Skip to content
BibleKenya

Biblica® Open Lao Contemporary Version

ເຊກາຣີຢາ 2

ຜູ້ຊາຍ​ທີ່​ຖື​ເຊືອກ​ແທກ

ແລ້ວ​ຂ້າພະເຈົ້າ​ເງີຍ​ໜ້າ​ຂຶ້ນ, ແລະ ຕໍ່ໜ້າ​ຂ້າພະເຈົ້າ ມີ​ຊາຍ​ຄົນ​ໜຶ່ງ​ຖື​ເຊືອກ​ແທກ​ຢູ່! ຂ້າພະເຈົ້າ​ຖາມວ່າ, “ທ່ານ​ກໍາລັງ​ຈະ​ໄປ​ໃສ?”

ເພິ່ນ​ຕອບ​ວ່າ, “ໄປ​ແທກ​ເຢຣູຊາເລັມ, ເບິ່ງ​ວ່າ​ກວ້າງ​ຍາວ​ເທົ່າໃດ”.

ໃນຂະນະ​ທີ່​ເທວະດາ​ຕົນ​ທີ່​ກໍາລັງ​ເວົ້າ​ກັບ​ຂ້າພະເຈົ້າ​ກໍາລັງ​ຈາກ​ໄປ, ມີ​ເທວະດາ​ອົງ​ອື່ນ​ມາພົບ​ເທວະດາ​ອົງ​ນັ້ນ ແລະ ກ່າວ​ກັບ​ເພິ່ນ​ວ່າ: “ຈົ່ງ​ແລ່ນ​ໄປ, ຈົ່ງ​ບອກ​ຊາຍ​ໜຸ່ມ​ຜູ້​ນັ້ນ​ວ່າ, ‘ເຢຣູຊາເລັມ​ຈະ​ມີ​ຜູ້​ຄົນ ແລະ ຝູງສັດ​ອາໄສ​ຢູ່​ໜາແໜ້ນ. ຈົນ​ເຮັດ​ກຳແພງ​ລ້ອມ​ໄວ້​ບໍ່​ໄດ້. ແລະ ເຮົາ​ເອງ​ຈະ​ເປັນ​ກຳແພງ​ໄຟ​ລ້ອມ​ເຢຣູຊາເລັມ’, ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ,” ແລະ ‘ເປັນ​ສະຫງ່າລາສີ​ໃນ​ກຸງ​ນັ້ນ’.

ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ຈົ່ງ​ມາ! ຈົ່ງ​ມາ! ຈົ່ງ​ໜີ​ໄປ​ຈາກ​ດິນແດນ​ພາກ​ເໜືອ, ເພາະ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ກະຈັດກະຈາຍ​ໄປ​ກັບ​ລົມ​ທັງ​ສີ່​ແຫ່ງ​ຟ້າ​ສະຫວັນ,” ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

“ຈົ່ງ​ມາ, ຊີໂອນ! ຈົ່ງ​ໜີ​ໄປ, ພວກເຈົ້າ​ຜູ້​ເປັນ​ຊະເລີຍ​ຢູ່​ໃນ​ບາບີໂລນ1!” ເພາະ​ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງໃຫຍ່​ກ່າວ​ວ່າ: “ຫລັງ​ຈາກ​ພຣະອົງ​ຜູ້​ສະຫງ່າລາສີ​ໄດ້​ໃຊ້​ເຮົາ​ມາ​ຕໍ່ສູ້​ກັບ​ຊົນຊາດ​ທັງຫລາຍ​ທີ່​ມາ​ປຸ້ນ​ພວກເຈົ້າ ເພາະ​ຜູ້ໃດ​ແຕະຕ້ອງ​ພວກເຈົ້າ​ກໍ​ແຕະຕ້ອງ​ແກ້ວ​ຕາ​ຂອງ​ພຣະອົງ ແນ່ນອນ​ເຮົາ​ຈະ​ຍົກ​ມື​ຂຶ້ນ​ຟາດ​ພວກເຂົາ ເພື່ອ​ຂ້າທາດ​ຂອງ​ພວກເຂົາ​ຈະ​ປຸ້ນ​ພວກເຂົາ. ແລ້ວ​ພວກເຈົ້າ​ຈະ​ຮູ້​ວ່າ​ພຣະເຈົ້າ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງ​ໃຫຍ່​ໄດ້​ໃຊ້​ເຮົາ​ມາ.

“ລູກສາວ​ແຫ່ງ​ຊີໂອນ,2 ຈົ່ງ​ໂຫ່​ຮ້ອງ​ຍິນດີ. ເພາະ​ເຮົາ​ກຳລັງ​ຈະ​ມາ, ແລະ ເຮົາ​ຈະ​ຢູ່​ທ່າມກາງ​ພວກເຈົ້າ,” ອົງ​ພຣະເຈົ້າຢາເວ​ປະກາດ​ດັ່ງນັ້ນ. “ຊົນຊາດ​ຫລວງຫລາຍ​ຈະ​ຮ່ວມ​ຢູ່​ຝ່າຍ​ພຣະເຈົ້າ​ຢາເວ​ໃນ​ວັນ​ນັ້ນ ແລະ ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ. ເຮົາ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ຮູ້​ວ່າ​ພຣະເຈົ້າ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງ​ໃຫຍ່​ໄດ້​ໃຊ້​ເຮົາ​ມາ​ຫາ​ພວກເຈົ້າ. ພຣະເຈົ້າ​ຢາເວ​ຈະ​ໃຫ້​ຢູດາ​ເປັນ​ກຳມະສິດ​ຂອງ​ພຣະອົງ​ໃນ​ດິນແດນ​ບໍລິສຸດ ແລະ ຈະ​ເລືອກ​ເຢຣູຊາເລັມ​ອີກ​ຄັ້ງ. ຈົ່ງ​ສະຫງົບ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ມະນຸດ​ທັງ​ໝົດ, ເພາະ​ພຣະອົງ​ລຸກ​ຂຶ້ນ​ຈາກ​ທີ່​ບ່ອນ​ຢູ່​ອັນ​ບໍລິສຸດ​ຂອງ​ພຣະອົງ​ແລ້ວ”.

Source notes (2)
  1. Footnote ພາສາ​ເຮັບເຣີ​ວ່າ ທີ່​ດາ​ແຫ່ງ​ບາບີໂລນ
  2. Footnote ຄື ຊາວ​ເຢຣູຊາເລັມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.