Biblica® Open Lao Contemporary Version
ຮັກກາຍ 1
ການເອີ້ນໃຫ້ສ້າງວິຫານຂອງພຣະເຈົ້າຢາເວ
ໃນປີທີສອງຂອງການປົກຄອງຂອງກະສັດດາຣິອຸດ, ໃນວັນທີໜຶ່ງເດືອນທີຫົກ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຊຣຸບບາເບນຜູ້ວ່າການຂອງຢູດາ ເຊິ່ງເປັນລູກຊາຍຂອງເຊອານຕີເອນ ແລະ ໄດ້ມາເຖິງໂຢຊວຍ ຜູ້ເປັນມະຫາປະໂລຫິດ, ເຊິ່ງເປັນລູກຊາຍຂອງເຢຊາດັກ1 ໂດຍກ່າວຜ່ານທາງຜູ້ທຳນວາຍຮັກກາຍວ່າ:
ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວໄວ້ຄື: “ປະຊາຊົນເຫລົ່ານີ້ໄດ້ເວົ້າວ່າ, ‘ຍັງບໍ່ເຖິງເວລາທີ່ຈະສ້າງວິຫານຂອງພຣະເຈົ້າຢາເວ’ ”.
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວ ກໍໄດ້ມາຜ່ານທາງຜູ້ທຳນວາຍຮັກກາຍວ່າ: “ເຖິງເວລາແລ້ວບໍ ທີ່ພວກເຈົ້າເອງຈະອາໄສຢູ່ໃນເຮືອນທີ່ກໍ່ສ້າງດ້ວຍໄມ້ຢ່າງດີ ໃນຂະນະທີ່ວິຫານນີ້ຍັງເປັນຊາກຫັກພັງຢູ່?”
ບັດນີ້ ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວຄື: “ຈົ່ງຄິດຢ່າງຮອບຄອບກ່ຽວກັບວິຖີທາງຂອງພວກເຈົ້າ. ພວກເຈົ້າໄດ້ປູກຫລາຍ ແຕ່ເກັບກ່ຽວໄດ້ໜ້ອຍ. ພວກເຈົ້າກິນ ແຕ່ບໍ່ເຄີຍພໍ. ພວກເຈົ້າດື່ມ ແຕ່ກໍບໍ່ເຄີຍອິ່ມ. ພວກເຈົ້ານຸ່ງເຄື່ອງ ແຕ່ກໍບໍ່ອຸ່ນ. ພວກເຈົ້າໄດ້ຄ່າຈ້າງ ແຕ່ກໍເພື່ອເອົາມາໃສ່ໃນກະເປົາເງິນທີ່ມີຮູຢູ່ໃນນັ້ນ”.
ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວຄື: “ຈົ່ງຄິດຢ່າງຮອບຄອບກ່ຽວກັບວິຖີທາງຂອງພວກເຈົ້າ. ຈົ່ງຂຶ້ນໄປເທິງພູເຂົາ ແລະ ນຳເອົາໄມ້ລົງມາ ແລ້ວສ້າງວິຫານຂອງເຮົາ, ເພື່ອເຮົາຈະໄດ້ພໍໃຈໃນວິຫານນັ້ນ ແລະ ໄດ້ຮັບກຽດ”, ພຣະເຈົ້າຢາເວໄດ້ກ່າວດັ່ງນີ້. ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ປະກາດວ່າ, “ພວກເຈົ້າຄາດຫວັງໄວ້ຫລາຍ ແຕ່ເບິ່ງແມ, ໄດ້ມາພຽງໜ້ອຍດຽວ. ສິ່ງທີ່ພວກເຈົ້ານຳກັບມາທີ່ເຮືອນ ເຮົາກໍໄດ້ເປົ່າມັນຖິ້ມໄປ. ເປັນຫຍັງ? ກໍເພາະວ່າວິຫານຂອງເຮົາຍັງຄົງເປັນຊາກຫັກພັງຢູ່ ໃນຂະນະທີ່ພວກເຈົ້າແຕ່ລະຄົນກໍຫຍຸ້ງຢູ່ກັບເຮືອນຂອງຕົນເອງ. ເຫດສະນັ້ນ ຈຶ່ງເປັນຍ້ອນພວກເຈົ້າ ຟ້າສະຫວັນຈຶ່ງລະງັບນ້ຳໝອກໄວ້ ແລະ ແຜ່ນດິນໂລກກໍບໍ່ຍອມເກີດພືດຜົນ. ເຮົາໄດ້ເອີ້ນເອົາຄວາມແຫ້ງແລ້ງມາສູ່ບັນດາທົ່ງນາ ແລະ ເທິງພູເຂົາ, ເທິງເມັດພືດ, ເຫລົ້າອະງຸ່ນໃໝ່, ນ້ຳມັນໝາກກອກ ແລະ ທຸກສິ່ງທີ່ພື້ນດິນໃຫ້ຜົນຜະລິດ, ຄົນ ແລະ ສັດລ້ຽງ ແລະ ວຽກງານທັງໝົດທີ່ພວກເຈົ້າເຮັດ”.
ແລ້ວເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ໂຢຊວຍຜູ້ເປັນມະຫາປະໂລຫິດ ເຊິ່ງເປັນລູກຊາຍຂອງເຢຊາດັກ ແລະ ປະຊາຊົນທັງໝົດທີ່ຍັງເຫລືອຢູ່ນັ້ນ ກໍໄດ້ເຊື່ອຟັງສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ແລະ ຖ້ອຍຄຳຂອງຜູ້ທຳນວາຍຮັກກາຍ, ເພາະວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາໄດ້ສົ່ງລາວມາ ແລະ ປະຊາຊົນກໍຢຳເກງພຣະເຈົ້າຢາເວ.
ແລ້ວຮັກກາຍທູດຂອງພຣະເຈົ້າຢາເວກໍໄດ້ແຈ້ງຂໍ້ຄວາມຂອງພຣະເຈົ້າຢາເວໃຫ້ແກ່ປະຊາຊົນວ່າ: “ເຮົາຢູ່ກັບພວກເຈົ້າ”, ພຣະເຈົ້າຢາເວໄດ້ປະກາດດັ່ງນີ້. ດັ່ງນັ້ນ ພຣະເຈົ້າຢາເວໄດ້ດົນໃຈຂອງເຊຣຸບບາເບນຜູ້ວ່າການຂອງຢູດາ ຜູ້ທີ່ເປັນລູກຊາຍຂອງເຊອານຕີເອນ ແລະ ດົນໃຈຂອງໂຢຊວຍ ຜູ້ເປັນມະຫາປະໂລຫິດ ເຊິ່ງເປັນລູກຊາຍຂອງໂຢຊາດັກ ແລະ ຈິດໃຈຂອງປະຊາຊົນທີ່ເຫລືອຢູ່ທັງໝົດ. ພວກເຂົາໄດ້ພາກັນມາ ແລະ ເລີ່ມເຮັດວຽກງານໃນການສ້າງວິຫານຂອງພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາ. ໃນວັນທີຊາວສີ່ຂອງເດືອນທີຫົກ.
ສະຫງ່າລາສີຕາມສັນຍາແຫ່ງວິຫານໃໝ່
ໃນປີທີສອງຂອງກະສັດດາຣິອຸດ.
Source notes (1)
- Footnote ພາສາເຮັບເຣີວ່າ ໂຢຊາດັກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.