Biblica® Open Lao Contemporary Version
1 ຊາມູເອນ 18
ໂຊນຢ້ານດາວິດຫລາຍຂຶ້ນ
ເມື່ອດາວິດເວົ້າກັບໂຊນແລ້ວ, ໂຢນາທານກໍຮູ້ສຶກຜູກພັນເປັນນ້ຳໜຶ່ງໃຈດຽວກັນກັບດາວິດ ແລະ ລາວຮັກດາວິດເໝືອນຮັກຕົນເອງ. ຕັ້ງແຕ່ມື້ນັ້ນໂຊນກໍໄດ້ເອົາດາວິດໄວ້ກັບຕົນເອງ ບໍ່ອະນຸຍາດໃຫ້ລາວກັບບ້ານໄປຫາຄອບຄົວຂອງລາວ. ແລະ ໂຢນາທານກໍໄດ້ເຮັດຄຳໝັ້ນສັນຍາເປັນໝູ່ແທ້ກັບດາວິດເພາະລາວຮັກດາວິດເໝືອນຮັກຕົນເອງ. ໂຢນາທານໄດ້ແກ້ເສື້ອຄຸມທີ່ໃສ່ຢູ່ນັ້ນມອບໃຫ້ດາວິດ, ພ້ອມທັງເສື້ອຊັ້ນໃນ, ດາບ, ທະນູ ແລະ ສາຍແອວ.
ໂຊນມອບໝາຍວຽກຫຍັງໃຫ້, ດາວິດກໍເຮັດຈົນສຳເລັດທັງໝົດ ໂຊນຈຶ່ງແຕ່ງຕັ້ງດາວິດໃຫ້ມີຕຳແໜ່ງສູງໃນກອງທັບ. ສິ່ງນີ້ເປັນທີ່ພໍໃຈຂອງບັນດາທະຫານ ແລະ ບັນດາຂ້າລາຊະການຂອງໂຊນ.
ຂະນະທີ່ກອງທັບອິດສະຣາເອນຜູ້ມີໄຊກຳລັງເດີນທາງກັບບ້ານ ຫລັງຈາກທີ່ດາວິດໄດ້ຂ້າຊາວຟີລິດສະຕິນແລ້ວ, ມີແມ່ຍິງຈາກຫົວເມືອງທັງໝົດຂອງອິດສະຣາເອນກໍອອກມາຕ້ອນຮັບກະສັດໂຊນ ພ້ອມກັບຮ້ອງເພງ ແລະ ເຕັ້ນລຳ, ດ້ວຍຄວາມຊື່ນຊົມຍິນດີ ພ້ອມກັບຕີກອງແຊັກ ແລະ ດີດພິນ. ພວກເຂົາເຕັ້ນລຳ, ພວກເຂົາຮ້ອງເພງວ່າ:
“ໂຊນໄດ້ຂ້າສັດຕູເປັນພັນ
ແລະ ດາວິດໄດ້ຂ້າສັດຕູເປັນໝື່ນ”.
ໂຊນໃຈຮ້າຍຫລາຍ; ບົດເພງຮ້ອງຮັບນີ້ເຮັດໃຫ້ເພິ່ນບໍ່ພໍໃຈຫລາຍ. ເພິ່ນຄິດວ່າ, “ພວກເຂົາຍົກຍ້ອງດາວິດວ່າຂ້າຄົນເປັນໝື່ນ, ສ່ວນເຮົາຂ້າຄົນພຽງແຕ່ເປັນພັນ, ຕໍ່ໄປລາວຈະໄດ້ອັນໃດອີກຖ້າບໍ່ແມ່ນອານາຈັກນີ້?” ແລະ ຕັ້ງແຕ່ນັ້ນມາໂຊນກໍຈັບຕາເບິ່ງດາວິດດ້ວຍຄວາມອິດສາ.
ເຊົ້າມື້ຕໍ່ມາວິນຍານຊົ່ວ1ຈາກພຣະເຈົ້າກໍເຂົ້າສິງໂຊນ. ໂຊນທຳນວາຍຢູ່ໃນວັງຂອງຕົນ, ຂະນະທີ່ດາວິດກໍຫລິ້ນພິນໃຫ້ຟັງຕາມປົກກະຕິ, ໂຊນຖືຫອກຢູ່ໃນມືຂອງຕົນ ແລ້ວກໍເວົ້າກັບຕົນເອງວ່າ, “ເຮົາຈະຄຶງດາວິດໃຫ້ຕິດກຳແພງ”. ແລ້ວເພິ່ນກໍຊັດຫອກເຂົ້າໃສ່ດາວິດ. ແຕ່ດາວິດຫລົບໄດ້ທັງສອງຄັ້ງ.
ໂຊນຢ້ານດາວິດ, ເພາະພຣະເຈົ້າຢາເວຢູ່ກັບດາວິດ ແຕ່ໄດ້ໄປຈາກໂຊນ. ດັ່ງນັ້ນ ໂຊນຈຶ່ງໃຫ້ດາວິດອອກໄປໃຫ້ພົ້ນໜ້າ ໂດຍແຕ່ງຕັ້ງໃຫ້ເປັນຜູ້ບັງຄັບກອງພັນນຳທະຫານອອກໄປຮົບ. ດາວິດປະສົບຄວາມສຳເລັດໃນໜ້າທີ່ການງານທຸກດ້ານ, ເພາະພຣະເຈົ້າຢາເວຢູ່ກັບລາວ. ເມື່ອໂຊນເຫັນວ່າດາວິດປະສົບຄວາມສຳເລັດເຊັ່ນນັ້ນກໍຍິ່ງຢ້ານດາວິດຫລາຍຂຶ້ນ. ແຕ່ຄົນທົ່ວທັງອິດສະຣາເອນ ແລະ ຢູດາຮັກດາວິດ ເພາະດາວິດເປັນຜູ້ນຳພວກເຂົາອອກໄປຮົບ.
ໂຊນເວົ້າກັບດາວິດວ່າ, “ເຮົາພ້ອມຈະຍົກເມຣາບລູກສາວກົກຂອງເຮົາໃຫ້ເປັນເມຍຂອງເຈົ້າ; ແຕ່ເຈົ້າຈົ່ງຮັບໃຊ້ເຮົາຢ່າງກ້າຫານ ແລະ ຕໍ່ສູ້ໃນສະໜາມຮົບຂອງພຣະເຈົ້າຢາເວ”. ເພາະໂຊນຄິດໃນໃຈວ່າ, “ເຮົາບໍ່ຕ້ອງລົງມືເອງ. ປ່ອຍໃຫ້ພວກຟີລິດສະຕິນກຳຈັດລາວດີກວ່າ!”
ດາວິດໄດ້ຕອບໂຊນວ່າ, “ຂ້ານ້ອຍແມ່ນຜູ້ໃດ? ຄອບຄົວຂອງຂ້ານ້ອຍ ຫລື ຕະກຸນຂອງພໍ່ຂອງຂ້ານ້ອຍແມ່ນຜູ້ໃດໃນອິດສະຣາເອນທີ່ຂ້ານ້ອຍຈະໄດ້ເປັນເຖິງລູກເຂີຍຂອງກະສັດ?” ແຕ່ເມື່ອເຖິງເວລາທີ່ຈະຍົກເມຣາບ ລູກສາວຂອງໂຊນໃຫ້ແກ່ດາວິດ, ໂຊນກັບຍົກນາງໃຫ້ແກ່ອາລີເອນຈາກເມໂຮລາ.
ຝ່າຍມີການລູກສາວຂອງໂຊນຫລົງຮັກດາວິດ ແລະ ໂຊນຍິນດີຫລາຍເມື່ອໄດ້ຮູ້ເລື່ອງນີ້. ໂຊນໄດ້ຄິດໃນໃຈວ່າ, “ເຮົາຈະຍົກນາງໃຫ້ລາວ ເພື່ອວ່າຈະໄດ້ໃຊ້ນາງລໍ້ລາວ ແລະຢືມມືພວກຟີລິດສະຕິນຫລິ້ນງານລາວ”. ໂຊນຈຶ່ງເວົ້າກັບດາວິດວ່າ, “ນີ້ເປັນໂອກາດອີກຄັ້ງໜຶ່ງທີ່ເຈົ້າຈະມາເປັນລູກເຂີຍຂອງຂ້ອຍ”.
ໂຊນຈຶ່ງສັ່ງຄົນຮັບໃຊ້ວ່າ, “ຈົ່ງໄປເວົ້າກັບດາວິດເປັນການສ່ວນຕົວວ່າ, ‘ເບິ່ງແມ, ກະສັດໂຊນມັກທ່ານຫລາຍ ແລະ ຜູ້ຮັບໃຊ້ທຸກຄົນຂອງເພິ່ນກໍມັກທ່ານ; ບັດນີ້ ຈົ່ງມາເປັນລູກເຂີຍຂອງເພິ່ນ’ ”.
ພວກເຂົາໄດ້ບອກຂໍ້ຄວາມເຫລົ່ານີ້ແກ່ດາວິດ. ແຕ່ດາວິດໄດ້ຕອບວ່າ, “ທ່ານຄິດວ່າການເປັນລູກເຂີຍຂອງກະສັດເປັນເລື່ອງນ້ອຍບໍ? ຂ້າພະເຈົ້າເປັນພຽງຄົນທຸກຍາກທີ່ບໍ່ມີຜູ້ໃດຮູ້ຈັກ”.
ເມື່ອຄົນຮັບໃຊ້ຂອງໂຊນມາລາຍງານເພິ່ນຕາມທີ່ດາວິດເວົ້ານັ້ນ, ໂຊນກໍເວົ້າວ່າ, “ຈົ່ງບອກດາວິດວ່າ, ‘ກະສັດບໍ່ຕ້ອງການຄ່າດອງອັນໃດ ນອກຈາກໜັງຫຸ້ມປາຍອະໄວຍະວະເພດຂອງຊາວຟີລິດສະຕິນຮ້ອຍຄົນ ເພື່ອເປັນການແກ້ແຄ້ນສັດຕູ’ ”. ແຜນການຂອງໂຊນຄືຢືມມືຊາວຟີລິດສະຕິນກຳຈັດດາວິດ.
ເມື່ອຄົນຮັບໃຊ້ນຳຄວາມນີ້ມາແຈ້ງດາວິດ, ລາວກໍຮັບຂໍ້ສະເໜີນີ້ດ້ວຍຄວາມຍິນດີ. ດັ່ງນັ້ນ ກ່ອນທີ່ຈະເຖິງເວລາທີ່ກຳນົດໄວ້, ດາວິດກໍພາພັກພວກຂອງຕົນອອກໄປ ແລະ ໄດ້ຂ້າຊາວຟີລິດສະຕິນສອງຮ້ອຍຄົນ ແລະ ນຳເອົາໜັງຫຸ້ມປາຍອະໄວຍະວະເພດຄົບຈຳນວນມາມອຍໃຫ້ແກ່ໂຊນເພື່ອວ່າດາວິດຈະໄດ້ເປັນລູກເຂີຍ. ຫລັງຈາກນັ້ນ ໂຊນຈຶ່ງຍົກມີການລູກສາວຂອງຕົນໃຫ້ແຕ່ງງານກັບດາວິດ.
ເມື່ອໂຊນສຳນຶກໄດ້ວ່າພຣະເຈົ້າຢາເວຢູ່ກັບດາວິດ ແລະ ມີການລູກສາວຂອງໂຊນເອງກໍຮັກດາວິດ, ໂຊນກໍຍິ່ງຢ້ານດາວິດ ແລະ ເປັນສັດຕູກັບລາວໄປຕະຫລອດຊີວິດ.
ທຸກຄັ້ງທີ່ນາຍທະຫານຟີລິດສະຕິນບຸກເຂົ້າມາໂຈມຕີ, ດາວິດກໍຈະປະສົບຄວາມສຳເລັດໃນການຕໍ່ສູ້ກັບສັດຕູ2ຫລາຍກວ່າທະຫານຄົນອື່ນໆຂອງໂຊນ, ຊື່ຂອງດາວິດຈຶ່ງຊ່າລືໄປທົ່ວ.
Source notes (2)
- Footnote ຫລື ວິນຍານແຫ່ງການເຮັດຮ້າຍ
- Footnote ຫລື ດາວິດຕໍ່ສູ້ກັບສັດຕູຢ່າງສະຫລາດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.