Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 16

ຊາມູເອນ​ເຈີມ​ດາວິດ

ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ຊາມູເອນ​ວ່າ, “ເຈົ້າ​ຈະ​ຄ່ຳຄວນ​ເລື່ອງ​ທີ່​ເຮົາ​ປົດ​ໂຊນ​ອອກ​ຈາກ​ການ​ເປັນ​ກະສັດ​ອິດສະຣາເອນ​ອີກ​ດົນ​ປານ​ໃດ? ບັດນີ້ ຈົ່ງ​ເຕີມ​ນ້ຳມັນ​ໃຫ້​ເຕັມ​ເຂົາສັດ ແລະ ອອກ​ເດີນທາງ; ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ພົບ​ເຢຊີ​ແຫ່ງ​ເບັດເລເຮັມ. ເຮົາ​ໄດ້​ເລືອກ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ລາວ​ໃຫ້ເປັນ​ກະສັດ”.

ແຕ່​ຊາມູເອນ​ໄດ້​ຕອບ​ວ່າ, “ຂ້າ​ນ້ອຍ​ຈະ​ໄປ​ໄດ້​ຢ່າງໃດ? ຖ້າ​ໂຊນ​ຮູ້​ຂ່າວ, ລາວ​ຈະ​ຂ້ານ້ອຍ”.

ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ຈົ່ງ​ເອົາ​ງົວ​ແມ່​ໄປ​ນໍາ​ໂຕ​ໜຶ່ງ ແລະ ເວົ້າ​ວ່າ, ‘ຂ້າພະເຈົ້າ​ມາ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ’. ຈົ່ງ​ເຊີນ​ເຢຊີ​ໄປ​ຮ່ວມ​ການ​ຖວາຍ​ເຄື່ອງບູຊາ ແລະ ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ວ່າ​ຈະ​ຕ້ອງ​ເຮັດຫຍັງ​ແດ່. ເຈົ້າ​ຈົ່ງ​ເຈີມ​ຕັ້ງ​ຄົນ​ທີ່​ເຮົາ​ບອກ​ໄວ້​ໃຫ້​ເຮົາ”.

ຊາມູເອນ​ກໍ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ບອກ​ໄວ້. ເມື່ອ​ເພິ່ນ​ມາ​ຮອດ​ເບັດເລເຮັມ ບັນດາ​ຜູ້ອາວຸໂສ​ຂອງ​ເມືອງ​ນັ້ນ​ກໍ​ຢ້ານ​ກົວ​ຈົນ​ຕົວ​ສັ່ນ. ພວກເຂົາ​ໄດ້​ຖາມ​ເພິ່ນ​ວ່າ, “ທ່ານ​ມາ​ຢ່າງ​ສັນຕິ​ບໍ?”

ຊາມູເອນ​ຕອບ​ວ່າ, “ແມ່ນ​ແລ້ວ, ຂ້າພະເຈົ້າ​ມາ​ຢ່າງ​ສັນຕິ; ມາ​ເພື່ອ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ. ຈົ່ງ​ຊຳລະ​ຕົວ ແລະ ມາ​ຮ່ວມ​ຖວາຍ​ເຄື່ອງບູຊາ​ດ້ວຍ​ກັນ​ກັບ​ເຮົາ”. ແລ້ວ​ເພິ່ນ​ກໍ​ໄດ້​ປະກອບ​ພິທີ​ຊຳລະ​ໃຫ້​ແກ່​ເຢຊີ ແລະ ບັນດາ​ລູກຊາຍ​ຂອງ​ລາວ ແລະ ເຊີນ​ຄົນ​ເຫລົ່ານັ້ນ​ມາ​ຮ່ວມ​ໃນ​ການ​ຖວາຍ​ເຄື່ອງບູຊາ​ດ້ວຍ.

ເມື່ອ​ພວກເຂົາ​ມາ​ຮອດ, ຊາມູເອນ​ກໍ​ເບິ່ງ​ເອລີອາບ ແລະ ຄິດ​ໃນ​ໃຈ​ວ່າ, “ຊາຍ​ທີ່​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຄົນ​ນີ້​ແນ່ນອນ​ທີ່​ພຣະອົງ​ໄດ້​ເຈີມ​ຕັ້ງ​ໄວ້”.

ແຕ່​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ຊາມູເອນ​ວ່າ, “ຢ່າ​ຕັດ​ສິນ​ຈາກ​ຮູບ​ຮ່າງ​ໜ້າ​ຕາ ຫລື ສ່ວນ​ສູງ, ເພາະ​ເຮົາ​ບໍ່​ໄດ້​ເລືອກ​ຄົນ​ນີ້. ພຣະເຈົ້າ​ຢາເວ​ບໍ່​ໄດ້​ເບິ່ງ​ເໝືອນ​ກັບ​ທີ່​ມະນຸດ​ເບິ່ງ. ມະນຸດ​ເບິ່ງ​ທີ່​ຮູບ​ລັກສະນະ​ພາຍນອກ, ແຕ່​ພຣະເຈົ້າ​ຢາເວ​ເບິ່ງ​ທີ່​ຈິດໃຈ”.

ຫລັງຈາກນັ້ນ ເຢຊີ​ຈຶ່ງ​ສັ່ງ​ໃຫ້​ອາບີນາດາບ​ມາ​ຢູ່​ຕໍ່ໜ້າ​ຊາມູເອນ. ແຕ່​ຊາມູເອນ​ໄດ້​ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ບໍ່​ໄດ້​ເລືອກ​ຄົນ​ນີ້”. ເຢຊີ​ຈຶ່ງ​ເອີ້ນ​ຊາມມາ, ແຕ່​ຊາມູເອນ​ກໍ​ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ບໍ່​ໄດ້​ເລືອກ​ຄົນ​ນີ້”. ເຢຊີ​ໄດ້​ໃຫ້​ລູກຊາຍ​ທັງ​ເຈັດ​ຄົນ​ຂອງ​ຕົນ​ມາ​ຢູ່​ຕໍ່ໜ້າ​ຊາມູເອນ, ແຕ່​ຊາມູເອນ​ກໍ​ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ບໍ່​ໄດ້​ເລືອກ​ຄົນ​ເຫລົ່ານີ້”. ດັ່ງນັ້ນ ຊາມູເອນ​ຈຶ່ງ​ໄດ້​ຖາມ​ເຢຊີ​ວ່າ, “ທ່ານ​ມີ​ລູກຊາຍ​ເທົ່າ​ນີ້​ບໍ?”

ເຢຊີ​ຕອບ​ວ່າ, “ຍັງ​ມີ​ລູກ​ຫລ້າ​ອີກ​ຄົນ​ໜຶ່ງ, ລາວ​ກໍາລັງ​ລ້ຽງ​ແກະ​ຢູ່”.

ຊາມູເອນ​ກໍ​ໄດ້​ເວົ້າ​ວ່າ, “ຈົ່ງ​ໄປ​ນໍາ​ລາວ​ມາ; ພວກເຮົາ​ຈະ​ບໍ່​ນັ່ງ​ລົງ​ຈົນ​ກວ່າ​ລາວ​ຈະ​ມາ”.

ດັ່ງນັ້ນ ເຢຊີ​ຈຶ່ງ​ໃຫ້​ຄົນ​ໄປ​ນໍາ​ລາວ​ມາ. ລາວ​ເປັນ​ເດັກ​ໜຸ່ມ​ຜິວ​ພັນ​ດີ ແລະ ແຂງແຮງ ແລະ ຮູບຮ່າງ​ໜ້າ​ຕາ​ດີ.

ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ວ່າ, “ແມ່ນ​ຄົນ​ນີ້; ຈົ່ງ​ລຸກ​ຂຶ້ນ ແລະ ເຈີມ​ຕັ້ງ​ລາວ”.

ຊາມູເອນ​ຈຶ່ງ​ຈັບ​ເຂົາສັດ​ທີ່​ບັນຈຸ​ນ້ຳມັນ​ມາ ແລະ ເຈີມ​ດາວິດ​ຕໍ່ໜ້າ​ອ້າຍ​ທັງຫລາຍ​ຂອງ​ລາວ ແລະ ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ລົງ​ມາ​ເໝືອ​ດາວິດ​ດ້ວຍ​ລິດເດດ​ຕັ້ງ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ມາ. ແລ້ວ​ຊາມູເອນ​ກໍ​ກັບ​ໄປ​ທີ່​ຣາມາ.

ດາວິດ​ຮັບໃຊ້​ໂຊນ

ບັດນີ້ ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ອອກ​ຈາກ​ໂຊນ ແລະ ວິນຍານ​ຊົ່ວ1​ຈາກ​ພຣະເຈົ້າ​ຢາເວ​ມາ​ທໍລະມານ​ໂຊນ.

ຄົນຮັບໃຊ້​ຂອງ​ໂຊນ​ໄດ້​ເວົ້າ​ວ່າ, “ເບິ່ງ​ແມ, ວິນຍານ​ຊົ່ວ​ຈາກ​ພຣະເຈົ້າ​ມາ​ທໍລະມານ​ທ່ານ. ຂໍ​ໃຫ້​ເຈົ້ານາຍ​ຂອງ​ພວກຂ້ານ້ອຍ​ສັ່ງ​ຜູ້ຮັບໃຊ້​ທີ່​ນີ້​ໃຫ້​ຫາ​ນັກ​ດີດ​ພິນ​ມາ​ບັນເລງ​ເພງ. ເມື່ອ​ວິນຍານ​ຊົ່ວ​ຈາກ​ພຣະເຈົ້າ​ມາ​ລົບກວນ​ທ່ານ ແລ້ວ​ສຽງ​ພິນ​ຈະ​ໄດ້​ເຮັດ​ໃຫ້​ຮູ້ສຶກ​ດີ​ຂຶ້ນ”.

ດັ່ງນັ້ນ ໂຊນ​ກໍ​ໄດ້​ກ່າວ​ກັບ​ຄົນຮັບໃຊ້​ຂອງ​ຕົນ​ວ່າ, “ຈົ່ງ​ຫາ​ນັກ​ຫລິ້ນ​ພິນ​ມາ​ໃຫ້​ເຮົາ”.

ຄົນ​ໜຶ່ງ​ໃນ​ບັນດາ​ຄົນຮັບໃຊ້​ນັ້ນ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ເຄີຍ​ເຫັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ເຢຊີ​ແຫ່ງ​ເບັດເລເຮັມ​ຫລິ້ນ​ພິນ​ເກັ່ງ. ລາວ​ເປັນ​ນັກຮົບ​ກ້າຫານ. ລາວ​ເວົ້າ​ມ່ວນ ແລະ ໜ້າ​ຕາ​ດີ ແລະ ພຣະເຈົ້າ​ຢາເວ​ຢູ່​ກັບ​ລາວ”.

ໂຊນ​ຈຶ່ງ​ໄດ້​ສົ່ງ​ຜູ້​ນໍາຂ່າວ​ໄປ​ຫາ​ເຢຊີ ແລະ ເວົ້າ​ວ່າ, “ຂໍ​ໃຫ້​ສົ່ງ​ດາວິດ​ລູກຊາຍ​ຂອງ​ເຈົ້າ, ຜູ້​ທີ່​ລ້ຽງ​ແກະ​ມາ​ໃຫ້​ເຮົາ”. ເຢຊີ​ຈຶ່ງ​ໄດ້​ສົ່ງ​ດາວິດ​ມາ​ພ້ອມ​ກັບ​ແກະ​ໜຸ່ມ ແລະ ໃຫ້​ລໍ​ໂຕ​ໜຶ່ງ​ບັນທຸກ​ອາຫານ ແລະ ເຫລົ້າ​ອະງຸ່ນ​ໜຶ່ງ​ຖົງ​ໜັງ​ມາ​ໃຫ້​ໂຊນ.

ດາວິດ​ໄດ້​ເຂົ້າ​ພົບ​ໂຊນ ແລະ ຮັບໃຊ້​ກັບ​ເພິ່ນ. ໂຊນ​ພໍໃຈ​ດາວິດ​ຫລາຍ ແລະ ໄດ້​ຕັ້ງ​ດາວິດ​ໃຫ້​ເປັນ​ໜຶ່ງ​ໃນ​ຜູ້​ຖື​ອາວຸດ​ຂອງ​ເພິ່ນ. ໂຊນ​ໄດ້​ສົ່ງ​ຂ່າວ​ໄປ​ຫາ​ເຢຊີ, ໂດຍ​ກ່າວ​ວ່າ, “ຈົ່ງ​ໃຫ້​ດາວິດ​ມາ​ຮັບໃຊ້​ກັບ​ເຮົາ​ເພາະ​ເຮົາ​ພໍໃຈ​ລາວ​ຫລາຍ”.

ເມື່ອ​ໃດ​ກໍ​ຕາມ​ທີ່​ວິນຍານ ເຊິ່ງ​ມາ​ຈາກ​ພຣະເຈົ້າ​ມາ​ລົບກວນ​ໂຊນ ດາວິດ​ກໍ​ຈະ​ເອົາ​ພິນ​ຂອງ​ຕົນ​ອອກ​ມາ ແລະ ບັນເລງ. ຫລັງຈາກນັ້ນ ໂຊນ​ກໍ​ຈະ​ຮູ້ສຶກ​ສະບາຍ​ໃຈ​ຂຶ້ນ ແລະ ວິນຍານ​ຊົ່ວ​ກໍ​ຈາກ​ໄປ.

Source notes (1)
  1. Footnote ຫລື ວິນຍານ​ແຫ່ງ​ການ​ເຮັດ​ຮ້າຍ ເຊັ່ນ​ດຽວ​ກັບ​ຂໍ້ 15 ແລະ 16

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.