Skip to content
BibleKenya

Biblica® Open Lao Contemporary Version

ເຊຟານິຢາ 3

ເຢຣູຊາເລັມ

ວິບັດ​ແກ່​ເມືອງ​ຂອງ​ຜູ້​ທີ່​ກົດຂີ່​ຂົ່ມເຫັງ,

ກະບົດ ແລະ ມີ​ມົນທິນ!

ເມືອງ​ນີ້​ບໍ່​ຍອມ​ເຊື່ອຟັງ​ຜູ້ໃດ,

ເມືອງ​ນີ້​ບໍ່​ຍອມຮັບ​ການ​ປັບປຸງ​ແກ້ໄຂ.

ເມືອງ​ນີ້​ບໍ່​ໄວ້ໃຈ​ໃນ​ພຣະເຈົ້າ​ຢາເວ,

ເມືອງ​ນີ້​ບໍ່​ຍອມ​ເຂົ້າ​ມາ​ໃກ້​ພຣະເຈົ້າ​ຂອງ​ຕົນ.

ຂ້າລາຊະການ​ຂອງ​ເມືອງ​ນີ້

ເປັນ​ເໝືອນ​ໂຕ​ສິງ​ທີ່​ສົ່ງ​ສຽງ​ຮ້ອງ;

ບັນດາ​ຜູ້​ປົກຄອງ​ຂອງ​ເມືອງ​ນີ້​ກໍ​ເປັນ​ດັ່ງ​ໝາປ່າ​ຍາມ​ແລງ,

ຜູ້​ທີ່​ບໍ່​ປະ​ຫຍັງ​ໄວ້​ຈົນ​ເຖິງ​ມື້​ອື່ນ​ເຊົ້າ.

ບັນດາ​ຜູ້ທຳນວາຍ​ຂອງ​ເມືອງ​ນີ້​ກໍ​ບໍ່​ມີ​ຫລັກການ;

ພວກເຂົາ​ເປັນ​ຄົນ​ທໍລະຍົດ.

ບັນດາ​ປະໂລຫິດ​ຂອງ​ເມືອງ​ນີ້​ກໍ​ໝິ່ນປະໝາດ​ສະຖານ​ນະມັດສະການ

ແລະ ລະເມີດ​ກົດບັນຍັດ.

ພຣະເຈົ້າ​ຢາເວ​ຜູ້​ຢູ່​ໃນ​ເມືອງ​ນີ້​ເປັນ​ຜູ້​ຊອບທຳ;

ພຣະອົງ​ບໍ່​ໄດ້​ເຮັດ​ຜິດ.

ທຸກ​ໆ​ເຊົ້າ​ພຣະອົງ​ຈະ​ອຳນວາຍ​ຄວາມ​ຍຸຕິທຳ,

ແລະ ທຸກ​ໆ​ວັນ​ໃໝ່​ພຣະອົງ​ບໍ່​ເຄີຍ​ຢຸດ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ

ເຖິງ​ປານ​ນັ້ນ​ຄົນອະທຳ​ກໍ​ບໍ່​ຮູ້​ຈັກ​ລະອາຍ.

ເຢຣູຊາເລັມ​ຍັງ​ຄົງ​ບໍ່​ກັບໃຈ

“ເຮົາ​ໄດ້​ທຳລາຍ​ປະຊາຊາດ​ທັງຫລາຍ;

ຖານ​ທີ່​ໝັ້ນ​ຂອງ​ພວກເຂົາ​ກໍ​ຖືກ​ທຳລາຍ.

ເຮົາ​ເຮັດ​ໃຫ້​ຖະໜົນ​ຫົນທາງ​ຂອງ​ພວກເຂົາ​ຮົກຮ້າງ,

ໂດຍ​ບໍ່​ມີ​ຜູ້ໃດ​ຜ່ານ​ໄປ​ມາ.

ເມືອງ​ຕ່າງ​ໆ​ຂອງ​ພວກເຂົາ​ຖືກ​ປະ​ໃຫ້​ຮົກຮ້າງ;

ກັນດານ ແລະ ຫວ່າງເປົ່າ.

ເຮົາ​ໄດ້​ກ່າວ​ແກ່​ເຢຣູຊາເລັມ​ວ່າ

‘ເຈົ້າ​ຈະ​ຢ້ານກົວ​ເຮົາ​ຢ່າງ​ແນ່ນອນ

ແລະ ຍອມຮັບ​ການ​ແກ້ໄຂ​ປັບປຸງ!’

ແລ້ວ​ບ່ອນ​ລີ້ໄພ1​ຂອງ​ເມືອງ​ນີ້​ຈະ​ໄດ້​ບໍ່​ຖືກ​ທຳລາຍ,

ແລະ ການ​ລົງໂທດ​ທັງໝົດ​ຂອງ​ເຮົາ​ຈະ​ໄດ້​ບໍ່​ຕົກ​ເທິງ2​ເມືອງ​ນີ້.

ແຕ່​ວ່າ​ພວກເຂົາ​ກໍ​ຍັງ​ຄົງ​ກະຕືລືລົ້ນ

ທີ່​ຈະ​ປະພຶດ​ຊົ່ວ​ເໝືອນ​ທີ່​ເຄີຍ​ເຮັດ​ມາ​ທຸກ​ຢ່າງ”.

ພຣະເຈົ້າ​ຢາເວ​ໄດ້​ປະກາດ​ວ່າ, “ເຫດສະນັ້ນ ຈົ່ງ​ລໍຖ້າ​ເຮົາ,

ເພາະ​ໃນ​ວັນ​ນັ້ນ​ເຮົາ​ຈະ​ຢືນ​ຂຶ້ນ​ເປັນ​ພະຍານ.3

ເຮົາ​ໄດ້​ຕັດສິນໃຈ​ທີ່​ຈະ​ຮວບຮວມ​ຊົນຊາດ​ຕ່າງ​ໆ,

ເຕົ້າໂຮມ​ອານາຈັກ​ຕ່າງໆ

ແລະ ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເທິງ​ພວກເຂົາ

ຄວາມ​ໃຈຮ້າຍ​ອັນ​ແຮງກ້າ​ທັງໝົດ​ຂອງ​ເຮົາ.

ທົ່ວທັງ​ໂລກ​ຈະ​ຖືກ​ເຜົາໄໝ້

ດ້ວຍ​ໄຟ​ແຫ່ງ​ຄວາມ​ໃຈຮ້າຍ​ອັນ​ເນື່ອງ​ມາ​ຈາກ​ຄວາມ​ຫຶງຫວງ​ຂອງ​ເຮົາ.

ການ​ຟື້ນຟູ​ສ່ວນ​ທີ່​ເຫລືອ​ຂອງ​ອິດສະຣາເອນ

“ແລ້ວ​ເຮົາ​ຈະ​ຊຳລະ​ຮີມສົບ​ຂອງ​ຄົນ​ທັງຫລາຍ​ໃຫ້​ບໍລິສຸດ,

ເພື່ອ​ພວກເຂົາ​ທັງໝົດ​ຈະ​ຮ້ອງ​ຫາ​ນາມ​ຂອງ​ພຣະເຈົ້າ​ຢາເວ

ແລະ ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຄຽງບ່າ​ຄຽງໄຫລ່.

ຜູ້​ທີ່​ນະມັດສະການ​ເຮົາ, ປະຊາຊົນ​ຂອງ​ເຮົາ​ທີ່​ກະຈັດກະຈາຍ​ໄປ,

ຈະ​ນຳ​ເຄື່ອງ​ບູຊາ.

ຈາກ​ຟາກ​ແມ່ນ້ຳ​ແຫ່ງ​ກູເຊ4​ມາ​ຖວາຍ​ເຮົາ.

ເຢຣູຊາເລັມ, ໃນ​ວັນ​ນັ້ນ​ເຈົ້າ​ຈະ​ບໍ່​ຕ້ອງ​ອັບອາຍ

ເພາະ​ຄວາມ​ຜິດ​ທັງໝົດ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເຮົາ,

ເພາະວ່າ​ເຮົາ​ຈະ​ກຳຈັດ​ຄົນ​ທີ່​ຊື່ນຊົມ​ຄວາມ​ຈອງຫອງ​ຂອງ​ຕົນ

ໃຫ້​ອອກ​ໄປ​ຈາກ​ນະຄອນ​ນີ້.

ເຈົ້າ​ຈະ​ບໍ່​ຍິ່ງ​ຈອງຫອງ​ອີກ​ຕໍ່​ໄປ

ເທິງ​ພູເຂົາ​ສັກສິດ​ຂອງ​ເຮົາ.

ແຕ່​ເຮົາ​ຈະ​ປ່ອຍ​ໃຫ້

ຄົນ​ທີ່​ອ່ອນນ້ອມ ແລະ ຖ່ອມຕົວ​ໄວ້​ພາຍ​ໃນ​ເຈົ້າ.

ຊົນຊາດ​ອິດສະຣາເອນ​ທີ່​ເຫລືອ​ຢູ່

ຈະ​ໄວ້ວາງໃຈ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ.

ພວກເຂົາ​ຈະ​ບໍ່​ເຮັດ​ຜິດ;

ພວກເຂົາ​ຈະ​ບໍ່​ເວົ້າ​ຕົວະ.

ລີ້ນ​ທີ່​ຫລອກລວງ

ຈະ​ບໍ່​ພົບ​ໃນ​ປາກ​ຂອງ​ພວກເຂົາ.

ພວກເຂົາ​ຈະ​ກິນ ແລະ ນອນ​ລົງ

ແລະ ບໍ່​ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ຢ້ານ​ກົວ”.

ລູກສາວ​ແຫ່ງ​ຊີໂອນ,5 ຈົ່ງ​ຮ້ອງເພງ;

ອິດສະຣາເອນ, ຈົ່ງ​ໂຫ່​ຮ້ອງ​ໃຫ້​ດັງ!

ຈົ່ງ​ດີໃຈ ແລະ ຊື່ນຊົມຍິນດີ​ດ້ວຍ​ສຸດໃຈ​ຂອງ​ເຈົ້າ,

ລູກສາວ​ແຫ່ງ​ເຢຣູຊາເລັມ!6

ພຣະເຈົ້າ​ຢາເວ​ໄດ້​ເອົາ​ໂທດ​ຂອງ​ເຈົ້າ​ໄປ​ແລ້ວ,

ພຣະອົງ​ໄດ້​ໃຫ້​ສັດຕູ​ຂອງ​ເຈົ້າ​ຫັນ​ກັບ​ໄປ​ແລ້ວ.

ພຣະເຈົ້າ​ຢາເວ, ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຢູ່​ກັບ​ເຈົ້າ;

ເຈົ້າ​ຈະ​ບໍ່​ຢ້ານ​ອັນຕະລາຍ​ໃດ​ໆ​ອີກ​ເລີຍ.

ໃນ​ວັນ​ນັ້ນ

ພວກເຂົາ​ຈະ​ເວົ້າ​ກັບ​ເຢຣູຊາເລັມ​ວ່າ,

“ຊີໂອນ, ຢ່າ​ຢ້ານ​ເລີຍ;

ຢ່າ​ໃຫ້​ມື​ຂອງ​ເຈົ້າ​ອ່ອນ​ແຮງ.

ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ກັບ​ເຈົ້າ

ນັກຮົບ​ຜູ້​ຍິ່ງໃຫຍ່​ທີ່​ຈະ​ຊ່ວຍ​ໃຫ້​ພົ້ນ.

ພຣະອົງ​ຈະ​ປິຕິ​ຍິນດີ​ໃນ​ເຈົ້າ;

ດ້ວຍ​ຄວາມ​ຮັກ​ຂອງ​ພຣະອົງ ພຣະອົງ​ຈະ​ບໍ່​ຕຳໜິ​ເຈົ້າ​ອີກ​ຕໍ່​ໄປ,

ແລະ ຈະ​ຮ້ອງເພງ​ເພາະ​ຊື່ນຊົມຍິນດີ​ໃນ​ເຈົ້າ”.

“ເຮົາ​ຈະ​ເອົາ​ຄວາມ​ໂສກເສົ້າ

ທີ່​ເຈົ້າ​ບໍ່​ໄດ້​ຮ່ວມ​ເທດສະການ​ຕ່າງ​ໆ​ຕາມ​ກຳນົດ​ຂອງ​ເຈົ້າ​ອອກ​ໄປ,

ສິ່ງ​ນີ້​ເປັນ​ພາລະ ແລະ ຄຳ​ປະນາມ​ສຳລັບ​ເຈົ້າ.

ໃນ​ເວລາ​ນັ້ນ​ເຮົາ​ຈະ​ຈັດການ

ກັບ​ທຸກຄົນ​ທີ່​ກົດຂີ່​ຂົ່ມເຫັງ​ເຈົ້າ.

ເຮົາ​ຈະ​ຊ່ວຍ​ບັນດາ​ຄົນເປ້ຍ

ເຮົາ​ຈະ​ຮວບຮວມ​ເອົາ​ຜູ້​ທີ່​ຖືກ​ເຮັດ​ໃຫ້​ກະຈັດກະຈາຍ​ໄປ.

ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ທີ່​ຍົກຍ້ອງ ແລະ ມີ​ກຽດ

ໃນ​ທຸກ​ດິນແດນ​ທີ່​ພວກເຂົາ​ໄດ້​ຮັບ​ຄວາມ​ອັບອາຍ.

ໃນ​ເວລາ​ນັ້ນ​ເຮົາ​ຈະ​ຮວບຮວມ​ເອົາ​ເຈົ້າ;

ໃນ​ເວລາ​ນັ້ນ​ເຮົາ​ຈະ​ພາ​ເຈົ້າ​ກັບ​ບ້ານ.

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ກຽດ ແລະ ເປັນ​ທີ່​ຍົກຍ້ອງ

ໃນ​ທ່າມກາງ​ຄົນ​ທັງໝົດ​ທີ່​ຢູ່​ແຜ່ນດິນໂລກ​ນີ້

ເມື່ອ​ເຮົາ​ໃຫ້​ເຈົ້າ​ກັບ​ຄືນ​ສູ່​ສະພາບ​ດີ7

ຕໍ່ໜ້າ​ຕໍ່​ຕາ​ເຈົ້າ,”

ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ດັ່ງນັ້ນ.

Source notes (7)
  1. Footnote ຫລື ສະຖານ​ນະມັດສະການ
  2. Footnote ຫລື ທຸກ​ຄົນ​ທີ່​ເຮົາ​ໄດ້​ແຕ່ງຕັ້ງ
  3. Footnote ຫລື ຈະ​ລຸກ​ຂຶ້ນ​ປຸ້ນ
  4. Footnote ຄື ຕອນ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ
  5. Footnote ຄື ຊາວ​ເຢຣູຊາເລັມ
  6. Footnote ຄື ຊາວ​ເຢຣູຊາເລັມ
  7. Footnote ຫລື ເຮົາ​ນຳ​ຊະເລີຍ​ຂອງ​ເຈົ້າ​ກັບ​ມາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.