Biblica® Open Lao Contemporary Version
1 ຊາມູເອນ 31
ໂຊນຂ້າຕົວຕາຍ
(2ຊມອ 1:4-12; 1ຂຄ 10:1-12)
ຝ່າຍຊາວອິດສະຣາເອນໄດ້ສູ້ຮົບກັບຊາວຟີລິດສະຕິນ; ຊາວອິດສະຣາເອນໄດ້ປົບໜີໄປຕໍ່ໜ້າຊາວຟີລິດສະຕິນ ແລະ ມີຫລາຍຄົນລົ້ມຕາຍຢູ່ເທິງພູເຂົາກິນໂບອາ. ຊາວຟີລິດສະຕິນໄດ້ໄລ່ຕາມຈັບໂຊນ ແລະ ບັນດາລູກຊາຍຂອງເພິ່ນ ແລະ ພວກເຂົາໄດ້ຂ້າລູກຊາຍທັງສາມຂອງເພິ່ນຄື: ໂຢນາທານ, ອາບີນາດາບ ແລະ ມັນກີຊູອາ. ການສູ້ຮົບເປັນໄປຢ່າງດຸເດືອດຢູ່ອ້ອມຮອບໂຊນ ແລະ ທະຫານຟີລິດສະຕິນຍິງທະນູໃສ່ໂຊນ ເຮັດໃຫ້ໂຊນບາດເຈັບສາຫັດ.
ໂຊນໄດ້ເວົ້າກັບຜູ້ທີ່ຖືອາວຸດຂອງຕົນວ່າ, “ຈົ່ງຖອດດາບຂອງເຈົ້າອອກ ແລ້ວແທງທະລຸຮ່າງຂອງເຮົາ ບໍ່ດັ່ງນັ້ນຄົນທີ່ບໍ່ໄດ້ຮັບພິທີຕັດເຫລົ່ານີ້ຈະມາຂ້າເຮົາ ແລະ ນຳຄວາມອັບອາຍມາໃຫ້ເຮົາ”.
ແຕ່ຊາຍທີ່ຖືອາວຸດນັ້ນຢ້ານ ແລະ ບໍ່ກ້າເຮັດ; ດັ່ງນັ້ນໂຊນຈຶ່ງເອົາດາບຂອງເພິ່ນອອກມາ ແລ້ວກໍຖິ້ມຕົວລົງໃສ່ດາບຂອງຕົນ. ເມື່ອຜູ້ຖືອາວຸດເຫັນວ່າໂຊນຕາຍແລ້ວ, ລາວກໍຖອດດາບຂອງຕົນອອກ ແລະ ຂ້າຕົນເອງຕາຍໄປກັບໂຊນ. ດັ່ງນັ້ນ ໂຊນ ແລະ ລູກຊາຍທັງສາມຄົນຂອງເພິ່ນ ແລະ ຜູ້ຖືອາວຸດກັບຄົນທັງໝົດຂອງໂຊນໄດ້ຕາຍໄປໃນມື້ດຽວກັນ.
ເມື່ອຊາວອິດສະຣາເອນທັງໝົດທີ່ຢູ່ຕາມຮ່ອມພູ ແລະ ອີກຟາກໜຶ່ງຂອງແມ່ນ້ຳຈໍແດນເຫັນວ່າກອງທັບອິດສະຣາເອນແຕກໜີ ແລະ ເຫັນວ່າໂຊນກັບບັນດາລູກຂອງເພິ່ນໄດ້ຕາຍໄປ, ພວກເຂົາກໍພາກັນປະຖິ້ມບ້ານເມືອງໜີໄປ ແລະ ຊາວຟີລິດສະຕິນກໍເຂົ້າຢຶດຄອງພວກເຂົາ.
ມື້ຕໍ່ມາ, ເມື່ອຊາວຟີລິດສະຕິນໄດ້ອອກມາປົດເອົາເຄື່ອງຂອງທີ່ມີຄ່າອອກຈາກສົບ, ພວກເຂົາໄດ້ພົບສົບຂອງໂຊນ ແລະ ບັນດາລູກຊາຍຂອງເພິ່ນຢູ່ເທິງພູເຂົາກິນໂບອາ. ພວກເຂົາໄດ້ຕັດຫົວຂອງໂຊນ ແລະ ແກ້ຍຸດທະພັນຂອງເພິ່ນອອກ, ແລ້ວສົ່ງຜູ້ນຳຂ່າວໄປທົ່ວດິນແດນຟີລິດສະຕິນເພື່ອແຈ້ງຂ່າວໃນວິຫານແຫ່ງພະຂອງພວກເຂົາ ແລະ ໃນທ່າມກາງປະຊາຊົນ. ພວກເຂົາໄດ້ເອົາຍຸດທະພັນຂອງໂຊນໄປເກັບໄວ້ໃນວິຫານຂອງເຈົ້າແມ່ອັດສະຕາກ ແລະ ສົບຖືກມັດເຂົ້າກັບກຳແພງເມືອງເບັດຊານ.
ເມື່ອຊາວຢາເບັດກີເລອາດໄດ້ຍິນສິ່ງທີ່ຊາວຟີລິດສະຕິນໄດ້ເຮັດຕໍ່ໂຊນ. ຜູ້ກ້າຫານຈາກເມືອງນັ້ນກໍເດີນທາງຕະຫລອດຄືນໄປເຖິງເມືອງເບັດຊານ. ພວກເຂົາໄດ້ປົດເອົາສົບຂອງໂຊນ ແລະ ລູກຊາຍຂອງເພິ່ນລົງມາຈາກກຳແພງເມືອງເບັດຊານ ແລະ ເອົາສົບກັບມາເຜົາຢູ່ທີ່ເມືອງຢາເບັດ. ຫລັງຈາກນັ້ນ ພວກເຂົາກໍນຳເອົາກະດູກມາ ແລະ ຝັງໄວ້ຢູ່ກ້ອງຕົ້ນຕາມາຣິຢູ່ທີ່ຢາເບັດ ແລະ ພາກັນຖືສິນອົດອາຫານເປັນເວລາເຈັດວັນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.