Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 17

ດາວິດ ແລະ ໂກລີອາດ

ບັດນີ້ ຊາວ​ຟີລິດສະຕິນ​ໄດ້​ຮວບຮວມ​ກໍາລັງ​ພົນ​ຂອງ​ພວກເຂົາ​ມາ​ສູ້ຮົບ ແລະ ຊຸມນຸມ​ກັນ​ທີ່​ໂຊໂກ​ໃນ​ຢູດາ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເອເຟັດດຳມິມ, ເຊິ່ງ​ຢູ່​ລະຫວ່າງ​ໂຊໂກ​ກັບ​ອາເຊກາ. ໂຊນ ແລະ ຊົນຊາດ​ອິດສະຣາເອນ​ໄດ້​ມາ​ຮວມ​ພົນ ແລະ ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ຮ່ອມພູ​ເອລາ ແລະ ຕັ້ງ​ແນວ​ຮົບ​ເປັນ​ແຖວ​ເພື່ອ​ປະເຊີນ​ໜ້າ​ກັບ​ຊາວ​ຟີລິດສະຕິນ. ຊາວ​ຟີລິດສະຕິນ​ໄດ້​ຢຶດ​ໂນນພູ​ດ້ານ​ໜຶ່ງ ແລະ ອິດສະຣາເອນ​ຢຶດ​ໂນນພູ​ອີກ​ດ້ານ​ໜຶ່ງ, ໂດຍ​ມີ​ຮ່ອມພູ​ຂັ້ນ​ກາງ​ລະຫວ່າງ​ພວກເຂົາ.

ຍອດ​ນັກຮົບ​ຄົນ​ໜຶ່ງ​ທີ່​ຊື່​ໂກລີອາດ, ຈາກ​ເມືອງ​ກາດ, ໄດ້​ອອກ​ມາ​ຈາກ​ຄ້າຍ​ຟີລິດສະຕິນ. ລາວ​ສູງ 6 ສອກ​ກັບ 1 ຝ່າ​ມື.1 ລາວ​ໃສ່​ໝວກເກາະ​ທອງສຳລິດ ແລະ ນຸ່ງ​ເສື້ອ​ເກາະ​ທອງສຳລິດ​ໜັກ 5.000 ເຊເຂວ;2 ຂາ​ຂອງ​ລາວ​ໃສ່​ສະໜັບ​ແຄ່ງ​ທອງສຳລິດ ແລະ ມີ​ຫອກ​ທອງສຳລິດ​ຄ້ອງ​ຢູ່​ບ່າ​ຂອງ​ລາວ. ດ້າມ​ຫອກ​ເໝືອນ​ໄມ້​ກີ່​ຕ່ຳຫູກ ແລະ ປາຍ​ຫອກ​ແມ່ນ​ເຮັດ​ດ້ວຍ​ເຫລັກ​ໜັກ 600 ເຊເຂວ.3 ມີ​ຄົນ​ແບກ​ໂລ່​ຂອງ​ລາວ​ຍ່າງ​ອອກ​ໜ້າ​ລາວ.

ໂກລີອາດ​ຢືນ​ຮ້ອງ​ທ້າ​ທະຫານ​ອິດສະຣາເອນ​ວ່າ, “ພວກເຈົ້າ​ຈະ​ມາ​ຕັ້ງ​ແຖວ​ສູ້ຮົບ​ກັນ​ເຮັດ​ຫຍັງ? ຂ້ອຍ​ກໍ​ເປັນ​ຄົນ​ຟີລິດສະຕິນ, ສ່ວນ​ພວກເຈົ້າ​ກໍ​ເປັນ​ຜູ້ຮັບໃຊ້​ຂອງ​ໂຊນ​ບໍ່​ແມ່ນ​ບໍ? ຈົ່ງ​ເລືອກ​ຄົນ​ໜຶ່ງ​ລົງ​ມາ​ສູ້​ກັບ​ຂ້ອຍ. ຖ້າ​ຄົນ​ຂອງ​ພວກເຈົ້າ​ສາມາດ​ຕໍ່ສູ້ ແລະ ຂ້າ​ຂ້ອຍ​ໄດ້, ພວກ​ຂ້ອຍ​ຈະ​ຍອມ​ແພ້​ພວກເຈົ້າ ແຕ່​ຖ້າ​ຂ້ອຍ​ຊະນະ ແລະ ຂ້າ​ລາວ​ໄດ້ ພວກເຈົ້າ​ຕ້ອງ​ຍອມ​ແພ້ ແລະ ເປັນ​ຂ້າທາດ​ຮັບໃຊ້​ພວກເຮົາ”. ຫລັງຈາກນັ້ນ ຊາວ​ຟີລິດສະຕິນ​ຄົນ​ນັ້ນ​ກໍ​ເວົ້າ​ວ່າ, “ວັນ​ນີ້​ຂ້ອຍ​ຂໍ​ທ້າ​ກອງທັບ​ອິດສະຣາເອນ! ສົ່ງ​ຄົນ​ມາ​ສູ້​ກັນ​ກັບ​ຂ້ອຍ”. ເມື່ອ​ໄດ້​ຍິນ​ຄໍາ​ທ້າ​ຂອງ​ພວກ​ຟີລິດສະຕິນ, ໂຊນ ແລະ ຊາວ​ອິດສະຣາເອນ​ກໍ​ພາກັນ​ຕົກໃຈ ແລະ ຢ້ານກົວ.

ບັດນີ້ ດາວິດ​ລູກຊາຍ​ຂອງ​ເຢຊີ​ຊາວ​ເອຟະຣາທາ, ຈາກ​ເບັດເລເຮັມ​ໃນ​ເຂດ​ຢູດາ. ເຢຊີ​ມີ​ລູກຊາຍ​ແປດ​ຄົນ ແລະ ລາວ​ກໍ​ເຖົ້າແກ່​ຫລາຍ​ແລ້ວ​ໃນ​ສະໄໝ​ທີ່​ໂຊນ​ເປັນ​ກະສັດ. ລູກຊາຍ​ສາມ​ຄົນ​ທຳອິດ​ຂອງ​ເຢຊີ​ທີ່​ຕິດ​ຕາມ​ໂຊນ​ໄປ​ຮົບ​ມີ​ດັ່ງນີ້​ຄື: ລູກ​ຄົນ​ທຳອິດ​ແມ່ນ​ເອລີອາບ, ລູກ​ຄົນ​ທີ​ສອງ​ແມ່ນ​ອາບີນາດາບ ແລະ ລູກ​ຄົນ​ທີ​ສາມ​ແມ່ນ​ຊາມມາ. ດາວິດ​ເປັນ​ລູກ​ຫລ້າ. ອ້າຍ​ສາມ​ຄົນ​ໄດ້​ຕິດຕາມ​ໂຊນ​ໄປ, ສ່ວນ​ດາວິດ​ແມ່ນ​ໄປ​ມາ​ລະຫວ່າງ​ໂຊນກັບ​ການ​ລ້ຽງ​ແກະ​ຂອງ​ພໍ່​ຢູ່​ທີ່​ເບັດເລເຮັມ.

ຊາວ​ຟີລິດສະຕິນ​ຄົນ​ນີ້​ໄດ້​ມາ​ຢືນ​ຮ້ອງ​ທ້າ​ເປັນ​ປະຈຳ​ທຸກ​ເຊົ້າ ແລະ ທຸກ​ແລງ​ຕະຫລອດ​ສີ່​ສິບ​ວັນ.

ຝ່າຍ​ເຢຊີ​ໄດ້​ເວົ້າ​ກັບ​ດາວິດ​ລູກຊາຍ​ຂອງ​ຕົນ​ວ່າ, “ຈົ່ງ​ຟ້າວ​ເອົາ​ເຂົ້າຂົ້ວ 1 ເອຟາ4 ແລະ ເຂົ້າຈີ່​ສິບ​ກ້ອນ​ເຫລົ່ານີ້​ໄປ​ໃຫ້​ອ້າຍ​ຂອງ​ເຈົ້າ​ຢູ່​ທີ່​ຄ້າຍພັກ​ຂອງ​ພວກເຂົາ. ຈົ່ງ​ເອົາ​ເນີຍ​ແຂງ​ສິບ​ກ້ອນ​ເຫລົ່ານີ້​ໄປ​ໃຫ້​ຜູ້ບັນຊາການ5​ຂອງ​ພວກເຂົາ​ນຳ. ຈົ່ງ​ເບິ່ງ​ວ່າ​ພວກ​ອ້າຍ​ຂອງ​ເຈົ້າ​ເປັນ​ແນວ​ໃດ ແລະ ຈົ່ງ​ນຳ​ເອົາ​ຂ່າວ6​ຈາກ​ພວກເຂົາ​ກັບ​ມາ​ນໍາ. ພວກເຂົາ​ຢູ່​ກັບ​ໂຊນ ແລະ ກອງທັບ​ອິດສະຣາເອນ​ທີ່​ຮ່ອມພູ​ເອລາ ລະຫວ່າງ​ການ​ສູ້ຮົບ​ກັບ​ຄົນ​ຟີລິດສະຕິນ”.

ດາວິດ​ໄດ້​ປະ​ຝູງແກະ​ໄວ້​ກັບ​ຄົນ​ລ້ຽງ​ອີກ​ຄົນ​ໜຶ່ງ​ເບິ່ງແຍງ, ກຽມ​ເຄື່ອງ​ແລ້ວ​ອອກ​ເດີນທາງ, ຕາມ​ຄຳສັ່ງ​ຂອງ​ເຢຊີ​ຕັ້ງ​ແຕ່​ເຊົ້າ​ຂອງ​ມື້​ຕໍ່​ມາ. ລາວ​ມາ​ຮອດ​ຄ້າຍພັກ​ພໍ​ດີ​ກັບ​ເວລາ​ທີ່​ກອງທັບ​ອິດສະຣາເອນ​ກຳລັງ​ຈະ​ຍົກ​ທັບ​ອອກ​ໄປ​ສະໜາມຮົບ, ມີ​ສຽງ​ໂຫ່​ຮ້ອງ​ອອກ​ເສິກ. ຄົນ​ອິດສະຣາເອນ ແລະ ຄົນ​ຟີລິດສະຕິນ​ຕ່າງ​ກໍ​ມາ​ຕັ້ງ​ຂະບວນ​ປະເຊີນ​ໜ້າ​ກັນ. ດາວິດ​ໄດ້​ປະ​ເຄື່ອງ​ຂອງ​ຕົນ​ໄວ້​ກັບ​ເຈົ້າໜ້າທີ່​ຜູ້​ເບິ່ງແຍງ​ສຳພາລະ, ແລ້ວ​ແລ່ນ​ອອກ​ໄປ​ທີ່​ແນວ​ຮົບ ແລະ ໄດ້​ຖາມ​ບັນດາ​ອ້າຍ​ຂອງ​ຕົນ​ວ່າ​ເປັນ​ຢ່າງ​ໃດ​ແລ້ວ. ໃນ​ຂະນະ​ທີ່​ລາວ​ກຳລັງ​ເວົ້າ​ກັບ​ບັນດາ​ອ້າຍ​ຂອງ​ຕົນ​ຢູ່, ໂກລີອາດ​ຍອດ​ນັກຮົບ​ຊາວ​ຟີລິດສະຕິນ​ຈາກ​ເມືອງ​ກາດ​ກໍ​ກ້າວ​ອອກ​ຈາກ​ແຖວ​ມາ​ຢືນ​ຮ້ອງ​ທ້າ​ເໝືອນ​ເດີມ ແລະ ດາວິດ​ກໍ​ໄດ້​ຍິນ. ເມື່ອ​ໃດ​ກໍ​ຕາມ​ທີ່​ພວກ​ອິດສະຣາເອນ​ເຫັນ​ໂກລີອາດ, ພວກເຂົາ​ກໍ​ພາ​ກັນ​ແລ່ນ​ໜີ​ດ້ວຍ​ຄວາມ​ຢ້ານ​ຫລາຍ.

ບັດນີ້ ຊາວ​ອິດສະຣາເອນ​ກໍ​ເວົ້າ​ກັນ​ວ່າ, “ເຈົ້າ​ເຫັນ​ຄົນ​ນີ້​ບໍ ລາວ​ອອກ​ມາ​ຕະຫລອດ? ລາວ​ອອກ​ມາ​ທ້າ​ຄົນ​ອິດສະຣາເອນ. ກະສັດ​ຈະ​ມອບ​ຊັບສົມບັດ​ອັນ​ຫລວງຫລາຍ​ໃຫ້​ແກ່​ຄົນ​ທີ່​ຂ້າ​ລາວ​ໄດ້. ເພິ່ນ​ຍັງ​ຈະ​ໃຫ້​ລາວ​ແຕ່ງງານ​ກັບ​ລູກສາວ​ຂອງ​ເພິ່ນ ແລະ ຫລາຍ​ກວ່າ​ນັ້ນ​ຄອບຄົວ​ຂອງ​ພໍ່​ຂອງ​ລາວ​ຈະ​ໄດ້​ຮັບ​ການ​ຍົກເວັ້ນ​ພາສີ​ດ້ວຍ”.

ດາວິດ​ໄດ້​ຖາມ​ຄົນ​ທີ່​ຢືນ​ຢູ່​ໃກ້​ລາວ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຟີລິດສະຕິນ​ຄົນ​ນີ້ ແລະ ກູ້​ໜ້າ​ໃຫ້​ອິດສະຣາເອນ​ຈະ​ໄດ້​ຮັບ​ບຳເໜັດ​ອັນໃດ​ແດ່? ຊາວ​ຟີລິດສະຕິນ​ຜູ້​ບໍ່​ໄດ້​ຮັບພິທີຕັດ​ຄົນ​ນີ້​ເປັນ​ຜູ້​ໃດ ລາວ​ຄື​ກ້າ​ຮ້ອງ​ທ້າ​ກອງທັບ​ຂອງ​ພຣະເຈົ້າ​ຜູ້​ດຳລົງ​ຢູ່?”

ພວກເຂົາ​ກໍ​ໄດ້​ບອກ​ຊ້ຳ​ຄືນ​ສິ່ງ​ທີ່​ເວົ້າ​ໄປ​ແລ້ວ​ວ່າ, “ຄົນ​ທີ່​ຂ້າ​ລາວ​ສຳເລັດ​ຈະ​ໄດ້​ຮັບ​ສິ່ງ​ຕ່າງໆ​ເຫລົ່ານັ້ນ”.

ເມື່ອ​ເອລີອາບ, ອ້າຍ​ກົກ​ຂອງ​ດາວິດ, ໄດ້​ຍິນ​ດາວິດ​ເວົ້າ​ກັບ​ຄົນ​ນັ້ນ, ລາວ​ກໍ​ໃຈຮ້າຍ​ໃຫ້​ດາວິດ ແລະ ເວົ້າ​ວ່າ, “ເຈົ້າ​ມາ​ເຮັດ​ຫຍັງ​ຢູ່​ບ່ອນ​ນີ້? ແລະ ເຈົ້າ​ຖິ້ມ​ແກະ​ຈຳນວນ​ໜ້ອຍ​ໃນ​ຖິ່ນແຫ້ງແລ້ງກັນດານ​ໄວ້​ໃຫ້​ຜູ້ໃດ​ເບິ່ງ? ຂ້ອຍ​ຮູ້​ວ່າ​ເຈົ້າ​ມັກ​ເວົ້າ​ໂອ້ອວດ ແລະ ຮູ້​ຈັກ​ໃຈ​ຊົ່ວ​ຊ້າ​ຂອງ​ເຈົ້າ; ເຈົ້າ​ລົງ​ມາ​ພຽງ​ແຕ່​ເພື່ອ​ຢາກ​ເບິ່ງ​ການ​ສູ້ຮົບ​ກັນ​ເທົ່ານັ້ນ”.

ດາວິດ​ໄດ້​ຕອບ​ວ່າ, “ຂ້ອຍ​ເຮັດ​ຫຍັງ​ຜິດ​ບໍ? ຖາມ​ເບິ່ງ​ບໍ່​ໄດ້​ບໍ?” ແລ້ວ​ດາວິດ​ກໍ​ຍ່າງ​ໄປ​ຖາມ​ຄົນ​ອື່ນໆ​ອີກ​ໃນ​ເລື່ອງ​ດຽວ​ກັນ ແລະ ກໍ​ໄດ້​ຮັບ​ຄຳຕອບ​ຢ່າງ​ດຽວ​ກັນ. ມີ​ຜູ້​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ດາວິດ​ຈຶ່ງ​ໄປ​ລາຍ​ງານ​ໂຊນ, ເພິ່ນ​ຈຶ່ງ​ໃຫ້​ຄົນ​ໄປ​ຕາມ​ດາວິດ​ໃຫ້​ເຂົ້າ​ພົບ.

ດາວິດ​ຕອບ​ໂຊນ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ເສຍ​ຂວັນ​ເພາະ​ຊາວ​ຟີລິດສະຕິນ​ຄົນ​ນີ້​ເລີຍ; ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ໄປ ແລະ ຕໍ່ສູ້​ກັບ​ລາວ”.

ໂຊນ​ໄດ້​ຕອບ​ວ່າ, “ເຈົ້າ​ບໍ່​ສາມາດ​ອອກ​ໄປ​ສູ້​ກັບ​ຊາວ​ຟີລິດສະຕິນ​ຄົນ​ນີ້​ໄດ້; ເຈົ້າ​ເປັນ​ພຽງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ, ສ່ວນ​ລາວ​ເປັນ​ນັກຮົບ​ມາ​ຕັ້ງ​ແຕ່​ໄວ​ໜຸ່ມ​ແລ້ວ”.

ແຕ່​ດາວິດ​ໄດ້​ເວົ້າ​ກັບ​ໂຊນ​ວ່າ, “ຜູ້ຮັບໃຊ້​ຂອງ​ທ່ານ​ເບິ່ງແຍງ​ແກະ​ຂອງ​ພໍ່. ເມື່ອ​ມີ​ໂຕສິງ ຫລື ໝີ​ມາ​ຄາບ​ແກະ​ໄປ​ຈາກ​ຝູງ, ຂ້ານ້ອຍ​ຈະ​ໄລ່​ຕາມ​ໄປ, ຕໍ່ສູ້​ມັນ ແລະ ຊ່ວຍ​ແກະ​ນັ້ນ​ອອກ​ມາ​ຈາກ​ປາກ​ຂອງ​ໂຕສິງ. ຖ້າ​ມັນ​ຫັນ​ມາ​ຫລິ້ນງານ​ຂ້ານ້ອຍ, ຂ້ານ້ອຍ​ກໍ​ຈະ​ດຶງ​ຂົນ​ຂອງ​ມັນ, ຟາດ​ມັນ ແລະ ຂ້າ​ມັນ. ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ຂ້າ​ທັງ​ໂຕສິງ ແລະ ໝີ​ມາ​ແລ້ວ; ຊາວ​ຟີລິດສະຕິນ​ຜູ້​ບໍ່​ໄດ້​ຮັບພິທີຕັດ​ຄົນ​ນີ້​ກໍ​ຈະ​ເປັນ​ເໝືອນ​ສັດ​ເຫລົ່ານັ້ນ, ເພາະ​ລາວ​ໄດ້​ໝິ່ນປະໝາດ​ກອງທັບ​ຂອງ​ພຣະເຈົ້າ​ຜູ້​ດຳລົງ​ຢູ່. ພຣະເຈົ້າ​ຢາເວ​ຜູ້​ຊ່ວຍ​ຂ້ານ້ອຍ​ຈາກ​ເລັບ​ຂອງ​ໂຕສິງ ແລະ ໝີ ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມື​ຂອງ​ຊາວ​ຟີລິດສະຕິນ​ຜູ້​ນີ້”.

ໂຊນ​ໄດ້​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ໄປ, ຂໍ​ພຣະເຈົ້າ​ຢາເວ​ຢູ່​ກັບ​ເຈົ້າ”.

ຫລັງຈາກນັ້ນ ໂຊນ​ກໍ​ໃຫ້​ດາວິດ​ສວມ​ຊຸດ​ນັກຮົບ​ຂອງ​ໂຊນ​ເອງ. ມີ​ເສື້ອ​ເກາະ ແລະ ໝວກ​ເກາະ​ທອງສຳລິດ. ດາວິດ​ພາຍ​ດາບ​ທັບ​ເສື້ອ​ເກາະ ແລະ ລອງ​ຍ່າງ​ໄປ​ມາ, ເພາະ​ບໍ່​ຄຸ້ນເຄີຍ​ກັບ​ຊຸດ​ແບບ​ນີ້​ມາ​ກ່ອນ.

ດາວິດ​ໄດ້​ເວົ້າ​ກັບ​ໂຊນ​ວ່າ, “ຂ້ານ້ອຍ​ອອກ​ໄປ​ແບບ​ນີ້​ບໍ່​ໄດ້​ເພາະ​ບໍ່​ລຶ້ງ”. ດັ່ງນັ້ນ ດາວິດ​ຈຶ່ງ​ໄດ້​ຖອດ​ຊຸດ​ນັ້ນ​ອອກ. ຫລັງຈາກນັ້ນ ລາວ​ກໍ​ຈັບ​ໄມ້ຄ້ອນເທົ້າ ແລະ ໄປ​ເກັບ​ຫີນ​ກ້ຽງ​ຫ້າ​ກ້ອນ​ມາ​ຈາກ​ແມ່ນ້ຳ​ໃສ່​ໄວ້​ໃນ​ຖົງ​ຂອງ​ລາວ, ແລະ ໃນ​ມື​ຖື​ກະຖຸນ, ຍ່າງ​ເຂົ້າ​ໄປ​ຫາ​ຊາວ​ຟີລິດສະຕິນ​ຄົນ​ນັ້ນ.

ໃນ​ຂະນະ​ນັ້ນ, ໂກລີອາດ​ກໍ​ຍ່າງ​ເຂົ້າ​ມາ​ຫາ​ດາວິດ, ມີ​ຄົນ​ແບກໂລ່​ຍ່າງ​ນຳ​ໜ້າ. ເມື່ອ​ເຫັນ​ດາວິດ​ທີ່​ເປັນ​ພຽງ​ເດັກ​ຊາຍ​ທີ່​ກຳລັງ​ໃຫຍ່, ແຂງແຮງ ແລະ ຮູບຮ່າງ​ດີ, ແລ້ວ​ລາວ​ກໍ​ຄິດ​ດູຖູກ​ດາວິດ. ໂກລີອາດ​ໄດ້​ເວົ້າ​ກັບ​ດາວິດ​ວ່າ, “ເຫັນ​ຂ້ອຍ​ເປັນ​ໝາ​ບໍ, ເຈົ້າ​ຈຶ່ງ​ໄດ້​ຖື​ໄມ້ຄ້ອນ​ອອກ​ມາ​ຫາ​ຂ້ອຍ?” ແລ້ວ​ຄົນ​ຟີລິດສະຕິນ​ຄົນ​ນັ້ນ​ກໍ​ປ້ອຍດ່າ​ດາວິດ​ໂດຍ​ອ້າງ​ນາມ​ພະ​ທັງຫລາຍ​ຂອງ​ຕົນ. ໂກລີອາດ​ເວົ້າ​ວ່າ, “ມາ, ຂ້ອຍ​ຈະ​ປາດ​ຊີ້ນ​ຂອງ​ເຈົ້າ​ໃຫ້​ນົກ ແລະ ສັດປ່າ​ກິນ!”

ດາວິດ​ໄດ້​ເວົ້າ​ກັບ​ຄົນ​ຟີລິດສະຕິນ​ຄົນ​ນັ້ນ​ວ່າ, “ເຈົ້າ​ມາ​ຕໍ່ສູ້​ກັບ​ຂ້ອຍ​ດ້ວຍ​ດາບ​ກັບ​ຫອກ ແລະ ຫລາວ, ແຕ່​ຂ້ອຍ​ມາ​ຕໍ່ສູ້​ກັບ​ເຈົ້າ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ຂອງ​ກອງທັບ​ອິດສະຣາເອນ ຜູ້​ທີ່​ເຈົ້າ​ເວົ້າ​ລົບຫລູ່. ວັນ​ນີ້​ພຣະເຈົ້າ​ຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຂ້ອຍ ແລະ ຂ້ອຍ​ຈະ​ຂ້າ​ເຈົ້າ ແລະ ຕັດ​ຫົວ​ຂອງ​ເຈົ້າ. ມື້​ນີ້​ຂ້ອຍ​ຈະ​ເອົາ​ຊາກສົບ​ຂອງ​ກອງທັບ​ຟີລິດສະຕິນ​ໃຫ້​ນົກ ແລະ ສັດປ່າ​ກິນ, ແລ້ວ​ທົ່ວ​ທັງ​ໂລກ​ຈະ​ໄດ້​ຮູ້​ວ່າ​ມີ​ພຣະເຈົ້າ​ໃນ​ອິດສະຣາເອນ. ຄົນ​ທັງຫລາຍ​ທີ່​ຊຸມນຸມ​ກັນ​ຢູ່​ບ່ອນ​ນີ້​ຈະ​ໄດ້​ຮູ້​ວ່າ​ພຣະເຈົ້າ​ຢາເວ​ບໍ່​ໄດ້​ຊ່ວຍ​ໃຫ້​ພົ້ນ​ດ້ວຍ​ດາບ ຫລື ຫອກ; ເພາະ​ການ​ສູ້ຮົບ​ຄັ້ງ​ນີ້​ເປັນ​ຂອງ​ພຣະເຈົ້າ​ຢາເວ ແລະ ພຣະອົງ​ຈະ​ມອບ​ພວກເຈົ້າ​ທຸກ​ຄົນ​ໄວ້​ໃນ​ມື​ຂອງ​ພວກເຮົາ”.

ຂະນະ​ທີ່​ໂກລີອາດ​ເຂົ້າ​ມາ​ໃກ້​ເພື່ອ​ຕໍ່ສູ້, ດາວິດ​ກໍ​ແລ່ນ​ເຂົ້າໄປ​ປະເຊີນ​ໜ້າ​ກັບ​ໂກລີອາດ​ຢ່າງ​ວ່ອງໄວ. ເອົາ​ມື​ຈົກ​ລົງ​ໄປ​ໃນ​ຖົງ​ຂອງ​ຕົນ ແລະ ຈັບ​ເອົາ​ກ້ອນຫີນ​ອອກ​ມາ, ລາວ​ຄ້ອງ​ເຂົ້າ​ກັບ​ກະຖຸນ ແລະ ແກ່ວງ​ກ້ອນຫີນ​ອັດ​ເຂົ້າ​ທີ່​ໜ້າຜາກ​ຂອງ​ໂກລີອາດ. ກ້ອນຫີນ​ຝັງ​ຈົມ​ເຂົ້າ​ໄປ​ໃນ​ໜ້າຜາກ​ຂອງ​ໂກລີອາດ. ແລ້ວ​ໂກລີອາດ​ກໍ​ລົ້ມ​ຂວໍ້າ​ໜ້າ​ລົງ​ກັບ​ພື້ນ.

ດັ່ງນັ້ນ ດາວິດ​ຈຶ່ງ​ເອົາ​ຊະນະ​ຊາວ​ຟີລິດສະຕິນ​ຄົນ​ນັ້ນ​ດ້ວຍ​ກະຖຸນ ແລະ ກ້ອນຫີນ; ເຖິງ​ບໍ່​ມີ​ດາບ​ແຕ່​ກໍ​ລົ້ມ​ໂກລີອາດ​ໄດ້ ແລະ ຂ້າ​ລາວ.

ດາວິດ​ໄດ້​ແລ່ນ​ເຂົ້າ​ໄປ​ຢືນ​ເທິງ​ຮ່າງ​ຂອງ​ໂກລີອາດ. ລາວ​ໄດ້​ດຶງ​ດາບ​ຂອງ​ໂກລີອາດ​ອອກ​ຈາກ​ຝັກ ແລະ ຂ້າ​ລາວ, ແລ້ວ​ກໍ​ຕັດ​ຫົວ​ອອກ​ມາ.

ເມື່ອ​ຊາວ​ຟີລິດສະຕິນ​ເຫັນ​ວິລະບຸລຸດ​ຂອງ​ຕົນ​ຕາຍ​ແລ້ວ, ພວກເຂົາ​ກໍ​ຫັນ​ຫລັງ​ແລ່ນ​ໜີ​ໄປ. ຫລັງຈາກນັ້ນ ຊາວ​ອິດສະຣາເອນ ແລະ ຢູດາ​ຈຶ່ງ​ໂຫ່​ຮ້ອງ​ມີ​ໄຊ ແລ້ວ​ໄລ່ຕາມ​ຊາວ​ຟີລິດສະຕິນ​ໄປ​ໄກ​ຈົນ​ເຖິງ​ທາງ​ເຂົ້າ​ເມືອງ​ກາດ7 ແລະ ປະຕູ​ເມືອງ​ເອັກໂຣນ. ສົບ​ຊາວ​ຟີລິດສະຕິນ​ຢາຍ​ຕາມ​ເສັ້ນ​ທາງ​ຊາອາຣາອີມ​ທີ່​ຈະ​ໄປ​ຍັງ​ເມືອງ​ກາດ ແລະ ເມືອງ​ເອັກໂຣນ. ຫລັງຈາກນັ້ນ ຊາວ​ອິດສະຣາເອນ​ກໍ​ກັບ​ມາ​ປຸ້ນ​ຄ້າຍພັກ​ຂອງ​ຊາວ​ຟີລິດສະຕິນ.

ດາວິດ​ໄດ້​ນຳ​ຫົວ​ຂອງ​ໂກລີອາດ​ໄປ​ທີ່​ເຢຣູຊາເລັມ ແລະ ເກັບ​ອາວຸດ​ຂອງ​ລາວ​ໄວ້​ໃນ​ເຕັນ​ຂອງ​ຕົນ.

ຂະນະ​ທີ່​ໂຊນ​ເຝົ້າ​ເບິ່ງ​ດາວິດ​ອອກ​ໄປ​ສູ້​ກັບ​ໂກລີອາດ, ເພິ່ນ​ກໍ​ໄດ້​ຖາມ​ແມ່ທັບ​ອັບເນ​ວ່າ, “ອັບເນ, ຊາຍ​ໜຸ່ມ​ຄົນ​ນັ້ນ​ເປັນ​ລູກຊາຍ​ຂອງ​ຜູ້ໃດ?”

ອັບເນ​ໄດ້​ຕອບ​ວ່າ, “ຂ້າ​ແດ່​ກະສັດ, ທ່ານ​ມີ​ຊີວິດ​ຢູ່​ແທ້​ສັນ​ໃດ, ຂ້ານ້ອຍ​ບໍ່​ຮູ້​ສັນນັ້ນ”.

ໂຊນ​ໄດ້​ເວົ້າ​ວ່າ, “ຈົ່ງ​ໄປ​ສືບ​ມາ​ວ່າ​ຊາຍ​ໜຸ່ມ​ຄົນ​ນີ້​ເປັນ​ລູກ​ຂອງ​ຜູ້ໃດ”.

ທັນທີ​ທີ່​ດາວິດ​ກັບ​ມາ​ຈາກ​ການ​ຂ້າ​ໂກລີອາດ, ອັບເນ​ກໍ​ໄດ້​ນຳ​ລາວ​ມາ​ເຂົ້າ​ພົບ​ໂຊນ, ດາວິດ​ຍັງ​ຫິ້ວ​ຫົວ​ຂອງ​ໂກລີອາດ​ຢູ່.

ໂຊນ​ໄດ້​ຖາມ​ດາວິດ​ວ່າ, “ຊາຍ​ໜຸ່ມ, ເຈົ້າ​ເປັນ​ລູກ​ຂອງ​ຜູ້ໃດ?”

ດາວິດ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ເປັນ​ລູກຊາຍ​ຂອງ​ເຢຊີ​ແຫ່ງ​ເບັດເລເຮັມ​ຜູ້ຮັບໃຊ້​ຂອງ​ທ່ານ”.

Source notes (7)
  1. Footnote ຄື ສູງ​ປະມານ 3 ແມັດ
  2. Footnote ປະມານ 58 ກິໂລກຣາມ
  3. Footnote ປະມານ 6,9 ກິໂລກຣາມ
  4. Footnote ປະມານ 16 ກິໂລກຣາມ
  5. Footnote ພາສາ​ເຮັບເຣີ​ວ່າ ກອງ​ພັນ
  6. Footnote ຫລື ຂອງ​ຝາກ ຫລື ຂອງ​ທີ່​ປຸ້ນ​ໄດ້
  7. Footnote ພາສາ​ເຮັບເຣີ​ວ່າ ທາງ​ເຂົ້າ​ຮ່ອມພູ​ແຫ່ງ​ໜຶ່ງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.