Biblica® Open Lao Contemporary Version
ຮັກກາຍ 2
ໃນວັນທີຊາວເອັດເດືອນທີເຈັດ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາຜ່ານທາງຜູ້ທຳນວາຍຮັກກາຍວ່າ: “ຈົ່ງເວົ້າກັບເຊຣຸບບາເບນຜູ້ວ່າການຂອງຢູດາ ເຊິ່ງເປັນລູກຊາຍຂອງເຊອານຕີເອນ, ເວົ້າກັບໂຢຊວຍຜູ້ເປັນມະຫາປະໂລຫິດ ເຊິ່ງເປັນລູກຊາຍຂອງໂຢຊາດັກ ແລະ ປະຊາຊົນທີ່ເຫລືອຢູ່. ຈົ່ງຖາມພວກເຂົາວ່າ, ‘ໃນພວກເຈົ້າຍັງເຫລືອຜູ້ໃດທີ່ເຄີຍເຫັນສະຫງ່າລາສີຂອງວິຫານນີ້ມາກ່ອນບໍ? ບັດນີ້ພວກເຈົ້າເຫັນເປັນຢ່າງໃດ? ເຫັນວ່າທຽບກັນບໍ່ໄດ້ເລີຍແມ່ນບໍ? ແຕ່ບັດນີ້ ຈົ່ງເຂັ້ມແຂງເຊຣຸບບາເບນ,’ ພຣະເຈົ້າຢາເວໄດ້ປະກາດວ່າ: ‘ຈົ່ງເຂັ້ມແຂງ ໂຢຊວຍ ຜູ້ເປັນປະໂລຫິດ ເຊິ່ງເປັນລູກຊາຍຂອງເຢຊາດັກ, ຈົ່ງເຂັ້ມແຂງ, ປະຊາຊົນທັງໝົດໃນດິນແດນນີ້’, ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ ‘ແລະ ຈົ່ງທຳງານ. ເພາະເຮົາຢູ່ກັບພວກເຈົ້າ’ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ປະກາດດັ່ງນັ້ນ. ‘ນີ້ຄືສິ່ງທີ່ເຮົາໄດ້ເຮັດພັນທະສັນຍາໄວ້ກັບພວກເຈົ້າເມື່ອພວກເຈົ້າອອກມາຈາກເອຢິບ ແລະ ພຣະວິນຍານຂອງເຮົາກໍຢູ່ທ່າມກາງພວກເຈົ້າ. ຢ່າຢ້ານເລີຍ’.
“ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວຄື: ‘ໃນອີກບໍ່ດົນ ເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະ ແຜ່ນດິນແຫ້ງອີກເທື່ອໜຶ່ງ. ເຮົາຈະສັ່ນປະຊາຊາດທັງໝົດ ແລະ ສິ່ງທີ່ປະຊາຊາດທັງໝົດປາຖະໜານັ້ນຈະມາ ແລະ ເຮົາຈະເຮັດເຕີມເຕັມວິຫານນີ້ດ້ວຍສະຫງ່າລາສີ’, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນັ້ນ. ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ປະກາດວ່າ: ‘ເງິນເປັນຂອງເຮົາ ແລະ ຄຳກໍເປັນຂອງເຮົາ’. ‘ສະຫງ່າລາສີຂອງວິຫານຫລັງປັດຈຸບັນນີ້ຈະຍິ່ງໃຫຍ່ກວ່າສະຫງ່າລາສີຂອງວິຫານເກົ່າ’, ພຣະເຈົ້າຢາເວ ຜູ້ມີລິດອຳນາດໄດ້ກ່າວດັ່ງນັ້ນ. ‘ແລະ ເຮົາຈະໃຫ້ສັນຕິສຸກແກ່ສະຖານທີ່ນີ້’, ພຣະເຈົ້າຢາເວ ຜູ້ມີລິດອຳນາດໄດ້ປະກາດດັ່ງນັ້ນ”,
ພຣະພອນສຳລັບຜູ້ທີ່ມີມົນທິນ
ໃນວັນທີຊາວສີ່ເດືອນທີເກົ້າປີທີສອງຂອງດາຣິອຸດ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຜູ້ທຳນວາຍຮັກກາຍວ່າ: “ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ: ‘ຈົ່ງຖາມປະໂລຫິດວ່າກົດບັນຍັດໄດ້ກ່າວໄວ້ຢ່າງໃດ. ຖ້າຜູ້ໃດເອົາຊີ້ນທີ່ບໍລິສຸດແລ້ວໄປຫໍ່ໄວ້ໃນຜ້າຂອງຕົນ ແລ້ວຫໍ່ຊີ້ນນັ້ນໄປແຕະຕ້ອງຖືກເຂົ້າຈີ່ ຫລື ແກງ, ເຫລົ້າອະງຸ່ນ, ນ້ຳມັນໝາກກອກບາງສ່ວນ ຫລື ອາຫານອື່ນໆ, ອາຫານກັບເຄື່ອງດື່ມນັ້ນກໍຈະບໍລິສຸດໄປນຳບໍ?’ ”
ບັນດາປະໂລຫິດໄດ້ຕອບວ່າ, “ບໍ່”.
ແລ້ວຮັກກາຍໄດ້ເວົ້າວ່າ, “ຖ້າຄົນໜຶ່ງເປັນມົນທິນເພາະໄປແຕະສົບຂອງຄົນຕາຍ ແລ້ວໄປແຕະຕ້ອງສິ່ງເຫລົ່ານີ້, ສິ່ງນັ້ນກໍຈະເປັນມົນທິນບໍ?”
ບັນດາປະໂລຫິດໄດ້ຕອບວ່າ, “ສິ່ງນັ້ນຈະເປັນມົນທິນ”,
ດັ່ງນັ້ນ ຮັກກາຍຈຶ່ງເວົ້າວ່າ, “ພຣະເຈົ້າຢາເວໄດ້ປະກາດດັ່ງນີ້ວ່າ: ‘ປະຊາຊົນນີ້ ແລະ ປະຊາຊາດນີ້ກໍເປັນເຊັ່ນນັ້ນໃນສາຍຕາຂອງເຮົາ. ບໍ່ວ່າພວກເຂົາຈະເຮັດສິ່ງໃດ ຫລື ບໍ່ວ່າພວກເຂົາຈະຖວາຍສິ່ງໃດ ກໍລ້ວນແຕ່ເປັນມົນທິນ.
“ ‘ບັດນີ້ ຈົ່ງຄິດໃຫ້ດີກ່ຽວກັບເລື່ອງນີ້ ນັບຕັ້ງແຕ່ວັນນີ້ໄປ1 ຈົ່ງພິຈາລະນາວ່າສິ່ງຕ່າງໆນັ້ນເປັນຢ່າງໃດ ກ່ອນທີ່ຈະວາງສີລາກ້ອນໜຶ່ງທັບເທິງອີກກ້ອນໜຶ່ງຂອງວິຫານຂອງພຣະເຈົ້າຢາເວ. ເມື່ອຜູ້ໃດໄປທີ່ກອງເຂົ້າ ໂດຍຫວັງວ່າຈະໄດ້ເຂົ້າຊາວຖັງ ແຕ່ມີພຽງສິບຖັງເທົ່ານັ້ນ. ເມື່ອຜູ້ໃດມາທີ່ຖັງເກັບເຫລົ້າອະງຸ່ນເພື່ອຕັກເອົາຫ້າສິບຖັງ ແຕ່ກໍມີພຽງຊາວຖັງເທົ່ານັ້ນ. ເຮົາໄດ້ທຳລາຍຜົນງານທີ່ພວກເຈົ້າລົງມືເຮັດທັງໝົດດ້ວຍການທຳລາຍ, ເຊື້ອລາ ແລະ ໝາກເຫັບ ເຖິງປານນັ້ນພວກເຈົ້າກໍຍັງບໍ່ຍອມກັບຄືນມາຫາເຮົາ’, ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ. ‘ນັບຕັ້ງແຕ່ວັນນີ້ເປັນຕົ້ນໄປ ນັບຕັ້ງແຕ່ວັນທີຊາວສີ່ເດືອນທີເກົ້າ, ຈົ່ງຄິດເຖິງວັນທີ່ໄດ້ວາງຮາກຖານຂອງວິຫານຂອງພຣະເຈົ້າຢາເວໃຫ້ດີ. ຈົ່ງຄິດໃຫ້ດີວ່າ: ຍັງມີເມັດພືດໃດເຫລືອຢູ່ໃນເລົ້າບໍ? ຈົນເຖິງບັດນີ້, ເຄືອອະງຸ່ນ ແລະ ຕົ້ນໝາກເດື່ອ, ຕົ້ນໝາກພິລາ ແລະ ຕົ້ນໝາກກອກກໍຍັງບໍ່ເກີດໝາກເລີຍ.
“ ‘ນັບຕັ້ງແຕ່ວັນນີ້ໄປເຮົາຈະອວຍພອນພວກເຈົ້າ’ ”.
ເຊຣຸບບາເບນເປັນແຫວນຕາຂອງພຣະເຈົ້າຢາເວ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຮັກກາຍເປັນຄັ້ງທີສອງ ໃນວັນທີຊາວສີ່ຂອງເດືອນນັ້ນວ່າ: “ຈົ່ງບອກເຊຣຸບບາເບນ ຜູ້ວ່າການຂອງຢູດາວ່າເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນດິນໂລກ. ເຮົາຈະໂຄ່ນລົ້ມບັນລັງຕ່າງໆ ແລະ ທຳລາຍອຳນາດຂອງບັນດາອານາຈັກຂອງຕ່າງປະເທດ. ເຮົາຈະຂ້ວມລົດມ້າ ແລະ ຄົນຂັບຂອງພວກເຂົາ; ມ້າ ແລະ ຄົນຂີ່ມ້າຂອງພວກເຂົາຈະລົ້ມລົງ, ລ້ວນແຕ່ລົ້ມລົງດ້ວຍດາບຂອງພີ່ນ້ອງຂອງພວກເຂົາ”.
“ພຣະເຈົ້າຢາເວ ຜູ້ມີລິດອຳນາດໄດ້ປະກາດວ່າ, ‘ໃນວັນນັ້ນເຮົາຈະຮັບເຈົ້າ, ເຊຣຸບບາເບນຜູ້ຮັບໃຊ້ຂອງເຮົາ ຜູ້ເປັນລູກຊາຍຂອງເຊອານຕີເອນ’. ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ, ‘ແລະ ເຮົາຈະເຮັດໃຫ້ເຈົ້າເປັນດັ່ງແຫວນຕາຂອງເຮົາ, ເພາະເຮົາໄດ້ເລືອກເຈົ້າໄວ້’, ພຣະເຈົ້າຢາເວຜູ້ມີລິດອຳນາດໄດ້ປະກາດດັ່ງນັ້ນ”.
Source notes (1)
- Footnote ຫລື ວັນທີ່ຜ່ານມາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.