Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 15

ພຣະເຈົ້າ​ຢາເວ​ໄດ້​ປົດ​ໂຊນ​ອອກ​ຈາກ​ການ​ເປັນ​ກະສັດ

ຊາມູເອນ​ເວົ້າ​ກັບ​ໂຊນ​ວ່າ, “ຂ້ອຍ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ສົ່ງ​ມາ​ເຈີມ​ເຈົ້າ​ໃຫ້​ເປັນ​ກະສັດ​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ; ດັ່ງນັ້ນ ຈົ່ງ​ຟັງ​ຄຳສັ່ງ​ຈາກ​ພຣະເຈົ້າ​ຢາເວ. ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ອໍານາດ​ກ່າວ​ວ່າ: ‘ເຮົາ​ຈະ​ລົງໂທດ​ຊາວ​ອາມາເຫລັກ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ຊາວ​ອິດສະຣາເອນ​ເມື່ອ​ເວລາ​ທີ່​ພວກເຂົາ​ອອກ​ມາ​ຈາກ​ເອຢິບ. ບັດນີ້ ຈົ່ງ​ອອກ​ໄປ​ໂຈມຕີ​ຊາວ​ອາມາເຫລັກ ແລະ ທຳລາຍ​ລ້າງ1​ທຸກສິ່ງ​ທີ່​ພວກເຂົາ​ມີ​ໃຫ້​ໝົດ. ຢ່າ​ໄວ້​ຊີວິດ​ພວກເຂົາ; ບໍ່​ວ່າ​ຜູ້​ຊາຍ ແລະ ແມ່ຍິງ, ເດັກ ແລະ ເດັກແດງ, ງົວ ແລະ ແກະ, ອູດ ແລະ ລໍ’ ”.

ດັ່ງນັ້ນ ໂຊນ​ຈຶ່ງ​ໄດ້​ລະດົມ​ພົນ ແລະ ກວດກາ​ຈໍານວນ​ພົນ​ທີ່​ເຕເລັມ ເຊິ່ງ​ມີ​ກຳລັງ​ພົນ​ຈຳນວນ​ສອງ​ແສນ​ຄົນ​ສົມທົບ​ກັບ​ກຳລັງ​ພົນ​ຈາກ​ຢູດາ​ໜຶ່ງ​ໝື່ນ​ຄົນ. ໂຊນ​ໄດ້​ຍົກທັບ​ໄປ​ທີ່​ເມືອງ​ຂອງ​ຊາວ​ອາມາເຫລັກ ແລະ ດັກຊຸ້ມ​ຢູ່​ໃນ​ຮ່ອມພູ. ຫລັງຈາກນັ້ນ ເພິ່ນ​ໄດ້​ເວົ້າ​ກັບ​ຊາວ​ເກນິດ​ວ່າ, “ຈົ່ງ​ອອກ​ໄປ, ອອກ​ຈາກ​ໝູ່ບ້ານ​ຂອງ​ຊາວ​ອາມາເຫລັກ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍ່​ຖືກ​ທຳລາຍ​ລ້າງ​ໄປ​ພ້ອມ​ກັບ​ພວກເຂົາ; ເພາະ​ພວກເຈົ້າ​ໄດ້​ເມດຕາ​ຊາວ​ອິດສະຣາເອນ​ເມື່ອ​ເວລາ​ທີ່​ພວກເຂົາ​ອອກ​ມາ​ຈາກ​ເອຢິບ”. ດັ່ງນັ້ນ ຄົນ​ເກນີຊິດ​ຈຶ່ງ​ຍ້າຍ​ອອກຈາກ​ຊາວ​ອາມາເຫລັກ​ໄປ.

ຫລັງຈາກນັ້ນ ໂຊນ​ກໍ​ໄດ້​ໂຈມຕີ​ຊາວ​ອາມາເຫລັກ​ຕັ້ງ​ແຕ່​ເມືອງ​ຮາວີລາ ຕະຫລອດ​ທາງ​ຈົນ​ເຖິງ​ເມືອງ​ຊູເຣ, ໃກ້​ເຂດແດນ​ທາງ​ຕາເວັນອອກ​ຂອງ​ເອຢິບ. ໂຊນ​ໄດ້​ຈັບ​ກຸມ​ອາກາ ກະສັດ​ຂອງ​ຊາວ​ອາມາເຫລັກ​ໄດ້​ທັງ​ເປັນ, ສ່ວນ​ຄົນ​ອື່ນໆ​ແມ່ນ​ຖືກ​ທຳລາຍ​ລ້າງ​ດ້ວຍ​ດາບ​ທັງໝົດ. ແຕ່​ໂຊນ​ກັບ​ທະຫານ​ໄດ້​ໄວ້​ຊີວິດ​ອາກາ ແລະ ເກັບ​ແກະ, ງົວ, ລູກ​ງົວ​ທີ່​ອ້ວນ​ພີ2 ແລະ ລູກແກະ​ທີ່​ດີ​ທີ່ສຸດ​ເອົາ​ໄວ້. ເພິ່ນ​ບໍ່​ຢາກ​ທຳລາຍ​ລ້າງ​ສິ່ງ​ເຫລົ່ານີ້​ໃຫ້​ໝົດ​ສິ້ນ, ແຕ່​ທຳລາຍ​ລ້າງ​ສະເພາະ​ສິ່ງ​ທີ່​ໄຮ້​ຄ່າ ແລະ ບໍ່​ມີ​ປະໂຫຍດ​ໃຫ້​ໝົດ​ສິ້ນ​ໄປ.

ແລ້ວ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ຈຶ່ງ​ມາ​ເຖິງ​ຊາມູເອນ​ວ່າ: “ເຮົາ​ເສຍໃຈ​ທີ່​ໄດ້​ແຕ່ງຕັ້ງ​ໂຊນ​ເປັນ​ກະສັດ, ເພາະ​ລາວ​ໄດ້​ປະຖິ້ມ​ເຮົາ ແລະ ບໍ່​ເຮັດ​ຕາມ​ຄຳສັ່ງ​ຂອງ​ເຮົາ”. ຊາມູເອນ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ໄດ້​ຄ່ຳຄວນ​ຕໍ່​ພຣະເຈົ້າ​ຢາເວ​ຕະຫລອດ​ຄືນ.

ເຊົ້າ​ມື້​ຕໍ່ມາ​ເພິ່ນ​ຈຶ່ງ​ຕື່ນ​ນອນ ແລະ ອອກ​ໄປ​ຫາ​ໂຊນ, ແຕ່​ມີ​ຄົນ​ບອກ​ເພິ່ນ​ວ່າ, “ໂຊນ​ໄດ້​ໄປ​ທີ່​ກາກເມນ. ໂຊນ​ໄດ້​ສ້່າງ​ອະນຸສາວະລີ​ເພື່ອ​ເປັນ​ກຽດ​ແກ່​ຕົນ​ເອງ ແລະ ຫລັງຈາກນັ້ນ​ກໍ​ໄດ້​ລົງ​ໄປ​ທີ່​ກິນການ”.

ເມື່ອ​ຊາມູເອນ​ມາ​ຮອດ, ໂຊນ​ກໍ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ຢາເວ​ອວຍພອນ​ທ່ານ! ຂ້າພະເຈົ້າ​ໄດ້​ປະຕິບັດ​ຕາມ​ຄໍາສັ່ງ​ຂອງ​ພຣະເຈົ້າ”.

ແຕ່​ຊາມູເອນ​ໄດ້​ຖາມ​ວ່າ, “ຖ້າ​ດັ່ງ​ນັ້ນ​ສຽງ​ຮ້ອງ​ຂອງ​ແກະ ແລະ ງົວ​ທີ່​ເຮົາ​ໄດ້​ຍິນ​ນີ້​ໝາຍ​ເຖິງ​ຫຍັງ?”

ໂຊນ​ໄດ້​ຕອບ​ວ່າ, “ພວກ​ທະຫານ​ໄດ້​ຢຶດ​ສິ່ງ​ເຫລົ່ານັ້ນ​ມາ​ຈາກ​ຄົນ​ອາມາເຫລັກ; ພວກເຂົາ​ເກັບ​ແກະ ແລະ ງົວ​ທີ່​ດີ​ທີ່ສຸດ​ໄວ້​ເພື່ອ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ, ແຕ່​ພວກເຮົາ​ໄດ້​ທຳລາຍ​ລ້າງ​ສິ່ງ​ທີ່​ອື່ນໆ​ຈົນ​ໝົດ”.

ຊາມູເອນ​ຈຶ່ງ​ເວົ້າ​ກັບ​ໂຊນ​ວ່າ, “ພໍ​ແລ້ວ! ຂ້າພະເຈົ້າ​ຈະ​ບອກ​ທ່ານ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກ່າວ​ກັບ​ຂ້ອຍ​ມື້​ຄືນ​ນີ້”.

ໂຊນ​ຕອບ​ວ່າ, “ຈົ່ງ​ບອກ​ມາ”.

ຊາມູເອນ​ເວົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ທ່ານ​ເຄີຍ​ຄິດ​ວ່າ​ຕົນ​ເອງ​ເລັກນ້ອຍ​ກໍ​ຕາມ, ແຕ່​ທ່ານ​ກໍ​ໄດ້​ເປັນ​ຜູ້ນຳ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ບໍ່​ແມ່ນ​ບໍ? ພຣະເຈົ້າ​ຢາເວ​ໄດ້​ແຕ່ງຕັ້ງ​ທ່ານ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ແລະ ພຣະອົງ​ໄດ້​ມອບໝາຍ​ໃຫ້​ທ່ານ​ໄປ​ທຳງານ, ໂດຍ​ກ່າວ​ວ່າ, ‘ຈົ່ງ​ອອກ​ໄປ ແລະ ທຳລາຍ​ລ້າງ​ຊາວ​ອາມາເຫລັກ​ຜູ້​ຊົ່ວ​ຮ້າຍ​ໃຫ້​ໝົດ​ສິ້ນ​ໄປ; ຈົ່ງ​ເຮັດ​ສົງຄາມ​ຕໍ່ສູ້​ພວກເຂົາ​ຈົນ​ກວ່າ​ພວກເຈົ້າ​ຈະ​ກວາດ​ລ້າງ​ພວກເຂົາ​ອອກ​ໄປ​ໃຫ້​ໝົດ’. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ພຣະເຈົ້າ​ຢາເວ? ເປັນຫຍັງ​ເຈົ້າ​ຈຶ່ງ​ຢຶດ​ສິ່ງ​ຂອງ​ເຫລົ່ານີ້​ມາ ແລະ ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ?”

ໂຊນ​ເວົ້າ​ວ່າ, “ແຕ່​ຂ້າພະເຈົ້າ​ໄດ້​ເຊື່ອຟັງ​ພຣະເຈົ້າ​ຢາເວ ແລະ ໄດ້​ເຮັດ​ວຽກ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບໝາຍ ຂ້າພະເຈົ້າ​ໄດ້​ນຳ​ກະສັດ​ອາກາ​ມາ ແລະ ໄດ້​ທຳລາຍ​ລ້າງ​ຊາວ​ອາມາເຫລັກ​ທັງໝົດ. ແຕ່​ພວກ​ທະຫານ​ໄດ້​ຢຶດ​ແກະ ແລະ ງົວ​ທີ່​ດີ​ທີ່​ສຸດ ເຊິ່ງ​ເປັນ​ຂອງ​ທີ່​ຕ້ອງ​ທຳລາຍ​ຖວາຍ​ແກ່​ພຣະເຈົ້າ ມາ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ຢູ່​ທີ່​ກິນການ”.

ແຕ່​ຊາມູເອນ​ໄດ້​ຕອບ​ວ່າ:

“ພຣະເຈົ້າ​ຢາເວ​ພໍໃຈ​ໃນ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງຖວາຍ​ບູຊາ

ຫລາຍ​ກວ່າ​ການ​ເຊື່ອຟັງ​ພຣະເຈົ້າ​ຢາເວ​ບໍ?

ການ​ເຊື່ອຟັງ​ນັ້ນ​ກໍ​ດີ​ກວ່າ​ຖວາຍ​ເຄື່ອງບູຊາ,

ແລະ ການ​ໃສ່ໃຈ​ກໍ​ດີ​ກວ່າ​ການ​ຖວາຍ​ໄຂມັນ​ຂອງ​ແກະ​ຜູ້.

ເພາະ​ການ​ກະບົດ​ເປັນ​ເໝືອນ​ບາບ​ຈາກ​ການ​ຫລິ້ນ​ເວດມົນ​ຄາຖາ,

ແລະ ຄວາມ​ຈອງຫອງ​ກໍ​ເປັນ​ເໝືອນ​ຄວາມ​ຊົ່ວ​ຈາກ​ການ​ກາບໄຫວ້​ຮູບເຄົາລົບ,

ເພາະ​ວ່າ​ທ່ານ​ໄດ້​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ,

ພຣະອົງ​ຈຶ່ງ​ປົດ​ທ່ານ​ອອກ​ຈາກ​ການ​ເປັນ​ກະສັດ”.

ແລ້ວ​ໂຊນ​ກໍ​ເວົ້າ​ກັບ​ຊາມູເອນ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ບາບ​ແລ້ວ ຂ້າພະເຈົ້າ​ໄດ້​ລະເມີດ​ຄໍາສັ່ງ​ຂອງ​ພຣະເຈົ້າ​ຢາເວ ແລະ ຄຳແນະນໍາ​ຂອງ​ທ່ານ. ຂ້າພະເຈົ້າ​ຢ້ານ​ພວກ​ທະຫານ ຈຶ່ງ​ຍອມ​ເຮັດ​ຕາມ​ພວກເຂົາ. ບັດນີ້ ໂຜດ​ອະໄພ​ບາບ​ຂອງ​ຂ້າພະເຈົ້າ​ດ້ວຍ ແລະ ຂໍ​ກັບ​ໄປ​ພ້ອມ​ກັບ​ຂ້າພະເຈົ້າ, ເພື່ອ​ຂ້າພະເຈົ້າ​ຈະ​ໄດ້​ນະມັດສະການ​ພຣະເຈົ້າ​ຢາເວ”.

ແຕ່​ຊາມູເອນ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ກັບ​ໄປ​ກັບ​ເຈົ້າ. ເຈົ້າ​ໄດ້​ປະຖິ້ມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ແລະ ພຣະອົງ​ໄດ້​ປົດ​ເຈົ້າ​ອອກ​ຈາກ​ການ​ເປັນ​ກະສັດ​ປົກຄອງ​ຄົນ​ອິດສະຣາເອນ​ແລ້ວ!”

ຂະນະ​ທີ່​ຊາມູເອນ​ຈະ​ກັບ​ອອກ​ໄປ, ໂຊນ​ກໍ​ດຶງ​ເສື້ອຄຸມ​ຂອງ​ເພິ່ນ​ໄວ້ ແລະ ເຮັດ​ໃຫ້​ເສື້ອຄຸມ​ນັ້ນ​ຂາດ. ຊາມູເອນ​ເວົ້າ​ກັບ​ໂຊນ​ວ່າ, “ໃນ​ວັນ​ນີ້​ພຣະເຈົ້າ​ຢາເວ​ໄດ້​ຈີກ​ອານາຈັກ​ອິດສະຣາເອນ​ຈາກ​ທ່ານ ແລະ ມອບ​ໃຫ້​ຜູ້​ອື່ນ​ທີ່​ດີ​ກວ່າ​ທ່ານ. ພຣະອົງ​ຜູ້​ເປັນ​ສະຫງ່າລາສີ​ແຫ່ງ​ອິດສະຣາເອນ​ບໍ່​ໄດ້​ກ່າວ​ຕົວະ ຫລື ປ່ຽນ​ໃຈ; ເພາະ​ພຣະອົງ​ບໍ່​ແມ່ນ​ມະນຸດ​ທີ່​ພຣະອົງ​ຈະ​ປ່ຽນ​ໃຈ”.

ໂຊນ​ເວົ້າ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ບາບ​ແລ້ວ. ແຕ່​ຂໍ​ໂຜດ​ໃຫ້​ກຽດ​ຂ້າພະເຈົ້າ​ຕໍ່ໜ້າ​ບັນດາ​ຜູ້ອາວຸໂສ​ຂອງ​ປະຊາຊົນ ແລະ ຕໍ່ໜ້າ​ຊາວ​ອິດສະຣາເອນ; ໂຜດ​ກັບ​ໄປ​ກັບ​ຂ້າພະເຈົ້າ​ດ້ວຍ, ເພື່ອ​ວ່າ​ຂ້າພະເຈົ້າ​ຈະ​ໄດ້​ນະມັດສະການ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ”. ຊາມູເອນ​ຈຶ່ງ​ຍອມ​ກັບ​ໄປ​ນໍາ ແລະ ໂຊນ​ກໍ​ໄດ້​ນະມັດສະການ​ພຣະເຈົ້າ​ຢາເວ.

ຫລັງຈາກນັ້ນ ຊາມູເອນ​ກໍ​ໄດ້​ເວົ້າ​ວ່າ, “ຈົ່ງ​ນຳ​ອາກາ ກະສັດ​ຂອງ​ອາມາເຫລັກ​ມາ​ຫາ​ເຮົາ”.

ອາກາ​ກໍ​ອອກ​ມາ​ໂດຍ​ມີ​ໂສ້​ລ່າມ3 ແລະ ຄິດ​ໃນ​ໃຈ​ວ່າ, “ເຄາະຮ້າຍ​ແຫ່ງ​ຄວາມຕາຍ​ໄດ້​ຜ່ານ​ໄປ​ແລ້ວ​ຢ່າງ​ແນ່ນອນ”.

ແຕ່​ຊາມູເອນ​ກ່າວ​ວ່າ,

“ດາບ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ແມ່​ຫລາຍ​ຄົນ​ສູນເສຍ​ລູກ​ໄປ​ສັນໃດ

ແມ່​ຂອງ​ເຈົ້າ​ກໍ​ຈະ​ສູນເສຍ​ລູກ​ໄປ​ສັນນັ້ນ”.

ແລ້ວ​ຊາມູເອນ​ກໍ​ປະຫານ​ອາກາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຢູ່​ທີ່​ກິນການ.

ຫລັງຈາກນັ້ນ ຊາມູເອນ​ຈຶ່ງ​ກັບ​ໄປ​ທີ່​ຣາມາ, ສ່ວນ​ໂຊນ​ກໍ​ກັບ​ໄປ​ທີ່​ກີເບອາ​ບ່ອນ​ຢູ່​ຂອງ​ຕົນ. ຕັ້ງ​ແຕ່​ນັ້ນ​ມາ​ຊາມູເອນ​ກໍ​ບໍ່​ເຄີຍ​ພົບ​ກັບ​ໂຊນ​ອີກ​ເລີຍ​ຈົນ​ມື້​ຕາຍ, ເພິ່ນ​ເປັນ​ທຸກ​ຍ້ອນ​ໂຊນ​ຢູ່​ສະເໝີ ແລະ ພຣະເຈົ້າ​ຢາເວ​ກໍ​ເສຍໃຈ​ທີ່​ໄດ້​ຕັ້ງ​ໂຊນ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.

Source notes (3)
  1. Footnote ຄຳ​ນີ້​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ແລ້ວ​ບໍ່​ອາດ​ເອີ້ນ​ຄືນ​ໄດ້ ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ໄປ ເຊັ່ນ​ດຽວ​ກັບ​ຂໍ້ 8, 9, 15, 18, 20 ແລະ 21
  2. Footnote ຫລື ງົວ​ຜູ້​ທີ່​ໃຫຍ່​ເຕັມ​ທີ່​ແລ້ວ ໃນ​ພາສາ​ຮີບ​ປະໂຫຍກ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  3. Footnote ຫລື ຕົວ​ສັ່ນ​ອອກ​ມາ ແຕ່

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.