Biblica® Open Lao Contemporary Version
1 ຊາມູເອນ 13
ຊາມູເອນຕຳນິໂຊນ
ໂຊນມີອາຍຸໄດ້ 301 ປີ ເມື່ອຂຶ້ນເປັນກະສັດ ແລະ ເພິ່ນໄດ້ປົກຄອງປະຊາຊົນອິດສະຣາເອນສີ່ສິບ2ສອງປີ.
ໂຊນໄດ້ເລືອກເອົາຄົນອິດສະຣາເອນສາມພັນຄົນ; ໃຫ້ສອງພັນຄົນຢູ່ກັບເພິ່ນຢູ່ທີ່ມິກມາດ ແລະ ເທິງພູດອຍຂອງເບັດເອນ, ສ່ວນອີກໜຶ່ງພັນຄົນຢູ່ກັບໂຢນາທານຢູ່ທີ່ເມືອງກີເບອາໃນເຂດເບັນຢາມິນ. ຄົນອື່ນທີ່ເຫລືອໃຫ້ກັບເຮືອນ.
ໂຢນາທານໄດ້ບຸກໂຈມຕີປ້ອມຂອງຟີລິດສະຕິນທີ່ເມືອງເກບາ ແລະ ຊາວຟີລິດສະຕິນໄດ້ຂ່າວເລື່ອງນີ້. ຫລັງຈາກນັ້ນ ໂຊນກໍສັ່ງໃຫ້ເປົ່າແກທົ່ວດິນແດນ ແລະ ປະກາດວ່າ, “ຊາວເຮັບເຣີຈົ່ງຟັງ!” ດັ່ງນັ້ນ ຄົນອິດສະຣາເອນທັງໝົດຈຶ່ງໄດ້ຂ່າວວ່າ: “ໂຊນໄດ້ໂຈມຕີກອງທະຫານປ້ອມປ້ອງກັນຂອງຟີລິດສະຕິນ. ບັດນີ້ ຊາວຟີລິດສະຕິນຈຶ່ງກຽດຊັງຊາວອິດສະຣາເອນຫລາຍ” ແລະ ປະຊາຊົນທັງຫລາຍຈຶ່ງຮວມຕົວກັນມາສົມທົບກັບໂຊນຢູ່ທີ່ກິນການ.
ຊາວຟີລິດສະຕິນໄດ້ຮວມຕົວກັນມາສູ້ກັບຊາວອິດສະຣາເອນ, ພ້ອມດ້ວຍລົດມ້າສາມພັນຄັນ,3 ທະຫານມ້າຫົກພັນຄົນ ແລະ ມີທະຫານຈຳນວນຫລວງຫລາຍເໝືອນດັ່ງເມັດດິນຊາຍທີ່ຢູ່ແຄມທະເລ. ພວກເຂົາໄດ້ຍົກທັບຂຶ້ນມາ ແລະ ຕັ້ງຄ້າຍພັກຢູ່ທີ່ມິກມາດທາງຕາເວັນອອກຂອງເບັດອາເວນ. ເມື່ອຊາວອິດສະຣາເອນເຫັນວ່າສະຖານະການຄັບຂັນ ແລະ ກອງທັບຂອງຕົນຖືກຕີຢ່າງໜັກ, ພວກເຂົາຈຶ່ງໄດ້ລີ້ຢູ່ຕາມຖ້ຳ ແລະ ຕາມພຸ່ມໄມ້, ຕາມຊອກຫີນ, ຕາມຂຸມ ແລະ ຕາມບໍ່. ບາງຄົນກໍຂ້າມແມ່ນ້ຳຈໍແດນໜີໄປຍັງດິນແດນຂອງກາດ ແລະ ກີເລອາດ.
ຝ່າຍໂຊນຍັງຢູ່ທີ່ກິນການ ແລະ ກອງທະຫານທັງໝົດທີ່ຢູ່ນໍາເພິ່ນກໍພາກັນຢ້ານກົວຈົນໂຕສັ່ນ. ໂຊນໄດ້ລໍຖ້າຢູ່ເຈັດວັນ, ຕາມທີ່ຊາມູເອນກຳນົດໄວ້; ແຕ່ເມື່ອຊາມູເອນຍັງບໍ່ມາທີ່ກິນການ ແລະ ຄົນຂອງໂຊນກໍເລີ່ມແຕກທັບ. ໂຊນຈຶ່ງສັ່ງວ່າ, “ຈົ່ງນຳເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍບູຊາເພື່ອຄວາມສາມັກຄີທໍາມາໃຫ້ເຮົາ”. ແລ້ວໂຊນກໍໄດ້ຖວາຍເຄື່ອງເຜົາບູຊາ. ທັນທີທີ່ເພິ່ນຖວາຍເຄື່ອງບູຊາແລ້ວ, ຊາມູເອນກໍມາຮອດ ແລະ ໂຊນຈຶ່ງອອກໄປຕ້ອນຮັບເພິ່ນ.
ຊາມູເອນໄດ້ຖາມວ່າ, “ເຈົ້າໄດ້ເຮັດຫຍັງລົງໄປ?”
ໂຊນຕອບວ່າ, “ຂ້າພະເຈົ້າເຫັນຄົນກະຈັດກະຈາຍໄປ ແລະ ທ່ານເອງກໍບໍ່ໄດ້ມາຕາມເວລາທີ່ກຳນົດໄວ້ ແລະ ຝ່າຍຊາວຟີລິດສະຕິນກໍມາຊຸມນຸມກັນຢູ່ທີ່ມິກມາດ, ຂ້າພະເຈົ້າຄິດວ່າ, ‘ຊາວຟີລິດສະຕິນຈະລົງມາທຳລາຍເຮົາຢູ່ທີ່ກິນການແລ້ວ ແລະ ຂ້າພະເຈົ້າເອງກໍຍັງບໍ່ໄດ້ຂໍຄວາມຊ່ວຍເຫລືອຈາກພຣະເຈົ້າຢາເວເລີຍ’. ດັ່ງນັ້ນ ຂ້າພະເຈົ້າຈຶ່ງຮູ້ສຶກຈຳໃຈຕ້ອງຖວາຍເຄື່ອງເຜົາບູຊາ”.
ຊາມູເອນໄດ້ຕຳໜິວ່າ, “ທ່ານໄດ້ເຮັດສິ່ງທີ່ໂງ່ຈ້າທີ່ສຸດ, ເຈົ້າບໍ່ໄດ້ປະຕິບັດຕາມຄໍາສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ; ຖ້າເຈົ້າໄດ້ປະຕິບັດຕາມ, ພຣະອົງຄົງຈະສະຖາປານາອານາຈັກຂອງເຈົ້າຢູ່ເໜືອອິດສະຣາເອນຕະຫລອດໄປ. ແຕ່ບັດນີ້ອານາຈັກຂອງເຈົ້າຈະບໍ່ຍືນຍົງ; ພຣະເຈົ້າຢາເວໄດ້ເລືອກຄົນທີ່ພຣະອົງພໍໃຈຫລາຍ ແລະ ໄດ້ແຕ່ງຕັ້ງລາວໃຫ້ເປັນຜູ້ນຳປະຊາຊົນຂອງພຣະອົງ, ເນື່ອງຈາກເຈົ້າບໍ່ໄດ້ປະຕິບັດຕາມຄໍາສັ່ງຂອງພຣະເຈົ້າຢາເວ”.
ແລ້ວຊາມູເອນຈຶ່ງໄປຈາກກິນການ4 ແລະ ໄປສູ່ກີເບອາໃນເຂດເບັນຢາມິນ, ເມື່ອໂຊນໄດ້ນັບຈຳນວນພົນທີ່ຍັງຢູ່ນຳເພິ່ນ ກໍພົບວ່າມີຈຳນວນຫົກຮ້ອຍຄົນ.
ອິດສະຣາເອນບໍ່ມີອາວຸດ
ໂຊນ ແລະ ໂຢນາທານລູກຂອງເພິ່ນ ແລະ ທະຫານທີ່ຢູ່ກັບພວກເພິ່ນກໍໄດ້ພັກຢູ່ທີ່ເມືອງກີເບອາ5 ໃນເຂດເບັນຢາມິນ, ໃນຂະນະທີ່ຊາວຟີລິດສະຕິນຕັ້ງຄ້າຍພັກຢູ່ທີ່ມິກມາດ. ມີໂຈນສາມກຸ່ມຈາກຄ້າຍຟີລິດສະຕິນ. ກອງໜຶ່ງໄປທີ່ໂອຟະຣາໃນເຂດແດນຊູອານ, ອີກກອງໜຶ່ງໄປທີ່ເບັດໂຮໂຣນ ແລະ ກອງທີສາມແມ່ນເຄື່ອນໄປທີ່ຊາຍແດນເທິງຮ່ອມພູເຊບົວອິມ ເຊິ່ງກົງກັນຂ້າມກັບຖິ່ນແຫ້ງແລ້ງກັນດານ.
ເວລານັ້ນ ທົ່ວດິນແດນອິດສະຣາເອນບໍ່ມີຊ່າງຕີເຫລັກເລີຍ, ເພາະຊາວຟີລິດສະຕິນກ່າວວ່າ “ຢ້ານວ່າຊາວເຮັບເຣີຈະຕີດາບ ຫລື ຫອກ!” ດັ່ງນັ້ນ ເມື່ອຊາວອິດສະຣາເອນຢາກໄດ້ຈົກ, ຄາດ, ຂວານ ຫລື ກ່ຽວ6 ກໍຕ້ອງໄປຫາຊາວຟີລິດສະຕິນ. ອັດຕາຄ່າຈ້າງແມ່ນເງິນໜັກສອງໃນສາມເຊເຂວ7 ເປັນຄ່າຝົນຈົກກັບຄາດ ແລະ ເງິນໜັກໜຶ່ງໃນສາມເຊເຂວ8ແມ່ນເປັນຄ່າສ້ອມແປງຄາດ, ຂວານ ແລະ ໄມ້ບັງຄັບງົວ.
ດັ່ງນັ້ນ ໃນມື້ເຮັດສົງຄາມນັ້ນ ທະຫານທີ່ຢູ່ກັບໂຊນ ແລະ ໂຢນາທານບໍ່ມີຫອກ ຫລື ດາບຈັກຄົນ; ເວັ້ນແຕ່ໂຊນ ແລະ ໂຢນາທານເທົ່ານັ້ນທີ່ມີ.
ໂຢນາທານໂຈມຕີຟີລິດສະຕິນ
ບັດນີ້ ທະຫານກອງໜຶ່ງຂອງພວກຟີລິດສະຕິນໄດ້ໄປຊ່ອງແຄບມິກມາດເພື່ອປ້ອງກັນທີ່ນັ້ນໄວ້.
Source notes (8)
- Footnote ສຳເນົາຕົ້ນສະບັບ ເຊັບຕູອາຈິນບາງສະບັບຕໍ່ມາພາສາເຮັບເຣີບໍ່ມີຄຳວ່າ ສາມສິບ
- Footnote ພາສາເຮັບເຣີບໍ່ມີຄຳວ່າ ສີ່ສິບ
- Footnote ພາສາເຮັບເຣີ ວ່າ ສາມສິບພັນຄັນ
- Footnote ສະບັບເຊັບຕູອາຈິນ ວ່າ ກິນການ ແລະ ໄປຕາມທາງຂອງພວກເຂົາ ປະຊາຊົນທີ່ເຫລືອແມ່ນຕາມໂຊໂລໄປພົບກັບກອງທັບ ແລະ ພວກເຂົາຍົກທັບອອກໄປຈາກກິນການ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ເກບາ ເປັນອີກຮູບໜຶ່ງຂອງ ກີເບອາ
- Footnote ສະບັບເຊັບຕູອາຈິນ ວ່າ ໝາກຈົກໄຖນາ
- Footnote ປະມານ 8 ກຣາມ
- Footnote ປະມານ 4 ກຣາມ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.