Biblica® Open Lao Contemporary Version
1 ຊາມູເອນ 19
ໂຊນພະຍາຍາມຂ້າດາວິດ
ໂຊນບອກຄົນຮັບໃຊ້ ແລະ ໂຢນາທານລູກຊາຍຂອງຕົນໃຫ້ຂ້າດາວິດ. ແຕ່ໂຢນາທານຜູກພັນກັບດາວິດຫລາຍ ແລະ ເຕືອນດາວິດວ່າ, “ໂຊນພໍ່ຂອງຂ້ອຍກຳລັງຫາໂອກາດຈະຂ້າເຈົ້າ. ມື້ອື່ນເຊົ້າເຈົ້າຈະຕ້ອງລະວັງໂຕ; ຈົ່ງໄປຫາບ່ອນຫລົບລີ້ ແລະ ຢູ່ທີ່ນັ້ນ. ຂ້ອຍຈະອອກໄປຢືນກັບພໍ່ຂອງຂ້ອຍໃນທົ່ງນາທີ່ເຈົ້າຢູ່. ຂ້ອຍຈະເວົ້າກັບພໍ່ເຖິງເລື່ອງຂອງເຈົ້າ ແລະ ຂ້ອຍຈະບອກໃຫ້ເຈົ້າຮູ້ວ່າຂ້ອຍໄດ້ຍິນຫຍັງ”.
ໂຢນາທານໄດ້ເວົ້າຕໍ່ໂຊນເຖິງຄຸນງາມຄວາມດີຂອງດາວິດວ່າ, “ຂໍກະສັດຢ່າໄດ້ທໍາຮ້າຍດາວິດຜູ້ຮັບໃຊ້ຂອງທ່ານເລີຍ; ລາວບໍ່ໄດ້ຄິດຮ້າຍຕໍ່ທ່ານ ແລະ ສິ່ງທີ່ລາວເຮັດກໍມີປະໂຫຍດແກ່ທ່ານຫລາຍ. ລາວໄດ້ສ່ຽງຊີວິດຂອງລາວເມື່ອຂ້າຊາວຟີລິດສະຕິນ. ພຣະເຈົ້າຢາເວໄດ້ນຳໄຊຊະນະອັນຍິ່ງໃຫຍ່ມາສູ່ປະຊາຊົນອິດສະຣາເອນທັງໝົດ ແລະ ທ່ານກໍໄດ້ເຫັນເຫດການຄັ້ງນັ້ນ ແລະ ປິຕິຍິນດີກັບໄຊຊະນະນັ້ນ. ເປັນຫຍັງດຽວນີ້ທ່ານຈຶ່ງຈະເຮັດຜິດໂດຍຂ້າຄົນບໍລິສຸດຢ່າງດາວິດໂດຍບໍ່ມີເຫດຜົນ?”
ໂຊນຮັບຟັງໂຢນາທານ ແລະ ສາບານວ່າ: “ພຣະເຈົ້າຢາເວດຳລົງຢູ່ສັນໃດ, ດາວິດຈະບໍ່ຖືກຂ້າສັນນັ້ນ”.
ໂຢນາທານຈຶ່ງເອີ້ນດາວິດ ແລະ ເລົ່າສິ່ງທີ່ເວົ້າກັນທັງໝົດໃຫ້ດາວິດຟັງ. ຈາກນັ້ນກໍນຳດາວິດໄປເຂົ້າພົບໂຊນ, ດາວິດຈຶ່ງໄດ້ຢູ່ກັບໂຊນເໝືອນດັ່ງແຕ່ກ່ອນ.
ຫລັງຈາກນັ້ນ ເກີດສົງຄາມອີກ ແລະ ດາວິດກໍໄດ້ອອກໄປສູ້ຮົບກັບຊາວຟີລິດສະຕິນ. ລາວໄດ້ໂຈມຕີສັດຕູຈົນພວກເຂົາແຕກໜີໄປ.
ແຕ່ວິນຍານຊົ່ວ1ທີ່ພຣະເຈົ້າຢາເວໃຊ້ມາໄດ້ເຂົ້າສິງໂຊນຂະນະທີ່ເພິ່ນນັ່ງຢູ່ໃນວັງ ພ້ອມກັບຖືຫອກຢູ່ໃນມືຂອງຕົນ. ຂະນະທີ່ດາວິດກຳລັງຫລິ້ນພິນຢູ່ນັ້ນ, ໂຊນກໍໄດ້ຊັດຫອກຫວັງຈະຄຶງດາວິດຕິດຝາ, ແຕ່ດາວິດໄດ້ຫລົບໄດ້ ຫອກຂອງໂຊນຈຶ່ງໄປສຽບຝາ. ແລ້ວດາວິດກໍໜີລອດໄປໄດ້ໃນຄືນນັ້ນ.
ໂຊນໄດ້ສົ່ງຄົນຈຳນວນໜຶ່ງໄປເຝົ້າຢູ່ທີ່ບ້ານຂອງດາວິດ ແລະ ໃຫ້ຂ້າດາວິດໃນຕອນເຊົ້າ. ແຕ່ມີການ, ເມຍຂອງດາວິດ, ເຕືອນລາວວ່າ, “ຖ້າເຈົ້າບໍ່ໜີເອົາຊີວິດລອດໃນຄືນນີ້, ມື້ອື່ນເຊົ້າເຈົ້າຈະຖືກຂ້າ”. ມີການຈຶ່ງຊ່ວຍໃຫ້ດາວິດໜີລົງທາງປ່ອງຢ້ຽມ ແລະ ໜີລອດໄປໄດ້. ຫລັງຈາກນັ້ນ ນາງມີການກໍໄດ້ເອົາຮູບເຄົາລົບ2ມາວາງນອນລົງເທິງຕຽງຂອງດາວິດ. ໃຊ້ຜ້າຫົ່ມຄຸມໄວ້ ແລະ ເອົາຂົນແບ້ຕິດໄວ້ຢູ່ເທິງຫົວ.
ເມື່ອໂຊນສົ່ງຄົນມາຈັບກຸມດາວິດ, ມີການກໍບອກວ່າ, “ລາວບໍ່ສະບາຍ”.
ຫລັງຈາກນັ້ນ ໂຊນກໍໄດ້ສົ່ງຄົນກັບມາເບິ່ງດາວິດອີກ ແລະ ສັ່ງພວກເຂົາວ່າ, “ຈົ່ງນໍາຕົວລາວມາທັງບ່ອນນອນເພື່ອເຮົາຈະຂ້າລາວ”. ແຕ່ເມື່ອພວກເຂົາເຂົ້າໄປ, ກໍພົບວ່າມີແຕ່ຮູບເຄົາລົບຢູ່ເທິງຕຽງ ແລະ ຢູ່ຫົວກໍມີຂົນແບ້ວາງຢູ່.
ໂຊນໄດ້ເວົ້າກັບມີການວ່າ, “ເປັນຫຍັງຈຶ່ງຫລອກລວງພໍ່ ແລະ ປ່ອຍໃຫ້ສັດຕູຂອງພໍ່ໜີໄປໄດ້?”
ມີການຕອບວ່າ, “ລາວເວົ້າກັບລູກວ່າ, ‘ຈົ່ງຊ່ວຍຂ້ອຍໃຫ້ໜີໄປ. ບໍ່ດັ່ງນັ້ນຂ້ອຍຈະຂ້າເຈົ້າ?’ ”
ເມື່ອດາວິດໜີລອດໄປໄດ້, ລາວໄດ້ໄປຫາຊາມູເອນຢູ່ທີ່ຣາມາ ແລະ ບອກໃຫ້ເພິ່ນຮູ້ເຖິງສິ່ງທີ່ໂຊນໄດ້ເຮັດກັບຕົນເອງທັງໝົດ. ຊາມູເອນຈຶ່ງພາດາວິດໄປອາໄສຢູ່ນໍາກັນຢູ່ທີ່ນາໂຢດ. ເມື່ອມີຜູ້ມາລາຍງານໃຫ້ໂຊນຮູ້ວ່າ: “ດາວິດຢູ່ທີ່ນາໂຢດໃນຣາມາ;” ໂຊນຈຶ່ງໄດ້ສົ່ງຄົນໄປຈັບກຸມລາວ, ແຕ່ເມື່ອຄົນຂອງໂຊນເຫັນກຸ່ມຜູ້ທຳນວາຍກຳລັງກ່າວຄໍາທໍານວາຍຢູ່, ໂດຍມີຊາມູເອນຢືນເປັນຫົວໜ້າກຸ່ມ, ພຣະວິນຍານຂອງພຣະເຈົ້າກໍມາເທິງຄົນຂອງໂຊນ ແລະ ພວກເຂົາຈຶ່ງຮ່ວມກ່າວຄຳທໍານວາຍນໍາ. ເມື່ອໂຊນຮູ້ເຫດການທີ່ເກີດຂຶ້ນນັ້ນ ແລະ ລາວກໍໄດ້ສົ່ງຄົນມາອີກ ແລະ ພວກເຂົາກໍຮ່ວມກ່າວຄໍາທໍານວາຍອີກ. ໂຊນກໍໄດ້ສົ່ງຄົນມາເປັນຄັ້ງທີສາມ ແລະ ພວກເຂົາກໍກ່າວຄໍາທໍານວາຍອີກເຊັ່ນກັນ. ໃນທີ່ສຸດ, ໂຊນຈຶ່ງມາທີ່ຣາມາດ້ວຍຕົນເອງ ແລະ ໄປຮອດບໍ່ນ້ຳໃຫຍ່ທີ່ເສກູ. ແລ້ວໂຊນກໍໄດ້ຖາມວ່າ, “ຊາມູເອນກັບດາວິດຢູ່ໃສ?”
ພວກເຂົາເວົ້າວ່າ, “ຢູ່ທີ່ນາໂຢດໃນຣາມາ”.
ໂຊນຈຶ່ງໄດ້ເດີນທາງໄປນາໂຢດໃນຣາມາ. ແຕ່ພຣະວິນຍານຂອງພຣະເຈົ້າໄດ້ລົງມາເທິງໂຊນ ແລະ ໂຊນຍ່າງໄປພ້ອມທັງກ່າວຄໍາທໍານວາຍໄປນໍາຈົນມາຮອດນາໂຢດ. ເພິ່ນໄດ້ຈີກເຄື່ອງນຸ່ງຂອງຕົນອອກ, ແລະ ກ່າວຄຳທໍານວາຍຕໍ່ໜ້າຊາມູເອນ ແລະ ເພິ່ນໄດ້ນອນເປືອຍກາຍຢູ່ຕະຫລອດໜຶ່ງວັນໜຶ່ງຄືນ. ດ້ວຍເຫດນີ້ຄົນທັງຫລາຍຈຶ່ງເວົ້າກັນວ່າ, “ໂຊນກໍຢູ່ໃນກຸ່ມຜູ້ທຳນວາຍບໍ?”
Source notes (2)
- Footnote ຫລື ວິນຍານແຫ່ງການເຮັດຮ້າຍ
- Footnote ພາສາເຮັບເຣີວ່າ ເທຣາຟີມ ເຊັ່ນດຽວກັບຂໍ້ 16
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.