​ລາວ, ລາວ​ຈຶ່ງ​ໄດ້​ກະບົດ ແລະ ດັກຊຸ້ມ​ໂຈມຕີ​ເຮົາ, ເໝືອນ​ຢ່າງ​ທີ່​ລາວ​ເຮັດ​ທຸກ​ວັນ​ນີ້?”

ອາຮີເມເຫລັກ​ໄດ້​ຕອບ​ກະສັດ​ວ່າ, “ມີ​ຄົນ​ໃດ​ໃນ​ບັນດາ​ຜູ້ຮັບໃຊ້​ຂອງ​ທ່ານ​ທີ່​ສັດຊື່​ຕໍ່​ທ່ານ​ເໝືອນ​ດາວິດ ຜູ້​ທີ່​ເປັນ​ລູກເຂີຍ​ຂອງ​ທ່ານ, ຜູ້​ບັນຊາ​ກອງ​ທະຫານ​ຄຸ້ມກັນ​ທ່ານ ແລະ ເປັນ​ທີ່​ເຄົາລົບ​ນັບຖື​ຢ່າງ​ສູງ​ໃນ​ເຮືອນ​ຂອງ​ທ່ານ? ນີ້​ເປັນ​ຄັ້ງ​ທຳອິດ​ທີ່​ຂ້ານ້ອຍ​ໄດ້​ຖາມ​ພຣະເຈົ້າ​ໃຫ້​ກັບ​ລາວ​ບໍ? ບໍ່​ແມ່ນ​ຢ່າງ​ນັ້ນ​ແນ່ນນອນ! ຂໍ​ທ່ານ​ຢ່າ​ໄດ້​ກ່າວ​ໂທດ​ຂ້ານ້ອຍ​ຜູ້​ທີ່​ຮັບໃຊ້​ທ່ານ​ກັບ​ຄອບຄົວ​ຂອງ​ພໍ່​ຂອງ​ຂ້ານ້ອຍ​ເຊັ່ນ​ນີ້​ເລີຍ, ເພາະ​ຜູ້ຮັບໃຊ້​ຂອງ​ທ່ານ​ບໍ່​ຮູ້​ອັນໃດ​ເລີຍ​ກ່ຽວກັບ​ເລື່ອງ​ທັງໝົດ​ນີ້”.

ແຕ່​ກະສັດ​ໄດ້​ເວົ້າ​ວ່າ, “ອາຮີເມເຫລັກ, ເຈົ້າ ແລະ ຄອບຄົວ​ຂອງ​ພໍ່​ຂອງ​ເຈົ້າ​ທັງໝົດ​ຈະ​ຕ້ອງ​ຕາຍ”.

ແລ້ວ​ກະສັດ​ກໍ​ໄດ້​ສັ່ງ​ທະຫານ​ທີ່​ຢູ່​ທາງ​ຂ້າງ​ເພິ່ນ​ວ່າ: “ຈົ່ງ​ຫັນ​ໄປ ແລະ ຂ້າ​ປະໂລຫິດ​ຂອງ​ພຣະເຈົ້າ​ຢາເວ ເພາະ​ພວກເຂົາ​ເຂົ້າ​ຂ້າງ​ດາວິດ. ພວກເຂົາ​ຮູ້​ວ່າ​ດາວິດ​ໜີ​ເຮົາ​ໄປ, ແຕ່​ບໍ່​ຍອມ​ບອກ​ເຮົາ”.

ແຕ່​ບັນດາ​ຂ້າລາຊະການ​ຂອງ​ກະສັດ​ບໍ່​ກ້າ​ລົງ​ມື​ຂ້າ​ບັນດາ​ປະໂລຫິດ​ຂອງ​ພຣະເຈົ້າ​ຢາເວ.

ກະສັດ​ຈຶ່ງ​ໄດ້​ສັ່ງ​ໂດເອກ​ວ່າ, “ເຈົ້າ​ຈົ່ງ​ຫັນ​ໄປ ແລະ ຂ້າ​ບັນດາ​ປະໂລຫິດ”. ດັ່ງນັ້ນ ໂດເອກ​ຊາວ​ເອໂດມ​ຈຶ່ງ​ຫັນ​ໄປ​ຂ້າ​ບັນດາ​ປະໂລຫິດ. ໃນ​ວັນ​ນັ້ນ​ລາວ​ໄດ້​ຂ້າ 85 ຄົນ​ທີ່​ໃສ່​ເສື້ອຄຸມ​ເອໂຟດ​ຜ້າ​ລິນິນ. ໂດເອກ​ຍັງ​ໄດ້​ໄປ​ຂ້າ​ຄົນ​ທົ່ວ​ເມືອງ​ໂນບ ເຊິ່ງ​ເປັນ​ເມືອງ​ຂອງ​ປະໂລຫິດ, ພ້ອມ​ທັງ​ຜູ້ຊາຍ, ແມ່ຍິງ, ເດັກນ້ອຍ, ເດັກອ່ອນ ແລະ ລວມ​ທັງ​ງົວ, ລໍ ແລະ ແກະ​ຂອງ​ເມືອງ​ນັ້ນ.

ແຕ່​ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາຮີເມເຫລັກ ເຊິ່ງ​ເປັນ​ລູກຊາຍ​ຂອງ​ອາຮີຕຸບ ຊື່​ວ່າ​ອາບີອາທາ​ໄດ້​ລອດ​ໄປ​ໄດ້ ແລະ ໜີ​ໄປ​ເຂົ້າ​ຮ່ວມ​ກັບ​ດາວິດ. ອາບີອາທາ​ໄດ້​ເລົ່າ​ໃຫ້​ດາວິດ​ຟັງ​ວ່າ, ໂຊນ​ໄດ້​ຂ້າ​ປະໂລຫິດ​ຂອງ​ພຣະເຈົ້າ​ຢາວ. ແລ້ວ​ດາວິດ​ຈຶ່ງ​ໄດ້​ເວົ້າ​ກັບ​ອາບີອາທາ​ວ່າ, “ໃນ​ວັນ​ນັ້ນ, ເມື່ອ​ຂ້ອຍ​ເຫັນ​ໂດເອກ​ຄົນ​ເອໂດມ​ຢູ່​ທີ່​ນັ້ນ ຂ້ອຍ​ກໍ​ຮູ້​ວ່າ​ລາວ​ຈະ​ໄປ​ຟ້ອງ​ໂຊນ​ແນ່ນອນ. ຂ້ອຍ​ຕ້ອງ​ຮັບຜິດຊອບ​ທີ່​ເຮັດ​ໃຫ້​ຄອບຄົວ​ຂອງ​ເຈົ້າ​ທັງໝົດ​ຕ້ອງ​ຕາຍ. ຈົ່ງ​ຢູ່​ທີ່​ນີ້​ກັບ​ຂ້ອຍ; ຢ່າ​ຢ້ານ​ເລີຍ. ຜູ້​ທີ່​ຕ້ອງການ​ຂ້າ​ເຈົ້າ​ກໍ​ກຳລັງ​ພະຍາຍາມ​ຂ້າ​ຂ້ອຍ​ເໝືອນ​ກັນ. ເຈົ້າ​ຈະ​ປອດໄພ​ເມື່ອ​ຢູ່​ກັບ​ຂ້ອຍ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.