Skip to content
BibleKenya

Biblica® Open Lao Contemporary Version

2 ຊາມູເອນ 1

ດາວິດ​ຮູ້​ຂ່າວ​ວ່າ​ໂຊນ​ຕາຍ

(1ຊມອ 31:1-13; 1ຂຄ 10:1-12)

ຫລັງ​ຈາກ​ໂຊນ​ຕາຍ​ໄປ​ແລ້ວ, ດາວິດ​ໄດ້​ກັບ​ຄືນ​ມາ​ຈາກ​ການ​ຮົບ​ຊະນະ​ຊາວ​ອາມາເຫລັກ ແລະ ໄດ້​ຢູ່​ທີ່​ເມືອງ​ຊິກລັກ​ເປັນ​ເວລາ​ສອງ​ມື້. ໃນ​ມື້​ທີ​ສາມ ມີ​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ຄ້າຍ​ຂອງ​ໂຊນ ລາວ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ ແລະ ເອົາ​ຂີ້ຝຸ່ນ​ໃສ່​ຫົວ​ຂອງ​ລາວ. ເມື່ອ​ລາວ​ມາ​ພົບ​ດາວິດ, ລາວ​ກົ້ມກາບ​ລົງ​ພື້ນ​ເພື່ອ​ໃຫ້​ກຽດ​ເພິ່ນ.

ດາວິດ​ຖາມ​ວ່າ, “ເຈົ້າ​ມາ​ຈາກ​ໃສ?”

ລາວ​ຕອບ​ວ່າ, “ຂ້ານ້ອຍ​ໜີ​ມາ​ຈາກ​ຄ້າຍ​ຂອງ​ອິດສະຣາເອນ”.

ດາວິດ​ຖາມ​ວ່າ, “ເກີດ​ຫຍັງ​ຂຶ້ນ? ຈົ່ງ​ບອກ​ເຮົາ​ດຸ”.

ລາວ​ໄດ້​ຕອບ​ວ່າ, “ທະຫານ​ຂອງ​ເຮົາ​ແຕກ​ໜີ​ຈາກ​ການ​ສູ້ຮົບ, ມີ​ຫລາຍ​ຄົນ​ຖືກ​ຂ້າ​ຕາຍ. ແລະ ກະສັດ​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ​ກໍ​ຕາຍ​ແລ້ວ”.

ຈາກນັ້ນ ດາວິດ​ຈຶ່ງ​ຖາມ​ຊາຍ​ໜຸ່ມ​ທີ່​ມາ​ສົ່ງ​ຂ່າວ​ວ່າ, “ເຈົ້າ​ຮູ້​ໄດ້​ຢ່າງໃດ​ວ່າ​ກະສັດ​ໂຊນ ແລະ ໂຢນາທານ​ໄດ້​ຕາຍ​ແລ້ວ?”

ຊາຍ​ໜຸ່ມ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ເທິງ​ພູເຂົາ​ກິນໂບອາ ແລະ ເຫັນ​ໂຊນ​ກໍາລັງ​ອີງ​ຫອກ​ຂອງ​ເພິ່ນ​ຢູ່​ໂດຍ​ມີ​ລົດມ້າ​ຂອງ​ສັດຕູ​ບຸກ​ເຂົ້າ​ມາ. ເມື່ອ​ໂຊນ​ເຫັນ​ຂ້ານ້ອຍ, ເພິ່ນ​ກໍ​ເອີ້ນ​ໃສ່​ຂ້ານ້ອຍ, ແລະ ຂ້ານ້ອຍ​ໄດ້​ຖາມ​ວ່າ, ‘ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?’

“ໂຊນ​ຖາມ​ວ່າ, ‘ເຈົ້າ​ແມ່ນ​ຜູ້ໃດ?’

“ຂ້ານ້ອຍ​ຕອບ​ວ່າ, ‘ຂ້ານ້ອຍ​ແມ່ນ​ຊາວອາມາເຫລັກ’.

“ແລ້ວ​ເພິ່ນ​ໄດ້​ເວົ້າ​ກັບ​ຂ້ານ້ອຍ​ວ່າ, ‘ມາ​ຢືນ​ຢູ່​ໃກ້​ເຮົາ ແລະ ຈົ່ງ​ຂ້າ​ເຮົາ​ເສຍ! ເຮົາ​ໃກ້​ຈະ​ຕາຍ​ແລ້ວ, ແຕ່​ເຮົາ​ກໍ​ຍັງ​ບໍ່​ຕາຍ​ຈັກເທື່ອ’.

“ສະນັ້ນ ຂ້ານ້ອຍ​ຈຶ່ງ​ຢືນ​ຢູ່​ທາງ​ຂ້າງ​ເພິ່ນ ແລະ ຂ້າ​ເພິ່ນ, ເພາະ​ຂ້ານ້ອຍ​ຮູ້​ວ່າ​ຖ້າ​ເພິ່ນ​ລົ້ມ​ລົງ​ເພິ່ນ​ຈະ​ບໍ່​ສາມາດ​ມີ​ຊີວິດ​ຢູ່​ໄດ້. ແລ້ວ​ຂ້ານ້ອຍ​ກໍ​ເອົາ​ມົງກຸດ​ອອກ​ຈາກ​ຫົວ​ຂອງ​ເພິ່ນ1 ແລະ ສາຍແຂນ​ຈາກ​ແຂນ​ຂອງ​ເພິ່ນ ແລະ ນໍາ​ມາ​ໃຫ້​ທ່ານ​ຜູ້​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ”.

ຈາກນັ້ນ ດາວິດ ແລະ ຄົນ​ຂອງ​ເພິ່ນ​ທັງໝົດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ. ພວກເຂົາ​ພາ​ກັນ​ໄວ້​ທຸກ ແລະ ຮ້ອງໄຫ້ ແລະ ຖື​ສິນ​ອົດ​ອາຫານ​ຈົນ​ເຖິງ​ຕອນແລງ ເພື່ອ​ໄວ້​ທຸກ​ໃຫ້​ແກ່​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ, ແລະ ເພື່ອ​ກອງທັບ​ຂອງ​ພຣະເຈົ້າ​ຢາເວ ແລະ ຊາດ​ອິດສະຣາເອນ, ເພາະ​ພວກເຂົາ​ຖືກ​ຂ້າ​ດ້ວຍ​ດາບ.

ດາວິດ​ໄດ້​ເວົ້າ​ກັບ​ຊາຍ​ໜຸ່ມ​ທີ່​ນຳ​ຂ່າວ​ມາ​ວ່າ, “ເຈົ້າ​ມາ​ຈາກໃສ?”

ລາວ​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ລູກຊາຍ​ຂອງ​ຄົນຕ່າງດ້າວ​ຊາວອາມາເຫລັກ”.

ດາວິດ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ກ້າ​ທຳລາຍ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້?”

ແລ້ວ​ດາວິດ​ເອີ້ນ​ຄົນ​ຂອງ​ຕົນ​ຜູ້ໜຶ່ງ​ມາ ແລະ ສັ່ງ​ວ່າ, “ຈົ່ງ​ໄປ, ຂ້າ​ລາວ​ຖິ້ມ​ເສຍ!” ສະນັ້ນ ຄົນ​ຂອງ​ດາວິດ​ກໍ​ຂ້າ​ລາວ ແລະ ກໍ​ໄດ້​ຕາຍໄປ. ເພາະ​ດາວິດ​ໄດ້​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ສົມຄວນ​ຕາຍ. ເພາະ​ເຈົ້າ​ເອງ​ໄດ້​ສາລະພາບ​ວ່າ, ‘ຂ້ານ້ອຍ​ໄດ້​ຂ້າ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ໄວ້’ ”.

ດາວິດ​ໄວ້ທຸກ​ໃຫ້​ໂຊນ ແລະ ໂຢນາທານ

ແລ້ວ​ດາວິດ​ຮ້ອງ​ບົດ​ຄ່ຳຄວນ​ນີ້​ແກ່​ກະສັດ​ໂຊນ ແລະ ໂຢນາທານ​ລູກຊາຍ​ຂອງ​ເພິ່ນ, ແລະ ເພິ່ນ​ສັ່ງ​ໃຫ້​ສອນ​ບົດເພງ​ຄ່ຳຄວນ​ນີ້​ແກ່​ປະຊາຊົນ​ຢູດາ (ເພງ​ນີ້​ຖືກ​ບັນທຶກ​ໄວ້​ໃນ​ໜັງສື​ຂອງ​ຢາຊາ) ມີ​ເນື້ອໃນ​ວ່າ:

“ໂອ້ ອິດສະຣາເອນ​ເອີຍ, ສັກສີ​ຂອງ​ເຈົ້າ​ນອນ​ສິ້ນໃຈ​ຢູ່​ເທິງ​ທີ່​ສູງ​ຂອງ​ເຈົ້າ.

ວິລະຊົນ​ເກັ່ງກ້າ​ໄດ້​ລົ້ມ​ລົງ​ເສຍ​ແລ້ວ!

“ຢ່າ​ແຈ້ງ​ຂ່າວ​ນີ້​ໃນ​ເມືອງ​ກາດ,

ຢ່າ​ປະກາດ​ຂ່າວ​ນີ້​ຕາມ​ຖະໜົນ​ຫົນ​ທາງ​ໃນ​ອາຊະເກໂລນ,

ເພື່ອ​ບໍ່​ໃຫ້​ພວກ​ລູກສາວ​ແຫ່ງ​ຟີລິດສະຕິນ2​ປິຕິຍິນດີ,

ເພື່ອ​ບໍ່​ໃຫ້​ພວກ​ລູກສາວ​ຂອງ​ຜູ້​ທີ່​ບໍ່​ໄດ້​ຮັບ​ພິທີຕັດ​ຍິນດີ.

“ໂອ້ ພູເຂົາ​ກິນໂບອາ,

ຂໍ​ຢ່າ​ໃຫ້​ເຈົ້າ​ໄດ້​ຮັບ​ຝົນ ຫລື ນ້ຳໝອກ,

ຂໍ​ຢ່າ​ໃຫ້​ມີ​ຫ່າຝົນ​ຕົກ​ໃສ່​ທົ່ງນາ​ຂອງ​ເຈົ້າ,3

ເພາະ​ທີ່ນັ້ນ​ໂລ່​ຂອງ​ຜູ້​ຍິ່ງໃຫຍ່​ຖືກ​ດູຖູກ​ຢຽດຢາມ,

ໂລ່​ຂອງ​ໂຊນ​ບໍ່​ໄດ້​ຫົດສົງ​ດ້ວຍ​ນ້ຳ​ມັນ​ອີກ​ແລ້ວ.

“ທະນູ​ຂອງ​ໂຢນາທານ​ບໍ່​ກັບ​ຄືນ​ມາ

ຈາກ​ການ​ດື່ມ​ເລືອດ​ຂອງ​ຄົນ​ຕາຍ,

ຈາກ​ການ​ກິນ​ຊີ້ນ​ຂອງ​ຜູ້​ມີ​ກຳລັງ,

ດາບ​ຂອງ​ໂຊນ​ບໍ່​ກັບ​ຄືນ​ມາ​ຢ່າງ​ບໍ່​ພໍໃຈ.

ໂຊນ ແລະ ໂຢນາທານ

ເມື່ອ​ມີ​ຊີວິດ​ຢູ່​ພວກເພິ່ນ​ເປັນ​ທີ່​ຮັກ ແລະ ໜ້າ​ຊື່ນຊົມ

ແລະ ໃນ​ຄວາມຕາຍ​ພວກເຂົາ​ບໍ່​ໄດ້​ພັດພາກ​ຈາກ​ກັນ.

ພວກເພິ່ນ​ວ່ອງ​ໄວ​ກວ່າ​ນົກອິນຊີ.

ພວກເພິ່ນ​ແຂງ​ແຮງ​ກວ່າ​ໂຕສິງ.

“ໂອ້ ພວກ​ລູກສາວ​ແຫ່ງ​ອິດສະຣາເອນ,4

ຈົ່ງ​ຮ້ອງໄຫ້​ໃຫ້​ກັບ​ໂຊນ,

ຜູ້​ທີ່​ໃຫ້​ພວກເຈົ້າ​ໄດ້​ນຸ່ງເຄື່ອງ​ດ້ວຍ​ສີແດງ​ເຂັ້ມ ແລະ ເຄື່ອງປະດັບ​ອັນ​ງົດງາມ,

ຜູ້​ທີ່​ຕົບ​ແຕ່ງ​ເສື້ອລ່າມ​ຂອງ​ພວກເຈົ້າ​ດ້ວຍ​ເຄື່ອງ​ປະດັບ​ຄຳ.

“ວິລະຊົນ​ເກັ່ງ​ກ້າ​ໄດ້​ລົ້ມ​ລົງ​ໃນ​ສະໜາມຮົບ!

ໂຢນາທານ​ນອນ​ຕາຍ​ຢ່າງ​ຢູ່​ເທິງ​ບ່ອນ​ສູງ​ຂອງ​ເຈົ້າ.

ໂອ້ ໂຢນາທານ ອ້າຍ​ຂອງ​ຂ້ອຍ​ເອີຍ, ຂ້ອຍ​ໂສກເສົ້າ​ຄິດຮອດ​ເຈົ້າ.

ເຈົ້າ​ເປັນ​ທີ່​ຮັກ​ຂອງ​ຂ້ອຍ​ຫລາຍ.

ຄວາມ​ຮັກ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ຂ້ອຍ​ນັ້ນ​ລ້ຳເລີດ.

ລ້ຳເລີດ​ຍິ່ງ​ກວ່າ​ຄວາມ​ຮັກ​ຂອງ​ຜູ້ຍິງ.

“ວິລະຊົນ​ເກັ່ງກ້າ​ໄດ້​ລົ້ມ​ລົງ​ເສຍ​ແລ້ວ!

ອາວຸດ​ສົງຄາມ​ກໍ​ພິນາດຈິບຫາຍ​ໄປ!”

Source notes (4)
  1. Footnote ຄື ເຄື່ອງ​ປະດັບ​ຮັດ​ຕົ້ນ​ແຂນ
  2. Footnote ຄື ຊາວ​ຟີລິດສະຕິນ
  3. Footnote ໃນ​ພາສາ​ເຮັບເຣີ​ຂໍ້ຄວາມ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  4. Footnote ຄື ຊາວ​ອິດສະຣາເອນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.