Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 29

ອາກີເຊ​ສົ່ງ​ດາວິດ​ກັບ​ໄປ​ຊິກລັກ

ຊາວ​ຟີລິດສະຕິນ​ລະດົມ​ກຳລັງ​ທັງໝົດ​ຢູ່​ທີ່​ອາເຟັກ ແລະ ຊາວ​ອິດສະຣາເອນ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ແຄມ​ນ້ຳພຸ​ໃນ​ຢິດຊະເຣນ. ເມື່ອ​ບັນດາ​ຜູ້​ມີ​ອຳນາດ​ປົກຄອງ​ຂອງ​ຟີລິດສະຕິນ​ຍົກ​ຂະບວນ​ອອກ​ໄປ​ເປັນ​ກອງ​ຮ້ອຍ ແລະ ກອງ​ພັນ, ດາວິດ ແລະ ຄົນ​ຂອງ​ເພິ່ນ​ກໍ​ໄດ້​ຮ່ວມ​ຂະບວນ​ເປັນ​ກອງ​ຫລັງ​ພ້ອມ​ກັບ​ອາກີເຊ. ຜູ້ບັນຊາການ​ຟີລິດສະຕິນ​ໄດ້​ຖາມ​ວ່າ, “ຄົນ​ເຮັບເຣີ​ເຫລົ່ານີ້​ມາ​ເຮັດຫຍັງ​ຢູ່​ບ່ອນ​ນີ້?”

ອາກີເຊ​ໄດ້​ຕອບ​ວ່າ, “ບໍ່​ແມ່ນ​ດາວິດ​ຜູ້​ເປັນ​ອະດີດ​ທະຫານ​ຂອງ​ກະສັດ​ໂຊນແຫ່ງ​ອິດສະຣາເອນ​ບໍ? ລາວ​ມາ​ຢູ່​ກັບ​ເຮົາ​ໄດ້​ປີ​ປາຍ​ແລ້ວ ແລະ ເຮົາ​ບໍ່​ພົບ​ຂໍ້​ບົກພ່ອງ​ຂອງ​ລາວ​ເລີຍ, ຕັ້ງ​ແຕ່​ລາວ​ຈາກ​ໂຊນ​ມາ”.

ແຕ່​ບັນດາ​ຜູ້ບັນຊາການ​ຟີລິດສະຕິນ​ພາ​ກັນ​ໃຈຮ້າຍ​ໃຫ້​ອາກີເຊ ແລະ ເວົ້າ​ວ່າ, “ຈົ່ງ​ສົ່ງ​ລາວ​ກັບ​ໄປ ເພື່ອ​ລາວ​ຈະ​ໄດ້​ກັບ​ໄປ​ບ່ອນ​ທີ່​ທ່ານ​ໄດ້​ກຳນົດ​ໃຫ້. ຫ້າມ​ບໍ່​ໃຫ້​ລາວ​ໄປ​ຊ່ວຍ​ພວກເຮົາ​ຮົບ​ເດັດຂາດ, ບໍ່​ດັ່ງນັ້ນ​ລາວ​ຈະ​ທໍລະຍົດ​ພວກເຮົາ ແລະ ໄປ​ເຂົ້າ​ຂ້າງ​ນາຍ​ເກົ່າ​ຂອງ​ຕົນ ລອງ​ຄິດ​ເບິ່ງ​ວ່າ​ລາວ​ຈະ​ໄດ້​ຮັບ​ຄວາມ​ພໍໃຈ​ຫລາຍ​ເທົ່າ​ໃດ​ຈາກ​ການ​ນຳ​ຫົວ​ຂອງ​ພວກເຮົາ​ໄປ​ມອບ​ໃຫ້? ດາວິດ​ຄົນ​ນີ້​ບໍ່​ແມ່ນ​ບໍ​ທີ່​ພວກເຂົາ​ຟ້ອນລຳ​ຮ້ອງ​ເພງ​ວ່າ:

“ ‘ໂຊນ​ໄດ້​ຂ້າ​ສັດຕູ​ເປັນ​ພັນ,

ແລະ ດາວິດ​ໄດ້​ຂ້າ​ສັດຕູ​ເປັນ​ໝື່ນ’?”

ດັ່ງນັ້ນ ອາກີເຊ​ຈຶ່ງ​ໄດ້​ເອີ້ນ​ດາວິດ​ມາ ແລະ ເວົ້າ​ກັບ​ດາວິດ​ວ່າ, “ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ສັນໃດ, ເຈົ້າ​ເປັນ​ຄົນ​ທີ່​ໜ້າ​ເຊື່ອ​ຖື ແລະ ເຮົາ​ຈະ​ດີ​ໃຈ​ຫລາຍ​ຖ້າ​ໄດ້​ເຈົ້າ​ເຂົ້າ​ມາ​ຮ່ວມ​ກອງທັບ​ກັບ​ເຮົາ​ສັນນັ້ນ. ຕັ້ງ​ແຕ່​ມື້​ທີ່​ເຈົ້າ​ມາ​ຫາ​ເຮົາ​ຈົນ​ເຖິງ​ວັນ​ນີ້, ເຮົາ​ບໍ່​ພົບ​ຂໍ້​ບົກພ່ອງ​ໃນ​ໂຕ​ເຈົ້າ​ເລີຍ, ແຕ່​ບັນດາ​ຜູ້​ມີ​ອຳນາດ​ປົກຄອງ​ບໍ່​ຍອມ​ຮັບ​ເຈົ້າ. ບັດນີ້ ຈົ່ງ​ກັບ​ໄປ ແລະ ໄປ​ຢ່າງ​ສັນຕິ; ຢ່າ​ເຮັດ​ຫຍັງ​ໃຫ້​ບັນດາ​ຜູ້​ມີ​ອຳນາດ​ປົກຄອງ​ຂອງ​ຟີລິດສະຕິນ​ບໍ່​ພໍໃຈ​ເລີຍ”.

ດາວິດ​ໄດ້​ຖາມ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ຫຍັງ​ຜິດ? ນັບ​ແຕ່​ມື້​ທີ່​ຂ້ານ້ອຍ​ມາ​ພົບ​ທ່ານ​ຈົນ​ບັດນີ້ ທ່ານ​ພົບ​ສິ່ງໃດ​ບໍ່​ດີ​ໃນ​ໂຕ​ຂ້ານ້ອຍ​ບໍ? ເປັນ​ຫຍັງ​ຂ້ານ້ອຍ​ຈຶ່ງ​ອອກ​ໄປ​ສູ້ຮົບ​ກັບ​ສັດຕູ​ຂອງ​ທ່ານ​ຜູ້​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ບໍ່​ໄດ້?”

ອາກີເຊ​ໄດ້​ຕອບ​ວ່າ, “ເຮົາ​ຮູ້​ວ່າ​ເຈົ້າ​ເປັນ​ທີ່​ພໍໃຈ​ໃນ​ສາຍ​ຕາ​ຂອງ​ເຮົາ​ເໝືອນ​ທູດ​ຂອງ​ພຣະເຈົ້າ; ແຕ່​ຜູ້ບັນຊາການ​ຟີລິດສະຕິນ​ໄດ້​ເວົ້າ​ວ່າ, ‘ຫ້າມ​ບໍ່​ໃຫ້​ລາວ​ໄປ​ຊ່ວຍ​ພວກເຮົາ​ຮົບ​ເດັດຂາດ’. ເຈົ້າ​ກັບ​ບໍລິວານ​ຂອງ​ນາຍ​ເຈົ້າ​ຈົ່ງ​ຕື່ນ​ຂຶ້ນ​ແຕ່​ເຊົ້າ ແລະ ກັບ​ໄປ​ທັນທີ​ເມື່ອ​ຟ້າ​ແຈ້ງ”.

ດັ່ງນັ້ນ ດາວິດ​ກັບ​ຄົນ​ຂອງ​ເພິ່ນ​ຈຶ່ງ​ຕື່ນ​ຂຶ້ນ​ແຕ່​ເຊົ້າ ແລະ ກັບ​ໄປ​ທີ່​ດິນແດນ​ຟີລິດສະຕິນ, ສ່ວນ​ກອງທັບ​ຟີລິດສະຕິນ​ແມ່ນ​ໄດ້​ເຄື່ອນ​ໄປ​ທີ່​ຢິດຊະເຣນ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.