Skip to content
BibleKenya

Biblica® Open Lao Contemporary Version

1 ຊາມູເອນ 20

ດາວິດ​ກັບ​ໂຢນາທານ

ຫລັງຈາກນັ້ນ ດາວິດ​ໄດ້​ໜີ​ຈາກ​ນາໂຢດ​ຢູ່​ທີ່​ຣາມາ ແລະ ໄປ​ພົບ​ກັບ​ໂຢນາທານ ແລະ ດາວິດ​ກໍ​ໄດ້​ຖາມ​ວ່າ, “ຂ້ອຍ​ໄດ້​ເຮັດ​ຫຍັງ? ຂ້ອຍ​ກໍ່​ການ​ຮ້າຍ​ອັນໃດ​ບໍ? ຂ້ອຍ​ເຮັດ​ຫຍັງ​ຜິດ​ຕໍ່​ລູກສາວ​ຂອງ​ພໍ່​ຂອງ​ເຈົ້າ​ບໍ, ເພິ່ນຈຶ່ງ​ພະຍາຍາມ​ຈະ​ເອົາ​ຊີວິດ​ຂອງ​ຂ້ອຍ?”

ໂຢນາທານ​ໄດ້​ຕອບ​ວ່າ. “ບໍ່​ເປັນ​ເຊັ່ນ​ນັ້ນ! ເຈົ້າ​ຈະ​ບໍ່​ຕາຍ! ເບິ່ງ​ແມ, ພໍ່​ຈະ​ບໍ່​ເຮັດ​ສິ່ງໃດ, ບໍ່​ວ່າ​ເລື່ອງ​ນ້ອຍ ຫລື ເລື່ອງ​ໃຫຍ່, ໂດຍ​ບໍ່​ບອກ​ເຮົາ. ເປັນຫຍັງ​ເພິ່ນ​ຈະ​ຕ້ອງ​ປິດບັງ​ເຮົາ​ໃນ​ເລື່ອງ​ນີ້? ມັນ​ບໍ່​ເປັນ​ເຊັ່ນ​ນັ້ນ!”

ແຕ່​ດາວິດ​ໄດ້​ສາບານ ແລະ ກ່າວ​ວ່າ, “ພໍ່​ຂອງ​ເຈົ້າ​ຮູ້​ດີ​ວ່າ​ເຈົ້າ​ພໍໃຈ​ຂ້ອຍ ແລະ ເພິ່ນ​ອາດ​ຄິດ​ໃນ​ໃຈ​ວ່າ, ‘ຢ່າ​ໃຫ້​ໂຢນາທານ​ຮູ້​ເລື່ອງ​ນີ້​ເລີຍ ບໍ່​ດັ່ງນັ້ນ​ລາວ​ຈະ​ເສຍໃຈ’. ແຕ່​ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ຢ່າງໃດ ແລະ ເຈົ້າ​ມີ​ຊີວິດ​ຢູ່​ຢ່າງໃດ, ຂ້ອຍ​ກໍ​ຢູ່​ໃກ້​ຄວາມ​ຕາຍ​ພຽງ​ແຕ່​ກ້າວ​ດຽວ​ສັນນັ້ນ”.

ໂຢນາທານ​ເວົ້າ​ກັບ​ດາວິດ​ວ່າ, “ຖ້າ​ຢ່າງ​ນັ້ນ​ຈົ່ງ​ບອກ​ຂ້ອຍ​ມາ​ວ່າ​ເຈົ້າ​ຈະ​ໃຫ້​ຂ້ອຍ​ເຮັດ​ຫຍັງ, ຂ້ອຍ​ຍິນດີ​ຈະ​ເຮັດ​ໃຫ້​ເຈົ້າ”.

ດັ່ງນັ້ນ ດາວິດ​ຈຶ່ງ​ຕອບ​ວ່າ, “ເບິ່ງ​ແມ, ມື້​ອື່ນ​ຈະ​ມີ​ງານ​ສະຫລອງ​ຂຶ້ນ​ໜຶ່ງ​ຄ່ຳ ແລະ ຂ້ອຍ​ຈະ​ຮ່ວມ​ກິນ​ອາຫານ​ກັບ​ກະສັດ; ແຕ່​ຂ້ອຍ​ຂໍ​ໄປ​ລີ້​ຢູ່​ໃນ​ທົ່ງນາ​ຈົນ​ເຖິງ​ຕອນຄໍ່າ​ມື້​ຮື. ຖ້າ​ພໍ່​ຂອງ​ເຈົ້າ​ຖາມ​ເຖິງ​ຂ້ອຍ, ໃຫ້​ບອກ​ເພິ່ນ​ວ່າ, ‘ດາວິດ​ຂໍ​ອະນຸຍາດ​ກັບ​ໄປ​ເບັດເລເຮັມ​ເຮືອນ​ຂອງ​ລາວ, ເພື່ອ​ຮ່ວມ​ສະຫລອງ​ການ​ຖວາຍ​ເຄື່ອງບູຊາ​ປະຈຳ​ປີ​ຂອງ​ຕະກູນ’. ຖ້າ​ເພິ່ນ​ເວົ້າ​ວ່າ ‘ດີ’, ຜູ້ຮັບໃຊ້​ຂອງ​ເຈົ້າ​ກໍ​ຈະ​ປອດໄພ. ແຕ່​ຖ້າ​ເພິ່ນ​ໃຈຮ້າຍ​ຂຶ້ນ, ເຈົ້າ​ກໍ​ແນ່ໃຈ​ໄດ້​ເລີຍ​ວ່າ​ເພິ່ນ​ຕັ້ງ​ຈະ​ທໍາຮ້າຍ​ຂ້ອຍ. ສໍາລັບ​ເຈົ້າ, ຂໍ​ໃຫ້​ເຈົ້າ​ສະແດງ​ຄວາມ​ກະລຸນາ​ຕໍ່​ຜູ້ຮັບໃຊ້​ຂອງ​ເຈົ້າ, ເພາະ​ເຈົ້າ​ໄດ້​ໃຫ້​ຂ້ອຍ​ເຂົ້າ​ຮ່ວມ​ເຮັດ​ຄໍາໝັ້ນສັນຍາ​ກັບ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ຖ້າ​ຂ້ອຍ​ເຮັດ​ຜິດ, ກໍ​ຂໍ​ໃຫ້​ເຈົ້າ​ຂ້າ​ຂ້ອຍ​ໄດ້​ເລີຍ! ດ້ວຍ​ເຫດ​ໃດ​ຈຶ່ງ​ມອບ​ຂ້ອຍ​ໃຫ້​ແກ່​ພໍ່​ຂອງ​ເຈົ້າ?”

ໂຢນາທານ​ເວົ້າ​ວ່າ, “ຂ້ອຍ​ບໍ່​ເຮັດ​ຢ່າງ​ນັ້ນ​ເດັດຂາດ. ເປັນ​ຫຍັງ​ຂ້ອຍ​ຈະ​ບໍ່​ບອກ​ເຈົ້າ​ຖ້າ​ຂ້ອຍ​ຮູ້​ເລື່ອງ​ວ່າ​ພໍ່​ຂອງ​ຂ້ອຍ​ຕັ້ງ​ໃຈ​ທີ່​ຈະ​ທໍາຮ້າຍ​ເຈົ້າ?”

ດາວິດ​ຈຶ່ງ​ຕອບ​ວ່າ, “ແລ້ວ​ຂ້ອຍ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ພໍ່​ຂອງ​ເຈົ້າ​ຕອບ​ເຈົ້າ​ຢ່າງ​ໃຈຮ້າຍ​ບໍ?”

ໂຢນາທານ​ຕອບ​ວ່າ, “ໄປ, ໄປ​ທົ່ງນາ​ກັບ​ຂ້ອຍ”. ແລ້ວ​ທັງ​ສອງ​ກໍ​ອອກ​ໄປ​ນໍາ​ກັນ.

ແລ້ວ​ໂຢນາທານ​ກໍ​ໄດ້​ເວົ້າ​ກັບ​ດາວິດ​ວ່າ, “ຂ້ອຍ​ຂໍ​ປະຕິຍານ​ໂດຍ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ວ່າ, ຂ້ອຍ​ຈະ​ຖາມ​ພໍ່​ຂອງ​ຂ້ອຍ​ໃນ​ມື້​ຮື​ໃນ​ຊ່ວງ​ເວລາ​ດຽວ​ກັນ​ນີ້! ເປັນ​ຫຍັງ​ຂ້ອຍ​ຈະ​ບໍ່​ສົ່ງ​ຂ່າວ​ຫາ​ເຈົ້າ ແລະ ບອກ​ໃຫ້​ເຈົ້າ​ຮູ້​ຖ້າ​ຫາກ​ເພິ່ນ​ມີ​ທ່າທີ​ພໍໃຈ​ເຈົ້າ? ແຕ່​ຖ້າ​ພໍ່​ຂອງ​ຂ້ອຍ​ຕັ້ງໃຈ​ຈະ​ທໍາຮ້າຍ​ເຈົ້າ, ແລ້ວ​ຂ້ອຍ​ບໍ່​ບອກ​ເຈົ້າ ແລະ ສົ່ງ​ເຈົ້າ​ໄປ​ໄດ້​ຢ່າງ​ປອດໄພ. ກໍ​ຂໍ​ພຣະເຈົ້າ​ຢາເວ​ຈັດການ​ກັບ​ຂ້ອຍ​ໃຫ້​ໜັກ​ກວ່າ, ຂໍ​ພຣະເຈົ້າ​ຢາເວ​ຢູ່​ກັບ​ເຈົ້າ​ເໝືອນດັ່ງ​ທີ່​ເຄີຍ​ຢູ່​ກັບ​ພໍ່​ຂອງ​ຂ້ອຍ. ແຕ່​ຂໍ​ໃຫ້​ເຈົ້າ​ສະແດງ​ຄວາມ​ກະລຸນາ​ຂອງ​ພຣະເຈົ້າ​ຢາເວ​ຕໍ່​ຂ້ອຍ​ຕາບ​ຊົ່ວ​ຊີວິດ​ຂອງ​ຂ້ອຍ, ເພື່ອ​ຂ້ອຍ​ເອງ​ຈະ​ບໍ່​ໄດ້​ຖືກ​ຂ້າ, ແລະ ຂໍ​ຢ່າ​ໄດ້​ຕັດ​ຄວາມ​ເມດຕາ​ກະລຸນາ​ຕໍ່​ຄອບຄົວ​ຂອງ​ຂ້ອຍ​ເລີຍ ແມ່ນ​ວ່າ​ໃນ​ຍາມ​ທີ່​ພຣະເຈົ້າ​ຢາເວ​ທຳລາຍ​ສັດຕູ​ທັງໝົດ​ຂອງ​ເຈົ້າ​ໄປ​ຈາກ​ແຜ່ນດິນ​ໂລກ”.

ໂຢນາທານ​ຈຶ່ງ​ເຮັດ​ຄຳ​ໝັ້ນສັນຍາ​ໄວ້​ກັບ​ເຊື້ອສາຍ​ຂອງ​ດາວິດ​ວ່າ, “ຂໍ​ພຣະເຈົ້າ​ຢາເວ​ຈັດການ​ກັບ​ສັດຕູ​ຂອງ​ດາວິດ”. ແລະ ໂຢນາທານ​ກໍ​ຂໍ​ໃຫ້​ດາວິດ​ສາບານ​ອີກ​ເທື່ອ​ໜຶ່ງ​ໂດຍ​ອ້າງ​ຄວາມ​ຮັກ​ທີ່​ໂຢນາທານ​ມີ​ຕໍ່​ດາວິດ, ເພາະ​ລາວ​ຮັກ​ດາວິດ​ເໝືອນ​ຮັກ​ຕົນ​ເອງ.

ໂຢນາທານ​ໄດ້​ເວົ້າ​ກັບ​ດາວິດ​ວ່າ, “ມື້​ອື່ນ​ແມ່ນ​ມີ​ງານ​ສະຫລອງ​ຂຶ້ນ​ໜຶ່ງ​ຄ່ຳ. ຄົນ​ທັງຫລາຍ​ຈະ​ສັງເກດ​ເຫັນ​ວ່າ​ເຈົ້າ​ບໍ່​ຢູ່​ເພາະ​ບ່ອນນັ່ງ​ປະຈຳ​ຂອງ​ເຈົ້າ​ຈະ​ຫວ່າງ. ມື້​ຮື, ຕອນ​ແລງ, ເມື່ອ​ເກີດ​ເລື່ອງ​ຫຍຸ້ງຍາກ​ຂຶ້ນ, ໃຫ້​ເຈົ້າ​ໄປ​ຫລົບລີ້ ແລະ ລໍຖ້າ​ຢູ່​ທີ່​ສີລາ​ເອເຊນ. ເຮົາ​ຈະ​ຍິງ​ທະນູ​ສາມ​ດອກ​ໄປ​ທາງ​ຂ້າງ​ສີລາ​ເໝືອນ​ກຳລັງ​ຍິງ​ເຂົ້າ​ເປົ້າ. ຫລັງຈາກນັ້ນ ເຮົາ​ຈະ​ສົ່ງ​ເດັກ​ຊາຍ​ມາ ແລະ ບອກ​ລາວ​ວ່າ, ‘ຈົ່ງ​ໄປ, ຊອກຫາ​ລູກ​ທະນູ’. ຖ້າ​ຂ້ອຍ​ບອກ​ລາວ​ວ່າ, ‘ເບິ່ງແມ, ລູກ​ທະນູ​ຢູ່​ທາງ​ຂ້າງ​ເຈົ້າ; ຈົ່ງ​ເອົາ​ມາ​ທີ່​ນີ້’, ເຈົ້າ​ຈົ່ງ​ອອກ​ມາ, ເພາະ​ພຣະເຈົ້າ​ມີ​ຊີວິດ​ຢູ່​ສັນໃດ, ເຈົ້າ​ຈະ​ປອດໄພ ແລະ ບໍ່​ມີ​ອັນຕະລາຍ​ອັນ​ໃດ​ສັນນັ້ນ. ແຕ່​ຖ້າ​ເຮົາ​ບອກ​ເດັກ​ຊາຍ​ຄົນ​ນັ້ນ​ວ່າ, ‘ເບິ່ງ​ແມ, ລູກ​ທະນູ​ຢູ່​ຂ້າງ​ໜ້າ​ເຈົ້າ​ພຸ້ນ’, ເຈົ້າ​ກໍ​ຕ້ອງ​ໄປ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ສົ່ງ​ເຈົ້າ​ອອກ​ໄປ. ສ່ວນ​ເລື່ອງ​ທີ່​ເຈົ້າ​ກັບ​ຂ້ອຍ​ໄດ້​ຕົກລົງ​ກັນ​ໄວ້​ນັ້ນ, ຢ່າ​ລືມ​ວ່າ, ພຣະເຈົ້າ​ຢາເວ​ເປັນ​ພະຍານ​ລະຫວ່າງ​ເຈົ້າ​ກັບ​ຂ້ອຍ​ຕະຫລອດ​ໄປ”.

ດາວິດ​ຈຶ່ງ​ລີ້​ຢູ່​ໃນ​ທົ່ງນາ ແລະ ເມື່ອ​ງານ​ສະຫລອງ​ຂຶ້ນ​ໜຶ່ງ​ຄ່ຳ​ເລີ່ມ​ຂຶ້ນ, ກະສັດ​ກໍ​ມາ​ນັ່ງ​ລົງ​ເພື່ອ​ຮ່ວມ​ກິນ​ອາຫານ. ກະສັດ​ນັ່ງ​ໃນ​ບ່ອນ​ປະຈຳ​ຂ້າງ​ກຳແພງ​ກົງກັນຂ້າມ​ກັບ​ໂຢນາທານ,1 ອັບເນ​ນັ່ງ​ຢູ່​ທາງ​ຂ້າງ​ໂຊນ, ແຕ່​ບ່ອນ​ນັ່ງ​ຂອງ​ດາວິດ​ແມ່ນ​ຫວ່າງ​ຢູ່. ໂຊນ​ບໍ່​ໄດ້​ເວົ້າ​ຫຍັງ​ໃນ​ວັນ​ນັ້ນ, ເພາະ​ເພິ່ນ​ຄິດ​ວ່າ, “ອາດ​ຈະ​ເກີດ​ບາງ​ຢ່າງ​ຂຶ້ນ​ກັບ​ດາວິດ​ທີ່​ເຮັດ​ໃຫ້​ລາວ​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ ລາວ​ເປັນ​ມົນທິນ​ແທ້ໆ”. ແຕ່​ເມື່ອ​ບ່ອນນັ່ງ​ຂອງ​ດາວິດ​ຍັງ​ຫວ່າງ​ຢູ່​ອີກ​ໃນ​ມື້​ຕໍ່ມາ, ເຊິ່ງ​ເປັນ​ວັນ​ທີ​ສອງ​ຂອງ​ເດືອນ, ຫລັງຈາກນັ້ນ ໂຊນ​ຈຶ່ງ​ຖາມ​ໂຢນາທານ​ລູກຊາຍ​ຂອງ​ຕົນ​ວ່າ, “ເປັນ​ຫຍັງ​ລູກຊາຍ​ຂອງ​ເຢຊີ​ຈຶ່ງ​ບໍ່​ມາ​ຮ່ວມ​ກິນ​ເຂົ້າ​ທັງ​ມື້​ວານ​ນີ້ ແລະ ມື້​ນີ້?”

ໂຢນາທານ​ຕອບ​ວ່າ, “ດາວິດ​ມາ​ອ້ອນວອນ​ຂໍ​ອະນຸຍາດ​ລູກ​ໄປ​ເບັດເລເຮັມ. ລາວ​ໄດ້​ເວົ້າ​ວ່າ, ‘ຈົ່ງ​ໃຫ້​ຂ້ອຍ​ໄປ, ເພາະ​ຄອບຄົວ​ຂອງ​ຂ້ອຍ​ຈັດ​ພິທີ​ຖວາຍ​ເຄື່ອງບູຊາ​ໃນ​ເມືອງ ແລະ ອ້າຍ​ຂອງ​ຂ້ອຍ​ໄດ້​ສັ່ງ​ຂ້ອຍ​ໃຫ້​ໄປ​ຮ່ວມ​ນໍາ. ຖ້າ​ຂ້ອຍ​ເປັນ​ທີ່​ພໍໃຈ​ຂອງ​ເຈົ້າ, ຈົ່ງ​ອະນຸຍາດ​ໃຫ້​ຂ້ອຍ​ໄປ​ພົບ​ບັນດາ​ອ້າຍ​ຂອງ​ຂ້ອຍ​ດ້ວຍ’. ດ້ວຍ​ເຫດ​ນີ້​ລາວ​ຈຶ່ງ​ບໍ່​ໄດ້​ມາ​ຮ່ວມ​ໂຕະ​ອາຫານ​ກັບ​ກະສັດ”.

ໂຊນ​ໃຈຮ້າຍ​ໃຫ້​ໂຢນາທານ​ຫລາຍ ແລະ ໄດ້​ເວົ້າ​ກັບ​ລາວ​ວ່າ, “ເຈົ້າ​ຜູ້​ເປັນ​ລູກຊາຍ​ຂອງ​ຍິງ​ກະບົດ ແລະ ຜິດ​ປົກກະຕິ! ຂ້ອຍ​ຈະ​ບໍ່​ຮູ້​ບໍ​ວ່າ​ເຈົ້າ​ເຂົ້າ​ຂ້າງ​ລູກຊາຍ​ຂອງ​ເຢຊີ ຂາຍ​ໜ້າ​ທັງ​ເຈົ້າ​ເອງ ຂາຍ​ໜ້າ​ໄປ​ຮອດ​ແມ່​ທີ່​ໃຫ້​ກຳເນີດ​ເຈົ້າ​ດ້ວຍ? ຕາບ​ໃດ​ທີ່​ລູກ​ຂອງ​ເຢຊີ​ຄົນ​ນີ້​ຍັງ​ມີ​ຊີວິດ​ຢູ່​ເທິງ​ແຜນດິນ​ໂລກ, ເຈົ້າ​ເອງ ຫລື ອານາຈັກ​ຂອງ​ເຈົ້າ​ກໍ​ຕັ້ງ​ຢູ່​ບໍ່​ໄດ້. ບັດນີ້ ຈົ່ງ​ໄປ​ນຳ​ເອົາ​ລາວ​ມາ​ໃຫ້​ຂ້ອຍ, ເພາະ​ລາວ​ຈະ​ຕ້ອງ​ຕາຍ!”

ໂຢນາທານ​ໄດ້​ຖາ​ພໍ່​ຂອງ​ຕົນ​ວ່າ, “ລາວ​ເຮັດ​ຜິດ​ອັນໃດ? ດ້ວຍ​ເຫດ​ໃດ​ຈຶ່ງ​ຈະ​ຕ້ອງ​ຂ້າ​ລາວ?” ແຕ່​ໂຊນ​ໄດ້​ຊັດ​ຫອກ​ເຂົ້າ​ໃສ່​ໂຢນາທານ​ເພື່ອ​ຈະ​ຂ້າ​ລາວ. ດັ່ງນັ້ນ ໂຢນາທານ​ຈຶ່ງ​ຮູ້​ວ່າ​ພໍ່​ຂອງ​ຕົນ​ເຈດຕະນາ​ຈະ​ຂ້າ​ດາວິດ.

ໂຢນາທານ​ໄດ້​ລຸກ​ຈາກ​ໂຕະອາຫານ​ດ້ວຍ​ຄວາມ​ໃຈຮ້າຍ​ຫລາຍ; ໃນ​ວັນ​ທີ​ສອງ​ຂອງ​ເດືອນ​ນັ້ນ ລາວ​ບໍ່​ກິນ​ຫຍັງ​ເລີຍ, ເພາະ​ຮູ້ສຶກ​ເສຍໃຈ​ທີ່​ພໍ່​ປະຕິບັດ​ຕໍ່​ດາວິດ​ຢ່າງ​ໜ້າ​ອັບອາຍ.

ເຊົ້າ​ມື້​ຕໍ່​ມາ ໂຢນາທານ​ກໍ​ໄດ້​ອອກ​ໄປ​ທົ່ງນາ​ເພື່ອ​ພົບ​ກັບ​ດາວິດ. ໂດຍ​ພາ​ເດັກຊາຍ​ຄົນ​ໜຶ່ງ​ໄປ​ນໍາ, ໂຢນາທານ​ສັ່ງ​ເດັກຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ແລ່ນ​ໄປ​ເກັບ​ລູກ​ທະນູ​ທີ່​ເຮົາ​ຍິງ​ອອກ​ໄປ”. ຂະນະ​ທີ່​ເດັກຊາຍ​ນັ້ນ​ແລ່ນ​ໄປ, ໂຢນາທານ​ກໍ​ຍິງ​ລູກ​ທະນູ​ໄປ​ຂ້າງ​ໜ້າ. ເມື່ອ​ເດັກຊາຍ​ນັ້ນ​ແລ່ນ​ເກືອບ​ຈະ​ໄປ​ເຖິງ​ລູກ​ທະນູ, ໂຢນາທານ​ກໍ​ຮ້ອງ​ຂຶ້ນ​ວ່າ, “ລູກ​ທະນູ​ບໍ່​ໄດ້​ຢູ່​ທາງ​ໜ້າ​ເຈົ້າ​ບໍ?” ແລ້ວ​ໂຢນາທານ​ໄດ້​ຮ້ອງ​ວ່າ, “ຈົ່ງ​ຟ້າວ​ໄປ! ໄປ​ໄວໆ! ຢ່າ​ຢຸດ!” ເດັກຊາຍ​ນັ້ນ​ຈຶ່ງ​ຟ້າວ​ແລ່ນ​ໄປ​ເກັບ​ລູກ​ທະນູ ແລະ ກັບ​ມາ​ຫາ​ນາຍ​ຂອງ​ລາວ. (ເດັກຊາຍ​ບໍ່​ເຂົ້າໃຈ​ສັນຍານ​ທັງໝົດ​ເຫລົ່ານີ້; ມີ​ແຕ່​ດາວິດ ແລະ ໂຢນາທານ​ເທົ່ານັ້ນ​ທີ່​ຮູ້.) ຫລັງຈາກນັ້ນ ໂຢນາທານ​ຈຶ່ງ​ສົ່ງ​ອາວຸດ​ຂອງ​ຕົນ​ໃຫ້​ເດັກຊາຍ​ນັ້ນ​ແລ້ວ​ເວົ້າ​ວ່າ, “ຈົ່ງ​ໄປ, ນຳ​ເອົາ​ອາວຸດ​ນີ້​ກັບ​ຄືນ​ໄປ​ທີ່​ຕົວ​ເມືອງ”.

ເມື່ອ​ເດັກຊາຍ​ນັ້ນ​ໄປ​ແລ້ວ, ດາວິດ​ກໍ​ອອກ​ມາ​ຈາກ​ບ່ອນ​ທີ່​ຫລົບລີ້​ທາງ​ທິດ​ໃຕ້​ຂອງ​ໂງ່ນ​ຫີນ ແລະ ດາວິດ​ກໍ​ໄດ້​ກົ້ມ​ລົງ​ຄຳນັບ​ໂຢນາທານ​ສາມ​ຄັ້ງ​ພ້ອມ​ກັບ​ກົ້ມ​ໜ້າ​ລົງ​ທີ່​ພື້ນ. ແລ້ວ​ທັງ​ສອງ​ກໍ​ຮ້ອງໄຫ້​ຈູບ​ລາ​ກັນ ແຕ່​ດາວິດ​ຮ້ອງໄຫ້​ຫລາຍ​ກວ່າ.

ໂຢນາທານ​ໄດ້​ເວົ້າ​ກັບ​ດາວິດ​ວ່າ, “ຈົ່ງ​ໄປ​ຢ່າງ​ສັນຕິ, ເພາະ​ພວກເຮົາ​ໄດ້​ເປັນ​ເພື່ອນ​ຮ່ວມ​ສາບານ​ໃນ​ນາມ​ພຣະເຈົ້າ​ຢາເວ, ໂດຍ​ກ່າວ​ວ່າ, ‘ພຣະເຈົ້າ​ຢາເວ​ເປັນ​ພະຍານ​ລະຫວ່າງ​ເຈົ້າ​ກັບ​ຂ້ອຍ ແລະ ລະຫວ່າງ​ເຊື້ອສາຍ​ຂອງ​ພວກເຮົາ​ທັງ​ສອງ​ຝ່າຍ​ຕະຫລອດ​ໄປ’ ”. ແລ້ວ​ດາວິດ​ກໍ​ຈາກ​ໄປ, ສ່ວນ​ໂຢນາທານ​ກໍ​ໄດ້​ກັບ​ເຂົ້າ​ເມືອງ.

Source notes (1)
  1. Footnote ພາສາ​ເຮັບເຣີ​ວ່າ ຂ້າງ​ກຳແພງ ໂຢນາທານ​ຍືນ​ຢູ່

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.