Biblica® Open Lao Contemporary Version
ເຊກາຣີຢາ 1
ການຮຽກຮ້ອງໃຫ້ກັບມາຫາພຣະເຈົ້າຢາເວ
ໃນເດືອນທີແປດຂອງປີທີສອງໃນຣາຊການຂອງເຈົ້າດາຣິອຸດ, ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງຜູ້ທຳນວາຍເຊກາຣີຢາລູກຊາຍຂອງເບເຣກີຢາ, ຫລານຊາຍຂອງອິດໂດວ່າ:
“ພຣະເຈົ້າຢາເວໃຈຮ້າຍບັນພະບຸລຸດຂອງພວກເຈົ້າຫລາຍ. ສະນັ້ນຈົ່ງບອກປະຊາຊົນດັ່ງນີ້ວ່າ: ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ກ່າວວ່າ: ‘ຈົ່ງກັບມາຫາເຮົາ,’ ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ປະກາດວ່າ, ‘ແລະ ເຮົາຈະກັບມາຫາພວກເຈົ້າ,’ ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ. ຢ່າເປັນເໝືອນບັນພະບຸລຸດຂອງພວກເຈົ້າ, ເຊິ່ງບັນດາຜູ້ທຳນວາຍແຕ່ກ່ອນເຄີຍປະກາດດັ່ງນີ້ວ່າ: ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: ‘ຈົ່ງຫັນຈາກວິຖີ ແລະ ການປະພຶດອັນຊົ່ວຊ້າຂອງພວກເຈົ້າ’. ແຕ່ພວກເຂົາບໍ່ໄດ້ຟັງ ຫລື ເອົາໃຈໃສ່ເຮົາເລີຍ, ພຣະເຈົ້າຢາເວກ່າວດັ່ງນັ້ນ. ບັດນີ້ບັນພະບຸລຸດຂອງພວກເຈົ້າໄປໃສແລ້ວ? ແລະ ພວກຜູ້ທຳນວາຍມີຊີວິດຢູ່ຕະຫລອດໄປບໍ? ແຕ່ຖ້ອຍຄຳ ແລະ ກົດໝາຍທີ່ເຮົາສັ່ງພວກຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາກໍເປັນຈິງກັບບັນພະບຸລຸດຂອງພວກເຈົ້າບໍ່ແມ່ນບໍ?
“ແລ້ວພວກເຂົາກໍສຳນຶກຜິດ ແລະ ກ່າວວ່າ, ‘ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ເຮັດກັບພວກເຮົາຢ່າງສົມກັບວິຖີ ແລະ ຄວາມປະພຶດຂອງພວກເຮົາຕາມທີ່ພຣະອົງໄດ້ຕັດສິນໃຈໄວ້’ ”.
ຊາຍຜູ້ຢູ່ທ່າມກາງຕົ້ນນ້ຳມັນຂຽວ
ໃນວັນທີຊາວສີ່ເດືອນທີສິບເອັດ, ເດືອນເຊບັດ, ໃນປີທີສອງຂອງຣາຊການເຈົ້າດາຣິອຸດ, ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງຜູ້ທຳນວາຍເຊກາຣີຢາລູກຊາຍຂອງເບເຣກີຢາຫລານຊາຍຂອງອິດໂດ.
ໃນຕອນກາງຄືນຂ້າພະເຈົ້າໄດ້ເຫັນນິມິດ, ແລະ ຕໍ່ໜ້າຂ້າພະເຈົ້າ ມີຊາຍຄົນໜຶ່ງຂີ່ມ້າສີແດງ! ເພິ່ນຢືນຢູ່ທ່າມກາງຕົ້ນນ້ຳມັນຂຽວໃນຮ່ອມພູແຫ່ງໜຶ່ງ. ດ້ານຫລັງເພິ່ນມີມ້າສີແດງ ມ້າສີຕັບໝູ ແລະ ມ້າສີຂາວ.
ຂ້າພະເຈົ້າຖາມວ່າ “ພຣະອົງເຈົ້າຂ້າ, ສິ່ງເຫລົ່ານີ້ແມ່ນຫຍັງ?”
ເທວະດາທີ່ສົນທະນາກັບຂ້າພະເຈົ້າຕອບວ່າ, “ເຮົາຈະສະແດງໃຫ້ເຈົ້າເຫັນວ່າພວກມັນແມ່ນຫຍັງ”.
ແລ້ວຊາຍທີ່ຢືນຢູ່ທ່າມກາງຕົ້ນນ້ຳມັນຂຽວອະທິບາຍວ່າ, “ພວກມັນຄືສິ່ງທີ່ພຣະເຈົ້າຢາເວສົ່ງໄປທົ່ວໂລກ”.
ແລະ ພວກມັນໄດ້ມາລາຍງານເທວະດາຂອງພຣະເຈົ້າຢາເວທີ່ຢືນຢູ່ທ່າມກາງຕົ້ນນ້ຳມັນຂຽວວ່າ, “ພວກເຮົາໄດ້ໄປທົ່ວໂລກ ແລະ ພົບວ່າທົ່ວໂລກກໍພັກ ແລະ ຢູ່ໃນຄວາມສະຫງົບ”.
ຈາກນັ້ນເທວະດາຂອງພຣະເຈົ້າຢາເວກ່າວວ່າ, “ຂ້າແດ່ພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່, ພຣະອົງຈະຍັບຍັ້ງພະເມດຕາຈາກເຢຣູຊາເລັມ ແລະ ເມືອງຕ່າງໆຂອງຢູດາອີກດົນປານໃດ? ເຊິ່ງພຣະອົງໄດ້ໂກດຮ້າຍມາເຈັດສິບປີແລ້ວ” ສະນັ້ນພຣະເຈົ້າຢາເວຈຶ່ງກ່າວຖ້ອຍຄຳທີ່ອ່ອນຫວານ ແລະ ເລົ້າໂລມໃຈຕໍ່ເທວະດາຜູ້ທີ່ສົນທະນາກັບຂ້າພະເຈົ້າ.
ຈາກນັ້ນເທວະດາທີ່ສົນທະນາກັບຂ້າພະເຈົ້າຈຶ່ງກ່າວວ່າ, “ຈົ່ງປະກາດຖ້ອຍຄຳເຫລົ່ານີ້: ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ວ່າ: ‘ເຮົາອິດສາເຢຣູຊາເລັມ ແລະ ຊີໂອນຫລາຍ, ແຕ່ເຮົາໂກດຮ້າຍຊົນຊາດຕ່າງໆທີ່ຮູ້ສຶກໝັ້ນຄົງປອດໄພ. ເຮົາໂກດຮ້າຍໜ້ອຍດຽວ, ແຕ່ພວກເຂົາກໍລົງໂທດໜັກເກີນໄປ’.
“ເຫດສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວດັ່ງນີ້ວ່າ: ‘ເຮົາຈະຫັນກັບມາຫາເຢຣູຊາເລັມດ້ວຍຄວາມເມດຕາ ແລະ ວິຫານຂອງເຮົາຈະຖືກສ້າງຂຶ້ນມາໃໝ່ທີ່ນັ້ນ ແລະ ສາຍວັດແທກຈະຖືກດຶງອອກທົ່ວເຢຣູຊາເລັມ’, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນັ້ນ.
“ຈົ່ງປະກາດຕໍ່ໄປວ່າ: ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ: ‘ເມືອງຕ່າງໆຂອງເຮົາຈະຈະເລີນຮຸ່ງເຮືອງຢ່າງເຫລືອລົ້ນອີກຄັ້ງ ແລະ ພຣະເຈົ້າຢາເວຈະເລົ້າໂລມຊີໂອນ ແລະ ເລືອກເຢຣູຊາເລັມອີກຄັ້ງ’ ”.
ເຂົາສັດສີ່ອັນ ແລະ ຊ່າງຝີມືສີ່ຄົນ
ຫລັງຈາກນັ້ນ ຂ້າພະເຈົ້າເງີຍໜ້າເຫັນເຂົາສັດສີ່ອັນຢູ່ຕໍ່ໜ້າ. ຂ້າພະເຈົ້າຈຶ່ງຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ, “ສິ່ງເຫລົ່ານີ້ແມ່ນຫຍັງ?”
ເພິ່ນຕອບວ່າ “ສິ່ງເຫລົ່ານີ້ຄືເຂົາສັດເຊິ່ງເຮັດໃຫ້ຢູດາ, ອິດສະຣາເອນ ແລະ ເຢຣູຊາເລັມກະຈັດກະຈາຍ”.
ແລ້ວພຣະເຈົ້າຢາເວຈຶ່ງສະແດງໃຫ້ຂ້າພະເຈົ້າເຫັນຊ່າງຝີມືສີ່ຄົນ. ຂ້າພະເຈົ້າຈຶ່ງຖາມວ່າ, “ຄົນເຫລົ່ານີ້ມາເຮັດຫຍັງ?”
ເພິ່ນຕອບວ່າ “ສິ່ງເຫລົ່ານີ້ຄືເຂົາສັດເຊິ່ງເຮັດໃຫ້ຢູດາກະຈັດກະຈາຍຈົນບໍ່ມີຜູ້ໃດໂງຫົວຂຶ້ນໄດ້, ແຕ່ຊ່າງຝີມືເຫລົ່ານີ້ມາເພື່ອເຮັດໃຫ້ເຂົາສັດທັງຫລາຍຢ້ານກົວ ແລະ ທຳລາຍເຂົາສັດຂອງປະຊາຊາດທັງຫລາຍທີ່ໄດ້ຊູເຂົາຂອງຕົນຂຶ້ນ ເຮັດໃຫ້ປະຊາຊົນຢູດາກະຈັດກະຈາຍໄປ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.