Biblica® Open Lao Contemporary Version
1 ຊາມູເອນ 14
ມື້ໜຶ່ງໂຢນາທານລູກຂອງໂຊນໄດ້ເວົ້າກັບຊາຍໜຸ່ມຜູ້ຖືອາວຸດໃຫ້ຕົນວ່າ, “ໃຫ້ພວກເຮົາຂ້າມໄປຍັງກອງທະຫານຮັກສາການຂອງຟີລິດສະຕິນທາງຟາກພຸ້ນ”. ແຕ່ໂຢນາທານບໍ່ໄດ້ບອກພໍ່ຂອງຕົນ.
ໂຊນໄດ້ຕັ້ງຄ້າຍພັກຢູ່ທີ່ຊາຍແດນເມືອງກີເບອາ ກ້ອງຕົ້ນພິລາທີ່ມິກໂຣນ. ທະຫານທັງຫົກຮ້ອຍຄົນກໍຢູ່ກັບເພິ່ນ, ໃນຈຳນວນນີ້ກໍມີອາຮີຢາຜູ້ໃສ່ເສື້ອຄຸມເອໂຟດຢູ່ນໍາດ້ວຍ, ລາວເປັນລູກຊາຍຂອງອາຮີຕຸບ ອ້າຍຂອງອີຄາບົດ, ອາຮີຕຸບເປັນລູກຊາຍຂອງຟີເນຮາ, ລູກຊາຍຂອງເອລີເຊິ່ງເປັນປະໂລຫິດຂອງພຣະເຈົ້າຢາເວຢູ່ທີ່ຊີໂລ. ບໍ່ມີຜູ້ໃດຮູ້ວ່າໂຢນາທານໄດ້ອອກຈາກຄ້າຍພັກໄປ.
ໃນແຕ່ລະດ້ານຂອງທາງທີ່ໂຢນາທານຕ້ອງຂ້າມຊ່ອງແຄບໄປທີ່ກອງຮັກສາການຂອງຟີລິດສະຕິນນັ້ນມີໜ້າຜາ; ໜ້າຜາທີໜຶ່ງຊື່ວ່າໂບເຊັດ ແລະ ໜ້າຜາທີສອງຊື່ວ່າເສເນ. ໜ້າຜາທາງດ້ານເໜືອຢູ່ຕໍ່ໜ້າມິກມາດ, ໜ້າຜາທາງທິດໃຕ້ຢູ່ຕໍ່ໜ້າເກບາ.
ໂຢນາທານໄດ້ກ່າວກັບຊາຍໜຸ່ມຜູ້ຖືອາວຸດຂອງຕົນວ່າ, “ມາ, ໃຫ້ພວກເຮົາຂ້າມໄປທີ່ກອງທະຫານຮັກສາການດ້ານນອກຂອງພວກທີ່ບໍ່ໄດ້ຮັບພິທີຕັດເຫລົ່ານັ້ນ. ບາງເທື່ອພຣະເຈົ້າຢາເວອາດຈະກະທຳການເພື່ອພວກເຮົາ. ບໍ່ມີສິ່ງໃດຂັດຂວາງບໍ່ໃຫ້ພຣະເຈົ້າຢາເວຊ່ວຍພວກເຮົາ, ບໍ່ວ່າຄົນຈະຫລາຍ ຫລື ໜ້ອຍ”.
ຜູ້ຖືອາວຸດໄດ້ຕອບວ່າ, “ຂໍຈົ່ງເຮັດຕາມທີ່ທ່ານເຫັນດີ. ຂ້າພະເຈົ້າສະໜັບສະໜູນທ່ານເຕັມທີ່”.
ໂຢນາທານກ່າວວ່າ, “ຖ້າດັ່ງນັ້ນກໍມາ, ພວກເຮົາຈະຂ້າມໄປຫາພວກເຂົາ ແລະ ໃຫ້ພວກເຂົາເຫັນພວກເຮົາ. ຖ້າພວກເຂົາເວົ້າກັບພວກເຮົາວ່າ, ‘ຢຸດຢູ່ບ່ອນນັ້ນ ຈົນກວ່າພວກເຮົາຈະໄປຫາພວກເຈົ້າ’, ພວກເຮົາກໍຈະຢຸດຢູ່ບ່ອນທີ່ພວກເຮົາຢູ່ ແລະ ບໍ່ບຸກເຂົ້າໄປຫາພວກເຂົາ. ແຕ່ຖ້າພວກເຂົາເວົ້າວ່າ, ‘ຈົ່ງຂຶ້ນມາຫາພວກເຮົາ’ ພວກເຮົາກໍຈະປີນຂຶ້ນໄປ, ເພາະນັ້ນຈະເປັນໝາຍສຳຄັນແກ່ພວກເຮົາວ່າພຣະເຈົ້າຢາເວໄດ້ມອບພວກເຂົາໄວ້ໃນມືຂອງພວກເຮົາແລ້ວ”.
ດັ່ງນັ້ນ ທັງສອງຈຶ່ງສະແດງໂຕໃຫ້ກອງຮັກສາການຟີລິດສະຕິນເຫັນ. ຊາວຟີລິດສະຕິນກໍຮ້ອງວ່າ, “ເບິ່ງແມ! ພວກເຮັບເຣີຄານອອກມາຈາກຮູທີ່ຕົນລີ້ຢູ່ແລ້ວ”. ພວກເຂົາກໍໄດ້ຮ້ອງບອກໂຢນາທານ ແລະ ຜູ້ຕິດຕາມວ່າ, “ຈົ່ງຂຶ້ນມາ ແລະ ພວກເຮົາຈະສອນບົດຮຽນໃຫ້”.
ໂຢນາທານໄດ້ຮ້ອງບອກຜູ້ຖືອາວຸດວ່າ, “ປີນຕາມຫລັງເຮົາມາເລີຍ; ພຣະເຈົ້າຢາເວໄດ້ມອບພວກເຂົາໄວ້ໃນມືຂອງອິດສະຣາເອນແລ້ວ”.
ໂຢນາທານກໍໄດ້ປີນຂຶ້ນໄປໂດຍໃຊ້ມື ແລະ ຕີນຂອງຕົນ, ຜູ້ຖືອາວຸດປີນຕາມຫລັງລາວ, ພ້ອມດ້ວຍຜູ້ຖືຊຸດເກາະຢູ່ດ້ານຫລັງ. ຊາວຟີລິດສະຕິນລົ້ມຕາຍຕໍ່ໜ້າໂຢນາທານ ແລະ ຜູ້ຖືອາວຸດຂອງໂຢນາທານກໍຂ້າຕາມຫລັງມາ. ໃນການບຸກໂຈມຕີຄັ້ງທຳອິດນີ້ ໂຢນາທານກັບຜູ້ຖືອາວຸດຂອງຕົນໄດ້ຂ້າຄົນຕາຍໄປຊາວຄົນໃນເນື້ອທີ່ປະມານໜຶ່ງໄລ່.
ອິດສະຣາເອນເອົາຊະນະຟີລິດສະຕິນ
ຄວາມຕື່ນຕົກໃຈໄດ້ແຜ່ໄປທົ່ວກອງທັບຟີລິດສະຕິນ ທັງບັນດາຄົນທີ່ຢູ່ໃນຄ້າຍ ແລະ ໃນທົ່ງນາ ທັງບັນດາຄົນທີ່ຢູ່ໃນກອງທະຫານຮັກສາການກັບກອງໂຈນ ແລະ ເກີດແຜ່ນດິນໄຫວ. ເປັນຄວາມຕື່ນຕົກໃຈທີ່ພຣະເຈົ້າສົ່ງມາ.1
ກອງຮັກສາການຂອງໂຊນທີ່ກີເບອາໃນເຂດເບັນຢາມິນເຫັນກອງທັບແຕກກະຈັດກະຈາຍໄປຄົນລະທິດລະທາງ. ໂຊນຈຶ່ງໄດ້ກ່າວກັບທະຫານທີ່ຢູ່ນໍາວ່າ, “ຈົ່ງຮວມພົນ ແລະ ກວດເບິ່ງວ່າມີຜູ້ໃດແດ່ບໍ່ຢູ່ທີ່ນີ້” ແລະ ເມື່ອພວກເຂົາກວດເບິ່ງແລ້ວກໍພົບວ່າໂຢນາທານກັບຜູ້ຖືອາວຸດບໍ່ໄດ້ຢູ່ທີ່ນັ້ນ.
ໂຊນໄດ້ເວົ້າກັບອາຮີຢາວ່າ, “ຈົ່ງນຳຫີບພັນທະສັນຍາຂອງພຣະເຈົ້າມາທີ່ນີ້”. (ຄັ້ງນັ້ນຫີບພັນທະສັນຍາຂອງພຣະເຈົ້າຢູ່ກັບຊາວອິດສະຣາເອນ).2 ໃນຂະນະທີ່ໂຊນກຳລັງເວົ້າກັບປະໂລຫິດຢູ່ນັ້ນ ຄວາມວຸ້ນວາຍໃນຄ້າຍພັກຂອງຟີລິດສະຕິນຍິ່ງດັງອຶກກະທຶກຫລາຍຂຶ້ນເລື້ອຍໆ. ດັ່ງນັ້ນ ໂຊນຈຶ່ງໄດ້ເວົ້າກັບປະໂລຫິດວ່າ, “ຢັ້ງມືໄວ້ກ່ອນ”.
ແລ້ວໂຊນກັບຄົນທັງໝົດກໍຮວມຕົວກັນ ແລະ ໄປສູ້ຮົບ. ພວກເຂົາເຫັນຊາວຟີລິດສະຕິນກຳລັງວຸ້ນວາຍໃຊ້ດາບຂອງຕົນຂ້າກັນເອງ. ບັນດາຄົນເຮັບເຣີທີ່ກ່ອນໜ້ານີ້ຢູ່ຝ່າຍຟີລິດສະຕິນ ແລະ ໄປທີ່ຄ້າຍພັກຂອງພວກເຂົາກໍກັບເຂົ້າມາສົມທົບກັບຊາວອິດສະຣາເອນທີ່ຢູ່ຝ່າຍໂຊນ ແລະ ໂຢນາທານ. ເມື່ອຄົນອິດສະຣາເອນທັງໝົດທີ່ລີ້ຢູ່ໃນແຖບເນີນພູຂອງເອຟຣາອິມໄດ້ຂ່າວວ່າພວກຟີລິດສະຕິນແລ່ນປົບໜີ, ພວກເຂົາກໍມາຮ່ວມໂຈມຕີນໍາ. ດັ່ງນັ້ນ ພຣະເຈົ້າຢາເວໄດ້ຊ່ວຍຊາວອິດສະຣາເອນໃນມື້ນັ້ນ ແລະ ສົງຄາມຂະຫຍາຍກາຍເມືອງເບັດອາເວນໄປ.
ໂຢນາທານກິນນ້ຳເຜິ້ງ
ໃນມື້ນັ້ນຊາວອິດສະຣາເອນຕ້ອງທຸກທໍລະມານຫລາຍ, ເພາະໂຊນໄດ້ໃຫ້ປະຊາຊົນສາບານວ່າ, “ຂໍໃຫ້ການສາບແຊ່ງຕົກຖືກຜູ້ທີ່ກິນອາຫານກ່ອນຮອດຄ່ຳວັນນີ້, ຈົນກວ່າເຮົາຈະໄດ້ແກ້ແຄ້ນສັດຕູ!” ດັ່ງນັ້ນ ຈຶ່ງບໍ່ມີທະຫານຄົນໃດກິນອາຫານ.
ກອງທັບທັງໝົດໄດ້ເຂົ້າໄປໃນປ່າ ແລະ ກໍມີນ້ຳເຜິ້ງຢູ່ຕາມພື້ນ. ເມື່ອພວກເຂົາເຂົ້າໄປໃນປ່າ, ພວກເຂົາໄດ້ເຫັນນ້ຳເຜິ້ງຍ້ອຍອອກມາ; ກໍບໍ່ມີຜູ້ໃດກ້າເອົາມືແຕະກິນ, ເພາະຢ້ານຄຳສາບານ. ແຕ່ໂຢນາທານບໍ່ໄດ້ຍິນຄຳສັ່ງຂອງພໍ່ຂອງຕົນທີ່ໃຫ້ປະຊາຊົນສາບານ, ຈຶ່ງເອົາໄມ້ຄ້ອນເທົ້າທີ່ຖືຢູ່ໃນມືຂອງຕົນນັ້ນ ແຍ່ເຂົ້າໄປໃນຮັງເຜິ້ງ. ເມື່ອລາວໄດ້ກິນນໍ້າເຜິງແລ້ວ, ຕາຂອງລາວກໍສົດໃສ.3 ຫລັງຈາກນັ້ນ ທະຫານຄົນໜຶ່ງຈຶ່ງບອກໂຢນາທານວ່າ, “ພໍ່ຂອງທ່ານໄດ້ໃຫ້ທະຫານສາບານໄວ້ຢ່າງເຄັ່ງຄັດວ່າ, ‘ຂໍສາບແຊ່ງຄົນທີ່ກິນອາຫານກ່ອນຄ່ຳວັນນີ້!’ ດ້ວຍເຫດນີ້ຄົນທັງຫລາຍຈຶ່ງອ່ອນເພຍໝົດ”.
ໂຢນາທານໄດ້ເວົ້າວ່າ, “ພໍ່ຂອງເຮົາສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນ. ເບິ່ງແມ ຕາຂອງເຮົາສົດໃສຫລາຍເທົ່າໃດເມື່ອໄດ້ຊິມນ້ຳເຜິງພຽງແຕ່ໜ້ອຍດຽວ. ຖ້າຄົນເຫລົ່ານີ້ໄດ້ກິນອາຫານທີ່ຢຶດມາຈາກສັດຕູຈະດີຫລາຍເທົ່າໃດ. ພວກເຂົາຈະບໍ່ຂ້າຊາວຟີລິດສະຕິນໄດ້ຫລາຍກວ່ານີ້ບໍ?”
ໃນວັນນັ້ນ, ຫລັງຈາກທີ່ຊາວອິດສະຣາເອນໄດ້ໄລ່ຕາມຂ້າຊາວຟີລິດສະຕິນຕັ້ງແຕ່ມິກມາດໄປຈົນເຖິງໄອຢາໂລນ, ພວກເຂົາກໍໝົດແຮງ. ພວກເຂົາຈຶ່ງບຸກເຂົ້າໄປຫາສິ່ງຂອງທີ່ຢຶດມາໄດ້ ແລະ ຂ້າແກະ, ງົວ ແລະ ງົວນ້ອຍ, ພວກເຂົາໄດ້ຂ້າສັດຢູ່ກັບທີ່ ແລະ ໄດ້ກິນຊີ້ນທີ່ຍັງມີເລືອດຢູ່. ຫລັງຈາກນັ້ນ ມີບາງຄົນເວົ້າກັບໂຊນວ່າ, “ເບິ່ງແມ, ຄົນທັງຫລາຍໄດ້ເຮັດບາບຕໍ່ພຣະເຈົ້າຢາເວໂດຍກິນຊີ້ນທີ່ຍັງມີເລືອດຢູ່”.
ໂຊນໄດ້ເວົ້າວ່າ, “ພວກເຈົ້າຜິດຄຳສາບານແລ້ວ. ຈົ່ງກິ້ງຫີນກ້ອນໃຫຍ່ມາວາງໄວ້ບ່ອນນີ້ທັນທີ”. ແລ້ວເພິ່ນກໍເວົ້າຕໍ່ໄປວ່າ, “ຈົ່ງໄປບອກທະຫານກອງຕ່າງໆວ່າ, ‘ພວກເຈົ້າແຕ່ລະຄົນຈົ່ງເອົາງົວ ແລະ ແກະມາໃຫ້ເຮົາ ແລະ ຂ້າພວກມັນຢູ່ບ່ອນນີ້. ຢ່າເຮັດບາບຕໍ່ພຣະເຈົ້າຢາເວໂດຍກິນຊີ້ນທີ່ຍັງມີເລືອດຢູ່ເລີຍ’ ”.
ດັ່ງນັ້ນ ທຸກຄົນຈຶ່ງນຳງົວຂອງຕົນມາຂ້າຢູ່ທີ່ນັ້ນໃນຄືນນັ້ນ. ຫລັງຈາກນັ້ນ ໂຊນຈຶ່ງກໍ່ແທ່ນບູຊາຂຶ້ນຖວາຍແກ່ພຣະເຈົ້າຢາເວ; ເປັນຄັ້ງທຳອິດທີ່ໂຊນໄດ້ເຮັດເຊັ່ນນີ້.
ໂຊນເວົ້າວ່າ, “ໃຫ້ພວກເຮົາລົງໄປໄລ່ຕາມຊາວຟີລິດສະຕິນຕະຫລອດຄືນ ແລະ ປຸ້ນພວກເຂົາຈົນຮອດເຊົ້າ ແລ້ວຢ່າປ່ອຍໃຫ້ຜູ້ໃດລອດຊີວິດໄປໄດ້”.
ພວກເຂົາໄດ້ຕອບວ່າ, “ຂໍເຮັດຕາມທີ່ທ່ານເຫັນດີນັ້ນ”.
ແຕ່ປະໂລຫິດເວົ້າວ່າ, “ໃຫ້ພວກເຮົາຖາມພຣະເຈົ້າກ່ອນ”.
ດັ່ງນັ້ນ ໂຊນຈຶ່ງຖາມພຣະເຈົ້າວ່າ, “ຂ້ານ້ອຍຄວນໄລ່ຕາມຊາວຟີລິດສະຕິນບໍ? ພຣະອົງຈະມອບພວກເຂົາໄວ້ໃນມືຂອງອິດສະຣາເອນບໍ?” ແຕ່ພຣະເຈົ້າບໍ່ໄດ້ຕອບຫຍັງໃນວັນນັ້ນ.
ເຫດສະນັ້ນ ໂຊນຈຶ່ງກ່າວກັບພວກຜູ້ນຳຂອງກອງທັບວ່າ, “ຈົ່ງມາທີ່ນີ້, ທຸກຄົນທີ່ເປັນຜູ້ນໍາກອງທັບ ແລະ ໃຫ້ພວກເຮົາຫາໃຫ້ໄດ້ວ່າມື້ນີ້ມີຜູ້ໃດເຮັດບາບຫຍັງແດ່. ພຣະເຈົ້າຢາເວຜູ້ຊ່ວຍກອບກູ້ອິດສະຣາເອນດຳລົງຢູ່ສັນໃດ, ແມ່ນວ່າຜູ້ເຮັດຜິດຈະເປັນໂຢນາທານລູກຂອງເຮົາເອງ, ລາວກໍຈະຕ້ອງຕາຍສັນນັ້ນ”. ແຕ່ບໍ່ມີຜູ້ໃດໃນພວກເຂົາເວົ້າຫຍັງ.
ແລ້ວໂຊນຈຶ່ງກ່າວກັບຊົນຊາດອິດສະຣາເອນທັງໝົດວ່າ, “ໂຢນາທານກັບເຮົາຈະຢືນຢູ່ບ່ອນນີ້; ສ່ວນພວກເຈົ້າຢືນຢູ່ບ່ອນນັ້ນ”.
ພວກເຂົາຕອບວ່າ, “ຂໍເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດ”.
ແລ້ວໂຊນກໍອະທິຖານຕໍ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນວ່າ, “ເປັນຫຍັງພຣະອົງບໍ່ຕອບຜູ້ຮັບໃຊ້ຂອງພຣະອົງໃນມື້ນີ້?” ຖ້າຂ້ານ້ອຍ ຫລື ໂຢນາທານລູກຊາຍຂອງຂ້ານ້ອຍເປັນຄົນເຮັດຜິດ, ກໍຂໍໃຫ້ສະຫລາກອອກມາເປັນອູລິມ, ແຕ່ຖ້າຊາວອິດສະຣາເອນເປັນຄົນເຮັດຜິດ4 ກໍຂໍໃຫ້ສະຫລາກອອກມາເປັນທຸມມິມ. ຜົນການຈັບສະຫລາກປາກົດວ່າໂຢນາທານ ແລະ ໂຊນເປັນຜູ້ເຮັດຜິດ, ສ່ວນປະຊາຊົນແມ່ນພົ້ນຄວາມຜິດ. ໂຊນຈຶ່ງໄດ້ເວົ້າວ່າ, “ບັດນີ້ ຈົ່ງຈັບສະຫລາກລະຫວ່າງເຮົາກັບໂຢນາທານລູກຊາຍຂອງເຮົາ”. ແລ້ວສະຫລາກກໍຕົກຖືກໂຢນາທານ.
ໂຊນໄດ້ເວົ້າກັບໂຢນາທານວ່າ, “ຈົ່ງບອກພໍ່ວ່າເຈົ້າໄດ້ເຮັດຫຍັງ”.
ໂຢນາທານຈຶ່ງຕອບວ່າ, “ລູກພຽງແຕ່ຊິມນ້ຳເຜິ້ງໜ້ອຍດຽວ ພຽງແຕ່ຕິດປາຍໄມ້ເທົ່ານັ້ນ. ແລ້ວບັດນີ້ລູກຈະຕ້ອງຕາຍ!”
ໂຊນເວົ້າວ່າ, “ໂຢນາທານ, ຖ້າເຈົ້າບໍ່ຖືກລົງໂທດເຖິງຕາຍ, ກໍຂໍພຣະເຈົ້າຈັດການກັບພໍ່ຢ່າງສາຫັດ”.
ແຕ່ທະຫານທັງຫລາຍເວົ້າກັບໂຊນວ່າ, “ໂຢນາທານໄດ້ເຮັດການກອບກູ້ຄັ້ງໃຫຍ່ໃນອິດສະຣາເອນນີ້ສົມຄວນຕາຍບໍ? ພຣະເຈົ້າຢາເວດຳລົງຢູ່ສັນໃດ, ແມ່ນແຕ່ຜົມເສັ້ນດຽວຢູ່ເທິງຫົວຂອງລາວກໍຈະບໍ່ຕົກເຖິງພື້ນສັນນັ້ນ, ເພາະລາວໄດ້ເຮັດສິ່ງນີ້ໃນມື້ນີ້ໂດຍຄວາມຊ່ວຍເຫລືອຂອງພຣະເຈົ້າ”. ດັ່ງນັ້ນ ປະຊາຊົນໄດ້ຊ່ວຍຊີວິດຂອງໂຢນາທານໄວ້ ແລະ ລາວຈຶ່ງບໍ່ຖືກຂ້າ.
ຫລັງຈາກນັ້ນ ໂຊນຈຶ່ງຖອຍທັບເຊົາຕິດຕາມຊາວຟີລິດສະຕິນ ແລະ ພວກເຂົາກໍກັບຄືນມາເຮືອນຂອງຕົນ.
ຫລັງຈາກທີ່ໂຊນໄດ້ປົກຄອງອິດສະຣາເອນແລ້ວ, ເພິ່ນກໍໄດ້ສູ້ຮົບກັບສັດຕູທຸກດ້ານຄື: ໂມອາບ, ອຳໂມນ, ເອໂດມ, ກະສັດທັງຫລາຍແຫ່ງໂຊບາ5 ແລະ ຊາວຟີລິດສະຕິນ. ບໍ່ວ່າເພິ່ນຈະຫັນໄປທາງໃດ ເພິ່ນກໍໄດ້ຮັບໄຊຊະນະ.6 ເພິ່ນສູ້ຮົບຢ່າງກ້າຫານ ແລະ ຊະນະຊາວອາມາເຫລັກ, ປົດປ່ອຍຊາວອິດສະຣາເອນໃຫ້ພົ້ນຈາກມືຂອງບັນດາຄົນທີ່ມາປຸ້ນພວກເຂົາ.
ຄອບຄົວຂອງໂຊນ
ລູກຊາຍຂອງໂຊນມີ ໂຢນາທານ, ອິດຊະວີ ແລະ ມັນກີຊູອາ. ຊື່ລູກສາວກົກຂອງເພິ່ນຊື່ວ່າເມຣາບ ແລະ ລູກສາວຫລ້າຊື່ວ່າມີການ. ເມຍຂອງໂຊນມີຊື່ວ່າອາຮີໂນອາມລູກຂອງອາຮິມາອາດ, ແມ່ທັບຂອງໂຊນຄືອັບເນ ລູກຊາຍຂອງເນຣະ ເຊິ່ງເປັນລຸງຂອງໂຊນ. ເນຣະພໍ່ຂອງອັບເນ ແລະ ກີເຊພໍ່ຂອງໂຊນ ເປັນລູກຊາຍຂອງອາບີເອນ.
ຊາວອິດສະຣາເອນຕ້ອງສູ້ຮົບກັບຊາວຟີລິດສະຕິນຕະຫລອດສະໄໝການປົກຄອງຂອງໂຊນ ແລະ ທຸກຄັ້ງທີ່ໂຊນເຫັນຊາຍໜຸ່ມ ຫລື ຜູ້ກ້າຫານກໍຈະເກນໃຫ້ມາຮັບໃຊ້ເພິ່ນ.
Source notes (6)
- Footnote ຫລື ຕື່ນຕົກໃຈຢ້ານຫລາຍ
- Footnote ສະບັບ ເຊັບຕູອາຈິນ ວ່າ “ຈົ່ງນຳເສື້ອຄຸມເອໂຟດອອກມາ” (ໃນເວລານັ້ນພວກເຂົານຸ່ງເສື້ອຄຸມເອໂຟດຕໍ່ໜ້າຊາວອິດສະຣາເອນ)
- Footnote ຫລື ແລ້ວລາວກໍໄດ້ຮັບການຟື້ນກຳລັງ; ເໝືອນກັບໃນຂໍ້ 29; 1 ຊມອ 14:29
- Footnote ສະບັບ ເຊັບຕູອາຈິນວ່າ “ດ້ວຍເຫດໃດມື້ນີ້ພຣະອົງບໍ່ກ່າວຕອບຜູ້ຮັບໃຊ້ຂອງພຣະອົງ ຖ້າຜູ້ຜິດເປັນຂ້ານ້ອຍ ຫລື ໂຢນາທານລູກຊາຍຂອງຂ້ານ້ອຍ ຂໍໃຫ້ເປັນອູລິມ ແຕ່ຖ້າຄວາມຜິດນັ້ນເປັນຂອງຊາວອິດສະຣາເອນ ກໍຂໍໃຫ້ເປັນທູມມິມ”.
- Footnote ໜັງສືມ້ວນທະເລຕາຍສະບັບເຊັບຕູອາຈິນວ່າ ກະສັດແຫ່ງໂສບາ
- Footnote ຫລື ກໍລົງໂທດພວກເຂົາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.