Biblica® Open Lao Contemporary Version
1 ຊາມູເອນ 30
ດາວິດທຳລາຍຄົນອາມາເຫລັກ
ດາວິດ ແລະ ຄົນຂອງເພິ່ນມາເຖິງຊິກລັກໃນມື້ທີສາມ. ບັດນີ້ ຊາວອາມາເຫລັກໄດ້ມາປຸ້ນເນເກັບ ແລະ ເມືອງຊິກລັກ. ພວກເຂົາໄດ້ໂຈມຕີ ແລະ ເຜົາເມືອງຊິກລັກ, ແລະ ໄດ້ຈັບແມ່ຍິງ ແລະ ທຸກຄົນທີ່ຢູ່ໃນເມືອງ, ທັງເດັກ ແລະ ຜູ້ໃຫຍ່ໄປເປັນຊະເລີຍ. ພວກເຂົາບໍ່ໄດ້ຂ້າຜູ້ໃດ, ແຕ່ກວາດຕ້ອນພວກເຂົາໄປນໍາໃນຂະນະທີ່ພວກເຂົາເດີນທາງຕໍ່ໄປ.
ເມື່ອດາວິດ ແລະ ຄົນຂອງເພິ່ນມາຮອດເມືອງຊິກລັກ, ພວກເຂົາເຫັນວ່າເມືອງຖືກທໍາລາຍດ້ວຍໄຟ ແລະ ເມຍກັບລູກຊາຍລູກສາວຂອງພວກເຂົາກໍຖືກຈັບໄປເປັນຊະເລີຍ. ດັ່ງນັ້ນ ດາວິດ ແລະ ຄົນຂອງເພິ່ນຈຶ່ງຮ້ອງໄຫ້ສຽງດັງຈົນບໍ່ມີແຮງທີ່ຈະຮ້ອງໄຫ້ອີກ. ເມຍທັງສອງຄົນຂອງດາວິດກໍຕົກເປັນຊະເລີຍ ຄືອາຮີໂນອາມແຫ່ງຢິດຊະເຣນ ແລະ ອາບີກາຍເມຍໝ້າຍຂອງນາບານແຫ່ງກາເມນ. ດາວິດທຸກໃຈຫລາຍເພາະຄົນຂອງເພິ່ນເວົ້າກັນວ່າຈະເອົາກ້ອນຫີນແກວ່ງໃສ່ດາວິດ; ພວກເຂົາຕ່າງກໍຂົມຂື່ນໃຈຍ້ອນລູກຊາຍລູກສາວຂອງພວກເຂົາ. ແຕ່ດາວິດໄດ້ຮັບກຳລັງໃນພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.
ຫລັງຈາກນັ້ນ ດາວິດຈຶ່ງເວົ້າກັບປະໂລຫິດອາບີອາທາ, ລູກຊາຍຂອງອາຮີເມເຫລັກວ່າ, “ຂໍເອົາເສື້ອຄຸມເອໂຟດມາໃຫ້ຂ້ອຍ”. ອາບີອາທາກໍເອົາມາໃຫ້ເພິ່ນ, ແລະ ດາວິດໄດ້ຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄລ່ຕາມກອງໂຈນນີ້ໄປບໍ? ຂ້ານ້ອຍຈະຕາມພວກເຂົາທັນບໍ?”
ພຣະເຈົ້າກ່າວວ່າ, “ຈົ່ງຕາມພວກເຂົາໄປ, ເຈົ້າຈະຕາມພວກເຂົາທັນ ແລະ ຊ່ວຍຄົນທັງຫລາຍໄດ້ສຳເລັດ”.
ດາວິດ ແລະ ຄົນຂອງເພິ່ນຈຳນວນຫົກຮ້ອຍຄົນໄດ້ມາຮອດຮ່ອມພູເບໂສເຣ, ເຊິ່ງບາງຄົນກໍຢຸດພັກຢູ່ທີ່ນັ້ນ. ເພາະມີສອງຮ້ອຍຄົນໝົດແຮງຂ້າມຮ່ອມພູໄປບໍ່ໄຫວ, ແຕ່ດາວິດ ແລະ ອີກສີ່ຮ້ອຍຄົນຍັງໄລ່ຕາມຕໍ່ໄປ.
ພວກເຂົາໄດ້ພົບຊາຍເອຢິບຄົນໜຶ່ງຢູ່ກາງທົ່ງນາ ແລະ ໄດ້ນຳເອົາລາວມາພົບດາວິດ. ພວກເຂົາໄດ້ເອົານ້ຳໃຫ້ລາວດື່ມ ແລະ ເອົາອາຫານໃຫ້ກິນ ຄືເຂົ້າໜົມໝາກເດື່ອແຫ້ງຈຳນວນເລັກນ້ອຍ ແລະ ເຂົ້າໜົມໝາກອະງຸ່ນແຫ້ງສອງກ້ອນ. ລາວກິນແລ້ວຈຶ່ງມີແຮງຂຶ້ນເພາະລາວບໍ່ໄດ້ກິນອາຫານອັນໃດ ແລະ ບໍ່ໄດ້ດື່ມອັນໃດມາສາມວັນສາມຄືນແລ້ວ.
ດາວິດຖາມລາວວ່າ, “ເຈົ້າເປັນຄົນຂອງຜູ້ໃດ ແລະ ມາຈາກໃສ?”
ລາວຕອບວ່າ, “ຂ້ານ້ອຍເປັນຊາວເອຢິບ, ເປັນຂ້າທາດຂອງຊາວອາມາເຫລັກຄົນໜຶ່ງ. ນາຍຂອງຂ້ານ້ອຍໄດ້ຖິ້ມຂ້ານ້ອຍໄວ້ສາມວັນແລ້ວເພາະຂ້ານ້ອຍບໍ່ສະບາຍ. ພວກເຮົາໄດ້ປຸ້ນເນເກັບແຫ່ງເຄເຣຕິເກດກັບເຂດແດນທີ່ເປັນຂອງຢູດາ ແລະ ເຂດແດນຂອງກາເລັບ. ແລ້ວພວກເຮົາກໍໄດ້ເຜົາເມືອງຊິກລັກ”.
ດາວິດຖາມວ່າ, “ເຈົ້ານຳທາງເຮົາລົງໄປເຖິງກອງໂຈນນັ້ນໄດ້ຫລື ບໍ່?”
ລາວຕອບວ່າ, “ຖ້າທ່ານສາບານໃນນາມຂອງພຣະເຈົ້າວ່າຈະບໍ່ຂ້າຂ້ານ້ອຍ ຫລື ສົ່ງຂ້ານ້ອຍກັບໄປໃຫ້ນາຍ, ຂ້ານ້ອຍກໍຈະນຳທາງທ່ານໄປຫາພວກເຂົາ”.
ລາວໄດ້ນຳດາວິດລົງໄປທີ່ນັ້ນ ແລະ ໃນທີ່ນັ້ນຊາວອາມາເຫລັກ, ກະຈາຍກັນຢູ່ເຕັມທົ່ງນາ, ກິນ, ດື່ມກັນຢ່າງສະໜຸກສະໜານ ແລະ ຊື່ນຊົມກັບຊັບສິນອັນຫລວງຫລາຍທີ່ຢຶດມາໄດ້ຈາກແດນຟີລິດສະຕິນ ແລະ ຈາກຢູດາ. ແລງວັນນັ້ນດາວິດໄດ້ສູ້ຮົບກັບພວກເຂົາຈົນຮອດແລງຂອງມື້ຕໍ່ມາ ແລະ ບໍ່ມີຜູ້ໃດໜີລອດໄປໄດ້, ເວັ້ນແຕ່ຊາຍໜຸ່ມສີ່ຮ້ອຍຄົນທີ່ຂີ່ອູດໜີໄປ. ດາວິດໄດ້ສິ່ງຂອງທຸກຢ່າງທີ່ພວກອາມາເຫລັກປຸ້ນໄປຄືນມາທັງໝົດ, ລວມທັງເມຍສອງຄົນ. ບໍ່ມີສິ່ງໃດຂາດຫາຍໄປ, ບໍ່ວ່າເດັກ ຫລື ຜູ້ໃຫຍ່, ເດັກຊາຍ ຫລື ເດັກຍິງ, ສິ່ງຂອງທີ່ຖືກປຸ້ນ ຫລື ສິ່ງທີ່ຖືກຢຶດເອົາໄປ. ດາວິດໄດ້ຄືນມາທັງໝົດ. ລາວຢຶດຝູງສັດທັງໝົດ ແລະ ຄົນຂອງລາວກໍກວາດຕ້ອນມາຂ້າງໜ້າອີກຝູງໜຶ່ງບອກວ່າ, “ນີ້ເປັນເຄື່ອງທີ່ດາວິດຢຶດມາ”.
ຫລັງຈາກນັ້ນ ດາວິດກໍກັບມາຫາສອງຮ້ອຍຄົນທີ່ໝົດແຮງຕິດຕາມເພິ່ນໄປບໍ່ໄຫວທີ່ຖ້າຢູ່ຮ່ອມພູເບໂສເຣ. ພວກເຂົາໄດ້ອອກມາພົບດາວິດ ແລະ ຄົນທີ່ຢູ່ກັບເພິ່ນ. ແຕ່ບັນດາຄົນຊົ່ວ ແລະ ຄົນທີ່ມັກສ້າງບັນຫາໃນທ່າມກາງຜູ້ທີ່ໄປກັບດາວິດໄດ້ເວົ້າວ່າ, “ພວກເຮົາຈະບໍ່ແບ່ງສິ່ງຂອງທີ່ຢຶດຄືນມາໄດ້ໃຫ້ພວກເຂົາ. ເພາະພວກເຂົາບໍ່ໄດ້ໄປກັບພວກເຮົາ, ແຕ່ໃຫ້ພວກເຂົາເອົາເມຍ ແລະ ເອົາລູກຂອງຕົນຄືນໄປ ແລະ ອອກໄປ”.
ດາວິດໄດ້ຕອບວ່າ, “ບໍ່, ພີ່ນ້ອງຂອງຂ້າພະເຈົ້າເອີຍ, ພວກເຈົ້າບໍ່ຄວນເຮັດເຊັ່ນນັ້ນກັບສິ່ງທີ່ພຣະເຈົ້າຢາເວມອບໃຫ້ແກ່ພວກເຮົາ. ພຣະອົງປົກປ້ອງພວກເຮົາ ແລະ ໄດ້ມອບກອງກຳລັງຕ່າງໆທີ່ມາໂຈມຕີພວກເຮົານັ້ນໃຫ້ແກ່ພວກເຮົາ. ຜູ້ໃດຈະເຫັນດີກັບສິ່ງທີ່ພວກເຈົ້າເວົ້າ? ພວກເຮົາຈະແບ່ງໃຫ້ເທົ່າກັນ. ທັງຄົນທີ່ອອກຮົບ ແລະ ຄົນທີ່ຄອຍຖ້າເບິ່ງແຍງເຄື່ອງຂອງ”. ດາວິດຈຶ່ງຕັ້ງເປັນກົດເກນ ແລະ ຂໍ້ປະຕິບັດສຳລັບອິດສະຣາເອນຕັ້ງແຕ່ວັນນັ້ນຈົນເຖິງບັດນີ້.
ເມື່ອດາວິດມາຮອດເມືອງຊິກລັກ, ເພິ່ນກໍສົ່ງເຄື່ອງທີ່ຢຶດມາໄດ້ບາງສ່ວນໄປໃຫ້ບັນດາຜູ້ອາວຸໂສຂອງຢູດາທີ່ເປັນສະຫາຍຂອງເພິ່ນ ແລະ ແຈ້ງວ່າ, “ນີ້ຄືຂອງຂວັນສຳລັບທ່ານ ເຊິ່ງໄດ້ມາຈາກການປຸ້ນສັດຕູຂອງພຣະເຈົ້າຢາເວ”.
ດາວິດໄດ້ສົ່ງຂອງຂວັນເຫລົ່ານີ້ໄປຫາບັນດາຜູ້ນຳໃນເບັດເອັນ, ຣາໂມດ ເນເກັບ ແລະ ຢັດທີ; ໃນອາໂຣເອ, ສິຟະໂມດ, ເອຊະເຕມົວ ແລະ ຣາການ; ໃນຫົວເມືອງຕ່າງໆຂອງຊາວເຢຣາເມເອນ ແລະ ຊາວເກນິດ; ໃນໂຮມາ, ໂບຣາຊານ, ອາຕາກ ແລະ ເຮັບໂຣນ; ແລະ ໃນທີ່ຕ່າງໆ ເຊິ່ງດາວິດກັບຄົນຂອງເພິ່ນເຄີຍເດີນທາງໄປມາ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.